ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມ ສະໄໝສາມັນ ຄັ້ງທີ 2 ຂອງສະພາ ແຫ່ງຊາດລາວ ຊຸດທີ 8 ໄດ້ໄຂຂຶ້ນແລ້ວ


ກອງປະຊຸມສະໄໝສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ໄດ້ໄຂຂຶ້ນ ໃນວັນທີ 24 ຕຸລາ 2016 ແລະຈະດຳເນີນ ໄປຈົນເຖິງ ວັນທີ 18 ພະຈິກ 2016.
ກອງປະຊຸມສະໄໝສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ໄດ້ໄຂຂຶ້ນ ໃນວັນທີ 24 ຕຸລາ 2016 ແລະຈະດຳເນີນ ໄປຈົນເຖິງ ວັນທີ 18 ພະຈິກ 2016.

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ຈະດຳເນີນ ກອງປະຊຸມ ລະຫວ່າງ ວັນທີ 24 ຕຸລາ - 18 ພະຈິກ 2016 ເພື່ອພິຈາລະນາຮັບຮອງ ບັນດາແຜນການ ແລະຮ່າງກົດໝາຍ 15 ສະບັບ.

ທ່ານນາງສວນສະຫວັນ ວິຍະເກດ ເລຂາທິການ ແລະຄະນະປະຈຳສະພາແຫ່ງຊາດ
ລາວ ຊຸດທີ 8 ຖະແຫລງວ່າ ກອງປະຊຸມສະໄໝສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດ
ລາວ ຊຸດທີ 8 ທີ່ໄດ້ໄຂກອງປະຊຸມຢ່າງເປັນທາງການ ໃນວັນທີ 24 ຕຸລາ ແລະຈະດຳ
ເນີນກອງປະຊຸມໄປຈົນເຖິງວັນທີ 18 ພະຈິກ 2016 ນີ້ ຈະໄດ້ພິຈາລະນາ ເພື່ອຮັບຮອງ ເອົາບັນດາແຜນການຕ່າງໆ ຂອງລັດຖະບານ ຮ່າງກົດໝາຍໃໝ່ ຮ່າງດັດແກ້ກົດໝາຍ
ເກົ່າ ແລະລາຍງານຂອງບັນດາອົງການຕ່າງໆ ຂອງພັກ-ລັດ ອີກຈຳນວນໜຶ່ງ.

ໂດຍສຳລັບໃນສ່ວນຂອງແຜນການຕ່າງໆ ຂອງລັດຖະບານນັ້ນ ປະກອບດ້ວຍ ການ ພິຈາລະນາຮັບຮອງເອົາ ການດັດແກ້ຄາດໝາຍດ້ານເສດຖະກິດມະຫາພາກ ຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງຊາດ ແລະແຜນເງິນຕາ ສົກປີ 2015-2016 ແລະທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແຫ່ງລັດ ແລະແຜນເງິນຕາ ສົກປີ 2016-2017 ສ່ວນການພິຈາລະນາຮັບຮອງຮ່າງ ກົດໝາຍນັ້ນ ກໍມີເຖິງ 15 ສະບັບ ແບ່ງເປັນ 7 ສະບັບ ໃນຂົງເຂດເສດຖະກິດ 6 ສະບັບ ໃນຂົງເຂດປົກຄອງ 1 ສະບັບ ໃນຂົງເຂດວັດທະນະທຳສັງຄົມ ແລະຮ່າງປະມວນກົດ ໝາຍອາຍາ ທີ່ໄດ້ນຳມາທາບທາມໃນກອງປະຊຸມຄັ້ງນີ້ ດັ່ງທີ່ທ່ານນາງສວນສະຫວັນ ໄດ້ຖະແຫລງຢືນຢັນວ່າ:

“ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ 8 ຈະໄດ້ຮັບຟັງການລາຍ
ງານ ພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້ ວຽກງານລັດຖະບານ ພິຈາລະນາ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບ ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ນະໂຍບາຍ ເງິນຕາ ສົກປີ 2015-2016 ແລະແຜນການພັດທະນາເສດຖະກິດ-ສັງຄົມ ແຜນງົບ ປະມານແຫ່ງລັດ ນະໂຍບາຍເງິນຕາ ປີ 2017 ພິຈາລະນາຮັບຮອງເອົາ ຮ່າງກົດ ໝາຍສ້າງໃໝ່ ຮ່າງກົດໝາຍສະບັບປັບປຸງ ແລະປະກອບຄວາມເຫັນໃສ່ຮ່າງ ກົດໝາຍທາບທາມ.”

ບັນດາສະມາຊິກສະພາແຫ່ງຊາດ ປະກອບຄວາມຄິດຄວາມເຫັນ ໃນກອງປະຊຸມ ສະໄໝສາມັນ ຂອງສະພາແຫ່ງລາວ.
ບັນດາສະມາຊິກສະພາແຫ່ງຊາດ ປະກອບຄວາມຄິດຄວາມເຫັນ ໃນກອງປະຊຸມ ສະໄໝສາມັນ ຂອງສະພາແຫ່ງລາວ.

ນອກຈາກນີ້ ກໍຈະພິຈາລະນາຮັບຮອງຜົນການຈັດຕັ້ງປະຕິບັດວຽກງານ ໃນລະຍະ
5 ປີ ທີ່ຜ່ານມາ ທິດທາງແຜນການ 5 ປີຕໍ່ໜ້າ ແລະແຜນກາປະຈຳສົກປີ 2017 ຂອງ ອົງການໄອຍະການປະຊາຊົນສູງສຸດ ການພິຈາລະນາຮັບຮອງເອົາບົດລາຍງານ ຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານໃນ 6 ເດືອນທ້າຍປີ 2016 ແລະແຜນການເຄື່ອນວຽກງານໃນປີ 2017 ຂອງສະພາແຫ່ງຊາດລາວ ຊຸດທີ 8 ຮວມເຖິງຮັບຟັງລາຍງານ ແລະພິຈາລະນາຮັບຮອງຜົນການຈັດຕັ້ງ ປະຕິບັດແຜນການ ໃນສົກປີ 2015-2016 ແລະທິດທາງແຜນການໃນສົກປີ 2016-2017 ຂອງອົງການ ກວດສອບແຫ່ງລັດອີກດ້ວຍ.

ສະພາແຫ່ງຊາດລາວ ຊຸດທີ 8 ປະກອບມີສະມາຊິກ 149 ຄົນ ທີ່ໄດ້ຮັບການເລືອກຕັ້ງ ຈາກປະຊາຊົນລາວ ເມື່ອວັນທີ 20 ມີນາ 2016 ທີ່ທາງການລາວໄດ້ປະກາດວ່າ ເປັນ
ການເລືອກຕັ້ງທີ່ປະສົບຜົນສຳເລັດອັນຈົບງາມ ຊຶ່ງໄດ້ສະແດງອອກຈາກການ ທີ່ມີ ປະຊາຊົນລາວ ຈຳນວນເຖິງ 3,657,026 ຄົນ ໄດ້ອອກມາໃຊ້ສິດໃນການເລືອກຕັ້ງ ຄິດເປັນ 97.9 ເປີເຊັນ ຂອງຈຳນວນຜູ້ມີສິດເລືອກຕັ້ງທັງໝົດ 3,733,932 ຄົນ ໃນ ທົ່ວປະເທດ.

ໂດຍສຳລັບບຸກຄົນສຳຄັນຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ຮັບການເລືອກຕັ້ງ ໃນຄັ້ງນີ້ ກໍເປັນໄປຕາມຄາດໝາຍ ແລະແຜນການທີ່ພັກວາງໄວ້ທຸກປະການ ຕົວຢ່າງ ກໍຄືທ່ານນາງປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ແລະປະທານສະພາ ແຫ່ງຊາດລາວ ຊຸດທີ 7 ໄດ້ຮັບເລືອກຕັ້ງເປັນອັນດັບທີ 1 ຈາກເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ໃນຂະນະທີ່ ທ່ານໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ແລະຮອງປະທານສະພາແຫ່ງຊາດລາວ ຊຸດທີ 7 ກໍຖືກເລືອກຕັ້ງ ເປັນອັນດັບທີ 1 ຈາກເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ.

ນອກຈາກນັ້ນ ກໍມີທ່ານບຸນປອນ ບຸດຕະນະວົງ ກຳມະການບໍລິຫານງານສູນກາງພັກ ແລະຮອງນາຍົກລັດຖະມົນຕີ ທີ່ໄດ້ຮັບເລືອກຕັ້ງເປັນອັນດັບທີ 1 ຈາກເຂດເລືອກຕັ້ງ
ທີ 12 ແຂວງຄຳມ່ວນ, ທ່ານສົມພັນ ແພງຄຳມີ ກຳມະການບໍລິຫານງານສູນກາງພັກ ແລະຮອງປະທານສະພາແຫ່ງຊາດລາວ ຊຸດທີ 7 ທີ່ໄດ້ຮັບເລືອກຕັ້ງເປັນອັນດັບ 1 ຈາກເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ, ພົນໂທແສງນວນ ໄຊຍະລາດ ກຳມະ
ການບໍລິຫານງານສູນກາງພັກ ແລະລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທີ່ໄດ້ຮັບເລືອກຕັ້ງເປັນອັນດັບ 1 ຈາກເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະທ່ານເອກສະຫວ່າງ ວົງວິຈິດ ກຳມະການບໍລິຫານງານສູນກາງພັກ ແລະລັດຖະ ມົນຕີວ່າການກະຊວງສາທາລະນະສຸກ ທີ່ໄດ້ຮັບການເລືອກເປັນອັນດັບ 2 ຈາກແຂວງ ສະຫວັນນະເຂດ ເປັນຕົ້ນ.

ໂດຍການເລືອກຕັ້ງດັ່ງກ່າວນີ້ ມີຜູ້ສະໝັກຂອງພັກປະຊາຊົນປະຕິວັດລາວ ຈຳນວນ ທັງໝົດ 211 ຄົນ ເພື່ອໃຫ້ປະຊາຊົນລາວເລືອກເອົາ 149 ຄົນ ຈາກ 18 ເຂດເລືອກຕັ້ງ ທົ່ວປະເທດ.

XS
SM
MD
LG