ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສູນ​ກາງ ​ພັກ​ປະຊາຊົນ ​ປະຕິວັດ​ລາວ ​ໄດ້​ແຕ່ງຕັ້ງ ຜູ້ຮັກສາ​ການ​ ລັດຖະມົນຕີ​ ແລະຕຳແໜ່ງອື່ນໆ


ພິທີປະກາດການແຕ່ງຕັ້ງ ຜູ້ຮັກສາການລັດຖະມົນຕີ ແລະເລຂາພັກ ກະຊວງປ້ອງກັນປະເທດແທນທີ່ ຂອງພົນໂທດວງໃຈ ພິຈິດ ນັ້ນ ກໍແມ່ນພົນຕຣີແສງນວນ ໄຊຍະລາດ.
ພິທີປະກາດການແຕ່ງຕັ້ງ ຜູ້ຮັກສາການລັດຖະມົນຕີ ແລະເລຂາພັກ ກະຊວງປ້ອງກັນປະເທດແທນທີ່ ຂອງພົນໂທດວງໃຈ ພິຈິດ ນັ້ນ ກໍແມ່ນພົນຕຣີແສງນວນ ໄຊຍະລາດ.
ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ແຕ່ງຕັ້ງຜູ້ຮັກສາ​ການ​
ລັດຖະມົນຕີ​ ໃນກະຊວງ​ ພ້ອມ​ດ້ວຍ​ ຜູ້​ຮັກສາ​ການ​ເຈົ້າຄອງ​
ນະຄອນຫຼວງ ​ແລະ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ
​ແລ້ວ.


ມະຕິ​ຕົກລົງ​ຂອງ​ຄະນະ​ເລຂາທິການ ສູນ​ກາງ​ພັກປະຊາ​ຊົນປະຕິວັດ​ລາວ​ ​ໃນ​ຄັ້ງນີ້ ​ເປັນ​ການ​ແຕ່ງຕັ້ງ ບຸກຄະລາ​ກອນ​ລະ​ດັບ​ສູງ​ ຂອງ​ພັກ​ເພື່ອຮັກສາ​ການ​ໃນ 4 ຕຳ​ແໜ່​ງ ທີ່​ສຳຄັນ​ ທີ່​ໄດ້​ວ່າງ​ລົງ ຍ້ອນ​ການ​ເສຍ​ຊີວິດ​ ຂອງ​ການ​ນຳ​ຂັ້ນສູງ​ຂອງ​ພັກ 4 ທ່ານ​ຈາກ​ອຸບັດ​ເຫດ​ ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ເມື່ອ​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ.

​ໂດຍ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ ໃຫ້​ຮັກສາ​ການ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນກາງ​ພັກ​ ແທນ​ທີ່​ຂອງ​ທ່ານ​ເຈືອງ ສົມບູນ​ຂັນ ກໍ​ແມ່ນ​ທ່ານ​ສີ​ສຸກ ພິລາ​ວົງ ທີ່​ເປັນ​ຮອງ​ຫົ​ວໜ້າຄະນະ
​ດັ່ງກ່າວ​ນີ້​ຢູ່​ແລ້ວ ສ່ວນ​ຜູ້​ຮັກສາການ​ເລ​ຂາ​ພັກ​ແລະ​ເຈົ້າຄອງນະຄອນຫຼວງວຽງຈັນ ແທນທີ່
ຂອງທ່ານສຸກັນ ມະຫາລາດ ກໍແມ່ນທ່ານສົມວັນດີ ນາຖາວົງ ຊຶ່ງເປັນຮອງເຈົ້າຄອງ
ນະຄອນຫຼວງຢູ່ກ່ອນໜ້ານີ້.
ພິທີປະກາດການແຕ່ງຕັ້ງ ຜູ້​ຮັກສາການ​ເລ​ຂາ​ພັກ​ແລະ​ເຈົ້າຄອງນະຄອນ ຫຼວງວຽງຈັນ ແທນທີ່ ຂອງທ່ານສຸກັນ ມະຫາລາດ ກໍແມ່ນທ່ານສົມວັນດີ ນາຖາວົງ.
ພິທີປະກາດການແຕ່ງຕັ້ງ ຜູ້​ຮັກສາການ​ເລ​ຂາ​ພັກ​ແລະ​ເຈົ້າຄອງນະຄອນ ຫຼວງວຽງຈັນ ແທນທີ່ ຂອງທ່ານສຸກັນ ມະຫາລາດ ກໍແມ່ນທ່ານສົມວັນດີ ນາຖາວົງ.

ສຳລັບຜູ້ທີ່ໄດ້ຮັບແຕ່ງຕັ້ງໃຫ້ຮັກສາການລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບແທນທີ່ ຂອງທ່ານທອງບັນ
ແສງອາພອນ ກໍແມ່ນພົນຈັດຕະວາສົມແກ້ວ ສີລາວົງ ແລະຜູ້ທີ່
ໄດ້ຮັບແຕ່ງຕັ້ງ ໃຫ້ຮັກສາການລັດຖະມົນຕີ ແລະເລຂາພັກ ກະຊວງປ້ອງກັນປະເທດແທນທີ່ ຂອງພົນໂທດວງໃຈ ພິຈິດ ນັ້ນ
ກໍແມ່ນພົນຕຣີແສງນວນ ໄຊຍະລາດ ທີ່ກ່ອນໜ້ານີ້ ເປັນລັດຖະ
ມົນຕີຊ່ວຍວ່າການ ແລະຫົວໜ້າກົມໃຫຍ່ການເມືອງ ກະຊວງ
ປ້ອງກັນປະເທດ.

ແຕ່ຢ່າງໃດກໍຕາມ ການແຕ່ງຕັ້ງບຸກຄະລາກອນລະດັບສູງ
ຂອງພັກ ທັງ 4 ທ່ານໃນຄັ້ງນີ້ຖືເປັນການແຕ່ງຕັ້ງ ໃຫ້ຮັບຜິດ
ຊອບໜ້າທີ່ ເປັນການຊົ່ວຄາວເທົ່ານັ້ນ ທັງນີ້ກໍເພື່ອເຮັດໃຫ້ການ
ບໍລິຫານງານ ໃນແຕ່ລະພາກສ່ວນນັ້ນ ສາມາດດຳເນີນຕໍ່ໄປໄດ້ໂດຍບໍ່ຕິດຂັດໂດຍສະ
ເພາະແມ່ນວຽກງານໃນດ້ານຄວາມສະຫງົບ ແລະ ການປ້ອງກັນປະເທດນັ້ນ ຖືເປັນ
ພາກສ່ວນທີ່ພັກ ໃຫ້ຄວາມສຳຄັນໃນລະດັບສູງສຸດ ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ພົນຕຣີ
ສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ກໍໄດ້ຢືນຢັນ
ຕໍ່ກອງປະຊຸມວຽກງານ ການທະຫານທ້ອງຖິ່ນທົ່ວປະເທດ ຄັ້ງທີ 4 ທີ່ຈັດຂຶ້ນຢ່າງເປັນ
ທາງການເມື່ອບໍ່ນານມານີ້ ວ່າຍັງມີການເຄື່ອນໄຫວ ຂອງກຸ່ມຕໍ່ຕ້ານ ອຳນາດການປົກ
ຄອງຂອງພັກລັດ ເກີດຂຶ້ນໃນຫຼາຍແຂວງ ທັງໃນພາກເໜືອ ພາກກາງ ແລະ ພາກໃຕ້
ໃນປັດຈຸບັນນີ້.

ຫາກແຕ່ວ່າກອງທັບ ກໍສາມາດຈຳກັດການເຄື່ອນໄຫວ ຂອງຂະບວນການດັ່ງກ່າວນີ້ ໄດ້ເປັນສ່ວນໃຫຍ່ແລ້ວ ໂດຍເຖິງແມ່ນວ່າຈະຍັງບໍ່ສາມາດ ທີ່ຈະກຳຈັດຂະບວນການ
ດັ່ງກ່າວນີ້ ໃຫ້ໝົດໄປຈາກລາວ ໄດ້ຢ່າງສິ້ນເຊີງກໍຕາມ ແຕ່ກອງທັບ ກໍໄດ້ດຳເນີນມາດ
ຕະການ ຢ່າງເຂັ້ມງວດເຂົ້າໃນການປ້ອງກັນ ຮັກສາຄວາມສະຫງົບ ໃນບັນດາບ້ານເປົ້າ
ໝາຍຕ່າງໆຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

“ວຽກນີ້ ກໍໄດ້ເອົາໃຈໃສ່ປຸກລະດົມ ປະຊາຊົນປະກອບສ່ວນເຂົ້າ ໃນວຽກງານ
ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ເຮັດໃຫ້ວຽກອັນນີ້ ກາຍເປັນໜ້າທີ່
ຂອງໝົດທຸກຄົນພ້ອມກັນແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ທີ່ມີຢູ່ໃນສັງຄົມເຮັດ
ໃຫ້ມີສະຖຽນລະພາບ ທາງດ້ານການເມືອງ ສັງຄົມມີຄວາມສະຫງົບ.”


ທັງນີ້ໂດຍບັນດາບ້ານເປົ້າໝາຍ ທີ່ກອງທັບໄດ້ດຳເນີນມາດຕະການດັ່ງກ່າວນີ້ ຢ່າງເຂັ້ມ
ງວດເປັນກໍລະນີພິເສດນັ້ນ ສ່ວນໃຫຍ່ ກໍຢູ່ໃນເຂດແຂວງຊຽງຂວາງ ບໍ່ແກ້ວ ວຽງຈັນ ຫລວງນ້ຳທາ ຫລວງພະບາງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ອັດຕະປື
ແລະ ແຂວງເຊກອງ.

ກ່ອນກໜ້ານີ້ ທາງການລາວກໍໄດ້ປັບປ່ຽນຕຳແໜ່ງລັດຖະມົນຕີໃນ 4 ກະຊວງ ປະກອບ
ດ້ວຍ ກະຊວງອຸດສາຫະກຳແລະການຄ້າ ກະຊວງໂຍທາທິການແລະຂົນສົ່ງ ກະຊວງ
ການເງິນ ແລະ ກະຊວງພາຍໃນ ພາຍໃຕ້ເຫດຜົນທີ່ວ່າ ເພື່ອຊັບຊ້ອນບຸກຄະລາກອນ
ໃຫ້ເໝາະສົມສອດຄ້ອງກັບຄວາມ ຮຽກຮ້ອງຕ້ອງການໃນສະພາບການປັດຈຸບັນ.
XS
SM
MD
LG