ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ​ແຫ່ງ​ຊາດ​ລາວ ​ຮ່າງ​ແຜນ​ການ​ຄຸ້ມຄອງ ​ແລະຈັດ​ສັນ​ ທີ່​ດິນແຫ່ງ​ຊາດ​ ສະບັບ​ໃໝ່


ດຣ. ຄໍາເຜີນ ປານມະໄລທອງ ສະມາຊິກຜູ້ແທນ ປະຊາຊົນລາວ ຈາກກໍາແພງນະຄອນວຽງຈັນ ໄດ້ກ່າວອອກຄໍາເຫັນໃນກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ ທີ່ຈັດຂຶ້ນໃນ ເດືອນ ມິຖຸນາ, 2012
ດຣ. ຄໍາເຜີນ ປານມະໄລທອງ ສະມາຊິກຜູ້ແທນ ປະຊາຊົນລາວ ຈາກກໍາແພງນະຄອນວຽງຈັນ ໄດ້ກ່າວອອກຄໍາເຫັນໃນກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ ທີ່ຈັດຂຶ້ນໃນ ເດືອນ ມິຖຸນາ, 2012

ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ​ລາວ​ ພາຍ​ໃຕ້​ການ​ເປັນ​ປະທານ​
ຂອງ​ທ່ານນາງ​ປານີ ຢາ​ທໍ​ຕູ ​ໄດ້​ມີ​ມະຕິ​ຕົກລົງ​ໃຫ້​ດໍາ​ເນີນ​ການ​
ຄົ້ນຄວ້າ​ເພື່ອ​ການ​ສ້າງ​ແຜນການ​ແລະ​ນະໂຍບາຍ​ທີ່​ດິນ​ແຫ່ງ​
ຊາດ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ກອງ​ປະຊຸມ​ປະ​ຈໍາເດືອນ
​ສິງຫາ​ນີ້ ​ໂດຍ​ມະຕິ​ຕົກລົງ​ດັ່ງກ່າວ​ນີ້​ໄດ້​ແນ​ໃສ່​ການ​ແກ້​ໄຂ​ບັນ
ຫາ​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ລະຫວ່າງ​ພາກ​ລັດ​ແລະ​ເອກ​ກະ​ຊົນ
ດ້ວຍ​ການ​ຮ່າງ​ແຜນ​ຍຸດທະສາດ​ວ່າ​ດ້ວຍ ການ​ຄຸ້ມ​ຄອງທີ່​ດິນ
ການຈັດ​ສັນ​ທີ່​ດິນ ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ​ທີ່​ຖືກ​ເວນ​ຄືນ ​ແລະ
ການ​ປັບປຸງ​ກົດໝາຍ​ທີ່​ກ່ຽວ​ກັບ​ທີ່​ດິນ ແລະ​ປ່າ​ໄມ້​ທຸກ​ສະບັບ​ທີ່
​ກ່ຽວຂ້ອງ​ຢ່າງ​ຄົບ​ຊຸດ.


​ແຕ່​ຢ່າງ​ໃດ​ກໍ​ຕາມ ມະຕິ​ຕົກລົງຂອງ​ຄະນະ​ປະ​ຈໍາ​ສະພາ​
ແຫ່ງ​ຊາດ​ໃນ​ຄັ້ງຫ​ລ້າ​ສຸດ​ນີ້ ​ກໍບໍ່​ໄດ້​ມີ​ການ​ກໍານົດ​ໄລ​ຍະ​
ເວລາ​ທີ່​ຊັດເຈນ​ວ່າ​ ຈະ​ຕ້ອງ​ດໍາ​ເນີນ​ການ​ໃຫ້​ແລ້ວ​ສໍາ
​ເລັດທັງ​ໝົດ​ເມື່ອ​ໃດ ເພາະ​ໄດ້​ມີ​ການ​ເນັ້ນ​ຢໍ້າພຽງ​ແຕ່​ວ່າ
​ຈະ​ດໍາ​ເນີນ​ການ​ໃຫ້​ສໍາ​ເລັດ​ໄວທີ່​ສຸດ ຫຼື​ຖ້າ​ຫາກ​ເປັນ​ໄປ​
ໄດ້ ​ກໍ​ໃຫ້​ທັນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 4 ຂອງ​ສະ
ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ທີ່​ຈະມີ​ຂຶ້ນ​ໃນເດືອນ​ທັນວາ​ນີ້.

​ທາງ​ການ​ລາວ​ຄາດ​ຫວັງ​ວ່າການ​ດໍາ​ເນີນ​ການ​ຢ່າງ​ຄົບ​ຊຸດ​
ດັ່ງກ່າວ​ນີ້​ ຈະ​ເຮັດ​ໃຫ້ບັນຫາ​ຂັດ​ແຍ້​ງທີ່ກ່ຽວ​ກັບ​ທີ່ດິນ​ລະ
ຫວ່າງ​ພາກ​ລັດ​ກັບ​ເອກ​ກະ​ຊົນ​ໃນ​ລາວ​ເບົາບາງລົງ. ​ເພາະວ່າ​ການ​ທີ່​ລັດຖະບານ​ລາວ​ໄດ້​ ໃຫ້ການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະເທດ​ເຂົ້າມາ​ໃນ​ພາກ​ກະສິກໍາ​ຫຼາຍ​ຂຶ້ນ ພາຍ​ໃຕ້​ແຜນການ 3+2 ກໍ​ຄື​ຕ່າງ​ຊາດ​ເປັນ ຝ່າຍ​ລົງທຶນ​ພ້ອມ​ດ້ວຍ​ການ​ຕອບ​ສະໜອງ​ດ້ານ​ເທັກ ນິກ ​ແລະ​ພັນ​ພືດ​ທີ່​ຈະ​ປູກ ​ໃນຂະນະ​ທີ່​ປະຊາຊົນ​ລາວ​ເປັນ​ຝ່າຍ​ອອກ​ແຮງ​ງານ​ແລະ​ປະ ກອບສ່ວນ​ດ້ວຍ​ທີ່​ດິນ ສໍາລັບ​ການ​ປູກ​ພືດ​ນັ້ນ​ໄດ້​ສົ່ງ​ຜົນ​ກະທົບ​ທັງ​ໃນ​ດ້ານ​ບວກ​ແລະ​ດ້ານ​ລົບ​ນັ້ນ​ເອງ.


ສໍາລັບ​ຜົນ​ກະ​ທົບໃນ​ດ້ານ​ບວກ​ນັ້ນ ກໍ​ຄື​ ການ​ທີ່​ປາກົດ​ວ່າ​ມີ​ບັນດາ​ນັກ​ທຸລະ​ກິດ ຊາວ​ຕ່າງ​ຊາດ​ໄດ້​ພາກັນ​ເຂົ້າມາ​ລົງທຶນ​ໃນ​ພາກ​ກະສິກໍາ​ໃນ​ລາວ​ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ມາ​ເຖິງ​ປັດຈຸບັນ​ກໍ​ກວມ​ເອົາ​ພື້ນ​ທີ່​ສໍາ​ປະທານ​ທີ່​ລວມກວ້າງ​ກວ່າ 4 ​ແສນ ​ເຮັກ​ຕ້າ​ແລ້ວ​ໃນ​ທົ່ວ​ປະ​ເທດ​ລາວ ສ່ວນ​ຜົນ​ກະທົບ​ດ້ານ​ລົບ​ທີ່​ເກີດ​ຂຶ້ນຄຽງ​ຄູ່​ກັນ​ໄປ​ນັ້ນ​ກໍ​ຄື​ບັນຫາ​ກ່ຽວ​ກັບ​ການ​ຖື​ຄອງ​ທີ່​ດິນ ​ເນື່ອງ​ຈາກ​ການ​ກວດກາ​ພົບ​ວ່າ​ສິດທິ​ໃນ​ການ​ຖື​ຄອງ​ທີ່​ດິນ​ທີ່​ເປັນ​ຈິງ​ພາຍ​ໃຕ້​ແຜນການ 3+2 ນັ້ນ​ໄດ້​ມີ​ການ​ປ່ຽນ​ມື​ຈາກ​ປະຊາ​ຊົນ​ລາວ​ໄປ​ເປັນ​ຂອງ​ຊາວ​ຕ່າງ​ຊາດ ​ໂດຍ​ທີ່​ປະຊາຊົນ​ລາວ​ຍອມ​ເປັນ​ຜູ້​ຖື​ຄອງ​ທີ່ດິນ​ແທນ ​ເພື່ອ​ແລກ​ກັບ​ຜົນ​ປະ​ໂຍດ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ. ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້ ​ໄດ້ຢືນຢັນ​ວ່າ:

“ຕໍ່​ກັບ​ຂະ​ບວນການ​ຊື້​ຂາຍ​ທີ່​ດິນ​ຂອງ​ນາຍທຶນ ຫຼື​ວ່າ​ຄົນ​ຕ່າງປະ​ເທດ​ໄດ້​ໃຊ້​
ຊື່​ຄົນ ລາວ​ແມ່ນ​ກໍາລັງ​ເປັນ​ຄ່າ​ນິຍົມ​ຂອງ​ຄົນ​ລາວ​ຈໍານວນ​ນຶ່ງ​ທີ່​ຂາດ​ສະຕິ
​ດ້ານ​ຄວາມ​ຮັບ​ຮູ້ທາງ​ດ້ານ​ກົດ​ລະບຽບ ຫຼື​ວ່າ​ດ້ານ​ກົດໝາ​ຍບ້ານ​ເມືອງ
ພ້ອມ​ທັງ​ຫຼົງ​ໄຫຼ​ນໍາ​ຄ່າ​ຈ້າງ​ລາງວັນ​ຈາກ​ນາຍທຶນ ການ​ເປັນ​ຄົນ​ທີ່​ເອີ້ນ​ວ່າ​
ນາຍ​ໜ້າ​ຫຼື​ວ່າ​ຄົນ​ຕ່າງ​ດ້າວ​ທີ່​ບໍ່​ແມ່ນ​ສັນຊາດ​ຄົນ​ລາວ ​ເພື່ອ​ອອກ​ຊື່​ໃນ​ໃບ
ຕາດິນ ​ແລະ​ກໍາລັງ​ເປັນ​ບັນຫາ​ທີ່​ແຜ່​ລາມ ຫຼາຍ”


ກ່ອນ​ໜ້າ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ປະ​ຈໍາ​ຫ້ອງ​ການ​ສະພາ​ແຫ່ງ​ຊາດ​ລາວ ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ ບັນຫາ​ທີ່​ພົ້ນ​ເດ່​ນທີ່​ສຸດ​ທີ່​ປະຊາຊົນ​ລາວ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ມາ​ຍັງ​ສະພາ​ແຫ່ງ​ຊາດ​ລາວ​ຫຼາຍ​ທີ່​ສຸດ​ໃນ​ເວລາ​ນີ້ ກໍ​ຄືບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ທໍາ​ກິນ​ແລະ​ທີ່ຢູ່​ອາ​ໃສ ຊຶ່ງສ່ວນ​ໃຫຍ່​ກໍ​ເປັນ​ບັນຫາ​ຂັດແຍ້​ງກັບ​ລັດຖະບານ​ແລະ​ບັນດາ​ອົງ ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ທົ່ວ​ໄປ​ເທດ ທີ່​ມີ​ສາ​ເຫດ​ສໍາຄັນ​ມາ​ຈາກ​ການ​ໃຫ້​ສໍາ​ປະທານ​ທີ່​ດິນ​ແກ່​ພາກ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງຊາດ ທີ່​ໄດ້​ໄປ​ທັບ​ຫຼືກວມ​ເອົາ​ທີ່​ດິນ​ຂອງ​ປະຊາ ຊົນ​ລາວ​ດ້ວຍ​ ໃນ​ຂະນະ​ດຽວ​ກັນ.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຍັງ​ບອກ​ດ້ວຍ​ວ່າການ​ຮຽກຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຊົນ​
ລາວ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນທຸກ​ປີ ​ແລະ​ການ​ຮຽກຮ້ອງ​ກໍ​ຍັງ​ລວມ​ໄປ​ເຖິງ​ການ​ຂໍໃຫ້​ແກ້​ໄຂ​ບັນ
ຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ວົງ​ການ​ລັດຖະບານລາວ​ດ້ວຍ ​ໂດຍ​ສະ​ເພາະ​ແມ່ນ​ການ​ຂໍ​ໃຫ້​ດໍາ​
ເນີນ​ມາດ​ຕະການ​ປ້ອງ​ກັນ​ປາບ​ປາມ​ການ​ສໍ້​ລາດບັງ​ຫຼວງ​ໃນ​ວົງ ການ​ລັດຖະບານ​ລາວ​ໃຫ້​
ມີ​ປະສິດທິພາບ ​ແລະ​ໃຫ້​ມີ​ການ​ລົງ​ໂທດ​ພະນັກງານ​ຂອງລັດ ທີ່​ໄດ້​ກະທໍາ​ຄວາມ​ຜິດ​ຢ່າງ​ແທ້​ຈິງ ​ໂດຍ​ບໍ່​ມີ​ການ​ຍົກ​ເວັ້ນ.
XS
SM
MD
LG