ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດລາວ ຮັບຮອງເອົາ ກົດໝາຍໃໝ່ ແລະການດັດແກ້ ກົດໝາຍເກົ່າ 13 ສະບັບ


ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ລົງມັດຕິຮັບຮອງເອົາກົດໝາຍໃໝ່ ແລະກົດໝາຍເກົ່າທີ່ດັດແກ້ໃໝ່ ລວມກັນເຖິງ 13 ສະບັບ.
ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ລົງມັດຕິຮັບຮອງເອົາກົດໝາຍໃໝ່ ແລະກົດໝາຍເກົ່າທີ່ດັດແກ້ໃໝ່ ລວມກັນເຖິງ 13 ສະບັບ.

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ລົງມັດຕິຮັບຮອງ ເອົາກົດໝາຍໃໝ່ ແລະກົດໝາຍເກົ່າທີ່ດັດແກ້ໃໝ່ຈໍານວນລວມກັນເຖິງ 13 ສະບັບ ຊຶ່ງລວມເຖິງກົດໝາຍຜະລິດຕະພັນຢາອີກດ້ວຍ.

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ໄດ້ດໍາເນີນ
ໄປໃນລະຫວ່າງວັນທີ 7-21 ທັນວາ ທີ່ຜ່ານມາ ໄດ້ສິ້ນສຸດລົງດ້ວຍການທີ່ກອງປະ ຊຸມໄດ້ລົງມະຕິຮັບຮອງເອົາກົດໝາຍໃໝ່ ຈໍານວນ 3 ສະບັບພ້ອມດ້ວຍການຮັບ
ຮອງເອົາກົດໝາຍເກົ່າດັດແກ້ໃໝ່ອີກ 10ສະບັບ.

ກົດໝາຍໃໝ່ຈໍານວນ 3 ສະບັບທີ່ກອງປະຊຸມສະພາແຫ່ງຊາດລາວໄດ້ຮັບຮອງເອົາ
ໃນຄັ້ງນີ້ ກໍຄືກົດໝາຍວ່າດ້ວຍການສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະຂະ
ໜາດກາງ, ກົດໝາຍວ່າດ້ວຍຫໍສະມຸດ ແລະກົດໝາຍວ່າດ້ວຍສະພາທະນາຍຄວາມ.

ສ່ວນກົດໝາຍ 10 ສະບັບ ທີ່ດັດແກ້ໃໝ່ນັ້ນປະກອບດ້ວຍ ກົດໝາຍວ່າດ້ວຍການໂທ
ລະຄົມມະນາຄົມ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍໄຟຟ້າ,
ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍພາສີ, ກົດໝາຍສ່ວຍສາອາກອນ, ກົດໝາຍງົບ
ປະມານແຫ່ງລັດ, ກົດໝາຍປະກັນໄພ, ກົດໝາຍອະນາໄມປ້ອງກັນພະຍາດ ແລະສົ່ງ
ເສີມສຸຂະພາບ, ແລະກົດໝາຍວ່າດ້ວຍຢາ ແລະຜະລິດຕະພັນທາງການແພດ.

ສະມາຊີກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7
ສະມາຊີກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7

ທັງນີ້ ສາເຫດທີ່ພາໃຫ້
ມີການດັດແກ້ກົດໝາຍ
ເກົ່າຫລາຍກວ່າ ການ
ພິຈາລະນາຮັບຮອງເອົາ
ກົດໝາຍໃໝ່ນັ້ນ ກໍຍ້ອນ
ວ່າ ຕ້ອງການເຮັດໃຫ້
ກົດໝາຍເກົ່າ ມີຄວາມ
ສອດຄ່ອງກັບສະພາບ
ການຕົວຈິງແລະຄວາມ
ຮຽກຮ້ອງຕ້ອງການທັງ
ພາຍໃນແລະຕ່າງປະ
ເທດທີ່ປ່ຽນແປງໄປຢ່າງ
ໄວວາ ຊຶ່ງໃນນີ້ ກໍລວມ
ເຖິງການທີ່ຈະຕ້ອງເສີມ
ສ້າງສຸຂະພາບອານາໄມ
ທີ່ດີ ໃຫ້ແກ່ປະຊາຊົນລາວ
ອີກດ້ວຍ ດັ່ງທີ່ທ່ານ ເມກ
ສະຫວັນ ພົມພິທັກ ສະ
ມາຊີກສະພາແຫ່ງຊາດ
ຈາກແຂວງຈໍາປາສັກ ໄດ້
ໃຫ້ການອະທິບາຍເຖິງສະພາບບັນຫາ ໃນດ້ານດັ່ງກ່າວນີ້ໃນຕອນນຶ່ງວ່າ:

ເວົ້າເລື້ອງຢານີ້ ມັນກໍມີຫຼາຍປະເພດທີ່ ວ່າພວກເຮົາຂາດການກວດກາ
ຄຸ້ມຄອງຕົວຈິງ
ການປິ່ນປົວກໍບໍ່ຮູ້ວ່າເປັນຢາເສຍຄຸນ ຫຼືວ່າຢານີ້ເອົາມາ
ແຕ່
ສ ຫຼືວ່າຢາປອມ ຫຼືວ່າແນວໃດ ເວລາແຈກໃຫ້ກະບໍ່ມີສະຫຼາກ ໂຕ ນີ້ພວກເຮົາໄດ້ກໍານົດໄວ້ໃນກົດໝາຍການຢານີ້ຫຼະ ກ່ອນທີ່ພວກເຮົາໄດ້
ກໍານົດໄວ້ຢ່າງລະອຽດ ແຕ່ວ່າການຄຸ້ມຄອງຕົວຈິງນີ້ກໍຍັງບໍ່ທັນເລິກ
ເຊິ່.

ຢ່າງໃດກໍຕາມ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວກໍໄດ້ຖະແຫຼງຍອມ
ຮັບກ່ອນໜ້ານີ້ວ່າ ການພັດທະນາລະບົບກົດໝາຍໃນລາວ ຍັງດໍາເນີນໄປຢ່າງຊັກຊ້າ
ເນື່ອງຈາກວ່າ ສະພາແຫ່ງຊາດລາວຕ້ອງມາເສຍເວລາ ສ່ວນໃຫຍ່ໃນການດັດແກ້
ກົດໝາຍເກົ່າແທນທີ່ຈະມີການສ້າງກົດໝາຍໃໝ່ຂຶ້ນມາໃຫ້ເທົ່າທັນ ກັບກະແສຮຽກ
ຮ້ອງຕ້ອງການໃນສັງຄົມທີ່ເປັນຈິງໂດຍສາເຫດສໍາຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ
ກໍຄືລະດັບຄຸນນະພາບ ແລະປະສິດທີ່ພາບພາຍໃນ ການປະຕິບັດໜ້າ ທີ່ຂອງສະມາຊິກ
ສະພາແຫ່ງຊາດລາວ ໃນໄລຍະທີ່ຜ່ານມານັ້ນ ຍັງຢູ່ໃນລະດັບທີ່ຕໍ່ານັ້ນເອງ.

ທັງນີ້ໂດຍນັບຈາກປີ 1991 ເປັນຕົ້ນມາຈົນເຖິງປັດຈຸບັນສະພາແຫ່ງຊາດລາວ ໄດ້ຜ່ານ
ກົດໝາຍອອກມາບັງຄັບໃຊ້ໄດ້ຈໍານວນ 91 ສະບັບ ໂດຍແບ່ງເປັນກົດໝາຍໃນຂົງເຂດ
ເສດຖະກິດ 49 ສະບັບ. ກົດໝາຍໃນຂົງເຂດການປົກຄອງ ແລະຄຸ້ມຄອງລັດ 22 ສະ
ບັບ ແລະກົດໝາຍດ້ານວັດທະນາທໍາ-ສັງຄົມ 20 ສະບັບ.

ນອກຈາກການຮັບຮອງເອົາກົດໝາຍທັງ 13 ສະບັບ ດັ່ງກ່າວແລ້ວ ກອງປະຊຸມສະພາ
ແຫ່ງຊາດລາວ ໃນຄັ້ງຫລ້າສຸດນີ້ ກໍຍັງໄດ້ອະນຸມັດໃຫ້ດັດແກ້ແຜນງົບປະມານລາຍຈ່າຍ
ສົກປີ 2011-2012 ໂດຍໃຫ້ເພີ່ມງົບປະມານລາຍຈ່າຍ ຈາກເດີມ 17,831.1 ຕື້ກີບເປັນ
18,977.46 ຕື້ກີບ ຫຼືເທົ່າກັບ 27.19% ຂອງຍອດຜະລິດຕະພັນລວມພາຍໃນປະເທດ
(GDP) ແລະພ້ອມກັນນັ້ນ ກອງປະຊຸມສະພາແຫ່ງຊາດລາວ ກໍໄດ້ອະນຸມັດໃຫ້ເພີ່ມການ ຂາດດຸນໃນດ້ານງົບປະມານໃນສົກປີ 2011-2012 ຈາກ 2,104.96 ຕື້ກີບເປັນ
3,213.93 ຕື້ກີບຫຼືຄິດເປັນ 4.6% ຂອງມູນຄ່າ GDP ທັງໝົດອີກດ້ວຍ.

XS
SM
MD
LG