ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

“ຄິດ​ຮອດ​ອີ່​ແມ່ ” - ແສງ​ມາລາ ຄໍາ​ດີ


ຜົນງານເພງ ຄິດຮອດອີ່ແມ່​ ຂອງ ແສງມາລາ ຄໍາດີ
ຜົນງານເພງ ຄິດຮອດອີ່ແມ່​ ຂອງ ແສງມາລາ ຄໍາດີ

ລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນຂອງວັນທີ່ 09 ຕຸລາປີ 2011 ນີ້ ວັນນະສອນຈະນໍາຜົນງານເພງລາວໃໝ່ໆຂອງສິນລະປິນສາວລາວຈາກ ອອສເຕຣເລຍ ມາສະເໜີທ່ານ ໃນອັນດັບຕໍ່ໄປ ຂໍເຊີນເຂົ້າຮັບຟັງໄດ້ເລີຍ ວ່າຈະແມ່ນນັກຮ້ອງ ທີ່ທ່ານຄິດໄວ້ຫຼືບໍ່?

ສະບາ​ຍດີ​ທ່ານເຟນ​ເພງທີ່​ໜ້າ​ຮັກ​ທຸກໆ​ທ່ານ ບຶດດຽວ​ກໍຍ່າງ​ເຂົ້າເດືອນ​ຕຸລາ​ແລ້ວ
ອາກາດ​ກໍ​ເລີ່​ມ​ເຢັນໆ​ລົງ​ໃນ​ນະຄອນຫຼວງ​ວໍຊີງຕັນ ດີ​ຊີ ພີ້ ສ່ວນ​ທາງ​ລາວ​ແລະ​
ປະ​ເທດ​ເພື່ອນ​ບ້ານ​ນັ້ນ ​ຝົນ​ຟ້າ​ກໍ​ຫຼັ່ງ​ໄຫຼ ຕົກລົງ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຮັດ​ໃຫ້ບາດ​
ເຈັບ​ລົ້ມ​ຕາຍ​ກັນ​ເປັນ​ຮ້ອຍ. ​ເອົາ​ມາ​ຟັງ​ເພງມ່ວນໆກັນດີກວ່າ ເພື່ອຈະໄດ້ສະບາຍ
ໃຈຂຶ້ນ ​ເປັນເພງຂອງ​ສິນລະ​ປິນສາວ​ລາວ​ຈາກ ອອສ​ເຕຣ​ເລຍ ​ແສງ​ມາລາ ຄໍາ​ດີ
ແລະ​ວັນນະສອນ​ຄິດ​ວ່າ ຖ້າ​ທ່ານ​ໃດ​ໄດ້​ຟັງ​ເພງ​ນີ້​ແລ້ວ ສົງ​ໃສ​ວ່າ ຮີບ​ຟ້າ​ວ​ໂທລະສັບ
ໄປ​ຫາ​ມານ​ດາ​ຜູ້​ບັງ​ເກີດ​ເກົ້າ​ແນ່ນອນ ຂໍ​ເຊີນ​ຮ່ວມ​ມ່ວນ​ຊື່ນ​ກັບ​ເພງ​ນີ້ "ຄິດ​ຮອດ
ອີ່​ແມ່​ "
ຈາກ ອອສ​ເຕຣ​ເລຍ ແສງ​ມາລາ​ ຄໍາ​ດີ ໄວ້​ກັບ​ທ່ານ​ອີກ​ຕື່ມຄົນ​ນຶ່ງ.

ເພງ: ຄິດ​ຮອດ​ອີ່​ແມ່ ໂດຍ ແສງ​ມາລາ ຄໍາ​ດີ

ສ່ວນ​ເພງ​ທີ່​ຈະ​ເປີດ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ເຈົ້າ ອິນ​ທະ​ສອນ ກຸນ​ລະ
​ວຸດ ​ທີ່​ຫຼວງ​ພະ​ບາງ ທີ່​ຕິດ​ໃຈ​ສຽງ ຕ້ອມ ​ເຣນ​ໂບວ໌ ​ເປັນ​ພິ​ເສດ ​ເພາະ​ຂໍ​ຟັງເພງ
​ຄົນ​ທີ່​ຫວັງ​ດີ ​ໄປ​ແລ້ວ​ໃນ​ອາທິດ​ທີ່​ແລ້ວ​ນີ້ ​ແລະ​ຄັ້ງ​ນີ້​ ຂໍ​ຟັງ​ເພງ "ຍັງ​ຄິດ​ເຖິງ"
ຂອງ​ອາຈານ ສ. ​ແສງ​ສິຣິວັນ ທີ່​ຫາ​ກໍ​ຈັດ​ສະຫຼອງ​ງານລໍາລຶກຜົນງານ​ເພງ 55 ປີ​
ມາ​ຫວ່າງ​ບໍ່​ດົນ​ມາ​ນີ້ ​ແລະ​ວັນນະ​ສອນ​ກໍ​ຫວັງ​ວ່າ​ໃຫ້​ເຈົ້າ ອິນ​ທະ​ສອນ ໝັ່ນ​ຂຽນ
email ​ເຂົ້າ​ມາ​ທາງ​ເຮົາ​ເລື້ອຍໆ ​ເພື່ອ​ຈະ​ໄດ້​ຟັງ​ເພງ​ຮ່ວ​ມກັນ.

ເພງ: “ຍັງ​ຄິດ​ເຖິງ” ໂດຍ ຕ້ອມ ​ເຣນ​ໂບວ໌

ວັນນະ​ສອນ​ພ້ອມ​ດ້ວຍ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂໍອໍາ​ລາ​ທ່ານ​ຜູ້​ຟັງດ້ວຍ​
ເພງຂອງ ​ແສງ​ມາລາ ຄໍາ​ດີ ອີກ​ຕື່ມ​ເພງ​ນຶ່ງ ​ເປັນ​ເພງດັງ​ໃນ​ອະດີດ ຊຶ່ງ​ຫຼາຍໆ
ທ່ານ​ຄົງ​ຈະ​ຄົນ​ຄົງ​ຈະ​ຄຸ້ນ​ເຄີຍ​ດີ ຊຶ່ງ​ເພງ​ວ່າ "ອໍ່າທໍ່າ" ເຖິງ​ຝົນ​ຈະ​ຕົກ​ຟ້າ​ຈະ​ຮ້ອງ
ອາກາດ​ຈໍ​ໜາວ​ເໜບປານ​ໃດ​ກໍ​ຕາມ ວັນນະ​ສອນ​ກໍ​ພ້ອມ​ທີ່​ຈະ​ມາ​ຈັດ​ເພງ​ໃຫ້​ທ່ານ​
ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ​ສະ​ເໝີ ​ແລະ​ກໍ​ຢ່າ​ລືມ​ກັບ​ມາ​ພົບ​ກັບ​ນັກ​ຮ້ອງ​ນັກ​ສິນລະປິນ​ລາວ
ອີກ​ຕື່ມ ​ແລະ​ວ່າ​ຈະ​ແມ່ນ​ໃຜ​ນັ້ນ ຂໍ​ເຊີນ​ຕິດຕາມຮັບ​ຟັງ ​ໄດ້​ທີ່​ນີ້ ທີ່​ດຽວ​ໃນ​ລາຍ
ການ​ສຽງ​ເພງ​ຈາກແດນ​ໄກ​ຂອງ VOA ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.

ເພງ: "ອໍາ​ທໍ່າ" ໂດຍ ແສງ​ມາລາ ຄໍາ​ດີ

XS
SM
MD
LG