ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດລາວ ຈະຮັບຮອງເອົາ ໂຄງປະກອບອໍານາດ ແລະແຜນການ ພັດທະນາສະບັບໃໝ່


ຄະນະປະທານສະພາແຫ່ງຊາດຊຸດທີ່ 6, ຊຶ່ງລວມມີທ່ານນາງ ປານີ ຢາທໍຕູ (ຊ້າຍ), ທ່ານ ທອງສິງ ທໍາມະວົງ (ກາງ), ແລະ ທ່ານ ໄຊສົມພອນ ພົມວິຫານ (ຂວາສຸດ)
ຄະນະປະທານສະພາແຫ່ງຊາດຊຸດທີ່ 6, ຊຶ່ງລວມມີທ່ານນາງ ປານີ ຢາທໍຕູ (ຊ້າຍ), ທ່ານ ທອງສິງ ທໍາມະວົງ (ກາງ), ແລະ ທ່ານ ໄຊສົມພອນ ພົມວິຫານ (ຂວາສຸດ)

ຄະນະປະຈໍາສະພາແຫ່ງຊາດລາວຢືນຢັນວ່າ ການຮັບຮອງເອົາໂຄງປະກອບອໍານາດ ແລະແຜນການພັດທະນາແຫ່ງຊາດສະບັບໃໝ່ ເປັນວາລະສໍາຄັນຂອງກອງປະຊຸມສະໄໝ ສາມັນຄັ້ງປະຖົມມະເລີກ.

ທ່ານດວງດີ ອຸດທະຈັກ ກໍາມະການປະຈໍາສະພາແຫ່ງຊາດລາວ ໄດ້ຖະແຫລງຢືນຢັນ
ວ່າ ໃນໂອກາດກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວ
ຊຸດທີ 7 ທີ່ກໍາໜົດຈະໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າງຂອງວັນທີ 15 ມິຖຸນາ
ນີ້ ຖືວ່າເປັນກອງປະຊຸມຄັ້ງທໍາອິດຂອງສະມາຊິກສະພາ​ແຫ່ງ​ຊາດ​ລາວ ​ຊຸດ​ທີ່ 7 ຈໍາ
ນວນ 132 ຄົນທີ່ໄດ້ຮັບການເລືອກຕັ້ງ ທີ່ໄດ້ຮັບການເລືອກຕັ້ງເມື່ອວັນທີ 30 ເມສາ
ທີ່ຜ່ານມານັ້ນ ກໍມີວາລະທີ່ສໍາຄັນທີ່ຈະພິຈາລະນາຮັບຮອງເອົາໃນຫລາຍດ້ານອີກດ້ວຍ.

ກໍ​ຄື​ການລົງມັດຕິເພື່ອແຕ່ງຕັ້ງປະທານ, ຮອງປະທານ ແລະຄະນະກໍາມາທິການໃນດ້ານ ຕ່າງໆຂອງສະພາແຫ່ງຊາດຊຸດທີ 7 ຕິດຕາມດ້ວຍການແຕ່ງຕັ້ງປະທານ ແລະຮອງປະ
ທານປະເທດ, ການແຕ່ງຕັ້ງນາຍົກລັດຖະມົນຕີ ແລະຄະນະລັດຖະບານລາວຊຸດໃໝ່. ການແຕ່ງຕັ້ງປະທານສານປະຊາຊົນສູງສຸດ ແລະປະທານໄອຍະການປະຊາຊົນ ລວມ
ໄປເຖິງການພິຈາລະນາເພື່ອຮອງຮັບເອົາແຜນການພັດທະນາເສດຖະກິດ-ສັງຄົມໄລຍະ
5 ປີຄັ້ງທີ 7 ແລະ ແຜນການພັດທະນາເສດຖະກິດ-ສັງຄົມປະຈໍາປີ 2011- 2012 ດັ່ງ​ທີ່ ​ທ່ານ​ດວງດີ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

ກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາ ແຫ່ງຊາດລາວ ຊຸດທີ 6 ທີ່ໄດ້ເລືອກເອົາທ່ານ ທອງສິງ ທໍາມະວົງ ໃຫ້ເປັນນາຍົກລັດຖະມົນຕີ ຄົນໃໝ່ ໃນເດືອນທັນວາ 2010.
ກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາ ແຫ່ງຊາດລາວ ຊຸດທີ 6 ທີ່ໄດ້ເລືອກເອົາທ່ານ ທອງສິງ ທໍາມະວົງ ໃຫ້ເປັນນາຍົກລັດຖະມົນຕີ ຄົນໃໝ່ ໃນເດືອນທັນວາ 2010.

“ກອງປະຊຸມ ໄດ້​ພິຈາລະນາ
ແລະ​ຮັບຮອງ​ເອົາການ​ເລືອກ

ຕັ້ງປະທານ ແລະຮອງປະ
ທານປະເທດ,
ພິຈາລະນາ ​
ແລະ​ຮັບຮອງ
ການແຕ່ງຕັ້ງ
ນາຍົກລັດຖະມົນຕີ
ພິຈາລະ
ນາ
ແລະ ຮັບຮອງ​ໂຄງ​ປະ
ກອບກົງຈັກ​ຂອງ
ລັດຖະບານ
ແລະ
ການແຕ່ງຕັ້ງບັນດາ​
ຮອງ
ນາຍົກລັດຖະມົນຕີແລະ​
ລັດຖະມົນຕີ ພິຈາລະນາ
ແລະ
ຮັບຮອງແຜນການພັດທະນາ
ເສດຖະກິດ-ສັງຄົມ
5 ປີຄັ້ງ
ທີ 7 ຈາກ
ປີ 2011-2012.

ນອກຈາກ​ນັ້ນ ກອງປະຊຸມຄັ້ງນີ້ກໍ​ຍັງ​ຈະພິຈາລະນາຮັບຮອງ​ເອົາ​ກົດໝາຍ​ໃໝ່ ຈໍານວນ​ນຶ່ງ
ທີ່​ວ່າ​ດ້ວຍ​ການ​ສ່ວຍ​ສາ​ອາກອນ ​ແລະ ກົດມາຍ​ວ່າ​ດ້ວຍ​ການ​ປັບປຸງ​ໂຄງ​ສ້າງ​ອໍານາດການ
ບໍລິຫານ​ເນື່ອງ​ຈາກ​ວ່າກ່ອນໜ້ານີ້ ​ໄດ້​ມີ​ການ​ໂອນ​ຍ້າຍຄະນະ​ກໍາມະການ​ເພື່ອ​ການ​ຄວບ​ຄຸມ
ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ ຈາກສໍານັກງານ​ປະທານ​ປະ​ເທດ ມາ​ຢູ່​ໃນ​ສັງກັດສໍານັກ
ງານ​ນາຍົກ​ລັດຖະມົນຕີ​ນັ້ນ​ເອງ.

ຜູ້ນໍາສາມຄົນທີ່ສໍາຄັນສຸດຂອງລາວ
ຜູ້ນໍາສາມຄົນທີ່ສໍາຄັນສຸດຂອງລາວ

ສ່ວນຜູ້ທີ່ຖືກຄາດໝາຍວ່າຈະໄດ້ຮັບຕໍາແໜ່ງປະທານ
ປະເທດນັ້ນກໍຍັງເປັນທ່ານ ຈູມມະລີ ໄຊຍະສອນ ແລະ
ທ່ານນາງ ປານີ ຢາທໍຕູ້ກໍຈະໄດ້ຮັບຕໍາແໜ່ງປະທານ
ສະພາແຫ່ງຊາດໃນຂະນະທີ່ທ່ານ ທອງສິງ ທໍາມະວົງ
ກໍຈະຍັງຄົງຄອງຕໍາແໜ່ງນາຍົກລັດຖະມົນຕີຕໍ່ໄປ. ນອກ
ຈາກ​ນີ້ ກໍ​ຄາດໝາຍ​ວ່າ​ຈະ​ມີການ​ປັບປ່ຽນຕົວ​ບຸກຄົນທີ່​ຈະ
ເປັນ​ລັດຖະມົນຕີ​ໃນ​ບາງ​ກະຊວງ​ອີກ​ດ້ວຍ ​ເຊ່ນ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະວັດທະນາ​ທໍາ, ກະຊວງ​ກະສິກໍາ-ປ່າ​ໄມ້, ກະຊວງ​ສາ​ທາ​ລະນະ​ສຸກ​ ​ແລະ​ລັດຖະມົນຕີປະ​ຈໍາ​ສໍານັກ ງານ​ນາຍົກລັດຖະມົນຕີເປັນຕົ້ນ. ກອງປະຊຸມຄັ້ງນີ້ຈະ​ດໍາ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 24 ມິ​ຖຸນາ ​ຈຶ່ງ​ຈັດ​ອັດ​ລົງ.

ທ່ານຈູມມະລີ ໄຊຍະສອນ ປ່ອນບັດໃນການ ເລືອກຕັ້ງ ເອົາຜູ້ແທນສະມາຊິກສະພາແຫ່ງ ຊາດລາວ ເມື່ອເດືອນເມສາ 2011.
ທ່ານຈູມມະລີ ໄຊຍະສອນ ປ່ອນບັດໃນການ ເລືອກຕັ້ງ ເອົາຜູ້ແທນສະມາຊິກສະພາແຫ່ງ ຊາດລາວ ເມື່ອເດືອນເມສາ 2011.

ໃນການ​ເລືອກ​ຕັ້ງຄັ້ງນີ້ປະກອບ​ມີ
6,324 ໜ່ວຍ​ເລືອກຕັ້ງ​ ແລະ​ມີ​
ປະຊາຊົນທີ່ມີສິດໃນການເລືອກ
ຕັ້ງ ຈຳນວນ​ທັງໝົດ 3 ລ້ານ
244 ພັນ 312 ຄົນ. ຊຶ່ງ​ໃນນັ້ນ
ກໍ​ໄດ້​ອອກ​ມາ​ໃຊ້ສິດ 3 ລ້ານ
233 ພັນ 241 ​ຄົນ ຫລື​ຄິດ​
ເປັນ 99.65% ຂອງຈຳນວນ​ຜູ້
ທີ່ມີສິດໃນການເລືອກຕັ້ງທັງໝົດ.

XS
SM
MD
LG