ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທີມຊາດລາວຍາດໄດ້ 13 ຫຼຽນຄໍາ ເກີນຄາດໝາຍ ໃນງານແຂ່ງຂັນ ກິລາ ຊີເກມສ໌ ຄັ້ງທີ 27


Ariya Phounsavath ນັກກິລາລົດຖີບທາງໄກ ລາວ ທີ່ຄວ້າໄດ້
ຫຼຽນຄໍາ
Ariya Phounsavath ນັກກິລາລົດຖີບທາງໄກ ລາວ ທີ່ຄວ້າໄດ້ ຫຼຽນຄໍາ
ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ ຍາດ​ມາ​ໄດ້​ 79 ຫຼຽນ​ລາງວັນ​ຈາກ​
ການ​ແຂ່ງຂັນ​ໃນ 24 ປະ​ເພດ​ກິລາ ​ແລະ​ຢູ່ໃນ​ອັນ​ດັບ 8 ​ໃນ​ງານ
ມະຫະກໍາ​ການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ຄັ້ງ​ທີ 27 ຢູ່​ສະຫະພາບ​
ມຽນມາ


ມະຫະກໍາການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ຄັ້ງ​ທີ 27 ທີ່​ລັດຖະບານ​ມຽນມາ​ເປັນ​ເຈົ້າພາບ​ຈັດ ການ​ແຂ່ງຂັນ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ ວັນ​ທີ 11-22 ທັນວາ 2013 ທີ່​ຜ່ານ​ມາ​ນັ້ນ ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ ສາມາດ​ຍາດຫຼຽນ​ລາງວັນ​ມາ​ໄດ້ ​ທັງ​ໝົດ 79 ຫຼຽນ​ດ້ວຍກັນ ຊຶ່ງ​ໃນ​ນີ້ ກໍ​ແບ່ງ​ເປັນ 13 ຫຼຽນ​ຄໍາ 17 ຫຼຽນ​ເງິນ 49 ຫຼຽນ​ທອງ​ແດງ​ຈາກ​ການ​ແຂ່ງຂັນ​ໃນ 24 ປ​ະ​ເພດ​ກິລາ​ແລະ​ມີ​ນັກ​ກິລາ​ທີ​ມຊາດ​ລາວ 336 ຄົນ​ເຂົ້າຮ່ວມ​ການ​ແຂ່ງຂັນ ​ໂດ​ຍປະ​ເພດ​ກິລາ​ທີ່​ຍາດ​ໄດ້​ຫຼຽນຄໍາ​ນັ້ນ ກໍ​ຄື​ ​ເປ​ຕັງ ​ເຕກວັນ
​ໂດ ວູູຊູ ຢູ​ໂດ ​ໂວ​ວີນາ​ມ ມວຍ​ລາວ ມວຍ​ປໍ້າ ຍິງ​ທະນູ ​ແລະ​ລົດຖີບ​ທາງ​ໄກ.

ໂດຍ​ຈາກ​ຜົນງານ​ທີ່​ຄະນະນັກ​ກິລາ​ທີ​ມຊາດ​ລາວ​ສາມາດ​ຍາດ​ມາ​ໄດ້​ດັ່ງກ່າວ​ນີ້ ​ເຖິງ​ແມ່ນ​ວ່າ ຈະ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 8 ຈາກ​ທັງ​ໝົດ 11 ປະ​ເທດ​ທີ່​ຮ່ວມ​ການ​ແຂ່ງຂັນ​ກິລາຊີ​ເກ​ມສ໌ຄັ້ງ​ລ່າ
ສຸດ​ນີ້​ກໍ​ຕາມ ​ຫາກ​ແຕ່​ກໍ​ຖື​ວ່າ​ເປັນຜົນງານ​ທີ່​ເກີນ​ເປົ້າໝາຍ ​ທີ່​ທາງ​ການ​ລາວ​ໄດ້​ວາງ​ເອົາໄວ້
ກ່ອນ​ໜ້າ​ນີ້ ກໍ​ຄື​ການ​ຍາດ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 10 ຫຼຽນ​ຄໍາ​ນັ້ນ​ເອງ​.

ຄະນະນັກ ກິລາ ທີມຊາດລາວ
ຄະນະນັກ ກິລາ ທີມຊາດລາວ

ມະຫະກໍາ ການ​ແຂ່ງຂັນກິລາ​ຊີ​ເກ​ມສ໌ຄັ້ງ​ທີ່ 27 ຢູ່​ສາທາລະນະ​
ລັດ​ ແຫ່ງ​ສະຫະພາບ​ມຽນມາ ​ໄດ້​ຈັດ​ໃຫ້​ມີ​ການ​ແຂ່ງ​ຂັນ​ໃນ 33
ປະ​ເພດ​ກິລາ​ ເພື່ອ​ຍາດ​ເອົາ 1,557 ຫຼຽນ​ລາງ ວັນ ທີ່​ແບ່ງ​ເປັນ
460 ຫຼຽນ​ຄໍາ ກັບ 460 ຫຼຽນ​ເງິນ ​ ແລະ 637 ຫຼຽນ​ທອງ​ແດງ
​ໂດຍ​ປະ​ເທດ​ ທີ່​ໄດ້​ອັນ​ດັບ 1 ​ໃນ​ການ​ແຂ່ງຂັນຄັ້ງນີ້ ກໍ​ຄື​ໄທ ທີ່​
ຍາດ​ໄດ້ 107 ຫຼຽນ​ຄໍາ 94 ຫຼຽນ​ເງິນ 81 ຫຼຽນ​ທອງ​ແດງ ສ່ວນ​
ມຽນມາ​ນັ້ນ ​ໄດ້ອັນ​ດັບ​ສອງ ​ໂດຍ​ຍາດ​ໄດ້ 86 ຫຼຽນ​ຄໍາ 62
ຫຼຽນ​ເງິນ 85 ຫຼຽນ​ທອງ​ແດງ ຕາມ​ດ້ວຍ​ຫວຽດນາມທີ່​ຍາດ​ໄດ້
73 ຫຼຽນ​ຄໍາ 86 ຫຼຽນ​ເງິນ 86 ຫຼຽນ​ທອງ​ແດ ສ່ວນ​ອີກ 3 ປະ​
ເທດ​ທີ່​ຕາມ​ຫຼັງ​ລາວ​ກໍຄື​ທີ​ມຊາດ​ກໍາປູ​ເຈຍ ຕິ​ມໍ​ຕາ​ເວັນ​ອອກ
ແລະ​ປະ​ເທດ​ບຣູ​ໄນ ຕາມ​ລໍາດັບ.

ສໍາລັບ​ມະຫະກໍາ​ການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ຄັ້ງ​ທີ 28 ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2015 ຢູ່​ທີ່ສິງ
​ຄະ​ໂປ ຊຶ່ງ​ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ​ຄະນະ​ນັກ​ກິລາ ທີ​ມຊາດ​ລາວ​ຈະ​ສາມາດ​ສ້າງ
​ຜົນງານ​ໄດ້​ດີ​ຂຶ້ນກວ່າ​ເກົ່າ ​ເນື່ອງ​ຈາກ​ວ່າ​ລັດຖະບານ​ລາວ​ໄດ້ ​ໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ ​
ກັບ​ການ​ພັດທະນາ​ດ້ານ​ການ​ກິລາ​ຫຼາຍ​ຂຶ້ນ​ນັບ​ມື້ ​ໂດຍ​ຖື​ວ່າ​ເປັນການ​ພັດທະນາ​ກິລາ
ກໍ​ຄື​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ລາວ​ ໃຫ້​ມີ​ຄຸນ​ນະພາ​ບສູງ ດັ່ງ​ທີ່​ທ່ານ​ທອງ​
ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ລັດຖະບານ​ລາວ ​ໄດ້​ຖື​ເອົາ​ວຽກງານ​ກິລາ​ກາ​ຍະ​ກໍາ​ເປັນ​ວຽກ​ງານ​ນຶ່ງ​ທີ່​ສໍາຄັນ
​ຫຼາຍ​ຕໍ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດຂອງ​ຊາດ ​ແລະ​ຖື​ເອົາ​ການ​ເຄື່ອນ
​ໄຫວ​ວຽກ​ງານ​ກິລາກ​າຍະ ກໍາ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ ມິດ​ຕະພາບແລະ
​ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະ​ເທດເພື່ອນ​ມິດ​ທັງ​ໃນ​ພາກ​ພື້ນ ​ແລະ​ສາກົນ.”


ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ​ກໍ​ເຄີຍ​ໄດ້​ອັນ​ດັບ​ທີ 7 ​ເມື່ອ​ປີ 2009 ຊຶ່ງ​ລາວ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ມະຫະກໍາ​ກິລາ ຊີ​ເກ​ມສ໌ຄັ້ງ​ທີ່ 25 ຢູ່​ນະຄອນ​ວຽງ​ຈັນ ໂດຍ​ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ​ສາມາດ​ຍາດ​ມາ​ໄດ້ ​ເຖິງ 33 ຫຼຽນຄໍາ 25 ຫຼຽນ​ເງິນ 52 ຫຼຽນ​ທອງ​ແດງ ຈາກ​ການ​ແຂ່ງຂັນ​ໃນ 25 ປ​ະ​ເພດ​ກິລາ ຊຶ່ງ​ຫຼຽນລາງວັນ​ສ່ວນ​ໃຫຍ່​ນັ້ນ ກໍ ​ໄດ້​ມາ​ຈາກກິລາ​ເປ​ຕັງ ​ແລະ​ສິນລະປະການ​ປ້ອງ​ກັນ​ຕົວ ​ເຊັ່ນ ​ເຕກວັນ​ໂດ ວູຊູ ​ແລະ​ມວຍ ​ເປັນ​ຕົ້ນ.

ສ່ວນ​ງານ​ມະຫະກໍາ​ການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ຄັ້ງ​ທີ່ 26 ​ເມື່ອ​ປີ 2011 ຢູ່​ທີ່​ປະເທດ​ອິນ​ໂດ​ເນ​ເຊຍ​ນັ້ນ ຄະນະ​ນັກ​ກິລາ​ທີ​ມຊາດ​ລາວ ກໍ​ຢູ່​ອັນ​ດັບ​ທີ່ 8 ​ເຊັ່ນ​ດຽວ​ກັນ​ກັບ​ໃນ​ຄັ້ງ​ລ່າ​ສຸດ​ນີ້ ​ແຕ່​ວ່າ​ກໍ​ສາມາດຍາດ​ມາ​ໄດ້​ພຽງ 9​ ຫຼຽນ​ຄໍາ 12 ຫຼຽນ​ເງິນ 36 ຫຼຽນ​ທອງ​ແດງ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ອິນ​ໂດ​ນີ​ເຊຍ​ທີ່​ເປັນ​ເຈົ້າພາບ​ນັ້ນຍາດ​ໄດ້​ເຖິງ 182 ຫຼຽນ​ຄໍາ 151 ຫຼຽນ​ເງິນ ​ແລະ 143 ຫຼຽນ​ທອງ​ແດງ ໝາຍ​ຄວາມ​ວ່າ ອິນ​ໂດ​ນີ​ເຊຍ​ໄດ້​ເສຍ​ແຊມ​ປ໌​ໃຫ້​ໄທ​ ໃນ​ຊີ​ເກ​ມສ໌ຄັ້ງ​ລ່າ​ສຸດ​ນີ້ ​ໂດຍ​ຄະນະ​ນັກ​ກິລາ​ ທີ​ມຊາດ​ອິນ​ໂດ​ນີ​ເຊຍ​ ຍາດ​ໄດ້ 65 ຫຼຽນ​ຄໍາ 84 ຫຼຽນ​ເງິນ 111 ຫຼຽນທອງ​ແດງ ​ແລະ​ຢູ່​ໃນ​ອັນ​ດັບ​ທີ 4
XS
SM
MD
LG