ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວລາວ-ອາເມຣິກັນ ສະຫລອງ ບຸນປີໃໝ່ ພ.ສ 2556 ທີ່ວັດລາວ ພຸດທະວົງ ລັດເວີຈີເນຍ (ສະໄລດ໌/ວີດິໂອ)


ການສະຫລອງບຸນປີໃໝ່ລາວ ພ.ສ 2556 ທີ່ວັດລາວພຸດທະວົງ ລັດເວີຈີເນຍ ຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ.
ການສະຫລອງບຸນປີໃໝ່ລາວ ພ.ສ 2556 ທີ່ວັດລາວພຸດທະວົງ ລັດເວີຈີເນຍ ຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ.
ໃນ​ວາ​ລະ ລາດູ​ບານ​ໃໝ່ນີ້ ​ຊາວ​ລາວ​ຢູ່​ທົ່ວ​ໂລກຕ່າງ​ກໍ​ພາ​ກັນ​
ສະ​ຫລອງ​ບຸນ​ປີໃໝ່​ລາວ ຢູ່​ໃນເຂດ​ທ້ອງ​ຖິ່ນ​ຂອງ​ໃ​ຜ​ລາວ ໂດຍ
​ສະ​ເພາະ​ຢ່າງ​ຍິ່ງ ຢູ່ທີ່​ວັດ​ລາວ​ພຸດ​ທະ​ວົງ ເຂດ​ນະ​ຄອນ​ຫລວງ
ວໍ​ຊິງ​ຕັນ ທ່າ​ມ​ກາງ​ບັນ​ຍາ​ກາດ​ເຢັນ​ສະ​ບາຍ ​ທ້ອງ​ຟ້າ​ແຈ່ມ​ໃສ
ມີຝູ​ງ​ຊົນຫລາຍ​ພັນ​ຄົນມາທ່ຽວ​ຊົມ​ເບິ່ງ​ ການສ​ະ​ແດງຮ້ອງ​ລຳ​
ທຳ​ເພງ ຊື້​ອາ​ຫານ​ການກິນ ​ແລະພວກ​ພໍ່​ຄ້າ​ແມ່ຄ້າ​ ​ພາ​ກັນ​ນຳ
ເອົາເຄຶ່ອງປູ​ກ​ຂອງ​ຝັງມາ​ວາງ​ຂາຍ. ເດີ່ນ​ວັດ​ລາວ​ພຸ​ດ​ທະວົງ
ໄດ້ກາຍເປັນ​ບ່ອນ​ເຕົ້າ​ໂຮມ​ຊຸມ​ນຸມ ສະ​ຫລອງ​ບຸນ​ປີ​ໃໝ່ທີ່ໃຫ​ຍ່
ແລະຄຶ​ກ​ຄື້ນທີ່​ສຸດ ​ໃນ​ວັນ​ເສົາ ທີ 20 ​ເດືອນ​ເມສາ ທີ່​ຜ່ານ​ມາ​.

ເລິກ​ເຂົ້າ​ໄປ​ໃນ​ຫລັງວັດລາວ​ພຸດ​ທະ​ວົງ ມີ​ເດິ່ນກ​ວ້າງ​ໃຫ​ຍ່ ມີ​ນ້ຳ
​ຫ້ວຍນ້ອຍ​ໄຫລ​ຜ່ານ ພໍ​ແຕ່​ຢ່າງ​ເຂົ້າ​ໄປ​ເຖິງ​ເຂດ​ນີ້ ຈະ​ໄດ້​ຍິນ​ສຽງ​ດົນ​ຕີຂັບ​ລຳ ໄດ້ກິ່ນ ຄວັນ
ໄຟຈາກຜາມ ຂາຍ​ອາ​ຫານ​ລາວແລະ​ໄທ ທີ່​ສົ່ງ​ກິ່​ນ​ຫອມ​ມາ​ໃສ່ດັງ ເຮັດ​ໃຫ້​ທ້ອງ​ເກີດ​ຄວາມ​
ວຸ້ນວາຍຂື້ນທັນ​ທີ່ ​ເພາະຢາກ​ຊີ່ມ​ອາ​ຫານ​ເຫລົ່າ​ນັ້ນ. ​ແຕ່​ລະ​ເຈົ້າ​ຂອງຮ້ານມີ​ສິນ​ຄ້າແຕກ
ຕ່າງ​ກັນ ​ເຊັ່ນ​ວ່າ ​ເຂົ້າ​ຫລາມ ປີ້ງ​ໄກ່ ຊີ້ນ​ສະຫວັນ ແຈ່ວບອງ ໃສ້​ອົ່ວ ເຝີ ຕຳໜາກ​ຮຸ່ງ ນ້ຳ
​ອ້ອຍ​ສົດແລະ​ເຂົ້າ​ໜົມ​ຄົກ. ເຄື່ອງປຸງອາ​ຫານ​ພື້ນເມືອງ​ລາວສຳ​ເລັດ​ຮູບ​ທີ່ນຳເມືອ​ໃຊ້​ໄດ້
​ໂດຍ​ບໍ່​ຕ້ອງ​ເສຍ​ເວ​ລາ​ເຮັດ​ ກໍ​ມີເຂົ້າ​ຂົ້ວ​ໃສ່​ລາບ ໝາກ​ເຜັດ​ປົ່ນ ແລະອາຫານອຶ່ນໆ ກໍ​ມີ
ສົ້​ມ​ປາ ສົ້​ມ​ໄຂ່​ປາ ປາ​ແດກ​ເຄື່ອງ ສົ້ມ​ຜັກ​ ສົ້ມກະ​ລຳ​ໃສ່​ໜັງ​ໝູ ແກງຂີ້​ເຫລັກ ​ແກງ​ໜໍ່​ໄມ້
ແລະ​ອື່ນໆ ທີ່​ຂາຍ​ກັນ​ກັບ​ລະ $5 ໂດ​ລ່າ ແລະ $10 ໂດ​ລ່າ ຊຶ່ງເປັນອາ​ຫານ​ທີ່​ໃຊ້​ເວລາເຮັດ
ດົນ​ ​ແລະຫາ​ກິນ​ຍາກ ເພາະ​ສະ​ນັ້ນບັນ​ດາ​ຜູ້ມ​າ​ທ່ຽວ​ຊົມ​ຕ່າງ​ກໍ​ພາ​ກັນ ຖື​ຖົງຫີ້ວກັບ​ເມື່ອໄວ້
ກິນຢູ່​ບ້ານ.



ຮວມ​ຢູ່​ໃນ​ບັນ​ດາ​ແມ່​ຄ້າ​ທັງ​ຫລາຍ​ເລົ່າ​ນີ້​ ມີນາງ ​ແກ້​ວພານຸ​ວົງ ​ທີ່​ໄດ້ເດີນ​ທາງໂດຍທາງເຮືອ ​
ບິນມາ​ຈາກ​ລັດ New Mexico ​ຊຶ່ງ​ເປັນ​ລັດ​ນຶ່ງທີ່​ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງສະ​ຫະ​ລັດ ຕິດ​ຊາຍ
​ແດນ​ພາກ​ຕາ​ເປັນ​ຕົກ​ຂອງ​ລັດ Texas ທາ​ງ​ໃຕ້ຕິດ​ກັ​ບ​ຊາຍ​ແດນ​ຂອງປະ​ເທດເມັກຊິໂກ.
ລັດ New Mexico ນີ້​ຕັ້ງ​ຢູ່​ຫ່າງ​ຈາກນະ​ຄອນ​ຫລວງວໍ​ຊິງ​ຕັນ 1,886ໄມລ໌ ​ຫລື 3,035 ກິ​ໂລ
​ແມດ. ນາງແກ້ວບໍ່ເຄີຍໄດ້ມາ​ຢ້ຽມຢາມນະ​ຄອນ​ຫລວງວໍ​ຊິງ​ຕັນຈັກ​ເທື່ອ ​ແຕ່ໄດ້​ຍິນ​ຂ່າວ​
ຄວາມ​ໂດ່ງ​ດັງ​ຂອງບຸນ​ວັດ​ລາວ​ພຸກ​ທະ​ວົງ ເພາະ​ສະ​ນັ້ນ ​ນາງ​ຈຶ່ງໄດ້​ສວຍ​ໂດກາດ​ນີ້ນຳສິນ
​ຄ້າຂອງນາງ​ ມາ​ວາງ​ຂາຍ ແລະ ໄດ້​ເລົ່​າ​ສູ່​ ​ວີໂອ​ເອ ຟັງວ່າ:

ນາງ ແກ້ວ
ນາງ ແກ້ວ


ລິງໂດຍກົງ


ຖ້າ​ຫາກ​ວ່າ ​ທ່ານເປັນ​ຄົນ​ມັກ​ປູກ​ຝັງ ເວ​ລາ​ນີ້​ແມ່ນເປັນ​ໂອ​ກາດ
​ທີ່​ມາ​ຊອກ​ຊື້ ພືດ​ຜົນປູກ​ຕ່າງໆ ເຊັ່​ນ​ວ່າຕົ້ນໝາກ​ຂີ້​ຫູດ ຕົ້ນ​ຂີ້​ເຫລັກ ຕົ້ນ​ຜັກ​ຕີ້ວ ຕົ້ນດອກແຄ
ແລະຕົ້ນ​ໜາກ​ຮຸ່ງເຫລົ່າ​ນີ້​ເປັນ​ຕົ້ນ ​ທີ່ນຳ​ມາ​ວາງ​ຂາຍສູງພຽງແອວ ​ໃນ​ລາຄາ $20 ໂດລ່າ ​
ຂື້ນ​ໄປ. ຕົ້ນ​ໄມ້​ເຫລົ່າ​ນີ້​ໄດ້​ແກ່​ໃສ່​ລົດ​ມາ ດົນກວ່າ 10 ​ຊົ່ວ​ໂມງ​ຈາ​ກລັດ Florida ທີ່​ຕັ້ງ​ຢູ່​
ທາງ​ພາກ​ໃຕ້​ສຸດ​ຂອງສະ​ຫະ​ລັດ ຊຶ່ງເປັນ​ລັດທີ່ມີ​ອາ​ກາດ​ຮ້ອນ​ຢູ່​ຕະ​ຫລອດ​ປີ. ນອ​ກຈາກ​
ນັ້ນອີກແລ້ວ ກໍ​ມີ​ແມ່​ຄ້າຂາຍ​ເຄື່ອງ​ນຸ່ງ​ຫົ່ມ ເຄຶ່ອງ​ເອ້ ເຄື່ອງ​ຫັດ​ຖະ​ກຳ​ພື້ນ​ເມືອງ​ລາວ​ຕ່າງໆ
ເຊັ່ນ​ວ່າ ຫວດ​ເຂົ້າ ໝໍ້​ໜື້ງ​ເຂົ້າ ແລະກ່ອງເຂົ້າ ເຫລົ່າ​ນີ້​ເປັນຕົ້ນ.

​ຢູ່​ອີກ​ແ​ຈ​ນຶ່ງ​ໄກ​ອອກ​ໄປ ​ມີ​ສຽງ​ເພງ​ຟົດ​ສະ​ໜັ່ນດັງ​ແຂ່ງ​ກັນອອກ​ມາ ​ຈາກ​ຮ້ານ​ຂາຍ CD ແລະ
DVD ມີ​ທັງເພງ​ລາວ ແລະເພງ​ໄທ. ​ພໍ່​ຄ້າ​ປະ​ຈຳທ້ອງ​ຖິ່ນ ທ່ານ ຊູ​ຊີ​ວອງ ອະ​ດີດດາ​ລາ​ຕະ​ຫລົກ
ລາວ ກໍ​ແມ່ນຜູ້​ນຶ່ງທີ່ໄດ້ນຳ​ເອົາ​ເພງ​ລາວ ແລະ​ເພງ​ໄທ ນິ​ຍົມໃໝ່​ໆ​ມາ​ວາງ​ຂາຍ ແຜ່ນ​ລະ $5 ​
ໂດ​ລາ ​ແລະ $10 ​ໂດ​ລາ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ຟັງວ່າ:

ຊູຊີວອງ ແລະ ພັນລະຍາ
ຊູຊີວອງ ແລະ ພັນລະຍາ

ລິງໂດຍກົງ

ອີກ​ຮ້ານ​ນຶ່ງ​ ກໍ່​ແມ່ນແມ່​ຄ້າຂາຍ​ນໍ້າອ້ອຍ ຊື່ວ່າ ນາງ​ແສງ ນໍ້າອ້ອຍ​ຂອງ​ລາວ​ຫວານ​ສົດ​ແຊບ​ອີ່ຫລີ ​ແລະ​ກໍ​ໄດ້​ຂາຍ​ດິບ​ຂາຍ​ດີ. ຫລຽວ​ເບິ່ງດຸກອງ​ຂີ້​ອ້ອຍ ​ທີ່​ລາວ​ປັ່ນ​ອອກມານັ້ນ ກອງກັນ​ໄວ້​ໃຫ້​ເຫັນ​ຢູ່​ທາງ​ໜ້າ​ຮ້ານ. ​ແມ່​ຄ້າ​ຜູ້​ນີ້ເປັນ​ຄົນດຸ​ໝັ່ນຂະ​ຫຍັນ​ຂັນ​ແຂງ ​ເວລາ​ໃດ​ທີ່ລາວ​ບໍ່​ໄດ້​ມາ​ຂາຍ​ນໍ້າ
ອ້ອຍ​ຢູ່​ບຸນ​ວັດ ລາວກໍ​ຈະ​ຂັບລົດຂາຍອາຫານຂອງລາວ ໄປຂາຍໃນຕອນ​ທ່ຽງ​ວັນ ຢູ່ຕາມ
ຖະໜົນ ໃນນະຄອນຫລວງວໍຊິງຕັນ. ນາງແສງ ​ໄດ້​ຕອບ​ຄໍາ​ຖາມ​ແກ່ ວີ​ໂອ​ເອ ດັ່ງ​ນີ້:


ນາງ ແສງ ແມ່ຄ້າຂາຍນໍ້າອ້ອຍສົດ
ນາງ ແສງ ແມ່ຄ້າຂາຍນໍ້າອ້ອຍສົດ
ລິງໂດຍກົງ

ລາຍ​ການ​ບຸນ​ປີ​ໃໝ່​ທີ່ວັດ​ລາວ​ພຸດ​ທະ​ວົງ ​ໃນ​ຕອນ​ເຊົ້າ​ມີຕັກ​ບາດ
ຟັງ​ທຳ​ມະ​ເທດ​ສະ​ໜາ ແລະຖະ​ຫວາຍ​ເພນ. ຢູ່ນອກ​ສາ​ລາ​ໂຮງ​ທຳ ​
ກໍ​ມີຜາມສົງ​ພະ​ພຸດ​ທະ​ຮູບ ຜາມສ່ຽງຊີ ແລະ​ຕອນຄ້ອຍ​ແລງ ​ກໍ​ມີ​ພິ​ທີ່​ແຫ່ພະ​ພຸ​ດ​ທະ​ຮູບ ​ນາງ​ສັງຂານ ແລະ​ຕົບ​ພະ​ທາດ​ຊາຍ.

ເຖິງ​ແມ່ນ​ວັນ​ປີ​ໃໝ່​ລາວ​ຈະ​ຜ່ານ​ມາ​ແລ້ວ​ກໍ​ຕາມ ຂ້າພະ​ເຈົ້າ ພ້ອມ​ດ້ວຍຄະ​ນະ​ຈັດ​ທຳ​ລາຍ​ການ ວີ​ໂອ​ເອ ພາກ​ພາ​ສາ​ລາວ ຂໍ​ຖື​ໂອກາດ​ນີ້ ສົ່ງ​ຄຳ​ກອນ​ອ່ວຍ​ພອນ ແຕ່ງ​ໂດຍ ທ່ານ ບຸນ​ຜົງ ພົມ​ທະ​ວົງ ​ເຖິງ​ທ່ານ​ຟັງ​ດັ່ງ​ນີ້:

ເກນ​ເວລາ ລ່ວງ​ຂ້າມ ຍາມ​ປ່ຽນ​ລະດູ​ການ
ສັງຂານ ວັນ​ເດືອນ​ປີ ດັ່ງ​ນາທີ​ລົງ​ແກ້ງ
ອາທິດ ​ແຍງ​ຍັງຟ້າ ນະພາ​ໄລ​ໃສ​ສ່ອງ ຈິງ​ແລ້ວ
ຍາມ​ແສງທອງ ຈາກຟ້າ ຣາຕຣີກ້າວ​ດ່ວນ​ມາ.

ປີ​ເກົ່າ ກາຍ​ຜ່ານ​ພົ້ນ ປີ​ໃໝ່​ກໍ​ມາ​ແທນ ຈິງ​ແລ້ວ
​ ໃນ​ວາ ​ໃນ​ເມືອງ​ຄົນ ​ໂລກ​ຫາກ​ເປັນ​ສັນ​ນີ້
ກາງ​ວັນ ຕາ​ເວັນ​ແຈ້ງ ​ແສງ​ເດືອນ​ດາວ​ຍາ​ມຄໍ່າ
ດິນ ລົມ ​ໄຟ​ຄູ່​ນໍ້າ ສິ່ງ​ນໍາ​ສ້າງ​ໂລກ​ຄົນ ນີ້​ນາ.

​ຟ້າໃໝ່ ປີໃໝ່ຍນີ້ ຂໍນ້ອມກ່າວ ຄໍ່າ​ພອນ
ສົ່ງ​ພອນ​ ຫາ​ຊາວ​ລາວ​ ຊາດ​ປະຊາ​ຊາວ​ເຊື້ອ
ຢູ່​ທິດ​ເໜືອ ​ແດນ​ໃຕ້ ​ເນົາ​ໃນ​ທຸກ​ຫົນ​ແຫ່ງ
ພົງພັນ​ ລາວຊາດ​ເຊື້ອ ຂໍ​ວອນ​ໄຫວ້​ສູ່​ຄົນ ​ແດ່​ເນີ.

ປີໃໝ່ ​ເລີກ​ໃໝ່​ນີ້ ​ໃຫ້​ມີ​ແຕ່​ຄວາມສຸກ
ອັນ​ຕະລາຍ ​ໄພ​ທຸກ ໝູ່​ມານ​ຢ່າ​ມາ​ໃກ້
ໝາຍ​ໃຈ ​ທໍາ​ການ​ສ້າງ ທາງ​ທໍາ​ແນວ​ປະ​ເສີດ
ຈົ່ງ​ເກີດ​ ເປັນ​ດັ່ງ​ເວົ້າ ສົ​ມ​ໃຈ​ເຈົ້າ​ປາຖໜາ.

ຈົ່ງ​ມີ ຍົດ​ລາບ​ລົ້ນ ມີ​ໂຊກ​ໃຫຍ່​ໄຊ​ງາມ
ອາຍຸ​ ຍືນ​ຫລາຍ​ປີ ​ໂຣກ​ໄພ​ຢ່າ​ມາ​ໃກ້
ວັນນະ ​ໃສ​ງາມ​ເຫລື້ອມ ສຸກ​ສັນ​ຢ່າ​ເຂີນ​ຂາດ
ພະລະ ມາດ​ແກ່​ກ້າ ຄົງ​ໝັ້ນ​ຕະຫລອດ​ການ ​ແທ້ນາ.

ວີດິໂອກ່ຽວກັບ ບັນຍາກາດວັນສະຫລອງປີໃໝ່ ຢູ່ວັດລາວພຸດທະວົງ
(ຖ່າຍໂດຍ Reasy Poch ນັກຂ່າວວີໂອເອພະແນກພາສາຂະເໝນ):


XS
SM
MD
LG