ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສະຫຼອງ ກຸດສົງການ ປີໃໝ່ລາວ ທີ່ ສະຖານທູດລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ


​ເອກ​ອັກຄະ​ລັດຖະທູດໄມ ​ໄຊ​ຍະ​ວົງ ພ້ອມ​ດ້ວຍ​ພັນ​ລະ​ຍາ ຈາກສະຖານທູດ ​ສປປ ລາວ ​ໃນ​ນະຄອນຫຼວງວໍ​ຊີງ​ຕັນ (ຊ້າຍ) ແລະທ່ານ ດຣ. ຂຽນ ພັນສຸຣິວົງ ເອກອັກຄະລັດຖະທູດຂອງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ (ຂວາ)
​ເອກ​ອັກຄະ​ລັດຖະທູດໄມ ​ໄຊ​ຍະ​ວົງ ພ້ອມ​ດ້ວຍ​ພັນ​ລະ​ຍາ ຈາກສະຖານທູດ ​ສປປ ລາວ ​ໃນ​ນະຄອນຫຼວງວໍ​ຊີງ​ຕັນ (ຊ້າຍ) ແລະທ່ານ ດຣ. ຂຽນ ພັນສຸຣິວົງ ເອກອັກຄະລັດຖະທູດຂອງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ (ຂວາ)

ອັນ​ດັບ​ຕໍ່​ໄປ​ນີ້ ທ່ານຈະໄດ້ຮັບຟັງການສໍາພາດຂອງ​ບັນດາ​ປະຊາ​ຄົມ​ລາວຈາກ​ທົ່ວ​ ສະ​ຫະ ລັດ ທີ່​ໄດ້​ພາກັນ​ມາ​ຮ່ວມ​ສະຫຼອງ​ເທດສະການ​ປີ​ໃໝ່​ລາວ ທີ່​ສະຖານທູດ​ລາວ ປະຈຳ​ນະ ຄອນຫຼວງ​ວໍ​ຊີງ​ຕັນ ພ້ອມ​ທັງ​ການ​ໃຫ້ສຳພາດ​ຂອງທັງ​ສອງ​ເອກ​ອັກຄະ​ລັດຖະ ທູດລາ​ວ
ນຳ​ດ້ວຍ ຊຶ່ງ ວັນນະສອນ​ ມີ​ບົດ​ສຳພາດ​ດັ່ງກ່າວ​ມາສະ​ເໜີ​ທ່ານ​ໃນລາຍການຊີວິດຊາວ ລາວຂອງ VOA ​ຂໍ​ເຊີນ​ເຂົ້າ​ສູ່ລາຍການ​ໄດ້​ນະ​ບັດ​ນີ້.

​ເອກ​ອັກຄະ​ລັດຖະທູດໄມ ​ໄຊ​ຍະ​ວົງ ຂຶ້ນກ່າວເປີດງານສະຫຼອງກຸດສົງການປີໃໝ່ລາວ
​ເອກ​ອັກຄະ​ລັດຖະທູດໄມ ​ໄຊ​ຍະ​ວົງ ຂຶ້ນກ່າວເປີດງານສະຫຼອງກຸດສົງການປີໃໝ່ລາວ

ໂດຍ​ຮວມ​ແລ້ວ ການ​ສະຫຼອງກຸດ​ສົງການ​ປີ​ໃໝ່​ລາ​ວ​ ​ຈະ​ຂຶ້ນ​ຢູ່​ກັນ​ການ​ເຄື່ອນ​ຍ້າຍຂອງ​ດວງ​ດາວ ຫຼື​ລະບົບ​ໝູນວຽນທາງຈັນທະລະ​ຄະ​ຕິ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ປີ​ໃໝ່​ລາວ​ແມ່ນ​ຈະ​ຕົກ​ໃສ່​ກາງ​ເດືອນ​ເມສາ. ສຳລັບປະຊາ​ຄົມ​ລາວຢູ່ໃນສະຫະລັດ ກໍຈະອາ​ໄສເອົາ ວັນພັກ​ໃນທ້າຍ​ສັບປະດາ​ເປັນເວລາ​ຈັດ​ສະຫຼອງບຸນດັ່ງກ່າວ​ກັນ ​ແລະໄດ້​ເລີ້ມມາຕັ້ງ​ແຕ່​ວັນ​ເສົາ-ວັນ​ອາທິດ​ຕົ້ນເດືອນ​ເມສາຈົນ​ເຖິງ​ທ້າຍ​ເດືອນ ຊຶ່ງ​ໃນຊ່ວງເວລາດັ່ງກ່າວທາງ​ວັດ​ລາວ​ພຸດ​ທະ​ວົງ ກໍແມ່ນ​ໄດ້ສະຫຼອງກັນ​ແລ້ວດັ່ງທີ່ວີໂອເອໄດ້ອອກອາກາດໄປ ຫວ່າງ​ມໍ່ໆ​ມາ​ນີ້.

ສ່ວນສະ​ຖານ​ທູດ​ລາວ​ປະຈຳ​ນະຄອນຫຼວງ​ວໍ​ຊີງ​ຕັນ ກໍ​ເຊັ່ນ​ກັນ ແມ່ນຍັງ​ຄົງ​ຮັກສາ​ຮີດຄອງ​ປະ​ເພນີອັນ​ດີ​ງານ​ຂອງ​ລາວ​ເຮົາ​ໄວ້ ໂດຍໄດ້ຈັດ​ໃຫ້​ມີ​ການ​ຕັກບາດ​ໃນ 2 ວັນ ​ກ່ອນ​ໜ້າ​ ມື້​ຄົບງັນ​ແລະມ່ວນຊື່ນກັນ​ໃນ​ວັນ​ທີ 30 ​ເມສາ ຊຶ່ງ​ບັນຍາກາດ​ຂອງ​ງານ​ນັ້ນ​ ໄດ້ມີ​ອົບ​ອຸ່ນມີ​ຄວາມ​ຮັກຫອມ​ສາມັກຄີ​ກັນ ຊຶ່ງພວກເຂົ້າຮ່ວມໄດ້​ພາກັນ​ເດີ​ນທາງ​ມາ​ຈາກ​ໃກ້​ແລະ​ໄກ ຈາກ​ຫຼາຍ​ລັດ​.


ບັນຍາກາດຂອງງານມື້ນັ້ນປົກຄຸມໄປດ້ວຍ​ການ​ສະ​ແດງ​ຟ້ອນ​ລຳ​ແລະ​ຂັບ​ຮ້ອງ ຈາກ​ສິນລະປິນ​ຮັບ​ເຊີນ ກ່ອນ​ທີ່​ທ່ານ​ທູດ​ຈະ​ກ່າວ​ເປີດ​ງານ​ແລະ​ເຊີນ​ແຂກ​ທັງຫຼາຍ ​ທັງ​ລາວ​ແລະ​ຕ່າງປະເທດ​ເຂົ້າ​ຮ່ວມ…​ເຮັດ​ໃຫ້​ສະຖານທູດ​ລາວ​ທີ່​ໂອ່​ໂຖງ​ນັ້ນ ຄັບ​ແຄບ​ລົງ​ໄປ​ທັນທີ…ສະໜາມ​ຫຍ້າ ຖືກ​ຈັດ​ໄວ້​ເປັນ​ລະບຽບ​ຮຽບຮ້ອຍ ມີ​ຊຸ້ມ​ດອກ​ໄມ້ ພາ​ບາສີ

​ແລະ​ເຄື່ອງ​ເອ້ຍ້ອງ​ຕ່າງໆ​ແບບ​ລາວໆ​ໃຫ້​ຜູ້​ຄົນ​ໄດ້​ສຳ​ພັດ ​ແລະ​ທີ່​ເຫັນ​ໄດ້​ຊັດ ກໍ​ຄື​ການວາງ
ສະ​ແດງ​ອາຫານ ຄາວ​ຫວານ​ທີ່​ເປັນ​ແບບ​ລາວ​ຂະໜານ​ແທ້ ລາບ​ກ້ອຍ ຊອຍ​ສ້າ ​ໄສ້​ອົ່ວ ຊີ້ນ​ສະຫວັນ ​ເຂົ້າໜຽວ ຕຳ​ໝາກ​ຫຸ່ງ ຊຸບ​ໜໍ່​ໄມ້ ​ເຂົ້າຕອກ​ດອກ​ໄມ້ ຂະໜົມ​ຂອງຕ້ອນ ສາລະພັດ ຈົນ​ທຸກໆທ່ານ​ທີ່​ມາໃນ​ງານ​ຄັ້ງ​ນີ້​ກ່າວ​ເປັນ​ສຽງ​ດຽວ​ກັນ​ວ່າ ສຸດ​ຍອດ. ບັນດາ​ ແຂກ​ທີ່​ວັນນະ​ສອນ ​ໄດ້​ສຳພາດ ກໍມີຄື: ຍາ​ນ້າຄູນ ສຸວັນນະ​ວົງ ຈາກ​ລັດ VA ທ່ານ Thomas ສີສະເກດ ຈາ​ກລັດ Minnesota, ຍານາງ​ກອງ​ມະນີ ຣາດຊະ​ຈັກ ຈາກ ລັດ Minnesota ພາກັນ​ສະ​ແດງ​ອອກ​ຊຶ່ງ​ການ​ມາ​ຮ່ວມ​ຄັ້ງ​ນີ້​ວ່າ:

ກໍ​ໄດ້​ມີ​ບັນດາແຂກ​ຕ່າງປະ​ເທດ​ຄົນ​ສຳຄັນ​ເຂົ້​າຮ່ວ​ມຢ່າງຫຼວງຫຼາຍ​ ແຂກ​ຄົນ​ສຳຄັນອີກ ທ່ານນຶ່ງໃນ​ງານ​ຄັ້ງ​ນີ້ ກໍ​ແມ່ນ​ທ່ານ Michele Sorrenti ທີ່​ປຶກສາ​ກິ​ຕິ​ມະ​ສັກປະຈຳລາວ ຈາກ​ກາ​ນາ​ດາ ພ້ອມ​ດ້ວຍ​ພັນ​ລະ​ຍາ ຊຶ່ງ​ທັງສອງ​ທ່ານກ່າວ​ອວຍ​ພອນ​ປີ​ໃໝ່​ເປັນ​ພາສາ ລາວ​ວ່າ:

ຫຼັງຈາກ​ໂອ້​ລົມ​ພົບ​ໜ້າ​ພໍ້​ຕາ​ໝູ່​ເພື່ອ​ນຍາດ​ມິດ​ສະຫາຍ ​ແລະ​ຮັບ​ປະທານ​ອາຫານ​ລາວ ​ໄປ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ກໍ​ໄດ້​ມີ​ການ​ມອບ​ລາງວັນ​ໃຫ້​ແກ່​ພວກ​ນັກ​ກິລາ​ກ໊ອຟສະໝັກ​ຫຼິ້ນ ​ແລະ​ເປີດ​ລຳວົງ ຊຶ່ງ​ສິນລະ​ປິນຈາກ​ປະຊາ​ຄົມ​ລາວທີ່​ເຂົ້າ​ຮ່ວມ​ກໍ​ມີ ວົງ​ດົນຕີ ນ້ຳ​ສອງ​ສີເກດ​ສະນາ ວິ​ໄລ​ລັກ ຈາກລັດ Tennessee ແລະ​ ຕູ່ ພັດທະນາກ Massachusetts ສ່ວນ ສິນລະປິນ

ສາວ ຈາກລັດ Illinois ​ ຂັນ​ທະ​ລີ ​ເມືອງ​ໃຕ້ ກໍ​ໄດ້​ກ່າວ​ເຖິງ​ການມາ​ຂັບ​ກ່ອມ​ໃຫ້​ແຂກ​ໃນ​ງານຄັ້ງ​ນີ້​ວ່າ:

ເກສນາ ວິໄລລັກ ແລະ ຂັນທະລີ ເມືອງໃຕ້
ເກສນາ ວິໄລລັກ ແລະ ຂັນທະລີ ເມືອງໃຕ້

ສ່ວນທາງລາວ ທີ​ວີ ​-​ ການາດາ ກໍ​ໄດ້ນຳ​ຄະນະ​ຂອງເພິ່ນເຂົ້າມາ​ປະກອບສ່ວນໃນ​ທຸກໆ ປີ ​ແລະ​ປີ​ນີ້ ກໍ​ເຊັ່ນ​ກັນ ໄດ້​ຈັດ​ທຳ​ການຖ່າຍ​ທອດ​ອອກ​ອາກາດ​ສົດ ຊຶ່ງ​ນຳພາ​ໂດຍ​ທ່າ​ນ ພູເງິນ ສີອະ​ໂນໄທ ​ຜູ້​ລິ​ເລີ້ມ ຊ່ອງ ລາວ ທີ​ວີ ​ການາດາ ພ້ອມ​ທັງ​ຮອງ ປະທານ ທ່ານ​ສົມ​ພອນ​ ສະໝອນ​ແກ້ວ ຊຶ່ງ​ທັງ​ສອງ​ທ່ານໄດ້ກ່າວ​ໃນ​ການ​ໃຫ້​ສຳພາດ​ກັບ VOA ດັ່ງ​ນີ້.

​ພ້ອມ​ນີ້ທ່ານ ດຣ. ຂຽນ ພັນ​ສຸຣິວົງ ເອກ​ອັກຄະ​ລັດຖະທູດຂອງ ສປປ ລາວ ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ກໍ​ໄດ້​ມາຮ່ວມ​ໃນ​ງານ​ເຊັ່ນ​ກັນ ​ແລະ​ທ່ານ ດຣ. ຂຽນ ​ກ່າວ​ອວຍພອນ ​ໃຫ້​ພີ່ນ້ອງ​ຊາວ​ລາວ​ໃນ​ຕ່າງ​ແດນວ່າ:

​ເອກ​ອັກຄະ​ລັດຖະທູດໄມ ​ໄຊ​ຍະ​ວົງ ພ້ອມ​ດ້ວຍ​ພັນ​ລະ​ຍາ ຈາກສະຖານທູດ ​ສປປ ລາວ ​ໃນ​ນະຄອນຫຼວງ ວໍ​ຊີງ​ຕັນ ຊຶ່ງ​ເປັນ​ເຈົ້າ​ພາບງານ​ສະຫຼອງ​ຄັ້ງ​ນີ້ ກໍ​ໄດ້​ກ່າວ​ອວຍພອນ ​ໃຫ້​ພີ່ນ້ອງ​ຊາວ​ລາວ​ໃນ​ຕ່າງ​ແດນ ໃຫ້​ມີ​ພະລານາ​ໄມເຂັ້ມ​ແຂງ ​ແລະ​ຢູ່​ເຢັນ​ເປັນ​ສຸກ ຊຶ່ງ ທ່ານ ໄມ ​ໄຊ​ຍະ​ວົງ ກ່າວເຖິງບົດບາດໃໝ່ຂອງທ່ານ ໃນການດຳລົງຕຳແໜ່ງເປັນ ເອກ​ອັກຄະ​ລັດຖະທູດໃນສະຫະລັດ ວ່າ:

ເອກອັກຄະລັດຖະທູດໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ
ເອກອັກຄະລັດຖະທູດໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ

ງານ​ຄົບ​ງັນ​ສະຫຼອງ​ສົງການ​ປີ​ໃໝ່ລາວ​ທີ່​ສະຖານທູດ​ສປປ ລາວ ​ໃນ​ນະຄອນຫຼວງ ວໍ​ຊີງ​ຕັນ ກໍ​ຈົບ​ລົງ​ດ້ວຍ​ຄວາມ​ມ່ວນ​ຊື່ນ ​ອີ່ມໜຳສຳລານ ​ເບີກບານ​ໃຈ​ກັນ​ທຸກ​ຖ້ວນ​ໜ້າ ປີ​ໃໝ່​ຟ້າ​ໃໝ່ ​ໂອກາດ​ໜ້າ VOA ກໍ​ຈະ​ນຳ​ເລື້ອງ​ລາວ​ດີໆໃໝ່ໆ ທີ່​ມີ​ທັງ​ສາລະ​ແລະ​ໃຫ້​ຄວາມ​ບັນເທີ​ງ ແກ່​ທ່ານ ​ແລະສ່ວນວ່າ​ສັບປະດາ​ໜ້າ ລາຍການ​ຊີວິດ​ຊາວ​ລາວຂອງ VOA ຈະ​ກ່ຽວ​ກັບ​ເລື້ອງ​ໃດ​ນັ້ນ ກະລຸນາ​ຄອຍ​ຕິດຕາມ.

XS
SM
MD
LG