ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນ ລາວ ມີຄວາມເພິງພໍໃຈ ຕໍ່ຜົນງານ ໃນຮອບ 1 ປີ ຂອງ ຄະນະລັດຖະບານ ລາວ


ນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ຢ້ຽມຢາມໂຮງໝໍ.
ນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ຢ້ຽມຢາມໂຮງໝໍ.

ປະຊາຊົນ ລາວ ມີຄວາມເພິງພໍໃຈຕໍ່ຜົນງານໃນຮອບ 1 ປີຂອງຄະນະລັດຖະບານ ລາວ
ພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ຊຶ່ງມີຜົນງານເດັ່ນທີ່ປະ
ຊາຊົນຊົມເຊີຍໃນ​ 10 ດ້ານດ້ວຍກັນ.

ໂດຍອີງຕາມບົດລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ
ລາວ ຊຸດທີ 8 ທີ່ໄດ້ດຳເນີນກອງປະຊຸມໃນລະຫວ່າງວັນທີ 25 ເມສາ ຫາ 18 ພຶດສະພາ
2017 ນີ້ ຄະນະລັດຖະບານ ລາວ ພາຍໃຕ້ການນຳຂອງທ່ານ ທອງລຸນ ສີສຸລິດ ນາຍົກ
ລັດຖະມົນຕີ ໄດ້ສະຫຼຸບສັງລວມຜົນງານຂອງຄະນະລັດຖະບານ ລາວ ໃນຮອບ 1 ປີທີ່
ຜ່ານມາວ່າ ມີຜົນງານເດັ່ນທີ່ປະຊາຊົນ ລາວ ໃຫ້ການຊົມເຊີຍໃນ 10 ດ້ານດ້ວຍກັນ ໂດຍສະເພາະແມ່ນການປັບປຸງກົງຈັກ, ກົນໄກການບໍລິຫານລັດໃຫ້ຮັດກຸມ, ໂປ່ງໃສ,
ວ່ອງໄວ ແລະ ເນັ້ນໃສ່ປະສິດທິພາບ, ປະສິດທິຜົນຂອງການບໍລິຫານ ແລະ ການອອກ
ຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ນັ້ນຖືເປັນຜົນງານເດັ່ນທີ່ປະຊາຊົນ ລາວ ໄດ້
ໃຫ້ການຍົກຍ້ອງຫຼາຍທີ່ສຸດ.

ທັງນີ້ເນື່ອງຈາກປະຊາຊົນ ລາວ ເຫັນວ່າຄະນະລັດຖະບານ ລາວ ຊຸດປັດຈຸບັນໄດ້ເອົາຈິງ
ໃນການສະກັດກັ້ນ ແລະ ປາບປາມການສໍ້ລາດບັງຫຼວງ ຊຶ່ງຈະເຫັນໄດ້ຈາກຄຳເຫັນນາ
ຍົກລັດຖະມົນຕີເລກທີ 15/ນຍ ທີ່ສັ່ງໃຫ້ຢຸດສຳປະທານປ່າໄມ້ ແລະ ຫ້າມສົ່ງໄມ້ທ່ອນໄປ
ຕ່າງປະເທດຢ່າງສິ້ນເຊີງ, ການສັ່ງຫ້າມບໍ່ໃຫ້ສຳປະທານການຂຸດຄົ້ນແຮ່ທາດລາຍໃໝ່
ແລະ ໃຫ້ດຳເນີນການກວດສອບສຳປະທານທີ່ໄດ້ອະນຸມັດໄປແລ້ວວ່າໄດ້ດຳເນີນການ
ຕາມສັນຍາຫຼືບໍ່ ແລະ ການຍົກເລີກສຳປະທານທີ່ດິນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳ
ມະຊາດ ເຊັ່ນ ສຳປະທານທີ່ດິນສຳລັບປູກກ້ວຍຂອງ ຈີນ ໃນແຂວງບໍ່ແກ້ວ ເປັນຕົ້ນ.

ຊຶ່ງຕໍ່ກໍລິນີດັ່ງກ່າວອົງການເພື່ອຄວາມໂປ່ງໃສສາກົນ (Transparency International)
ກໍໄດ້ທຳການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບການສໍ້ລາດບັງຫຼວງຢູ່ໃນ
176 ປະເທດທົ່ວໂລກນັ້ນໄດ້ຈັດໃຫ້ ລາວ ຢູ່ອັນດັບທີ 123 ໃນປີ 2016 ໂດຍເປັນການ
ເລື່ອນອັນດັບຂຶ້ນເຖິງ 16 ອັນດັບ ເມື່ອທຽບກັບປີ 2015 ແລະ 37 ອັນດັບເມື່ອທຽບໃສ່ປີ
2012 ຕາມລຳດັບ.

ນອກຈາກນັ້ນ ຄະນະລັດຖະບານ ລາວ ກໍມີຜົນງານເດັ່ນໃນການຍຸຕິການຍົກເວັ້ນພາສີ
ນຳເຂົ້າເຊື້ອໄຟໃນທຸກກໍລະນີ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດ
ໃຫຍ່ເຊັ່ນໂຄງການທາງລົດໄຟ ລາວ-ຈີນ ແລະ ໂຄງການຂະຫຍາຍທາງລົດໄຟ ລາວ-
ໄທ ຈາກທ່ານາແລ້ງ ຫາສະຖານີບ້ານຄຳສະຫວາດ, ການປັບປຸງສະໜາມບິນສາກົນວັດ
ໄຕປັບປຸງການຄຸ້ມຄອງລະບົບການເງິນ ແລະ ງົບປະມານໃຫ້ເຂັ້ມງວດຂຶ້ນ, ຈັດຕັ້ງປະຕິ
ບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຢ່າງເປັນຮູບປະທຳ, ການແຕ່ງຕັ້ງຄະ
ນະກຳມະການສະເພາະກິດ ເພື່ອສຶກສາວິເຄາະວິໃຈບັນຫາທີ່ດິນ, ການເປີດສາຍດ່ວນ
ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຮັບຟັງຄວາມຄິດເຫັນຂອງປະຊາ
ຊົນ ແລະ ການແກ້ໄຂບັນຫາໄຟຟ້າລາຄາແພງເກີນປົກກະຕິເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ທ່ານ ທອງລຸນ ກໍຍອມຮັບວ່າ ລັດຖະບານ ລາວ ຍັງຕ້ອງປະເຊີນບັນ
ຫາໃນຫຼາຍໆດ້ານໂດຍສະເພາະແມ່ນບັນຫາດ້ານງົບປະມານລາຍຮັບ-ລາຍຈ່າຍດັ່ງທີ່
ທ່ານໄດ້ໃຫ້ການຢືນຢັນວ່າ.

"ລັດຖະບານກະຮັບຮູ້ວ່າຍັງມີຫຼາຍບັນຫາ ທີ່ລັດຖະບານຍັງຈະຕ້ອງບຸກບືນແຜນຜ່າ,
ແກ້ໄຂເຊັ່ນ ເສດຖະກິດມະຫາພາກຂອງພວກເຮົາ ຍັງມີຄວາມບອບບາງ, ການຂາດ
ດຸນລະຫວ່າງ ລາຍຮັບ ແລະ ລາຍຈ່າຍງົບປະມານຍັງບໍ່ທັນປະຕິບັດໄດ້ຕາມຄາດ
ໝາຍຜ່ານການຕີລາຄາການປະຕິບັດງົບປະມານງວດ 1 ບັນລຸໄດ້ແຕ່ພຽງ 78 ເປີເຊັນ
ຂອງແຜນງວດ ທັງນີ້ກໍຍ້ອນຖານເສດຖະກິດຂອງປະເທດເຮົາຍັງບໍ່ທັນຂະຫຍາຍ
ຕົວແຂງແຮງ ການເກັບກຳສຳຫຼວດຖານລາຍຮັບ ແລະ ການນຳໃຊ້ລະບົບທີທັນສະ
ໄໝຍັງຕ້ອງໄດ້ໃຊ້ເວລາ."

ສຳລັບໄລຍະ 6 ເດືອນທຳອິດຂອງແຜນການປະຈຳປີ 2016-2017 ນີ້ຄະນະລັດຖະ
ບານລາວ ກໍໄດ້ອະນຸມັດງົບປະມານ 400 ຕື້ກີບເພື່ອແກ້ໄຂໜີ້ສິນໂຄງການລົງທຶນຂອງ
ລັດ ແລະ 300 ຕື້ກີບເພື່ອແກ້ໄຂໜີ້ສິນທີ່ເກີດຈາກການອອກພັນທະບັດ ອີກທັງຍັງໄດ້
ປັບປຸງກົນໄກການຈຳໜ່າຍພັນທະບັດລັດຖະບານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊື້
ແລະ ຖືຄອງພັນທະບັດລັດຖະບານ ລາວ ອີກດ້ວຍ.

XS
SM
MD
LG