ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມະການເລືອກຕັ້ງ ຈະຊຸກຍູ້ໃຫ້ ປະຊາຊົນລາວ ອອກມາໃຊ້ສິດ ໃນການເລືອກຕັ້ງ ສະມາຊິກສະພາ


​​ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງ
ເປັນສະມາຊິກສະພາແຫ່ງຊາດລາວ ຊຸດທີ 8 ຢ່າງເປັນທາງການ ເມື່ອວັນທີ 15 ກຸມພາ 2016.
​​ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດລາວ ຊຸດທີ 8 ຢ່າງເປັນທາງການ ເມື່ອວັນທີ 15 ກຸມພາ 2016.

ຄະນະກຳມະການເລືອກຕັ້ງລະດັບຊາດ ວາງເປົ້າໝາຍຈະຊຸກຍູ້
ໃຫ້ປະຊາຊົນລາວ ອອກມາໃຊ້ສິດ ໃນການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້
ໄດ້ທັງ 100 ເປີເຊັນເຕັມ.

ທ່ານສົມພັນ ແພງຄຳມີ ຫົວໜ້າຄະນະເລຂາທິການ ໃນຄະນະກຳມະການເລືອກຕັ້ງ
ລະດັບຊາດ ຖະແຫລງວ່າ ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ວາງເປົ້າໝາຍ
ສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະສະມາຊິກສະພາປະຊາ
ຊົນ ຂັ້ນແຂວງ ຊຸດທີ 1 ໄວ້ໃນ 3 ດ້ານດ້ວຍກັນ ຄື ການຊຸກຍູ້ ແລະສົ່ງເສີມໃຫ້ປະຊາຊົນ
ລາວ ອອກມາໃຊ້ສິດ ໃນການເລືອກຕັ້ງຄັ້ງນີ້ ຢ່າງຄົບຖ້ວນທັງ 100 ເປີເຊັນ ໂດຍເປັນ
ການໃຊ້ສິດເລືອກຕັ້ງຢ່າງຖືກຕ້ອງ ແລະຮັບປະກັນຄວາມສະຫງົບໄດ້ ຢ່າງຄົບຖ້ວນ ດັ່ງ
ທີ່ທ່ານໄດ້ຢືນຢັນວ່າ:

“ຈັດຕັ້ງ ຊີ້ນຳ ນຳພາ ການປ່ອນບັດເລືອກຕັ້ງທົ່ວປະເທດ ໃນວັນທີ 20 ມີນາ 2016
ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ໃນນີ້ຕ້ອງຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ
ຕື່ຕົວສະໝັກໃຈ ໄປປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ ໃຫ້ຜູ້ມີສິດເລືອກຕັ້ງລົງຄະແນນ
ສຽງ ຖືກຕ້ອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະຄວາມສະຫງົບປອດໄພ ຫຼື
ພວກເຮົາເວົ້າກັນວ່າ 300 ສ່ວນ 100.”

ປ້າຍໂຄສະນາ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະມາຊິກສະພາ ປະຊາຊົນ ຂັ້ນແຂວງ
ປ້າຍໂຄສະນາ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະມາຊິກສະພາ ປະຊາຊົນ ຂັ້ນແຂວງ

ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່
ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ
ລາວ ຊຸດທີ 8 ຢ່າງເປັນທາງການ ເມື່ອວັນທີ 15 ກຸມພາ 2016
ໂດຍມີຜູ້ສະໝັກທີ່ຖືກຮັບຮອງຈາກພັກປະຊາຊົນປະຕິວັດລາວ
ຈຳນວນ ທັງໝົດ 211 ຄົນ ເພື່ອໃຫ້ປະຊາຊົນລາວເລືອກເອົາ
149 ຄົນ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ໃນວັນທີ 20 ມີນາ 2016 ຊຶ່ງເປັນມື້ດຽວ
ກັນກັບການເລືອກຕັ້ງເອົາສະມາຊິກສະພາປະຊາຊົນຂັ້ນແຂວງ ຈຳນວນ 360 ຄົນ ຈາກ
ຜູ້ສະໝັກຈຳນວນທັງໝົດ 508 ຄົນ ທັງໃນນະຄອນຫຼວງວຽງຈັນ ແລະ 17 ແຂວງ ທົ່ວ
ປະເທດ.

ໂດຍເຂດທີ່ເລືອກສະມາຊິກສະພາແຫ່ງຊາດໄດ້ ເຖິງ 19 ຄົນ ແລະສະມາຊິກສະພາ
ປະຊາຊົນ ຂັ້ນແຂວງໄດ້ ເຖິງ 35 ຄົນ ກໍຄືແຂວງສະຫວັນນະເຂດ ຕິດຕາມດ້ວຍເຂດ
ນະຄອນຫຼວງວຽງຈັນ ທີ່ເລືອກສະມາຊິກສະພາແຫ່ງຊາດໄດ້ 17 ຄົນ ແລະສະມາຊິກ
ສະພາປະຊາຊົນ 18 ຄົນ ສ່ວນເຂດທີ່ເລືອກສະມາຊິກສະພາແຫ່ງຊາດໄດ້ພຽງແຕ່ 5
ຄົນເທົ່ານັ້ນ ປະກອບດ້ວຍແຂວງຜົ້ງສາລີ ຫລວງນ້ຳທາ ບໍ່ແກ້ວ ເຊກອງ ອັດຕະປື ແລະ
ໄຊສົມບູນ.

ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ຊຸດທີ 7
ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ຊຸດທີ 7

ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ 7 ທີ່ໄດ້ສະໝັກໃນ
ການເລືອກຕັ້ງຄັ້ງນີ້ດ້ວຍມີ 48 ຄົນ ໂດຍໃນນີ້ ລວມເຖິງ ທ່ານ
ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວຊຸດທີ 7 ພ້ອມ
ດ້ວຍຮອງປະທານສະພາ ທັງ 2 ທ່ານ ຄື ທ່ານໄຊສົມພ້ອນ
ພົມວິຫານ ແລະ ທ່ານສົມພັນ ແພງຄຳມີ ນອກນັ້ນ ກໍມີ ທ່ານ
ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ພົນໂທ
ແສງນວນ ໄຊຍະລາດ ລັດຖະມົນຕີວ່າການ ກະຊວງປ້ອງ
ກັນປະເທດ ແລະ ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີ
ວ່າການ ກະຊວງສາທາລະນະສຸກ.

ທັງນີ້ ໂດຍອີງຕາມກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໄດ້
ກຳນົດໄວ້ວ່າ ໃນຈຳນວນປະຊາກອນລາວທຸກໆ 50,000 ຄົນ ໃຫ້ມີສະມາຊິກສະພາ
ແຫ່ງຊາດໄດ້ 1 ຄົນ ຫາກແຕ່ວ່າ ໃນແຕ່ລະແຂວງຈະຕ້ອງມີສະມາຊິກສະພາແຫ່ງຊາດ
ບໍ່ນ້ອຍກວ່າ 5 ຄົນ ແລະຫຼາຍສຸດບໍ່ໃຫ້ເກີນ 19 ຄົນ ສ່ວນຈຳນວນສະມາຊິກສະພາ
ປະຊາຊົນຂັ້ນແຂວງນັ້ນ ກໍໃຊ້ສັດສ່ວນດຽວກັນນີ້ ຫາກແຕ່ວ່າ ສະພາປະຊາຊົນຂັ້ນ
ແຂວງ ຈະຕ້ອງມີ ຈຳນວນສະມາຊິກບໍ່ນ້ອຍກວ່າ 12 ຄົນ ໃນແຕ່ລະແຂວງ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ອອກລັດຖະດຳລັດເລກທີ 224/ປປທ
ເມື່ອວັນທີ 30 ທັນວາ 2015 ເພື່ອກຳນົດໃຫ້ວັນທີ 20 ມີນາ 2016 ເປັນວັນເລືອກຕັ້ງສະ
ມາຊິກສະພາແຫ່ງຊາດລາວ ຊຸດທີ 8 ແລະສະມາຊິກສະພາ ປະຊາຊົນຂັ້ນແຂວງ ໃນທົ່ວ
ປະເທດ ໂດຍພ້ອມກັນນີ້ ປະທານປະເທດລາວ ກໍຍັງໄດ້ອອກລັດຖະດຳລັດ ເລກທີ
225/ປປທ ເມື່ອວັນທີ 30 ທັນວາ 2015 ເພື່ອປະກາດແຕ່ງຕັ້ງຄະນະກຳມະການເລືອກ
ຕັ້ງລະດັບຊາດ ເພື່ອຮັບຜິດຊອບຈັດການເລືອກຕັ້ງ ດັ່ງກ່າວດ້ວຍ.

ຄະນະກຳມະການເລືອກຕັ້ງລະດັບຊາດປະກອບດ້ວຍສະມາຊິກ 17 ທ່ານ ພາຍໃຕ້ການ
ເປັນປະທານຂອງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ
ພ້ອມກັນນີ້ ກໍມີຄະນະກຳມະການ ທີ່ຮັບຜິດຊອບໃນແຕ່ລະດ້ານອີກດ້ວຍ.

ໂດຍການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ແລະສະມາຊິກສະພາປະຊາຊົນ
ຂັ້ນແຂວງ ໃນຄັ້ງນີ້ ຈະມີປະຊາຊົນລາວຜູ້ມີສິດເລືອກຕັ້ງອາຍຸຕັ້ງແຕ່ 18 ປີຂຶ້ນໄປ ຈຳ
ນວນທັງໝົດ 3,988,000 ຄົນ ຊຶ່ງໃນນີ້ ກໍລວມເຖິງຜູ້ມີສິດເລືອກຕັ້ງເພດຍິງ ຈຳນວນ
2,006,000 ຄົນດ້ວຍ ໂດຍເຂດທີ່ມີຈຳນວນຜູ້ມີສິດເລືອກຕັ້ງຫຼາຍທີ່ສຸດ ກໍຄືແຂວງ
ສະຫວັນນະເຂດ 596,000 ຄົນ ຕິດຕາມດ້ວຍນະຄອນຫຼວງວຽງຈັນ 592,000 ຄົນ
ສ່ວນເຂດທີ່ມີຈຳນວນຜູ້ມີສິດເລືອກຕັ້ງນ້ອຍທີ່ສຸດຄື ແຂວງໄຊສົມບູນ 46,000 ຄົນ
ແລະແຂວງເຊກອງ ກັບແຂວງອັດຕະປື ທີ່ມີຈຳນວນຜູ້ມີສິດເລືອກຕັ້ງພຽງ 59,000 ຄົນ
ແລະ 79,000 ຄົນຕາມລຳດັບ.

XS
SM
MD
LG