ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ ຮັບຮອງເອົາ ກົດໝາຍໃໝ່ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ອາຊະຍາກຳ ທາງອິນເຕີແນັດ


Wata mata tana cin kwari a gasar cin kwari da aka yi a yankin Lijian dake Lardin Yunnan na kasar China
Wata mata tana cin kwari a gasar cin kwari da aka yi a yankin Lijian dake Lardin Yunnan na kasar China

ສະພາແຫ່ງຊາດລາວ ຮັບຮອງເອົາກົດໝາຍໃໝ່ ທີ່ວ່າດ້ວຍ
ການຕ້ານ ແລະ ສະກັດກັ້ນອາຊະຍາກຳ ທາງລະບົບຄອມພິວເຕີ
ທີ່ຈະສົ່ງຜົນກະທົບ ຕໍ່ຄວາມສະຫງົບຮຽບຮ້ອຍ ແລະ ຄວາມໝັ້ນຄົງ
ແຫ່ງຊາດ.

ສະມາຊິກສະພາແຫ່ງຊາດລາວ ໄດ້ລົງມະຕິຮັບຮອງເອົາຮ່າງ
ກົດໝາຍຕ້ານ ແລະ ສະກັດກັ້ນ ອາຊະຍາກຳ ທາງລະບົບ
ຄອມພິວເຕີ ໃນໂອກາດກອງປະຊຸມສະໄໝສາມັນ ຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ 7
ທີ່ດຳເນີນກອງປະຊຸມ ໃນຊ່ວງເດືອນກໍລະກົດທີ່ຜ່ານມານີ້ ໂດຍຮ່າງກົດໝາຍໃໝ່ສະບັບນີ້
ເປັນຄວາມຮັບຜິດຊອບ ຂອງກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຊຶ່ງປະກອບມີ
9 ພາກ 2 ໝວດ ແລະ 60 ມາດຕາ ທີ່ແນໃສ່ການປ້ອງກັນຜົນກະທົບຕໍ່ຄວາມສະຫງົບ
ຮຽບຮ້ອຍ ແລະ ຄວາມໝັ້ນຄົງແຫ່ງຊາດລາວ ທີ່ຈະເກີດຈາກອາຊະຍາກຳ ທາງລະບົບ
ຄອມພິວເຕີ ໃນທຸກຮູບແບບເປັນສຳຄັນ.

ທັງນີ້ ໂດຍທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການ ກະຊວງໄປຊະນີ ແລະ ໂທລະຄົມ
ມະນາຄົມ ໄດ້ໃຫ້ການຢືນຢັນວ່າ ຮ່າງກົດໝາຍ ສະບັບນີ້ ຈະມີບົດບາດຢ່າງສຳຄັນໃນການ ດຳເນີນມາດຕະການກວດກາການນຳໃຊ້ສື່ສັງຄົມ ຫຼື Social Media ດ້ວຍລະບົບ Internet ທີ່ໄດ້ມີການຮັບ-ສົ່ງຂໍ້ມູນຂ່າວສານ ລະຫວ່າງກັນ ຕະຫລອດເວລານັ້ນ ຈຶ່ງເຮັດໃຫ້ຕ້ອງມີ
ການເພີ້ມ ມາດຕະການເຂັ້ມງວດຫຼາຍຂຶ້ນ ເພາະປາກົດວ່າ ໄດ້ມີການນຳໃຊ້ສື່ສັງຄົມໄປໃນທາງ ທີ່ບໍ່ສ້າງສັນຫຼາຍຂຶ້ນນັບມື້ ທັງຍັງມີການໃຫ້ຂ່າວສານ ແລະ ຂໍ້ມູນທີ່ບໍ່ມີມູນຄວາມຈິງອີກດ້ວຍ.

ທ່ານ ຫຽມ ພົມມະຈັນ ສະມາຊິກ ສະພາແຫງຊາດ ກ່າວຖະແຫລງ ກ່ຽວກັບ ການນຳໃຊ້ສື່ສັງຄົມອິນເຕີແນັດ ໄປໃນທາງຂອງການວິພາກ ວິຈານ ທາງການເມືອງ ໃນລາວ.
ທ່ານ ຫຽມ ພົມມະຈັນ ສະມາຊິກ ສະພາແຫງຊາດ ກ່າວຖະແຫລງ ກ່ຽວກັບ ການນຳໃຊ້ສື່ສັງຄົມອິນເຕີແນັດ ໄປໃນທາງຂອງການວິພາກ ວິຈານ ທາງການເມືອງ ໃນລາວ.

​ຍິ່ງໄປກວ່ານັ້ນ ຈາກການດຳເນີນມາດຕະການກວດກາ ໃນ
ໄລຍະທີ່ຜ່ານມາ ກໍຍັງພົບວ່າ ມີການນຳໃຊ້ສື່ສັງຄົມອິນເຕີແນັດ
ໄປໃນທາງຂອງການວິພາກວິຈານ ທາງການເມືອງ ໃນລາວ
ແລະ ໃສ່ຮ້າຍປ້າຍສີການນຳ ໃນພັກປະຊາຊົນປະຕິວັດລາວ
ແລະ ລັດຖະບານ ອັນຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງຊາດ
ໄດ້ອີກດ້ວຍ ເພາະສະນັ້ນ ຈຶ່ງເຮັດໃຫ້ຕ້ອງມີການດຳເນີນມາດ
ຕະການປິດກັ້ນສື່ສັງຄົມອິນເຕີເນັດ ດັ່ງກ່າວຢ່າງເຂັ້ມງວດທີ່ສຸດ
ໃນໄລຍະຕໍ່ໄປນີ້ ດັ່ງທີ່ທ່ານຫຽມ ໄດ້ຖະແຫລງຢືນຢັນວ່າ:

“ໃນການໃຊ້ສື່ສັງຄົມ Online ນີ້ ຜົນປະໂຫຍດນີ້ ກໍເພື່ອ
ເປັນຂໍ້ມູນ ແລະ ແບ່ງຂໍ້ມູນຄວາມຮູ້ສາລະຕ່າງໆ ການ
ໂຄສະນາເຜີຍແຜ່ປະຊາສຳພັນ ລະຫວ່າງບຸກຄົນ ກັບ ບຸກຄົນ ລະຫວ່າງອົງການ
ກັບອົງການ ແລະ ບັນດານັກທຸລະກິດ ກໍຄືການຄ້າ ແຕ່ຖ້າຫາກບັນຊີໃດ ຫຼື ຜູ້ໃດ
ຂໍ້ຄວາມໃດ ທີ່ມັນເປັນໄພ ແກ່ສັງຄົມ ເປັນໄພແກ່ຜູ້ອື່ນ ແລະ ປະເທດຊາດຫັ້ນ
ພວກເຮົາຈະຕັດເປັນກໍລະນີໄປ.”

ການນຳໃຊ້ສື່ສັງຄົມດ້ວຍລະບົບ ອິນເຕີເນັດ ໃນລາວ ໄດ້ເພີ້ມຂຶ້ນຢ່າງໄວວາ ນັບແຕ່ປີ
2010 ທີ່ລາວໄດ້ເລີ້ມນຳໃຊ້ລະບົບສື່ສາານ 3G ແລະໄດ້ຍົກລະດັບເປັນລະບົບ 4G
ນັບຈາກປີ 2012 ເປັນຕົ້ນມາ ຊຶ່ງກໍປາກົດວ່າ ມີຜູ້ນຳໃຊ້ໂທລະສັບມືຖືແລ້ວ ຫຼາຍກວ່າ
4 ລ້ານ 3 ແສນຄົນ ຫຼື 65 ເປີເຊັນ ຂອງປະຊາກອນທັງໝົດໃນປັດຈຸບັນ ໂດຍໃນນີ້ ກໍມີ
ຢູ່ຫຼາຍກວ່າ 8 ແສນຄົນທີ່ນຳໃຊ້ສື່ສັງຄົມອິນເຕີແນັດ ແລະ ເພີ້ມຂຶ້ນເປັນຫຼາຍກວ່າ 1 ລ້ານ
ຄົນ ນັບແຕ່ທ້າຍປີ 2014 ເປັນຕົ້ນມາ.

ຍິ່ງໄປກວ່ານັ້ນ ການທີ່ທາງການລາວ ມີກຳນົດການ ທີ່ຈະສົ່ງດາວທຽມດວງທຳອິດ ຂອງລາວ ທີ່ລົງທຶນໂດຍບໍລິສັດ China Asia-Pacific Mobile Telecommunications Satellite ຈຳກັດຈາກຈີນເນື່ອງໃນໂອກາດສະເຫຼີມສະຫຼອງການສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນທ້າຍປີ 2015 ນັ້ນ ກໍຍັງຈະເຮັດໃຫ້ການຊົມໃຊ້ສື່ສັງຄົມອິນເຕີແນັດ ໃນລາວມີຄວາມ ທັນສະໄໝ ແລະ ຂະຫຍາຍກວ້າງຫຼາຍຂຶ້ນອີກດ້ວຍ.

ການ​ສ້າງ ​ແລະ ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ ຂຶ້ນສູ່​ວົງ​ໂຄຈອນ​ດັ່ງກ່າວ ຖື​ເປັນ​ພາກ
ສ່ວນ​ໜຶ່ງ​ຂອງ​ການ​ຮ່ວມ​ມື ​ໃນ​ການ​ພັດທະນາ​ເທັກ​ໂນ​ໂລ​ຈີ ດ້ານ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ ລັດຖະບານ​ລາວກັບ​ຈີນ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັນ​ໃນ​ປີ 2011 ຊຶ່ງ​ລັດຖະບານ​ຈີນ ​ໄດ້​ຕົກລົງ​ ໃຫ້​ເງິນ​ກູ້​ແກ່​ລັດຖະບານ​ລາວ ​ໃນ​ມູນ​ຄ່າ 254 ລ້ານ​ໂດ​ລາ ສຳ​ຫລັບ​ເປັນ​ຄ່າ​ຈ້າງ​ບໍລິສັດ​ຈີນ ​ໃນ
​ການ​ສ້າງ ​ແລະ ສົ່ງ​ດ​າວທຽມ​ດວງ​ທຳ​ອິດ​ຂຶ້ນສູ່​ວົງ​ໂຄຈອນ​ດັ່ງກ່າວ.

ນອກຈາກ​ນັ້ນລັດຖະບານ​ລາວ​ຍັງ​ມີ​ແຜນການ​ທີ່​ຈະ​ສ້າງ​ດາວ​ທຽມ​ດວງ​ທີ 2 ​ເພື່ອ​ໃຫ້​ຄົບຖ້ວນ ຕາມ​ທີ່​ໄດ້​ຮັບ​ສິດ ​ຈາກ​ອົງການ​ດາວ​ທຽມ​ສາກົນ​ອີກ​ດ້ວຍ ​ໂດຍ​ຈະ​ເປັນ​ການ​ຮ່ວມ​ທຶນ ລະຫວ່າງ​ທາງ​ການ​ລາວ ກັບ​ບໍລິສັດ​ເອກະ​ຊົນ​ຈີນ ຊຶ່ງ​ຄາດໝາຍ​ວ່າ ຈະ​ຕ້ອງ​ໃຊ້​ເງິນ​ລົງທຶນ​ໃນ​ມູນ​ຄ່າ​ເຖິງ 960 ລ້ານ​ໂດ​ລາ ​ເນື່ອງ​ຈາກ​ວ່າ ​ເປັນ​ດາວ​ທຽມ​ທີ່​ມີ​ເຖິງ 36 ຊ້ອງ​ສັນຍານ ​ໃນ​ການ​ຮັບ​-ສົ່ງ​ສັນຍານ​ໂທລະພາບ ​ແລະ ​ໂທລະສັບ ຈຶ່ງ​ຕ້ອງ​ໃຊ້​ເງິນ​ລົງທຶນ ສູງ​ກວ່າ​ດາວ​ທຽມ​ດວງ​ທຳ​ອິດຂອງ​ລາວນັ້ນ​ເອງ.

XS
SM
MD
LG