ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກົງລາ ວົງສໍາພັນ: ຄິດຮອດບ້ານ


ລາຍການສຽງເພງຈາກແດນໄກ ຂອງວີໂອເອ ສໍາລັບແລງວັນທີ 27 ມັງກອນ ສະເໜີຜົນງານ ຂອງ ຈິດດາຣານີ, ກົງລາ ວົງສໍາພັນ ກັບ ຜ່ານ ດິນດາວົງ ຕາມຄໍາຂໍຂອງທ່ານຜູ້ຟັງ.


ສະບາ​ຍດີ ທ່ານຜູ້​ຟັງ ພິເສດ ສະບາຍດີ​ຫລານ​ອານຸລັກ​ ກັບ
​ຄອບຄົວ​ແກ້ວມະນີ ທີ່​ກໍາລັງກິນ​ເຂົ້າ​ແລງ​ຢູ່. ກິນ​ເຂົ້າ​ກັບ​ຫຍັງ
ນໍ້ ມື້​ນີ້? ​ແມ່ນ​ຫຍັງ​ກະ​ຕາມ ຄິດ​ວ່າຄົງ​ແຊ​ບຫລາຍ​ຂຶ້ນ​ເນາະ
ຖ້າ​ໄດ້​ຟັງ​ເພງ​ນີ້​ໄປ​ພ້ອມ ທີ່​ຫລານ​ອານຸລັກ​ຂໍຟັງມາ ບອກ​ວ່າ​
ຂໍ​ຟັງ​ກັບ​ພໍ່​ແມ່​ແລະ​ປ້າ​ດາຣາວ່າ​ຊັ້ນ​ ຂອບ​ໃຈ​ຫລາຍໆ ຊັ້ນ​ກະ
​ມາ​ຟັງ​ກັນ​ເລີຍ​ ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​ດອກ​ບົວທອງ ທີ່ຫລານ
ຂໍຟັງມາ.



ຜ່ານ​ໄປ​ນັ້ນ​ແມ່ນ​ເພງດອກບົວທອງ ຂອງ​ຈິດ​ດາຣານີ ນັກ​ຮ້ອງ​ສາວ ທີ່​ປະ​ເທດ​ຝຣັ່ງ ຈັດໃຫ້
ຕາມ​ຄໍາ​ຂໍ​ຂອງ​ຫລານ​ອານຸລັກ. ປ້າ​ເລື​ອກ​ເອົາ​ເພງ​ນີ້ ​ເພາະ​ເຫັນ​ວ່າ​ຈັງ​ວະ​ຄຶກຄຶ້ນ​ດີ ຫວັງວ່າ
ຄົງ​ຖືກ​ໃຈຫລານ​ອານຸລັກ. ​ເພງ​ຕໍ່​ໄປ ຄິດ​ຮອດ​ບ້ານ ຂອງ​ກົງ​ລາ ວົງ​ສໍາພັນ ຈັດ​ໃຫ້​ຕາມ​ຄໍາ
​ຂໍຂອງ​ນ້ອງ​ເກດສະໜາ ​ເສ​ດາ​ວົງ ທີ່​ຂໍ​ຟັງ​ມາ​ທາງ​ເຟັສບຸກ. ບອກ​ວ່າ​ຂໍ​ຝາກ​ໃຫ້​ພໍ່​ສົມ​ຄິດກັບ​
ແມ່​ສົມ​ພານ ທີ່​ບ້ານ​ສະ​ແຄ ​ແຂວງອັດ​ຕະປື. ກໍຫວັງ​ວ່າ​ທັງ​ສາມ​ຄົນ​ຄົງ​ກໍາລັງ​ຟັງ​ຢູ່​ເນາະ.


ຄິດ​ວ່າ​ ເພງຄິດ​ຮອດ​ບ້ານ​ແລ້ວ ຄົງ​ຊຶ້ງ​ໃຈ​ທ່ານ​ຜູ້​ຟັງທີ່ຢູ່​ໄກ​ບ້ານ​ເນາະ? ຄົງ​ພາກັນ​ຄິດ​ຮອດ
​ພໍ່​ແມ່​ແລະ​ຜູ້​ເປັນ​ທີ່​ຮັກ​ທຸກ​ຄົນ ແລະ​ແຮ່ງ​ຈະ​ຄິດ​ຮອດ​ອີກ ​ຖ້າ​ທ່ານ​ໄດ້​ຟັງເພງ​ສຸດ​ທ້າຍ​ນີ້ ບໍ່​ມີ​ໃຜ​ຂໍ​ມາ ​ແຕ່ຂ້າພະ​ເຈົ້າ​ຂໍ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ກໍາລັງ​ຟັງ​ຢູ່ ບ້ານ​ເກີດ​ເຮົາ​ ຂອງຄໍາ​ຜ່ານ ດິນ​ດາ​ວົງ. ຂ້າພະ​ເຈົ້າ​ກໍາລັງ​ເຫີ່​ເພງ​ຂອງ​ຜູ້ກ່ຽວ ​ເພາະຮູ້ສຶກ​ວ່າຮ້ອງມ່ວນ​ຫລາຍ ​ແລະ​ເພງ​ນີ້ ຟັງ​ແລ້ວ​ກໍ​ຊຶ້ງ​ໃຈ ພາ​ໃຫ້​ຄິດ​ຮອດ​ບ້ານ​ເມືອງ​ລາວ ຢາກ​ກັບ​ເມືອ​ຢາມ​ອີກ​ໄວໆ. ຂໍ​ມອບ​ເປັນ​ພິ​ເສດ​ໃຫ້​ຫລານ​ອານຸລັກ ພ້ອມ​ກັບ​ຫລານ​ພຸດທະ​ສິນ ຈັນທະ​ລັງສີ ທີ່​ບໍລິສັດ​ການບິນ​ລາວ ຢູ່ສະໜາມ
ບິນວັດໄຕ. ຂອບ​ໃຈ​ອີກ​ເທື່ອ​ນຶ່ງ​ສໍາ​ລັບ​ຂອງຂັວນ. ແລະ​ຫລານໆ​ໝົດ​ທຸກ​ຄົນ​ທີ່​ວຽງ​ຈັນ ບອບ ບີ້ ເປດ ຕູ​ນີ່ ຕູ​ລີ່ ​ປອງ ຈອນ​ນີ ກັບ​ໂຕ​ເບ​. ຂອບ​ໃຈ​ທີ່​ເທັກ​ແຄ​ ປູ່ກັບ​ຍ່າ ​ເປັນ​ຢ່າ​ງດີ ພົບ​ກັນ​ອີກ​ຫລັງ​ຈາກ​ປີ​ໃໝ່​ລາວ. ​ຂໍ​ໃຫ້​ທຸກໆ​ຄົນ​ຈົ່ງ​ນອນ​ຫລັບ​ແລະ​ຝັນ​ດີ.

XS
SM
MD
LG