ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຸນຄໍ້າ ສິດທິເດດ: ສຽງແຄນລາວ (ຄາຣາໂອເກະ)


ບຸນຄໍ້າ ສິດທິເດດ: ສຽງແຄນລາວ
ບຸນຄໍ້າ ສິດທິເດດ: ສຽງແຄນລາວ

ຄືນນີ້ ວີໂອເອກ່ອມອາລົມທ່ານ ດ້ວຍເພງລາວສະໄໝ ຕາມຄໍາຂໍຂອງທ່ານຜູ້ຟັງ ຊຶ່ງນອກຈາກ ຜົນງານຂອງ ບຸນຄໍ້າ ສິດທິເດດ ແລ້ວ ກໍຍັງມີເພງຂອງ ອູ່ແກ້ວ ໄຊຍະວົງ ນໍາ..

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ວັນນະ​ສອນ ພິທີ​ກອນ​ສຽງ​ຫວານ​ທີ່​ທ່ານ​ມັກ ຍັງລາພັກຢູ່ ຂ້າພະ​ເຈົ້າກໍ​ເລີຍ​ຕ້ອງ​ກັບ​ມາ​ຮັບ​ໜ້າ​ທີ່​ແທນ​ເພາະວ່າພະນັກງານ​ຂອງ​ເຮົາ​ກໍ​ມີ​ພຽງ​ແຕ່ 5-6 ຄົນ​ເທົ່າ​ນັ້ນ. ​ເພາະສະ​ນັ້ນ ກະອົດ​ສາ​ຟັງ​ເອົາ​ເດີ້ ຮັບຮອງ​ວ່າ​ຈະ​ບໍ່​ເວົ້າ​ຫລາຍ​ ​ແລະ ຂໍສະ​ເໜີ​ເພງ​ທໍາ​ອິດ​ເລີຍ ສຽງ​ແຄນ​ລາວ ຂອງ​ບຸນ​ຄໍ້າ ສິດທິ​ເດດ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ນ້ອງ​ເກດສະໜາ ​ເສ​ດາ​ວົງ ທີ່​ຂໍ​ຟັງ​ມາ​ທາງ​ເຟສບຸກຂອງ​ເຮົາ ບອກ​ວ່າ​ຂໍ​ມອບ​ໃຫ້​ຄົນ​ລາວ​ທຸກໆ​ຄົນ ພິ​ເສດ​ພໍ່​ສົມຄິດກັບ​ແມ່ສົມພານ ຢູ່ ບ້ານ​ສະ​ແຄະ ​ແຂວງ​ອັດ​ຕະປື. ກໍ​ຫວັງ​ວ່າ​ທັງ​ເກດສະໜາ​ແລະ​ພໍ່​ກັບ​ແມ່ ​ຄົງ​ຕິດຕາມ​ຟັງ​ຢູ່ເນາະ.



ນອກຈາກ​ເພງ​ສຽງ​ແຄນ​ລາວ​ທີ່​ຈົບ​ລົງ​ໄປ​ນັ້ນ​ແລ້ວ ນ້ອງ​ເກດສະໜາ​ຍັງ​ຂໍ​ຟັງ​ເພງ ຄິດ​ເຖິງ​ບ້ານ ນໍາ ​ແຕ່​ເອົາ​ໄວ້​ອາທິດ​ໜ້າ​ຈຶ່ງ​ຟັງ​ເນາະ. ຄືນ​ນີ້ ກໍ​ຈັດ​ເພງ​ນຶ່ງ​ໃຫ້​ທ່ານ​ນວນ​ຕາ ​ແກ້ວ ມະນີ ທີ່​ຂໍ​ຟັງ​ເພງ ​ປາ​ແດກ​ກົ້ນ​ໄຫ ຮ່ວມ​ກັບ​ນາງ​ສີ​ບຸນ​ເຮືອງ ບ້ານ​ດົງ​ຫລວງ ​ເມືອງ​ນາ​ຊາຍ​ທອງ ນະຄອນ ຫລວງ​ວຽງ​ຈັນ. ຂ້າພະ​ເຈົ້າ​ຂໍ​ມອບ​ຜົນງານ​ຂອງ​ອູ່​ແກ້ວ ​ໄຊ​ຍະ​ວົງ ​ໃຫ້ ​ກໍ​ແລ້ວ​ກັນ​ເນາະ. ຫວັງ​ວ່າ ຄົງ​ມັກ.



ສໍາລັບ​ເພງ​ສຸດ​ທ້າຍ​ນີ້ ຂໍ​ມອບ​ໃຫ້ຍາ​ລຸງ​ບົວ​ຫອມ ດໍາລົງ ​ແຟນ​ແທ້​ແລະ​ດັ້ງ​ເດີມ​ຂອງ​ວີ​ໂອ​ເອ ທີ່​ຕິດຕາມ​ຟັງ​ມາ​ຕັ້ງ​ແຕ່​ຂ້າພະ​ເຈົ້າເຂົ້າ​ມາ​ເຮັດ​ການ​ໃໝ່ໆ ​ເມື່ອ 30 ປາຍ​ປີ​ກ່ອນ​ພຸ້ນ. ດີີ​ໃຈ​ທີ່​ໄດ້​ໄປ​ພົບ​ກັບ​ຍາ​ລຸງ ຕອນ​ໄປ​ລາວເທື່ອ​ແລ້ວ​ນີ້. ນີ້​ຄື​ເພງ ຂອບ​ໃຈ ທີ່​ຍາ​ລຸງ​ຂໍ​ມາ ​ເພື່ອ​ຂອບ​ໃຈ​ວີ​ໂອ​ເອ ສໍາລັບ​ຂອງຂວັນ​ທີ່​ໄດ້​ຮັບ. ວີ​ໂອ​ເອກໍ​ຂໍຂອບ​ໃຈ​ຍາ​ລຸງ​ທີ່​ຕິດຕາມ​ຟັງ​ມາ​ຕະຫລອດ ຮູ້​ສຶກວ່າ​ເປັນ​ທໍານອງ​ຄຶກຄຶ້ນ​ໄວ​ໜຸ່ມ​ແດ່​ໜ້ອຍ​ນຶ່ງ ​ແຕ່​ກໍ​ຫວັງ​ວ່າ​ ຍາ​ລຸງ​ຄົງ​ມັກ ມັນ​ພາ​ໃຫ້​ຊີວິດ​ສົດ​ຊື່ນ​ຂຶ້ນ​ຕົວະ ພິ​ເສດ​ຂໍ​ມອບ​ໃຫ້​ຫລານ​ລັດຕະນະ ຄົນ​ງາມ​ແລະ​ໜ້າ​ຮັກ ປ້າ​ດີ​ໃຈ​ທີ່​ໄດ້​ຫລານ​ສາວ​ຕື່ມ​ອີກ​ຄົນ ​ເພາະວ່າ​ບໍ່​ມີ​ລູກ​ສາວ. ກໍ​ຂໍ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ກໍາລັງ​ຟັງ​ຢູ່​ນໍາ ພ້ອມ​ກັບ​ຄໍາ​ອ່ວຍ​ພອນ​ປີ​ໃໝ່​ໃນ​ເພງ​ນີ້ ຂອບ​ໃຈ ຂອງ​ນັກ​ຮ້ອງ​ໜຸ່ມ​ທີ່​ຊື່ ຈັນທະ​ວອນ. ຫວັງ​ວ່າ​ທຸກ​ທ່ານ​ຄົງ​ມ່ວນ​ຊື່ນ​ກັບ​ລາຍການ​ເພງ​ຂອງ​ເຮົາ​ໃນ​ຄືນ​ນີ້. ຂໍ​ໃຫ້​ນອນ​ຫລັບ​ສະ​ນິດ​ ແລະ​ຝັນ​ດີ.

ລິງໂດຍກົງ
XS
SM
MD
LG