ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາແຫ່ງຊາດລາວ ຮັບຮອງເອົາ ການຊັບຊ້ອນ ຕຳແໜ່ງ ລັດຖະບານ ຊຸດໃໝ່


ຮອງນາຍົກລັດຖະມົນຕີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຖະແຫຼງກ່ຽວກັບການຊັບຊ້ອນ ຄະນະລັດຖະບານໃໝ່ ຢູ່ສະພາແຫ່ງຊາດ. ນະຄອນຫຼວງວຽງຈັນ, ສປປ ລາວ. 8 ກໍລະກົດ 2015.
ຮອງນາຍົກລັດຖະມົນຕີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຖະແຫຼງກ່ຽວກັບການຊັບຊ້ອນ ຄະນະລັດຖະບານໃໝ່ ຢູ່ສະພາແຫ່ງຊາດ. ນະຄອນຫຼວງວຽງຈັນ, ສປປ ລາວ. 8 ກໍລະກົດ 2015.

ກອງປະຊຸມສະພາ ວັນ​ພຸດວານ​ນີ້ ລາຍງານວ່າ ສະມາຊິກສະ
ພາໄດ້ພິຈາລະນາແລະຮັບຮອງເອົາການຊັບຊ້ອນຄະນະລັດ
ຖະບານໃໝ່ 7 ທ່ານ ແລະຍົກຍ້າຍ ໄປຮັບໜ້າທີ່ໃໝ່ 1 ທ່ານ
ຕາມການສະເໜີແຕ່ງຕັ້ງຂອງທ່ານສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ອີງຕາມ
ລາຍງານຂ່າວຂອງທາງການລາວ.

ລາຍງານແຈ້ງວ່າ ຫລັງຈາກມີການປະກອບຄຳຄິດເຫັນ ໃສ່ການສະເໜີແຕ່ງຕັ້ງດັ່ງກ່າວ ທາງສະພາແຫ່ງຊາດ ກໍໄດ້ລົງຄະແນນ 84 ຕໍ່ 9 ເຫັນພ້ອມກັບການສະເໜີແຕ່ງຕັ້ງແລະ ຍົກຍ້າຍ ຊຶ່ງມີລາຍລະອຽດດັ່ງນີ້:

1. ທ່ານ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງແຂວງຫຼວງພະບາງ ໄປເປັນລັດຖະມົນຕີວ່າ ການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ແທນທ່ານ ນາງ ອ່ອນຈັນ ທຳມະວົງ ທີ່ຈະບຳນານ.

2. ທ່ານ ສົມມາດ ພົນເສນາ ລັດຖະມົນຕີປະຈຳຫ້ອງວ່າການ ລັດຖະບານໄປເປັນລັດຖະ
ມົນຕີ ວ່າການກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແທນທ່ານ ນູລິນ
ສິນບັນດິດ ທີ່ຈະບຳນານ.

3. ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີຊ່ວຍວ່າການກະຊວງ ກະສິກຳ ​ແລ​ະ ປ່າໄມ້
ເປັນລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ແທນທ່ານ ວິໄລວັນ ພົມເຂ ທີ່ຈະ
ບຳນານ.

4. ທ່ານ ຄຳເມິງ ພົງທະດີ ເຈົ້າແຂວງແຂວງວຽງຈັນ ເປັນລັດຖະມົນຕີຫົວໜ້າຫ້ອງວ່າການ ສຳນັກງານປະທານປະເທດ ແທນທ່ານ ພົງສະຫວັດ ບຸບຜາ ທີ່ຈະບຳນານ.

5. ທ່ານ ດຣ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການ ພະລັງງານ ແລະ ບໍ່ແຮ່ ໄປ ເປັນລັດຖະມົນຕີວ່າການກະຊວງ ພະລັງງານ ແລະບໍ່ແຮ່ ແທນທ່ານ ສຸລິວົງ ດາລາວົງ
ທີ່ຈະບຳນານ.

6. ທ່ານ ພົນຈັດຕະວາ ສົມແກ້ວ ສີລາວົງ ຮັກສາການລັດຖະມົນຕີ ວ່າການກະຊວງປ້ອງ
ກັນ ຄວາມສະຫງົບ ເປັນລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ ຢ່າງສົມ ບູນ.

7. ທ່ານ ຄຳໝັ້ນ ສູນວິເລີດ ເຈົ້າແຂວງແຂວງບໍ່ແກ້ວ ໄປເປັນ ລັດຖະມົນຕີວ່າການກະຊວງ ພາຍໃນ ແທນທ່ານ ໄຊສີ ສັນຕິວົງ ທີ່ຈະໄປຮັບໜ້າທີ່ໃໝ່.

8. ສະເໜີຍົກຍ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີວ່າການ ກະຊວງພາຍໃນ ໄປຮັບ ໜ້າທີ່ໃໝ່.

XS
SM
MD
LG