ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດ ດັດແກ້ກົດໝາຍ ວ່າດ້ວຍ ການຄຸ້ມຄອງສານເຄມີ ອັນຕະລາຍ


ປະຊາຊົນ ພົນລະເມືອງລາວ ໃນທ້ອງຖິ່ນ ແຫ່ງໜຶ່ງ ໄດ້ຮັບຜົນກະທົບ ຈາກສານເຄມີອັນຕະລາຍ ຂອງບໍລິສັດຂອງຈີນ ທີ່ມາເຮັດທຸລະກິດ ການປູກຝັງ ຢູ່ໃນລາວ.
ປະຊາຊົນ ພົນລະເມືອງລາວ ໃນທ້ອງຖິ່ນ ແຫ່ງໜຶ່ງ ໄດ້ຮັບຜົນກະທົບ ຈາກສານເຄມີອັນຕະລາຍ ຂອງບໍລິສັດຂອງຈີນ ທີ່ມາເຮັດທຸລະກິດ ການປູກຝັງ ຢູ່ໃນລາວ.

ສະພາແຫ່ງຊາດລາວ ດັດແກ້ກົດໝາຍ ວ່າດ້ວຍການຄຸ້ມຄອງສານເຄມີອັນຕະລາຍ ສ່ວນລັດຖະບານ ກໍໄດ້ມີຄຳສັ່ງໃຫ້ຢຸດສຳປະທານທີ່ດິນ ແກ່ບັນດານັກທຸລະກິດຈີນ ແລະໃຫ້ຢຸດການປູກກ້ວຍຢ່າງສິ້ນເຊີງ

ກອງປະຊຸມສະໄໝສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ໄດ້ດຳເນີນ ການປັບປຸງ ແລະດັດແກ້ກົດໝາຍວ່າດ້ວຍ ການຄຸ້ມຄອງສານເຄມີອັນຕະລາຍ ຢ່າງເປັນທາງການ ເມື່ອບໍ່ນານມານີ້ ໂດຍມີເປົ້າໝາຍເພື່ອເຮັດໃຫ້ບົດບັນຍັດ ໃນ ກົດໝາຍມີຄວາມຊັດເຈນ ແລະສອດຄ່ອງກັບສະພາການຕົວຈິງ ໃນລາວ ໂດຍ ສະເພາະແມ່ນ ການຍົກລະດັບປະສິດທິພາບ ໃນການຄຸ້ມຄອງ ຕິດຕາມ ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວຽກງານເຄມີ ໃຫ້ມີຄຸນນະພາບ ແລະ ມາດຕະຖານ ແນໃສ່ເຮັດໃຫ້ການດຳເນີນທຸລະກິດ ແລະນຳໃຊ້ເຄມີຮັບປະກັນ ຕໍ່ສຸຂະພາບ ຊັບສິນ ແລະສິ່ງແວດລ້ອມຂອງລາວ.

ບໍລິສັດເອກກະຊົນຈີນ ໄດ້ຮັບສຳປະທານທີ່ດິນ ເພື່ອໃຊ້ໃນການປູກຝັງ ພືດເສດຖະກິດ
ບໍລິສັດເອກກະຊົນຈີນ ໄດ້ຮັບສຳປະທານທີ່ດິນ ເພື່ອໃຊ້ໃນການປູກຝັງ ພືດເສດຖະກິດ

ໂດຍສາເຫດທີ່ສະພາແຫ່ງຊາດລາວ ຕ້ອງປັບປຸງ ແລະດັດແກ້ກົດໝາຍວ່າດ້ວຍ ການຄຸ້ມຄອງສານເຄມີອັນຕະລາຍດັ່ງກ່າວ ກໍເພາະວ່າ ວຽກງານການຄຸ້ມຄອງ
ສານເຄມີອັນຕະລາຍ ໃນລະຍະທີ່ຜ່ານມານັ້ນ ບໍ່ມີປະສິທິພາບ ແລະບໍ່ເປັນ ເອກກະພາບກັນ ທັງຍັງບໍ່ມີຄວາມເຂັ້ມງວດ ໃນການບັງຄັບໃຊ້ກົດໝາຍອີກດ້ວຍ ດັ່ງທີ່ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະການຄ້າໃນຖານະຜູ້ສະເໜີການດັດແກ້ດັ່ງກ່າວ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ການຄຸ້ມຄອງວຽກງານ ໃນລະຍະຜ່ານມາ ຍັງມີຄວາມສັບສົນ ບໍ່ທັນຮັດກຸມ ແລະຖືກຕ້ອງ ຕາມເທັກນິກ ເປັນຕົ້ນ ການນຳເຂົ້າເຄມີບໍ່ສາມາດ ຮູ້ລະອຍດ ແລະການຂົນສົ່ງເຄມີ ປະຕິບັດແບບດຽວກັບສິນຄ້າທົ່ວໄປ ການເກັບ ຮັກສາບໍ່ມີສາງເກັບສະເພາະ ຖ້າມີ ກລບໍ່ທັນໄດ້ມາດຕະຖານ ການນຳໃຊ້ບໍ່ທັນ
ຖືກວິທີ ແລະບໍ່ມີອຸປະກອນປ້ອງກັນທີ່ເມາະສົມ ການກຳຈັດ ແລະບຳບັດບໍ່ທັນ
ຖືກວິທີ ແລະຮວມທັງການນຳເຂົ້າ-ສົ່ງອອກ ຍັງບໍ່ທັນປະຕິບັດຕາມຫລັກການ.”

ກ່ອນໜ້ານີ້ ທ່ານຄຳພັນ ເຜຍຍະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ອອກຄຳສັ່ງໄປ
ເຖິງທຸກໜ່ວຍງານ ທີ່ກ່ຽວຂ້ອງໃນທົ່ວແຂວງບໍ່ແກ້ວ ເພື່ອໃຫ້ຢຸດຢັ້ງການອະນຸມັດ ສຳປະທານທີ່ດິນ ໃຫ້ແກ່ບັນດານັກທຸລະກິດຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ໃນ ແຂວງບໍ່ແກ້ວ ຢ່າງສິ້ນເຊີງ ເພາະໄດ້ສົ່ງຜົນກະທົບສິ່ງແວດລ້ອມທຳມະຊາດ ແລະ ປະຊາຊົນລາວ ໃນແຂວງບໍ່ແກ້ວຢ່າງກວ້າງຂວາງ.

ທັງນີ້ ໂດຍເປັນຜົນກະທົບຈາກການທີ່ບັນດານັກທຸລະກິດຈີນ ໄດ້ພາກັນໃຊ້ປຸຍ ແລະສານເຄມີ ໃນການປູກກ້ວຍຢ່າງຫລວງຫລາຍ ໂດຍສະເພາະແມ່ນ ສານເຄມີ ທີ່ໃຂ້ເພື່ອເລັ່ງຜົນຜະລິດ ແລະກຳຈັດສັດຕູພືດນັ້ນ ໄດ້ກາຍເປັນບັນຫາທີ່ຄຸກຄາມ ຕໍ່ສຸຂະພາບອະນາໄມຂອງປະຊາຊົນ ທັງກໍຍັງໄດ້ສົ່ງຜົນກະທົບຕໍ່ແຫລ່ງນ້ຳ ທຳມະ
ຊາດ ສັດນ້ຳ ນາເຂົ້າ ແລະພືດຜົນຕ່າງໆ ຂອງປະຊາຊົນລາວໃນແຂວງບໍ່ແກ້ວ ຢ່າງໜັກໜ່ວງອີກດ້ວຍ.

ໂດຍທີ່ຜ່ານມາ ທາງການແຂວງບໍ່ແກ້ວ ໄດ້ອະນຸມັດສຳປະທານທີ່ດິນ ເພື່ອປູກກ້ວຍ ໃຫ້ແກ່ບັນດານັກທຸລະກິດຈີນ ໄປແລ້ວໃນພື້ນທີ່ກວ້າງກວ່າ 10,000 ເຮັກຕາ ຊຶ່ງ ສ່ວນໃຫຍ່ເປັນສຳປະທານທີ່ດິນ ທີ່ຢູ່ສູງກວ່າ ທີ່ຢູ່ອາໄສ ແລະທີ່ດິນທຳກິນ ຂອງ
ປະຊາຊົນລາວ ໃນແຂວງບໍ່ແກ້ວ ສະນັ້ນ ເມື່ອຍາມຝົນຕົກລົງມາ ກໍຊັດເອົາສານເຄມີ ລົງມາສູ່ທີ່ດິນຂອງປະຊາຊົນ ແລະແຫລ່ງນ້ຳທຳມະຊາດດ້ວຍ ສະນັ້ນ ຈຶ່ງເຮັດໃຫ້ ລັດຖະບານ ລາວ ມີຄຳສັ່ງໃຫ້ຢຸດປູກກ້ວຍໃນທົ່ວປະເທດ ຢ່າງສິ້ນເຊີງແລ້ວ ໃນ
ຂະນະນີ້.

ທາງການລາວ ທັງໃນຂັ້ນສູນກາງ ແລະລະດັບທ້ອງຖິ່ນ ໄດ້ອະນຸມັດສຳປະທານທີ່ດິນ ໃຫ້ແກ່ເອກກະຊົນລາວ ແລະຕ່າງຊາດໄປແລ້ວ 1,281 ສັນຍາ ຊຶ່ງແບ່ງເປັນການ ອະນຸຍາດ ຈາກລະດັບສູນກາງ ຈຳນວນ 45 ສັນຍາ ໃນເນື້ອທີ່ 113,281 ເຮັກຕາ ສ່ວນຂັ້ນແຂວງອະນຸຍາດ 1,213 ສັນຍາ ໃນເນື້ອທີ່ 158,813 ເຮັກຕາ ແລະອີກ 23 ສັນຍາ ເປັນການສຳຫຼວດເພື່ອພິຈາລະນາອອກໃບອະນຸຍາດ ໃນເນື້ອທີ່ກວ້າງກວ່າ 3 ໝື່ນເຮັກຕາ ໃນທົ່ວປະເທດ ໂດຍຍັງບໍ່ຮວມເຖິງເຂດສຳປະທານ ການຂຸດຄົ້ນແຮ່ທາດ ໃນທົ່ວປະເທດລາວຢ່າງໃດ.

XS
SM
MD
LG