ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນລາວ ມີຂໍ້ຂັດແຍ່ງ ເລື້ອງທີ່ດິນ ນັບມື້ນັບເພີ້ມຂຶ້ນ


ພິທີເລີ້ມຕົ້ນການກໍ່ສ້າງຂອງໂຄງການເມືອງໃໝ່ ຢູ່ໜອງທາ, ເມືອງຈັນທະບູລີ, ກໍາແພງນະຄອນວຽງຈັນ ທີ່ຈັດຂຶ້ນໃນໝໍ່ໆ ມານີ້ ໂດຍທີ່ລັດຖະບານລາວໃຫ້ສໍາປະທານແກ່ກຸ່ມນັກທຸລະກິດ ຫວຽດນາມ
ພິທີເລີ້ມຕົ້ນການກໍ່ສ້າງຂອງໂຄງການເມືອງໃໝ່ ຢູ່ໜອງທາ, ເມືອງຈັນທະບູລີ, ກໍາແພງນະຄອນວຽງຈັນ ທີ່ຈັດຂຶ້ນໃນໝໍ່ໆ ມານີ້ ໂດຍທີ່ລັດຖະບານລາວໃຫ້ສໍາປະທານແກ່ກຸ່ມນັກທຸລະກິດ ຫວຽດນາມ

ປະຊາຊົນລາວປະສົບກັບບັນຫາຂັດແຍ່ງກ່ຽວກັບທີ່ດິນທໍາກິນ ແລະທີ່ຢູ່ອາໄສຫຼາຍ ຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາເຫດມາຈາກການໃຫ້ສໍາປະທານທີ່ດິນຂອງລັດຖະບານ ແລະອໍານາດປົກຄອງແຂວງຕ່າງໆ.

ເຈົ້າໜ້າທີ່ຂັ້ນສູງປະຈໍາຫ້ອງການສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າບັນຫາ
ທີ່ພົ້ນເດັ່ນທີ່ສຸດທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກ
ສະພາແຫ່ງຊາດລາວຫຼາຍທີ່ສຸດໃນທຸກມື້ນີ້ກໍຄືບັນຫາຂັດແຍ້ງກ່ຽວກັບທີ່ດິນເຮັດການ
ຜະລິດ ແລະທີ່ຢູ່ອາໄສ ຊຶ່ງສ່ວນໃຫຍ່ກໍເປັນບັນຫາຂັດແຍ້ງກັບລັດຖະບານ ແລະບັນ
ດາອົງການປົກຄອງທ້ອງຖິ່ນໃນທົ່ວປະເທດລາວ ທີ່ມີສາເຫດສໍາຄັນມາຈາກການໃຫ້
ສໍາປະທານ ດິນແກ່ພາກເອກະຊົນທີ່ໄປທັບ ຫຼືກວມເອົາທີ່ດິນຂອງປະຊາຊົນລາວດ້ວຍ
ນັ້ນເອງ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງບອກອີກວ່າການຮຽກຮ້ອງຂໍການຊ່ວຍເຫຼືອຂອງປະຊາຊົນ ລາວດັ່ງກ່າວໄດ້ເພີ່ມຂຶ້ນທຸກປີໂດຍໃນປີ 2011 ທີ່ຜ່ານມາກໍປະກົດວ່າມີຢູ່ຫຼາຍກວ່າ 400 ກໍລະນີທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງໂດຍກົງມາເຖິງຫ້ອງການສະພາແຫ່ງ
ຊາດລາວ ແລະການຮຽກຮ້ອງດັ່ງກ່າວກໍຍັງໄດ້ລວມໄປເຖິງການຂໍໃຫ້ຊ່ວຍແກ້ໄຂບັນຫາ ຕ່າງໆທີ່ເກິດຂຶ້ນໃນວົງການລັດຖະ ບານລາວດ້ວຍ ໂດຍສະເພາະແມ່ນການຂໍໃຫ້ດໍາເນີນ
ມາດຕະການປ້ອງກັນ ແລະປາບປາມການສໍ້ລາດບັງຫຼວງໃນວົງການຂອງລັດຖະບານ
ລາວໃຫ້ມີປະສິດທິພາບ ແລະໃຫ້ມີການລົງໂທດພະນັກງານຂອງລັດຖະບານ ທີ່ໄດ້ມີ ຄວາມຜິດຢ່າງແທ້ຈິງໂດຍບໍ່ມີການຍົກເວັ້ນ.

ພິທີເຊັນສັນຍາສ້າງສວນກະສິກໍາຂອງຈີນ ໃນລາວທີ່ຈັດຂຶ້ນໃນປີ 2011
ພິທີເຊັນສັນຍາສ້າງສວນກະສິກໍາຂອງຈີນ ໃນລາວທີ່ຈັດຂຶ້ນໃນປີ 2011

ນອກຈາກນັ້ນ, ປະຊາຊົນທີ່
ໄດ້ສະແດງການຮຽກຮ້ອງ
ເຖິງສະພາແຫ່ງຊາດລາວ
ເຫຼົ່ານີ້ ຍັງໄດ້ຮຽກຮ້ອງໃຫ້
ຄະນະລັດຖະບານ ລາວ
ດໍາເນີນການບໍລິຫານປະ
ເທດຢ່າງໂປ່ງໃສ ເຊັ່ນມີ
ການນໍາໃຊ້ງົບປະມານຢ່າງ
ມີປະສິດທິຜົນຫຼືບໍ່ມີການ
ຮົ່ວໄຫຼຂອງງົບປະມານມີ
ການສຶກສາ ແລະປ້ອງກັນ
ບັນຫາຜົນກະທົບຕໍ່ສັງຄົມ
ແລະ ສິ່ງແວດລ້ອມທໍາມະຊາດຢ່າງຄັກແນ່ ກ່ອນທີ່ຈະຕັດສິນໃຈອະນຸມັດໂຄງການ
ລົງທຶນຈາກຕ່າງປະເທດໃນລາວ ແລະຄວບຄຸມກວດກາການນໍາໃຊ້ຊັບສິນຂອງລັດ
ຖະບານ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດເປັນຕົ້ນ.

ກ່ອນໜ້ານີ້ ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວກໍໄດ້ ຖະແຫຼງຍອມຮັບວ່າປະຊາຊົນລາວໄດ້ສະແດງການຮຽກຮ້ອງດັ່ງກ່າວ ເຖິງສະພາ
ແຫ່ງຊາດລາວເພີ່ມຫຼາຍຂຶ້ນນັບມື້ ໂດຍໃນປີທີ່ຜ່ານມາກໍປະກົດວ່າມີປະຊາຊົນລາວ
ໄດ້ສະແດງການຮຽກຮ້ອງເຖິງສະພາແຫ່ງຊາດ ແລະ ສະພາແຫ່ງຊາດ ກໍໄດ້ສະ ເໜີຕໍ່ໄປຍັງລັດຖະບານລາວຫຼາຍກວ່າ 400 ກໍລະນີ ຫາກແຕ່ກໍໄດ້ຮັບການແກ້ໄຂ
ພຽງແຕ່ 191 ກໍລະນີເທົ່ານັ້ນ.

ສວນຢາງແຫ່ງນຶ່ງ ທີ່ລັດຖະບານລາວ ໄດ້ມອບການສໍາປະທານທີ່ດິນໃຫ້ແກ່ບໍລິສັດເອກະຊົນຈີນ ໃນປີ 2010
ສວນຢາງແຫ່ງນຶ່ງ ທີ່ລັດຖະບານລາວ ໄດ້ມອບການສໍາປະທານທີ່ດິນໃຫ້ແກ່ບໍລິສັດເອກະຊົນຈີນ ໃນປີ 2010

ການຖະແຫຼງດັ່ງກ່າວນີ້ຂອງທ່ານ
ໄຊສົມພອນ ກໍນັບວ່າສອດຄ່ອງກັນ
ກັບການໃຫ້ທັດສະນະຂອງແກນ
ນໍາປະຊາຊົນລາວທ່ານ ນຶ່ງທີ່ມີ
ສ່ວນຢ່າງສໍາ ຄັນໃນການສະແດງ
ການຮຽກຮ້ອງຕໍ່ສະພາແຫ່ງຊາດ
ແລະໄດ້ຕິດຕາມຜົນການປະຕິບັດ
ງານຂອງລັດຖະບານລາວມາຢ່າງ
ຕໍ່ເນື່ອງ ຊຶ່ງ ທ່ານໄດ້ໃຫ້ການຢືນຢັນ
ໃນຕອນນຶ່ງວ່າ:

ບັນດາຂໍ້ຂັດຂ້ອງໝອງໃຈ ຫຼືຄວາມທຸກຍາກຂອງປະຊາຊົນນັ້ນກໍມີຫຼາຍ
ບັນຫາ ເຊັ່ນວ່າບັນຫາເສັ້ນທາງ, ບັນຫານໍ້າລິນ, ບັນຫາໂຮງໝໍ, ບັນຫາ
ໂຮງຮຽນ ຫຼືວ່າອຶ່ນໆ ແຕ່ພາຍຫຼັງຈາກທີ່ພວກເຮົາໄດ້ແຈ້ງສະເໜີໃຫ້ທາງ
ຫ້ອງວ່າການໄດ້ຮັບຮູ້ ຕໍ່ຄໍາຮ້ອງຂອງປະຊາຊົນແລ້ວນີ້ ກໍບໍ່ທັນເຫັນວ່າໄດ້
ມີການຍົກບັນຫາເຫຼົ້ານີ້ຂຶ້ນມາແຕ່ຢ່າງໃດ ແລະອີກບັນຫາໜຶ່ງກໍຄືພວກ
ເຮົາໄດ້ນໍາເອົາຄວາມຄິດຄວາມເຫັນຕ່າງໆ ເຫຼົ່ານີ້ສະເໜີຕໍ່ພາກສ່ວນຕ່າງໆ
ທີ່ກ່ຽວຂ້ອງ ແຕ່ໃນຄວາມເປັນຈິງແລ້ວການແກ້ໄຂ ຫຼື ການສະໜອງ
ຕອບນັ້ນ ພັດບໍ່ມີການຕອບເກີດຂຶ້ນເລີຍເວັ້ນໄວ້ແຕ່ໂຄງການຈໍານວນນຶ່ງ
ທີ່ເປັນຄວາມຊ່ວຍເຫຼືອຈາກພາຍນອກເທົ່ານັ້ນທີ່ພໍຈະໄດ້ຕື່ມເລັກໜ້ອຍ”

ກ່ອນໜ້ານີ້ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ຊຶ່ງເຄີຍເປັນປະທານສະ
ພາລາວດ້ວຍນັ້ນ ກໍໄດ້ຖະແຫຼງຍອມຮັບວ່າ ບັນຫາທີ່ປະຊາຊົນລາວໄດ້ພາກັນຮ້ອງ
ຮຽນມາເຖິງຄະນະປະຈໍາສະພາແຫ່ງຊາດຫຼາຍທີ່ສຸດ ແລະ ກໍໄດ້ສະເໜີໃຫ້ລັດຖະ
ບານດໍາເນີນມາດຕະການແກ້ໄຂຢ່າງຮີບດ່ວນນັ້ນ ກໍຄືບັນຫາ ແລະຂໍ້ຂັດແຍ້ງກ່ຽວ
ກັບທີ່ດິນທໍາການຜະລິດ ເນື່ອງຈາກວ່າໃນປະຈຸບັນນີ້ຍັງມີປະຊາຊົນລາວຈໍານວນ ບໍ່ໜ້ອຍທີ່ບໍ່ມີທີ່ດິນທໍາການຜະລິດ ສ່ວນປະຊາຊົນລາວທີ່ມີທີ່ດິນທໍາການຜະລິດ
ແລ້ວນັ້ນ ກັບຕ້ອງປະສົບບັນຫາເຂດສໍາປະທານທີ່ດິນຂອງເອກະຊົນລາວ ແລະ ຄົນຕ່າງປະເທດໄດ້ໄປກວມເອົາທີ່ດິນຂອງພວກເຂົາເຈົ້າ.

XS
SM
MD
LG