ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ສົ່ງສານ ອວຍພອນວັນຊາດ ຂອງ ສປປ ລາວ


ທ່ານນາງ Hillary Clinton ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ສົ່ງສານອວຍພອນ ເນື່ອງໃນໂອກາດວັນຊາດ ສປປ ລາວ, ວັນທີ 2 ທັນວາ.
ທ່ານນາງ Hillary Clinton ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ສົ່ງສານອວຍພອນ ເນື່ອງໃນໂອກາດວັນຊາດ ສປປ ລາວ, ວັນທີ 2 ທັນວາ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ສົ່ງສານອວຍພອນ ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ.

ທ່ານນາງ Clinton ກ່າວວ່າ ໂດຍຕາງໜ້າ ໃຫ້ແກ່ປະທານາທິບໍ
ດີໂອບາມາແລະປະຊາຊົນໃນສະຫະລັດ ຂ້າພະເຈົ້າມີຄວາມຍິນ
ດີເປັນຢ່າງຍິ່ງ ໃນການສົ່ງຄໍາອວຍພອນອັນປະເສີດ ມາຍັງປະຊາ
ຊົນຂອງສາທາລະນະ ລັດປະຊາຊທິປະໄຕປະຊາຊົນລາວ ເນື່ອງ
ໃນໂອກາດວັນຊາດ ທີ 2 ທັນວານີ້.

ທ່ານນາງກ່າວຕື່ມວ່າ ປີນີ້ແມ່ນປີຂີດໝາຍຄົບຮອບ 57 ປີ ແຫ່ງ
ສາຍພົວພັນທາງການທູດ ລະຫວ່າງສະຫະລັດແລະລາວ ແລະ
ການໄປຢ້ຽມຢາມ ຂອງຂ້າພະເຈົ້າໃນເດືອນກໍລະກົດຜ່ານມາ ແມ່ນເປັນການຢືນຢັນໃຫ້ ເຫັນເຖິງສາຍສໍາພັນ ທີ່ກໍາລັງຂະຫຍາຍຕົວລະຫວ່າງສອງປະເທດຂອງພວກ ເຮົາ. ສະ ຫະລັດຍັງໝາຍໝັ້ນ ຕໍ່ການດຳເນີນງານ ຮ່ວມກັນກັບລັດຖະບານ ລາວ ແລະພາຄີອື່ນໆ ເພື່ອເສີມຂະຫຍາຍຄວາມສາມາດໃນດ້ານການຮັກ ສາສຸຂະພາບ, ເສີມສ້າງບົນພື້ນຖານ ໂຄງການລິເລີ້ມຄວາມໝັ້ນຄົງດ້ານອາຫານ, ສົ່ງເສີມການພັດທະນາທາງເສດຖະກິດ, ແລະ
ຫລຸດຜ່ອນຜົນກະທົບ ຂອງລະເບີດບໍ່ທັນແຕກ ແລະຄວາມຮັບຜິດຊອບໃນການຊອກຄົ້ນ ຫາຊາກ ກະດູກຂອງທະຫານອາເມຣິກັນ ທີ່ຍັງຄົງຄ້າງຢູ່ລາວ.

ທ່ານນາງເວົ້າວ່າ ພວກເຮົາຂໍຊົມເຊີຍລາວ ທີ່ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າ ໂລກ ຊຶ່ງເປັນຂີດໝາຍແຫ່ງຄວາມກ້າວໜ້າ ໃນການປະຕິຮູບທາງເສດຖະກິດຂອງປະ ເທດພວກທ່ານ ຊຶ່ງຈະເຮັດໃຫ້ພວກທ່ານມີໂອກາດອັນດີສຳລັບການລົງທຶນໃໝ່.

ທ່ານນາງ Clinton ກ່າວວ່າ ລາວ ໄດ້ເອົາບາດກ້າວອັນສໍາຄັນ ເພື່ອໃຫ້ກາຍເປັນສະມາ ຊິກຂອງປະຊາຄົມ ໂລກທີ່ໂດດເດັ່ນກວ່າເກົ່າ ຊຶ່ງລວມທັງການນໍາພາຂອງປະເທດຂອງ ພວກທ່ານຢູ່ໃນໂຄງການລິເລີ້ມເຂດລຸ່ມແມ່ນໍ້າຂອງ ແລະສະຫະລັດມີຄວາມຍິນດີ ທີ່ຈະ ມີໂອກາດໄດ້ເພີ້ມທະວີການເປັນພາຄີຮ່ວມງານກັບປະເທດພວກທ່ານ ຫລາຍຂຶ້ນກວ່າທີ່ ຜ່ານມາອີກດ້ວຍ.

ທ່ານນາງ Clinton ກ່າວມ້ວນທ້າຍວ່າ ຂ້າພະເຈົ້າຂໍອວຍພອນໃຫ້ຄົນລາວທຸກຖ້ວນໜ້າ ໃຫ້ມີແຕ່ສັນຕິພາບ, ຄວາມສົມບູນພູນສຸກ ແລະຄວາມສຸກ ຄວາມຈະເລີນ ສືບຕໍ່ໄປໃນປີ ໜ້າທີ່ຈະມາເຖິງນີ້.
XS
SM
MD
LG