ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວນໍາສະເໜີ ບັນຫາ​​ລະ​ເບີດບໍ່ທັນແຕກ ໃນກອງປະຊຸມ ປະຊາຊົນ ເອ​ເຊຍ ກັບ​ຢູ​ໂຣບ ຄັ້ງ​ທີ 9


​ການທໍາລາຍ ລະ​ເບີດບໍ່ທັນແຕກ (UXO) ຢູ່ລາວ​
​ການທໍາລາຍ ລະ​ເບີດບໍ່ທັນແຕກ (UXO) ຢູ່ລາວ​
ຜູ້​ແທນ​ຂອງ​ພາກ​ປະຊາຊົນ​ລາວ ນໍາ​ສະ​ເໜີ​ບັນຫາ​ກ່ຽວ​ກັບ​
ຄວາມຫຍຸ້ງຍາກ​ໃນ​ຊີວິດຂອງ​ຜູ້​ປະສົບ​ໄພ​ຈາກ​ລະ​ເບີດ​ຕົກ
​ຄ້າງ​ຢູ່​ໃນ​ລາວ​ຕໍ່​ກອງ​ປະຊຸມ​ພາກ​ປະຊາຊົນ​ເອ​ເຊຍກັບ​ຢູ​ໂຣບ
ຄັ້ງ​ທີ 9.

ຄະນະ​ຜູ້​ແທນ​ຂອງ​ພາກ​ປະຊາ​ຊົນ​ລາວ​ທີ່​ເຂົ້າຮ່ວມ​ໃນ​ກອງ​
ປະຊຸມ​ພາກ​ປະຊາຊົນ ​ເອ​ເຊຍ-ຢູ​ໂຣບຄັ້ງ​ທີ່ 9 ​ໃນ​ວັນ​ທີ່ 16-
19 ຕຸລາ​ຜ່ານ​ມາ​ນີ້ ຢູ່​ນະຄອນ​ວຽງ​ຈັນ ​ໄດ້ ສົ່ງ​ຕົວ​ແທນ​ທີ່​ເປັນ
​ຄົນ​ພິການຜູ້ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ​ບໍ່ທັນ​ແຕກ UXO ທີ່​
ຕົກຄ້າງ​ຢູ່​ໃນ​ລາວ​ນັ້ນ ​ເພື່ອ​ນໍາ​ສະ​ເໜີ​ນກ່ຽວ​ກັບ​ບັນຫາ​ຫຍຸ້ງຍາກ​
ໃນ​ຊີວິດ​ການ​ເປັນ​ຢູ່​ທີ່ ພວກ​ຕົນ​ໄດ້​ຮັບ​ຈາກ​ລະ​ເບີດ​ດັ່ງກ່າວ
ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້.
ກອງປະຊຸມເວທີປະຊາຊົນອາຊີ-ເອີຣົບຄັ້ງທີ 9 ທີ່ນະຄອນວຽງຈັນ
ກອງປະຊຸມເວທີປະຊາຊົນອາຊີ-ເອີຣົບຄັ້ງທີ 9 ທີ່ນະຄອນວຽງຈັນ

ທັງ​ນີ້ ​ໂດຍ​ຂໍ້​ມູນ​ທີ່​ຜູ້​ແທນ​ຂອງ​ພາກ​ປະຊາຊົນ​ລາວ ​ໄດ້​ນໍ​າສະ​ເໜີ
​ສູ່​ການ​ຮັບ​ຮູ້​ຂອງ ຜູ້​ແທນ​ປະຊາຊົນ​ຈໍານວນຫຼາຍ​ກວ່າ 800 ຄົນ
​ຈາກ​ເອ​ເຊຍ ​ແລະ​ຢູ​ໂຣບທີ່​ເຂົ້າຮ່ວມໃນ​ກອງ​ປະຊຸມ​ຄັ້ງ​ນີ້​ດ້ວຍ​ນັ້ນ
ກໍ​ຄື​ການ​ທີ່​ປາກົດ​ວ່າ​ມີ​ປະຊາຊົນ​ລາວ​ຈໍານວນ​ຫຼາຍ​ກວ່າ 2 ໝື່ນ
​ຄົນ​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ UXO ຢູ່​ໃນ​ລາວ​ນັບ​ຕັ້ງ​ແຕ່​ປີ
2000 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ທຸກ​ມື້​ນີ້ ຫາກ​ແຕ່​ກໍ​ມີ​ຄົນ​ທີ່​ໄດ້​ຮັບ​ເຄາະ​
ດັ່ງກ່າວ​ແລະ​ຕ້ອງ​ກາຍ​ເປັນ​ຄົນ​ພິການ​ຢ່າງ​ສິ້ນ​ເຊີນ​ຈໍານວນພຽງ​
ແຕ່ 158 ຄົນ​ເທົ່າ​ນັ້ນ​ທີ່​ໄດ້ຮັບ​ການ​ຊ່ວຍເຫຼື​ອຈາກ​ລັດຖະບານ​
ລາ​ວ ​ແລະ​ຕ່າງປະ​ເທດ ຊຶ່ງ​ກໍ​ເປັນ​ຍ້ອນ​ບັນຫາ​ຂາດ​ແຄນ​ງົບປະ
ມານ​ຂອງ​ລັດ​ຖະບານ​ລາວ​ນັ້ນ​ເອງ.

ທາງດ້ານ ທ່ານ​ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງ​ວ່າການ​ຄະນະ​ກໍາມະການ​ຄຸ້ມຄອງ
ແຫ່ງ​ຊາດ​ເພື່ອ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ໃນ​ລາວ ກໍ​ໄດ້ຖະ​ແຫຼ​ງ
ຍອມຮັບ​ກ່ອນ​ໜ້າ​ນີ້​ວ່າ​ທາງ​ການ​ລາວ​ຈະ​ບໍ່​ສາມາດ​ບັນລຸ​ຕາມ​ເປົ້າໝາຍ​ສະຫັດ​ສະ​ວັດ​ການ​ພັດທະນາ​ກ່ຽວ​ກັບ​ການ​ເກັບ​ກູ້​ລະ​ເບີດ UXO ​ໄດ້ຕາມ​ແຜນການ​ທີ່​ວາງ​ໄວ້​ໃນ​ປີ 2015 ກໍ​ຄື​ການ​ເກັບ​ກູ້​ລະ​ເບີດ UXO ອອກ​ຈາກ​ເຂດ​ທີ່ຢູ່​ອາ​ໃສ​ ແລະທີ່​ດິນທໍາ​ກິນ​ຂອງ​ປະຊາຊົນ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20,000 ​ເຮັກ​ຕ້າ ​ໃນ​ແຕ່ລະ​ປີ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າການ​ທີ່​ຈະ​ສາມາດ​ບັນ​ລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ງົບປະມານ​ໃນ​ມູນ​ຄ່າ​ສະ​ເລ່ຍບໍ່​ໜ້ອຍ ກວ່າ 50 ລ້ານ​ໂດ​ລາ​ຕໍ່​ປີ ຫາກ​ແຕ່​ວ່າ​ໃນ​ໄລຍະ​ທີ​ຜ່ານ​ມາ​ນີ້ ກັບ​ປາກົດ​ວ່າ​ທາງ ການ​ລາວ​ໄດ້​ຮັບ​ກາ​ນຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ເພື່ອ​ການ​ເກັບ​ກູ້​ລະ​ເບີດ UXO ຄິດ​ເປັນ​ມູນ​ຄ່າ​ສະ​ເລ່ຍລະ ຫວ່າງ 20 - 30 ລ້ານ​ໂດ​ລາ​ຕໍ່​ປີ​ເທົ່າ​ນັ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ໄດ້​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ​ຈະ​ໄດ້​ຮັບ​ກາ​ນຊ່ວຍເຫຼືອ​ຈາກ​ຕ່າງປະ​ເທດ​ຫຼາຍຂຶ້ນ ຫາກ​ບໍ່​ສະ​ນັ້ນ​ແລ້ວ ລະ​ເບີດ UXO ກໍ​ຍັງ​ຄົງ​ຕົກຄ້າງ​ຢູ່​ໃນ​ດິນ​ລາວ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ໄປ​ອີກ​ຢ່າງ​ຍາວ​ນານ ດັ່ງ​ທີ່​ທ່ານ ພູ​ຂຽວ ​ໄດ້ຖະ​ແຫຼງຊີ້​ແຈງ​ວ່າ:

“ນັບແຕ່​ພວກ​ເຮົາ​ໄດ້​ປະຕິບັດ​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ມາ​ເຖິງ​ປັດຈຸບັນ​ນີ້​ເປັນ
ທາງການນັ້ນ​ປະມານ 16 ປີ ​ແລະ​ກໍດ້ວຍ​ການ​ທໍາລາຍ​ຂອງ​ບຸກຄົນ ດ້ວຍເຫດຜົນ
ຕ່າງໆ ລະ​ເບີດ​ຖືກ​ລໍາ​ລາຍ​ຈາ​ກການ​ຫາ​ເຫຼັກເສດ​ ຫຼື​ບັນຫາ​ຕ່າງໆ ພວກ​ເຮົາຄິດວ່າ​
ລວມໆ​ແລ້ວ​ປະມານ 5 ລ້ານ​ລູກ​ທີ່​ວ່າ​ຖືກ​ແກ້​ໄຂ​ໄປ​ແລ້ວ ​ແຕ່​ວ່າ​ລະ​ເບີດ​ລູກຫວ່ານ​ ຊື່ໆ ກະ​ໝາ​ຍຄວາມ​ວ່າ​ຍັງ​ປະມານ 70 ກວ່າ​ລ້ານ​ລູກ.”


ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ອົງການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ (Lao UXO) ສາມາດ​
ເກັບ​ກູ້ແລະ​ທໍາລາຍ UXO ​ໄປ​ຫຼາຍ​ກວ່າ 5 ລ້ານ​ໜ່ວຍ ​ໂດຍເປັນ​ການ​ເກັບ​ກູ້ UXO ອອກ​ຈາກ​ພື້ນ​ທີ່​ກວ້າງ​ກວ່າ​ 28,000 ​ເຮັກ​ຕ້າ ຫຼື​ບໍ່​ເຖິງ 1% ຂອງ​ພື້ນ​ທີ່ ທີ່​ມີ UXO ຕົກ​ຄ້າງ​ຢູ່​ໃນ​ລາວ​ເທົ່າ​ນັ້ນ ​ໃນ​ຂະນະ​ດຽວ​ກັນ​ກໍ​ມີປະ ຊາ​ຊົນ​ລາວ 300 ກວ່າ​ຄົນ​ທີ່​ໄດ້​ຮັບ​ເຄາະ​ຈາກ UXO ​ໃນ​ແຕ່ລະ​ປີ​ ນັບ​ຕັ້ງ​ແຕ່​ປີ 1975 ​ເປັນ​ຕົ້ນ​ມາ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວຕ້ອງການ​ທີ່​ຈະ​ໄດ້​ຮັບ​ກາ​ນຊ່ວຍ​ເຫຼືອ​ຈາກ ຕ່າງປະ​ເທດ​ໃນ​ມູນ​ຄ່າ​ສະ​ເລ່ຍບໍ່​ໜ້ອຍ​ກວ່າ 50 ລ້ານ​ໂດ​ລາ​ໃນ​ແຕ່ລະ​ປີ ​ແຕ່​ໃນ ​ໄລຍະ 5​ ປີ​ທີ່ ຜ່ານ​ມາ​ນີ້​ກໍ​ປາກົດ​ວ່າ​ທາງ​ການ​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກຕ່າງ ປະ​ເທດ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງກາ​ນດັ່ງກ່າວ​ແຕ່​ຢ່າງ​ໃດ.

ສ່ວນ​ທາງ​ການ​ສະຫະລັດ​ອະ​ເມຣິກາ​ນັ້ນ​ ກໍ​ໄດ້​ໃຫ້ກາ​ນຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກູ້ UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວໄປ​ແລ້ວ​ຫຼາຍ​ກວ່າ 50 ລ້ານ​ໂດ​ລາ ນັບ​ຈັ້ງ​ແຕ່​ປີ 1993 ​ເປັນ​ຕົ້ນ​ມາ ແລະ ໃນ​ໄລຍະ 3 ປີ​ຕໍ່​ໄປ​ນີ້ ລັດຖະສະພາ​ສະຫະລັດ​ກໍ​ຍັງ​ໄດ້​ຈັດ​ສັນ​ງົບປະມານ​ສໍາ​ລັບ​ໃຫ້ການ​ຊ່ວຍ​ເຫຼືອ​ລາວ​ເຂົ້າ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ​ເປັນ​ການສະ​ເພາະ​ຄິດ​ເປັນ​ມູນ​ຄ່າ​ສະ​ເລ່ຍບໍ່
​ຕໍ່າ​ກວ່າ 9 ລ້ານ​ໂດ​ລາ​ຕໍ່​ປີ ກັບ​ທັງ​ຍັງກໍາລັງ​ຕຽມ​ແຜນການ​ໃຫ້ການ​ຊ່ວຍ​ເຫຼື​ອ​ໄລຍະ​ຍາວ
​ແກ່​ລັດຖະບານ​ລາວ​ໃນ​ໝໍ່ໆ​ນີ້​ ອີກ​ດວຍ.
XS
SM
MD
LG