ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລູກສາວທ່ານຄໍາໄຕ ສີພັນດອນ ຖືກແຕ່ງຕັ້ງ ເປັນ​ປະທານ​ ອົງການ​ກວດ​ສອບ​ແຫ່ງ​ລັດ


ຄະນະກໍາມະການກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາ​ລັງ​ດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້
ຄະນະກໍາມະການກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາ​ລັງ​ດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້

ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ໄດ້ຄັດ​ເລືອກ​ເອົາ ​ລູກ​ສາວຂອງ​ອະດີດ​ປະທານ​ພັກ ​ແລະ​ປະ​ທານ ​ປະ​ເທດ​ລາວ​ໃຫ້​ເປັນ​ປະທານ​ອົງການ​ກວດ​ສອບ​ຂອງ​ລັດ​ຄົນ​ໃໝ່.

ກອງ​ປະຊຸ​ມສະ​ໄໝ​ສາມັນ​ຄັ້ງ​ທີ
3 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ
​ທີ 7 ​ໂດຍ​ການ​ເປັນ​ປະທານ​ຂອງ​
ທ່ານ​ນາງ ປານີ ຢາ​ທໍ​ຕູ້ນັ້ນ ​ໄດ້
​ມີ​ມະຕິ​ເລືອກ​ຕັ້ງ​ໃຫ້​ທ່ານ​ນາງ
ວຽງ​ທອງ ສີ​ພັນ​ດອນ ​ເປັນ​ປະ
ທານ​ອົງການ​ກວດ​ສອບ​ແຫ່ງ​ລັດ
​ຜູ້​ໃໝ່ ​ແທນທ່ານບົວ​ສີ ລໍ​ວັນ​ໄຊ
ປະທານ​ຜູ້​ເກົ່າ ​ເມື່ອ​ອາທິດ​ຜ່ານ
​ມາ​ນີ້.


ກ່ອນ​ໜ້າ​ນີ້ ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ຊຶ່ງ​ເປັນ​ລູກ​ສາວຂອງ​ທ່ານ​ຄໍາ​ໄຕ ສີ​ພັນ​ດອນ,
ອະດີດ​ປະທານ​ປະ​ເທດ​ແລະ​ປະທານ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ເຄີຍດໍາລົງ​ຕໍາແໜ່​ງ​ເປັນ
​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ເງິນ​ ແລະ​ການ​ໄດ້​ຮັບ​ຕໍາ​ແໜ່​ງ​ໃໝ່​ໃນ​ຄັ້ງຫ​ລ້າ​ສຸດ​ນີ້
ກໍ​ປາກົດ​ວ່າ ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວຈໍ​ານວນ 106
ສຽງ​ຈາກຈໍານວນ​ສະມາຊິກ​ທີ່​ເຂົ້າຮ່ວມ​ໃນ​ກອງປະຊຸມ​ທັງ​ໝົດ 120 ຄົນ.​ ນອກ​ນີ້ ​ກໍ​ຍັງ​ຖື​ວ່າ
ທ່ານ​ນາງວຽງ​ທອງ​ເປັນ​ແມ່ຍິງ​ຜູ້​ທໍ​າອິດ ທີ່​ໄດ້​ຄອງ​ຕໍາ​ແໜ່​ງດັ່ງກ່າວ​ອີກ​ດ້ວຍ.

ທ.ນ. ວຽງທອງ ສີພັນດອນປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຜູ້​ໃໝ່​ ແລະທ. ບົວ​ສີ ລໍ​ວັນ​ໄຊ ປະທານ​ຜູ້​ເກົ່າ
ທ.ນ. ວຽງທອງ ສີພັນດອນປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຜູ້​ໃໝ່​ ແລະທ. ບົວ​ສີ ລໍ​ວັນ​ໄຊ ປະທານ​ຜູ້​ເກົ່າ

ກອງປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​
ຄັ້ງ​ນີ້ ຈະ​ດໍາ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ
13 ກໍລະກົດ. ນອກຈາ​ກການລົງ
ມະຕິ​ເລືອກ​ຕັ້ງ​ປະທານ​ອົງການ​
ກວດ​ສອບ​ແຫ່ງ​ລັດ​ດັ່ງກ່າວ​ແລ້ວ
​ກໍ​ຍັງ​ມີ​ວາລະ​ທີ່​ສໍາຄັນ​ອື່ນໆ​ ທີ່​
ຖືກ​ຈັດ​ເຂົ້າ​ໃນ​ການ​ປະຊຸມ​ອີກ 9
ວາລະ​ດ້ວຍ​ກັນ ​ໂດຍ​ສະ​ເພາະ
​ແມ່ນ​ວາລະ​ກ່ຽວ​ກັບ​ການ​ພິ​ຈາ
ລະ​ນາຮ່າງ​ກົດໝາຍທີ​ມີ​ເຖິງ 7
ສະບັບທີ່​ເປັນ​ກົດໝາຍ​ໃໝ່ 2 ສະບັບ ແລະ​ກົດໝາຍ​ເກົ່າ​ທີ່​ດັດ​ແກ້ໃໝ່ 5 ສະບັບ.

ສ່ວນ​ວາລະ​ອື່ນໆ​ທີ່​ສໍາຄັນ ກໍ​ປະກອບ​ດ້ວຍ​ການ​ພິດ​ຈາລະ​ນາແລະ​ຮັບຮອງ​ເອົາ​ລາຍ​ງານ
ຂອງ​ລັດຖະບານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ,
​ແຜນ​ງົບປະມານ​ຂອງ​ລັດ​ປີ 2011-2012 ​ແລະ​ທິດ​ທາງ​ວຽກ​ງານ​ສົກ​ປີ 2012-2013
ການ​ພິ​ຈາລະ​ນາ​ບົດ​ລາຍ​ງານ​ຂອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ຫົວໜ້າ​ອົງການ​
ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ,​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ​ລັດຖະມົນຕີ​ກະຊວງ​ຍຸຕິ
​ທໍາ​ ເປັນ​ຕົ້ນ.

ນອກຈາກ​ນີ້ ກໍ​ຈະ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະພາ
​ແຫ່ງ​ຊາດ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ ລວມໄປ​ເຖິງ​ຮັບ​ຟັງ​ການ​ປະກອບ​
ຄວາມ​ເຫັນ​ຂອງ​ຜູ້​ຕາງໜ້າ​ອົງການ​ຈັດ​ຕັ້ງ​ຂອງ​ພັກ-ລັດ ກໍ​ຄື ​ແນວລາວ​ສ້າງ​ຊາດ ສະຫະພັນ
​ກໍາມະບານ​ລາວ, ສະຫະພັນ​ແມ່ຍິງລາວ​, ສູນ​ກາງຊາວ​ໜຸ່ມປະຕິວັດ​ລາວ​ແລະ​ອົງການ​ອື່ນໆ​
ອີກ​ ຈໍານວນ​ນຶ່ງ​.

ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ
ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ

​ແຕ່​ຢ່າງ​ໃດ​ກໍ​ຕາມ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​ຄັ້ງ​ນີ້
ກໍ​ດໍາ​ເນີນ​ໄປ​ໃນ​ທ່າມກາງກະ​ແສ​ຂ່າວ ທີ່​ຊ່າ​ລື​ກັນອອກ​ມາ
​ຢ່າງ​ຕໍ່​ເນື່ອງວ່າ ທ່ານ​ຄໍາ​ເຜີຍ ປານ​ມາ​ໄລ​ທອງ ສະມາຊິກ
​ສະພາ​ແຫ່ງ​ຊາດ​ລາວ ​ຈາກ​ເຂດ​ນະຄອນ​ວຽງ​ຈັນ​ໄດ້​ຖືກ​ປົດ
​ອອກ​ຈາກ​ຕໍາແໜ່​ງກໍາມະ​ການ​ສູນ​ກາງ​ພັກ ​ແລະ​ປະທານ​
ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ ​ໂດຍ​ຍັງຄົງ​ເຫຼືອ
ແຕ່ພຽງ​ຕໍາ​ແໜ່​ງ​ໃນ​ສະ​ພາ​ແຫ່ງ​ຊາດ​ລາວ​ເທົ່າ​ນັ້ນ.

ຫາກ​ແຕ່​ວ່າ​ຈົນ​ເຖິງ​ເວລາ​ນີ້ ກໍ​ຍັງບໍ່​ມີ​ຖ​ະ​ແຫຼງການ​ຈາກ​ສູນ
​ກາງ​ພັກ ກ່ຽວ​ກັບ​ກະ​ແສ​ຂ່າວທີ່ຊ່າລືດັ່ງກ່າວນີ້ ໃນຂະນະ
ທີ່ກະແສສັງຄົມ​ພາຍ​ໃນ​ລາວ​ ທີ່​ເຊື່ອວ່າ​ກະ​ແສ​ຂ່າວ​ດັ່ງກ່າວ
​ເປັນຄວາມ​ຈິງ​ນັ້ນ ກໍ​ເຊື່ອ​ວ່າ ​ເປັນ​ຍ້ອນ​ທ່ານ​ຄໍາ​ເຜີຍ ​ໄດ້​ວິພາກ​ວິຈານ​ການ​ນໍາພາ​ທີ່​ຜິດພາດ
​ທາງ​ດ້ານ​ການ​ສຶກສາດັ່ງ​ທີ່​ທ່ານ​ໄດ້​ປະ​ກອບ​ຄວາມ​ເຫັນ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ
​ຄັ້ງ​ກ່ອນ ​ໃນຕອນ​ນຶ່ງວ່າ:

“​ເຮົາ​ເຮັດ​ສຶກສາ​ໃຫ້​ຄົນ​ນີ້​ວ່າ​ຄ່າ​ນິຍົມ​ມັນ​ບໍ່​ຖືກ ຄັນ​ວ່າ​ບໍ່​ເອົາ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ຜູ້ນັ້ນ​
ຜູ້​ນີ້ ຈົ່ງ​ຮັກ​ພັກດີ​ຕໍ່​ລັດທິ​ນັ້ນ​ລັດທິ​ນີ້ ​ແມ່ນ​ການ​ເມືອງ​ໜັກ​ແໜ້ນ ​ແຕ່​ວ່າລັດທິ​ອັນນັ້ນ​
ແມ່ນ​ອີ​ສັງ​ຫວາ ຕົວຢ່າງ​ແມ່ນ​ລັດທິ​ມາກ​ສ໌ ​ເລ​ນິນ ວ່າຊັ້ນ ກໍ​ແມ່ນແນວ​ຄິດ​ຂອງ​ທ່ານ
ມາກ​ສ໌ ທ່ານ​ເລ​ນີນ ​ເພີ່ນສ້າງ​ສັງຄົມ​ນິຍົມ​ຢູ່​ເອີ​ຣົບພຸ້ນ​ນະ ໃນ​ສັດຕະວັດ​ທີ່ 19 ຢູ່ຣັດ​ເຊຍ
ສັດຕະວັດ​ທີ 20 ​ເຮົາ​ສ້າງ​ສັງຄົມ​ນິຍົມ​ສ້າງ​ຢູ່​ບ້ານ​ເຮົາ ຄົນ​ລາວ​ ສັງຄົມ​ລາວ ​ເປັນ​ຫຍັງ
ຈະ​ຕ້ອງ​ເອົາ​ແນວທາງ​ການ​ເມືອງ​ຂອງ​ຜູ້​ອື່ນ​ນັ້ນ ​ມາ​ເປັນ​ພື້ນຖານໃຫ້​ແນວທາງ​ການ​ເມືອງ
​ຂອງ​ພວກ​ເຮົາ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຄໍາ​ເຜີຍກໍ​ຍັງ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ
​ແຫ່ງ​ຊາດ​ລາວ ​ທີ່​ກໍາລັງ​ດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້​ຕາມ​ປົກກະຕິ ​ແລະທ້າຍ​ເດືອນ​ມີນາ
​ຜ່ານ​ມາປີ​ນີ້ ທ່ານ​ກໍ​ຍັງ​ໄດ້​ເປັນຫົວໜ້າ​ຄະນະ​ຜູ້​ແທນ​ສູນ​ກາງ​ພັກ​ ໃນການ​ເດີນທາງ​ໄປ​ຢ້ຽມ
​ຢາມ​ຈີນ​ ຕາມ​ການ​ເຊື້ອ​ເຊີນ​ຂອງ​ສູນ​ກາງ​ພັກ​ຄອມ​ມີ​ວນີສຈີນ ຢ່າງ​ເປັນ​ທາງ​ການ​ອີກ​ດ້ວຍ.

XS
SM
MD
LG