ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ອ່ວຍພອນປີໃໝ່ ແກ່ປະຊາຊົນລາວ


ທ່ານ John Kerry ລັດຖະມົນຕີການຕ່າງ ປະເທດສະຫະລັດ ທີ່ອອກສານຖະແຫລງຂ່າວ ສົ່ງຄໍາອວຍພອນໄຊ ເຖິງປະຊາຊົນລາວ ທົ່ວປະເທດ.
ທ່ານ John Kerry ລັດຖະມົນຕີການຕ່າງ ປະເທດສະຫະລັດ ທີ່ອອກສານຖະແຫລງຂ່າວ ສົ່ງຄໍາອວຍພອນໄຊ ເຖິງປະຊາຊົນລາວ ທົ່ວປະເທດ.

ເນື່ອງໃນໂອກາດບຸນປີໃໝ່ລາວ ທ່ານ John Kerry ລັດຖະ
ມົນຕີການຕ່າງ ປະເທດສະຫະລັດ ໄດ້ອອກສານຖະແຫລງ
ຂ່າວ ສົ່ງຄໍາອວຍພອນໄຊ ເຖິງປະຊາຊົນລາວທົ່ວປະເທດ
ດັ່ງນີ້:
ຕາງໜ້າໃຫ້ປະທານາທິບໍດີ ບາຣັກ ໂອບາມາ ແລະປະ
ຊາຊົນໃນສະຫະລັດ ຂ້າພະເຈົ້າມີຄວາມປິຕິຍິນດີສົ່ງ
ຄໍາອວຍພອນໄຊ ມາຍັງປະຊາຊົນລາວ ໃນຂະນະ ທີ່ພວກທ່ານສະເຫລີມສະຫລອງບຸນປີໃໝ່ລາວ ເລີ້ມ
ຕົ້ນແຕ່ວັນທີ 14 ເມສາ ນີ້.

ທັງສອງປະເທດຂອງພວກເຮົາ ໄດ້ເຮັດວຽກຮ່ວມກັນກ່ຽວກັບບັນຫາທີ່ສໍາຄັນໆ
ຈໍານວນນຶ່ງ ລວມທັງ ດ້ານສາທາລະນະສຸກ, ການສຶກສາ ແລະການພັດທະນາ ເສດຖະກິດ ແບບຍືນຍົງ.

ປີກາຍນີ້ ໄດ້ເຫັນ ພວກເຮົາເອົາບາດກ້າວອັນເປັນປະຫວັດສາດ ຫລາຍຢ່າງ ໃນ
ການກ້າວໄປສູ່ການພັດທະນາສາຍພົວພັນສອງຝ່າຍ, ຊຶ່ງເຫດການອັນພົ້ນເດ່ນ
ກໍໄດ້ແກ່ການໄປຢ້ຽມຢາມລາວ ຂອງລັດຖະມົນຕີການຕ່າງປະເທດສະຫະລັດ
ຄົນທໍາອິດ ໃນຮອບ 56 ປີຜ່ານມາ. ໃນນໍ້າໃຈແຫ່ງມິດຕະພາບຂອງພວກເຮົາ
ຂ້າພະເຈົ້າຂໍອວຍພອນໄຊໃຫ້ປະເທດຂອງທ່ານ ຈົ່ງສືບຕໍ່ມີຄວາມສົມບູນ ພຸນ
ສຸກ ວັດທະນາຖາວອນ ແລະສະເຫລີມສະຫລອງບຸນປີໃໝ່ລາວດ້ວຍຄວາມ ເບີກບານມ່ວນຊື່ນ.
XS
SM
MD
LG