ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຂຸດແຮ່ຄໍາຜິດກົດໝາຍ ທີ່ແຂວງວຽງຈັນ ກໍາລັງແຜ່ຫລາຍ


ພິທີວາງສີລາຈາລຶກການກໍ່ສ້າງໂຮງງານຜະລິດເຫລັກແຫ່ງນຶ່ງໂດຍບໍລິສັດຈີນໃນລາວ
ພິທີວາງສີລາຈາລຶກການກໍ່ສ້າງໂຮງງານຜະລິດເຫລັກແຫ່ງນຶ່ງໂດຍບໍລິສັດຈີນໃນລາວ

ເຈົ້າໜ້າທີ່ລາວຍອມຮັບວ່າການລັກລອບ ຂຸດຄົ້ນແຮ່ຄໍາໂດຍຜິດກົດໝາຍໃນແຂວງວຽງຈັນ ຍັງເກີດຂຶ້ນຢ່າງກວ້າງຂວາງ ໂດຍມີບັນດາເຈົ້າໜ້າທີ່ໃນລະດັບທ້ອງຖິ່ນໃຫ້ການຮ່ວມມື ອີກດ້ວຍ.

ທ່ານຄໍາບົງ ຄອນສະຫວັນ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງວຽງຈັນ ໄດ້ໃຫ້
ການຍອມຮັບວ່າ ແຂວງວຽງຈັນເປັນແຂວງໜຶ່ງທີ່ມີການລັກລອບຂຸດຄົ້ນແຮ່ຄໍາໂດຍຜິດ
ກົດໝາຍຫລາຍທີ່ສຸດໃນລາວ, ໂດຍສະເພາະແມ່ນໃນເຂດເມືອງໄຊສົມບູນ ແລະເມືອງໝື່ນ ຊຶ່ງຈາກການກວດສອບໃນທັງ 3 ພື້ນທີ່ດັ່ງກ່າວ ກໍພົບວ່າ ມີການລັກລອບຂຸດຄົ້ນແຮ່ຄໍາ
ດ້ວຍການຂຸດເປັນຫລຸມໆ ທີ່ມີຄວາມກວ້າງ ແລະຍາວ 2 ແມັດ ທັງຍັງມີຄວາມເລິກເຖິງ
10 ແມັດອີກດ້ວຍ.

ການທີ່ບັນດາຜູ້ລັກລອບຂຸດຄົ້ນແຮ່ຄໍາສາມາດຂຸດເປັນຫລຸມໄດ້ຄືແນວນີ້ ກໍມີພຽງແຕ່ການ
ໃຊ້ລົດຂຸດເທົ່ານັ້ນ ຫາກແຕ່ເປັນຍ້ອນວ່າບັນດາເຈົ້າໜ້າທີ່ໃນລະດັບທ້ອງຖິ່ນຕ່າງກໍໄດ້ໃຫ້
ການຊ່ວຍເຫລືອ ແລະຮ່ວມມືກັບກຸ່ມລັກລອບຂຸດຄົ້ນແຮ່ຄໍາດັ່ງກ່າວອີກດ້ວຍ ຈຶ່ງເຮັດໃຫ້
ການປາບປາມສາມາດປະຕິບັດໄດ້ຢ່າງຍາກລໍາບາກ ດັ່ງທີ່ທ່ານຄໍາບົງໄດ້ໃຫ້ການອະທິບາຍ
ໃນຕອນນຶ່ງວ່າ:

“ຄວາມຫຍຸ້ງຍາກຕົ້ນຕໍທີ່ພວກເຮົາແກ້ບໍ່ໄດ້ນີ້ ແມ່ນເປັນບັນຫາຄວາມເອົາໃຈໃສ່
ຂອງອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຫັ້ນ ຍັງບໍ່ຕື່ນຕົວ ຍັງບໍ່ທັນເປັນ
ເຈົ້າການໃນການສະກັດກັ້ນ. ໃນຈຳນວນໜຶ່ງ ກະມີສ່ວນຮ່ວມຂອງພະນັກງານ
ສັງກັດລັດ. ອັນນັ້ນຫລະແມ່ນຕົ້ນຕໍທີ່ພວກເຮົາແກ້ໄຂຍາກ, ໂດຍສະເພາະແມ່ນ
ຂັ້ນບ້ານ ຍັງມີການປິດບັງ ພວກເຮົາໄປຖາມກະບໍ່ໄດ້ຂໍ້ມູນ ຫລືວ່າຂໍ້ມູນເຫລົ່າ
ນັ້ນ ກໍຍັງມີການບິດເບືອນ“

ຈາກການກວດສອບໃນພື້ນທີ່ເມືອງສານະຄາມພົບວ່າ ມີການລັກລອບຂຸດຄົ້ນແຮ່ຄໍາໄປ
ແລ້ວຫລາຍກວ່າ 400 ຫລຸມ ຢູ່ໃນເຂດຫ້ວຍສະຕຸກ, ເຂດພູຊາງ ແລະເຂດບ້ານສາງສີ
ຊຶ່ງຕັ້ງຢູ່ຫ່າງຈາກເຂດເທດສະບານເມືອງສານະຄາມ 80 ກວ່າກິໂລແມັດ. ສ່ວນຢູ່ໃນເຂດ
ເມືອງໄຊສົມບູນ ແລະເຂດເມືອງໝື່ນນັ້ນກໍກວດພົບວ່າ ໄດ້ມີການລັກລອບຂຸດຄົ້ນແຮ່ຄໍາ
ໄປແລ້ວ ໃນລະດັບທີ່ຮຸນແຮງເຊັ່ນດຽວກັນ.

ກ່ອນໜ້ານີ້ ທ່ານຄໍາພັນ ພົມມະທັດ ເຈົ້າແຂວງເຊກອງກໍຖະແຫລງຍອມຮັບວ່າ ແມ່ນໍ້າ
ເຊກອງໄດ້ຮັບຜົນກະທົບຢ່າງໜັກຈາກໂຄງການພັດທະນາຕ່າງໆ ເນື່ອງຈາກວ່າໂຄງການ
ພັດທະນາທີ່ເປັນການລົງທຶນຈາກຕ່າງປະເທດເປັນສ່ວນໃຫຍ່ນັ້ນ ໄດ້ມີການປ່ອຍສິ່ງເສດ
ເຫລືອຕ່າງໆລົງສູ່ແມ່ນໍ້າ ແລ້ວເຮັດໃຫ້ ເກີດບັນຫາມົນລະພາວະໃນແມ່ນໍ້າ ຊຶ່ງກໍໄດ້ສົ່ງ
ຜົນກະທົບຕໍ່ປະຊາຊົນລາວທັງໃນແຂວງເຊກອງ ແລະແຂວງອັດຕະປືຢ່າງກວ້າງຂວາງ.

ເຈົ້າໜ້າທີ່ລາວກັບເຈົ້າໜ້າ ທີ່ບໍລິສັດຂຸດຄົ້ນແຮ່ຂອງ ຈີນ ຊຶ່ງເປັນນຶ່ງໃນບໍລິສັດ ຕ່າງປະເທດທີ່ໄດ້ຮັບສໍາ ປະທານຂຸດຄົ້ນບໍ່ແຮ່ໃນ ລາວຫລາຍກວ່າໝູ່.
ເຈົ້າໜ້າທີ່ລາວກັບເຈົ້າໜ້າ ທີ່ບໍລິສັດຂຸດຄົ້ນແຮ່ຂອງ ຈີນ ຊຶ່ງເປັນນຶ່ງໃນບໍລິສັດ ຕ່າງປະເທດທີ່ໄດ້ຮັບສໍາ ປະທານຂຸດຄົ້ນບໍ່ແຮ່ໃນ ລາວຫລາຍກວ່າໝູ່.

ຍິ່ງໄປກວ່ານັ້ນ ການທີ່ທາງການລາວໄດ້ອານຸຍາດສໍາປະ
ທານການຂຸດຄົ້ນ ແລະຮ່ອນຄໍາຫລາຍໃນລໍາແມ່ນໍ້າເຊກອງ
ຫລາຍຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະຫລາຍປີມານີ້ ກໍຍັງໄດ້
ເປັນຜົນເຮັດໃຫ້ເກີດການຂຸ່ນຂອງນໍ້າ ແລະກາຍເປັນບັນ
ຫາມົນລະພາວະໃນຕະຫລອດສາຍນໍ້າ ແລະບັນຫາໃນລັກ
ສະນະດຽວກັນນີ້ ກໍຍັງໄດ້ເກີດຂຶ້ນ ຢູ່ໃນເຂດແຂວງຊຽງ
ຂວາງອີກດ້ວຍ.

ໃນປັດຈຸບັນນີ້ ທາງການລາວໄດ້ອະນຸຍາດໃຫ້ບໍລິສັດເອກະ
ຊົນຈໍານວນ 154 ລາຍ ເພື່ອດຳເນີນການສຳຫລວດແລະ
ຂຸດຄົ້ນແຮ່ທາດເຖິງ 269 ໂຄງການ ແລະໃນນັ້ນກໍມີຢູ່ເຖິງ
186 ໂຄງການທີ່ເປັນການອະນຸຍາດສຳປະທານໃຫ້ແກ່ບໍລິ
ສັດຕ່າງປະເທດ ຈຳນວນ 118 ລາຍ, ຊຶ່ງສ່ວນໃຫຍ່ກໍເປັນ
ການລົງທຶນຈາກຈີນນັ້ນເອງ.

XS
SM
MD
LG