ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກົງ​ລາ: ຄິດ​​ເຖິງບ້ານ


ກົງ​ລາ: ຄິດ​​ເຖິງບ້ານ
ກົງ​ລາ: ຄິດ​​ເຖິງບ້ານ

ໃນລາຍການສຽງເພງຈາກແດນໄກຂອງ VOA ຄືນນີ້ ວັນນະສອນຕັ້ງໃຈຈະມາຈັດເພງ ໃຫ້ຕາມຄໍາຂໍຂອງທ່ານຜູ້ຟັງທີ່ຂຽນເຂົ້າມາຂໍຟັງ ຂໍເຊີນເຂົ້າສູ່ລາຍການເພື່ອໄປຮັບຟັງພ້ອມໆກັນເລີຍ.

ສະບາ​ຍດີ​ທຸກໆທ່ານທີ່​ຕິດ​ຕາມ​ຮັບ​ຟັງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ແລະຄໍ່າຄືນນີ້ ວັນນະສອນດີໃຈທີ່ໄດ້ມາຈັດເພງເພື່ອຕອບສະໜອງໃຫ້ທ່ານຜູ້ຟັງ
ທີ່ຂຽນເຂົ້າມາ. ເພງ “ຄິດເຖິງບ້ານ ” ຂອງ ກົງ​ລາ ນີ້ ຈັດໃຫ້ຕາມຄໍາຂໍຂອງວັນໄຊ ຮາ
ນັກສຶກສາ ທີ່ວິທະຍາໄລໂພນສະຫວັນ ແຂວງຊຽງແຂວງ ເພາະວ່າ ຄິດເຖິງບ້ານຫຼາຍ
ວ່າຊັ້ນ. ເອົາຫວັງວ່າພໍໄດ້ຟັງເພງນີ້ແລ້ວ ຄັ້ງໜ້ານ້ອງວັນໄຊ ຄົງຈະຂຽນເຂົ້າມາອີກ.
ຂໍເຊີນໄປຟັງພ້ອມໆກັນເລີຍ.

ເພງ ຄິດເຖິງບ້ານ ” ​ໂດຍ ກົງ​ລາ

ເພງຕໍ່ໄປນນີ້ນີ້ ຂໍຈັດພິເສດໃຫ້ນ້ອງສິນ ຜູ້ຟັງທີ່ໜ້າຮັກ ຄອຍຕິດຕາມລາຍການຂອງ
VOA ຢ່າງສະເໝີຕົ້ນ ສະເໝີປາຍ​ຂອບໃຈທີ່ຄອຍເປັນກໍາລັງໃຈໃຫ້ເອື້ອຍວັນນະສອນ
ໄດ້ມາຈັດເພງມ່ວນໆໃຫ້ຟັງກັນ ແລະເພງທີ່ຂໍມານັ້ນ ບໍ່ຜິດຫວັງແນ່ນອນ​ ຊີວິດທະຫານ
ຂອງ ບຸນຄໍ້າ ສິດທິເດດ.

ເພງ ຊິວິດທະຫານ ” ​ໂດຍ ບຸນຄໍ້າ ສິດທິເດດ

ກົງ​ລາ - “ຄິດເຖິງບ້ານ“
ກົງ​ລາ - “ຄິດເຖິງບ້ານ“

ສ່ວນນ້ອງສົມເໝາະນັ້ນ ຫວັງວ່າ
ຄົງໄດ້ຟັງເພງ "ໄທດໍາລໍາພັນ" ທີ່
ຈັດໃຫ້ໄປແລ້ວເມື່ອຫລາຍອາທິດ
ກ່ອນ​ ແລະວ່າຄໍ່າຄືນນີ້ ເອື້ອຍວັນ
ນະ​ສອນ​ຈະມາຈັດເພງໃຫ້ນ້ອງ
ສົມເໝາະທັງທີ່ນ້ອງບໍ່ໄດ້ຂຽນ
ເຂົ້າມາຫາກໍ່ຕາມ ຄວາມໝາຍ
ຂອງເນື້ອເພງຂອງ ອະລຸນາ ຖາ
ວອນສຸກ
ທີ່ຮ້ອງແລະໃສ່ອາລົມ
ໃນເພງນີ້​ ສື່ເຖິງຄວາມຮູ້ສຶກ
ຄວາມຈິງໃຈຂອງວັນນະສອນ​ຕໍ່
ທ່ານຜູ້ຟັງທຸກໆທ່ານ ໂດຍສະ
ເພາະນ້ອງສົມເໝາະ ດັ່ງຊື່ຂອງ
ເພງນີ້​ "ຄື້ນຂອງຄວາມຄິດເຖິງ"
ຂອງ ອະລຸນາ ຖາວອນສຸກ.
ນອນຫລັບຝັນດີ ແລະພົບກັນໃໝ່ໃນໂອກາດໜ້າ.

ເພງ ຄື້ນຂອງຄວາມຄິດເຖິງ” ​ໂດຍ ອະລຸນາ ຖາວອນສຸກ

XS
SM
MD
LG