ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວສົ່ງມອບ ຊາກກະດູກ ອະດີດທະຫານ ຫວຽດນາມ ກັບຄືນໄປປະເທດ


ທະຫານນໍາຊາກກະດູກ ຂອງທະຫານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ກັບຄືນບ້ານ
ທະຫານນໍາຊາກກະດູກ ຂອງທະຫານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ກັບຄືນບ້ານ
ທາງການລາວສົ່ງມອບສິ່ງເສດເຫຼືອຂອງອະດີດທະຫານອາສາ
ສະໝັກຫວຽດນາມ ທີ່ເສຍຊີວິດໃນລາວກັບຄືໄປຫວຽດນາມ
ແລ້ວ 16,400 ກໍລະນີ ສ່ວນການຮ່ວມມືກັບສະຫະລັດໃນດ້ານ
ດຽວກັນນີ້ ກໍຍັງຄົງສືບຕໍ່ດໍາເນີນໄປ.

ພົນຕີຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະ
ຊວງປ້ອງກັນປະເທດລາວຖະແຫຼງຢືນຢັນວ່າທາງການລາວໄດ້
ໃຫ້ຄວາມສໍາຄັນຢ່າງຍິ່ງຕໍ່ປະຕິບັດການຊອກຫາຊາກກະດູກ
ແລະສິ່ງເສດເຫຼືອຂອງອະດີດທະຫານອາສາສະໝັກຫວຽດ ນາມທີ່ເສຍຊີວິດໄປໃນປາງສົງຄາມອິນໂດຈີນຢູ່ໃນລາວ ໂດຍ
ຜົນຈາກການຮ່ວມມື ລະຫວ່າງທາງການລາວກັບຫວຽດນາມ
ນັບແຕ່ປີ 1994 ເປັນຕົ້ນມາເຖິງປັດຈຸບັນນີ້ ປາກົດວ່າໄດ້ມີການ ຄົ້ນພົບແລະສົ່ງກັບຄືນໄປຫວຽດນາມແລ້ວຈໍານວນທັງໝົດ
16,400 ກໍລະນີ.

ແຕ່ຢ່າງໃດກໍຕາມ ທາງການຫວຽດນາມແລະລາວ ກໍບໍ່ເຄີຍເປີດເຜີຍຂໍ້ມູນໃຫ້ຮູ້ວ່າມີທະ
ຫານອາສາສະໝັກຫວຽດນາມຈໍານວນເທົ່າໃດທີ່ເສຍຊີວິດຢູ່ໃນລາວ ຫາກແຕ່ທາງການ
ທັງສອງຝ່າຍກໍຢືນຢັນທີ່ຈະຮ່ວມມືກັນຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນທາງການລາວ
ນັ້ນກໍຍັງຖືວ່າການເສຍຊີວິດຂອງອະດີດທະຫານອາສາສະໝັກຫວຽດນາມໃນລາວເປັນ
ການເສຍສະຫຼະແລະເປັນບຸນຄຸນທີ່ໃຫຍ່ຫຼວງຕໍ່ປະເທດ ຊາດແລະປະຊາຊົນລາວບັນດາ
ເຜົ່າອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນປະເທດລາວໄດ້ໃຫ້ການຢືນຢັນວ່າ:

ຂ້າພະເຈົ້າເຫັນແຈ້ງກ່ຽວກັບນໍ້າໃຈມິດຕະພາບ ກໍຄືຄວາມອົດທົນເສຍສະຫຼະ ຄວາມເດັດດ່ຽວໜຽວແໜ້ນຂອງນັກລົບພະນັກງານອາສາສະໝັກຂອງຫວຽດ
ນາມທີ່ເຮັດທຸກສິ່ງຢ່າງຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນ ທີ່ບອກວ່າຊ່ວຍ
ເຫຼືອເພີ່ນ ແມ່ນຊ່ວຍເຫຼືອປະເທດຊາດ.”


ລາວແລະສະຫະລັດຮ່ວມກັນຊອກຫາຊາກກະດູກຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ
ລາວແລະສະຫະລັດຮ່ວມກັນຊອກຫາຊາກກະດູກຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

​ ໃນອາທິດທີ່ຜ່ານມານີ້ ທາງການລາວກໍໄດ້ສົ່ງມອບສິ່ງເສດ
ເຫຼືອຂອງອະດີດທະຫານອາສາສະໝັກຫວຽດນາມຈໍານວນ
413 ກໍລະນີໃຫ້ກັບທາງການຫວຽດ ນາມຢູ່ນະຄອນວຽງຈັນ ແລະໃນໂອກາດດຽວກັນນີ້ທາງການຫວຽດນາມກໍໄດ້ມອບ ຫຼຽນຍ້ອງຍໍໃຫ້ກັບເຈົ້າໜ້າທີ່ແລະປະຊາຊົນລາວ 1,365 ຄົນ
ທີ່ໄດ້ປະກອບສ່ວນເຂົ້າໃນການຊອກຫາຊາກກະດູກແລະສິ່ງ
ເສດເຫຼືອຂອງທະຫານອາສາສະໝັກ ຫວຽດນາມທີ່ເສຍຊີວິດ
ຢູ່ໃນລາວດັ່ງກ່າວ.

ສ່ວນກ່ຽວກັບຄວາມຄືບໜ້າຂອງການຮ່ວມມື ລະຫວ່າງທາງ
ການລາວກັບສະຫະລັດອາເມຣິກາ ໃນການຄົ້ນຫາຊາກກະດູກແລະສິ່ງເສດເຫຼືອຂອງ
ອະດີດທະຫານອາເມຣິກາທີ່ເສຍຊີວິດ ຫຼືຫາຍສາບສູນໄປໃນປາງສົງຄາມອິນໂດຈີນ
ໃນລາວເຊັ່ນດຽວກັນນັ້ນ ກໍມີລາຍງານວ່າ ຄະນະປະຕິບັດງານຮ່ວມລາວກັບສະຫະລັດ
ໄດ້ຄົ້ນພົບເພີ່ມອີກ 3 ກໍລະນີຈາກ 10 ກໍລະນີເປົ້າໝາຍຂອງການສໍາຫຼວດ ຢູ່ໃນເຂດ
ແຂວງສະຫວັນນະເຂດ ໂດຍພິທີການສົ່ງມອບໄດ້ຈັດຂຶ້ນໃນຊ່ວງກາງເດືອນມິຖຸນານີ້ ຢູ່ສະໜາມບິນແຂວງສະຫວັນນະເຂດ ຊຶ່ງມີທ່ານນາງສຸນທອນ ໄຊຍະຈັກ ລັດຖະມົນຕີ ຊ່ວຍວ່າການກະຊວງຕ່າງປະເທດຂອງລາວເປັນຜູ້ກ່າວມອບ ແລະ ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ປະຈໍານະຄອນວຽງຈັນເປັນຜູ້ຮັບມອບ.

ກ່ອນໜ້ານີ້ ທ່ານສຸທໍາ ສາກົນນິຍົມ ຫົວໜ້າກົມຢູໂຣບແລະອາເມຣິກາ ກະຊວງຕ່າງປະ
ເທດຂອງລາວ ກັບພົນຕີ Kelly McKeaque ຜູ້ຮັບຜິດຊອບການຊອກຫາສິ່ງເສດເຫຼືອ
ຂອງທະຫານອາເມຣິກາປະຈໍາພາກພື້ນແປຊິຟິກຂອງກອງທັບສະຫະລັດແລະທ່ານນາງ
Karen Stewart ກໍໄດ້ໃຫ້ການຢືນຢັນໃນກອງປະຊຸມປຶກສາຫາລື ລະຫວ່າງລາວກັບ
ສະຫະລັດປະຈໍາປີ 2013 ວ່າຈະຮ່ວມມືກັນຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມຣິກັນ
ໃນລາວອີກຕໍ່ໄປ ໂດຍຈະມີການວາງແຜນການຮ່ວມມື ໃນທຸກໆ 6 ເດືອນ.

ທາງການລາວກັບສະຫະລັດ ໄດ້ຮ່ວມມືກັນຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິ
ກັນທີ່ຫາຍສາບສູນໃນປາງສົງຄາມຢູ່ໃນລາວ ນັບເປັນເວລາກວ່າ 30 ປີມາແລ້ວ ຊຶ່ງຖ້າ
ຫາກຄິດໄລ່ການສົ່ງມອບໃນຄັ້ງຫລ້າສຸດນີ້ດ້ວຍ ກໍໝາຍຄວາມວ່າໄດ້ຄົ້ນພົບສິ່ງເສດ
ເຫຼືອຂອງທະຫານອະເມຣິກັນແລ້ວ 264 ກໍລະນີຈາກທັງໝົດ 575 ກໍລະນີ ຈຶ່ງເຮັດໃຫ້
ຍັງຄົງເຫຼືອອີກ 311 ກໍລະນີທີ່ທັງສອງຝ່າຍຈະຮ່ວມມືກັນຊອກ ຫາຕໍ່ໄປນັ້ນເອງ.

ເພື່ອເປັນການຕອບແທນທາງການລາວ ທີ່ໄດ້ໃຫ້ການຮ່ວມມືດັ່ງກ່າວ ທາງຝ່າຍສະຫະ
ລັດກໍໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ໃນເຂດຊົນນະບົດຂອງລາວ ຊຶ່ງກໍໄດ້ ເນັ້ນໜັກໃນ 6 ດ້ານດ້ວຍກັນ ກໍຄື ດ້ານສາທາລະນະສຸກ ການສຶກສາ ການພັດທະນາ
ໂຄງລ່າງພື້ນຖານ ດ້ານກະສິກໍາ ດ້ານສັງຄົມວັດທະນະທໍາ ແລະການຮັກສາສິ່ງແວດ
ລ້ອມທໍາມະຊາດ.
XS
SM
MD
LG