ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການລາວ ໄດ້ອອກໃບຕາດິນ ໃຫ້ແກ່ ປະຊາຊົນ ເຖິງ 871,317 ຕອນ ແລ້ວ


ປະຊາຊົນລາວຈຳນວນໜຶ່ງ ໄດ້ຮັບໃບຕາດິນ ຖາວອນ ຈາກທາງການລາວ ເພື່ອໃຊ້ໃນການທຳມາຫາກິນ.
ປະຊາຊົນລາວຈຳນວນໜຶ່ງ ໄດ້ຮັບໃບຕາດິນ ຖາວອນ ຈາກທາງການລາວ ເພື່ອໃຊ້ໃນການທຳມາຫາກິນ.

ປະຊາຊົນລາວໃນພື້ນທີ່ 3,779 ບ້ານຈາກທັງໝົດ 8,657 ບ້ານໃນທົ່ວປະເທດ ໄດ້ຮັບ ໃບຕາດິນ ຈາກທາງການລາວແລ້ວ ໂດຍມີການອອກໃບຕາດິນເຖິງ 871,317 ຕອນ ຈາກທັງໝົດ 2 ລ້ານ 6 ແສນຕອນ.

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ລາຍງານວ່າ ໃນແຜນການ 5 ປີ ຄັ້ງທີ 5 ຄືໃນຊ່ວງປີ 2011-2015 ທີ່ຜ່ານມາ ກະຊວງຊັບພະກອກທຳມະຊາດ ແລະ ສິ່ງແວດລ້ອມ ສາມາດຈັດສັນທີ່ດິນທຳກິນໃຫ້ກັບປະຊາຊົນລາວ ໄດ້ສຳເລັດໃນ 3,779 ບ້ານ ຄິດເປັນ 43.2 ເປີເຊັນ ຂອງບ້ານທັງໝົດທີ່ມີຢູ່ເຖິງ 8,657 ບ້ານໃນທົ່ວປະເທດ.

ໂດຍຜົນຈາກການຈັດຕັ້ງປະຕິບັດດັ່ງກ່າວນີ້ ກໍເຮັດໃຫ້ສາມາດຂຶ້ນທະບຽນ ແລະອອກ ໃບຕາດິນໃຫ້ແກ່ປະຊາຊົນລາວໄດ້ ໃນສຳມະໂນທີ່ດິນຈຳນວນທັງໝົດ 2 ລ້ານ 6 ແສນ ຕອນໃນທົ່ວປະເທດລາວ ຊຶ່ງກໍໝາຍຄວາມວ່າ ຍັງມີທີ່ດິນຫຼາຍກວ່າ 1 ລ້ານ 7 ແສນຕອນ ທີ່ຈະຕ້ອງດຳເນີນການສຳຫຼວດເພື່ອອກໃບຕາດິນໃຫ້ກັບປະຊາຊົນລາວຕໍ່ໄປ ອັນຖືເປັນ ພາກສ່ວນທີ່ສຳຄັນຢ່າງຍິ່ງ ໃນແຜນການເພີ່ມການຜະລິດດ້ານກະສິກຳ ແລະສະບຽງ ອາຫານ ໃນລາວນັ້ນເອງ.

ເຈົ້າໜ້າທີ່ ຂອງທາງການລາວ ໄດ້ຈັດພິທີມອບຮັບ ໃບຕາດິນ ໃຫ້ແກ່ປະຊາຊົນລາວ ເພື່ອນຳໃຊ້ໃນການທຳມາຫາກິນ.
ເຈົ້າໜ້າທີ່ ຂອງທາງການລາວ ໄດ້ຈັດພິທີມອບຮັບ ໃບຕາດິນ ໃຫ້ແກ່ປະຊາຊົນລາວ ເພື່ອນຳໃຊ້ໃນການທຳມາຫາກິນ.

ທັງນີ້ ທ່ານໄຊປລາເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງ ກະສິກຳ ແລະປ່າໄມ້ ຖະແຫລງວ່າ ກະຊວງກະສິກຳ ແລະປ່າໄມ້ ໄດ້ວາງເປົ້າໝາຍ ຈະດຶງດູດເອົາການລົງທຶນໃຫ້ເຂົ້າມາໃນພາກກະສິກຳໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາ ໃນຊ່ວງປີ 2016-2020 ໂດຍໃນນີ້ ເປັນການລົງທຶນຂອງເອກະຊົນລາວ ແລະຕ່າງຊາດໃນມູນຄ່າ 65,000 ຕື້ກີບ ຫຼື 82 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນທີ່ເຫຼືອນັ້ນ ກໍຈະເປັນການລົງທຶນຂອງລັດຖະບານລາວ ໃນມູນຄ່າ 1,200 ຕື້ກີບ ແລະ ພ້ອມກັນນີ້ ກໍຍັງຈະຕ້ອງດຶງດູດເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ໄດ້ເຖິງ 13,000 ຕື້ກີບ ຫຼື ປະມານ 1,625 ລ້ານໂດລາສະຫະລັດ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ສູງຂອງລາວ ກໍຍອມຮັບວ່າ ບໍ່ແມ່ນເລື່ອງງ່າຍ ທີ່ຈະສາມາດ ລະດົມ ຫຼືດຶງດູດເອົາເງິນລົງທຶນໄດ້ຕາມເປົ້າໝາຍດັ່ງກ່າວ ເພາະໃນຊ່ວງປີ 2011-2015 ນີ້ ກໍປາກົດວ່າ ການລົງທຶນໃນພາກກະສິກຳ ມີມູນຄ່າລວມ 17,300 ຕື້ກີບ ໃນນີ້ກໍເປັນ ການລົງທຶນຂອງລັດຖະບານລາວພຽງແຕ່ 380 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອນັ້ນ ກໍເປັນ ການລົງທຶນຂອງເອກະຊົນລາວ ແລະ ຕ່າງຊາດໃນມູນຄ່າ 5,000 ຕື້ກີບ ແລະການຊ່ວຍ ເຫຼືອຈາກຕ່າງປະເທດ 12,000 ຕື້ກີບ.

ພ້ອມກັນນີ້ ລັດຖະບານລາວໄດ້ວາງຄາດໝາຍວ່າ ໃນຕະຫຼອດປີ 2016 ນີ້ ປະຊາຊົນ ລາວ ທົ່ວປະເທດ ຈະຕ້ອງການບໍລິໂພກເຂົ້າໃນປະລິມານລວມ 2 ລ້ານ 1 ແສນໂຕນ ສ່ວນທີ່ເປັນຄັງແຮ່ 4 ແສ່ນໂຕນ ແນວພັນ 6 ໝື່ນໂຕນ ການປຸງແຕ່ງສິນຄ້າ 640,000 ໂຕນ ແລະເພື່ອການຈຳໜ່າຍພາຍໃນ ແລະສົ່ງອອກໄປຕ່າງປະເທດ 1 ລ້ານໂຕນ.

ຫາກແຕ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະປ່າໄມ້ຍອມຮັບວ່າ ເປັນການຍາກ ທີ່ຊາວນາລາວ ຈະສາມາດເພີ່ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອອກລາຍໃຫຍ່ ໃນຕະຫຼາດໂລກໄດ້ ອີກທັງລາວກໍເປັນປະເທດດຽວໃນອາຊຽນ ທີ່ບໍ່ມີຄັງແຮ່ເຂົ້າອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃຫ້ການຢືນຢັນວ່າ:

“ພວກເຮົາບໍ່ມີຄັງແຮ່ເຂົ້າ ເພື່ອເປົ້າໝາຍນຳໃຊ້ ເພື່ອການສຸກເສີນ ນອກຈາກນັ້ນ ສປປ ລາວ ເປັນປະເທດດຽວໃນອາຊຽນ ທີ່ບໍ່ມີຄັງແຮ່ເຂົ້າຢ່າງຖືກຕ້ອງ ການລົງທຶນ ໃສ່ປັດໄຈການຜະລິດກໍບໍ່ສົມສ່ວນ ແລະຂາດປະສິດທິຜົນ ເປັນຕົ້ນແມ່ນ ຫຼາຍໂຄງ ການຊົນລະປະທານ ທີ່ສ້າງແລ້ວ ບໍ່ໄດ້ນຳໃຊ້ ຫັນເປັນກະເສດສຸມ ບາງບ່ອນກໍບໍ່ໄດ້ ໃຊ້ ຍ້ອນຂາດການປະຕິບັດນະໂຍບາຍ ທີ່ເໝາະສົມ ເຊັ່ນບໍ່ມີແນວພັນພຽງພໍ ຂາດ ຝຸ່ນປຸຍ ຂາດກົນຈັກ ລາຄາກະແສໄຟຟ້າ ຄ່ານ້ຳຊົນລະປະທານ ສູງເກີນຄວາມອາດ ສາມາດ ຂອງປະຊາຊົນຮັບໄດ້.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ກໍໄດ້ວາງເປົ້າໝາຍການສົ່ງເສີມ ການ ຜະລິດ ໃນພາກກະສິກຳ ແລະປ່າໄມ້ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 31 ເປີເຊັນ ໃນຕະຫຼອດແຜນການປະຈຳປີ 2015-2016 ນີ້ຊຶ່ງຈະເຮັດໃຫ້ຜົນຜະລິດ ໃນພາກກະສິກຳ ແລະປ່າໄມ້ຄິດເປັນ 22.7 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ຕະຫຼອດປີ ໂດຍຈະຊຸກຍູ້ໃຫ້ກະເສດຕະກອນລາວຜະລິດເຂົ້າໃຫ້ໄດ້ 4 ລ້ານ 2 ແສນໂຕນ ດ້ວຍການຂະຫຍາຍພື້ນທີ່ປູກເຂົ້າໃຫ້ເປັນ 1 ລ້ານກວ່າເຮັກຕາ.

XS
SM
MD
LG