ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ດົນຕີ: ໂສລິດາ ພົງສາ - ຄິດເຖິງສະເໝີ (ເບິ່ງຄາຣາໂອເກະ)


ດົນຕີ: ໂສລິດາ ພົງສາ - ຄິດເຖິງສະເໝີ (ເບິ່ງຄາຣາໂອເກະ)
ດົນຕີ: ໂສລິດາ ພົງສາ - ຄິດເຖິງສະເໝີ (ເບິ່ງຄາຣາໂອເກະ)

ສໍາລັບລາຍການເພງລາວຈາກຕ່າງແດນຂອງວີໂອເອ ໃນຄືນວັນອາທິດທີ 4 ທັນວານີ້ ດາຣາຈະມາຈັດເພງຕາມຄໍາຂໍຂອງທ່ານຜູ້ຟັງ ຊຶ່ງຈະມີຂອງທ່ານໃດແດ່ນັ້ນ ເຊີນທ່ານຕິດ ຕາມຟັງເບິ່ງ ອາດຈະມີເພງທີ່ທ່ານຂໍມາກໍໄດ້.

ຟັງລາຍການດົນຕີໂດຍເຕັມ:

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄືນນີ້ຂ້າພະເຈົ້າກັບມາຈັດເພງ
ຕາມຄໍາຂໍຂອງທ່ານຜູ້ຟັງອີກ ເພາະຈະຖ້າໃຫ້ວັນນະສອນມາຈັດ
ໃຫ້ຟັງ ທ່ານກໍຄົງຈະອີກຫລາຍອາທິດ. ເອົ້າເພື່ອບໍ່ໃຫ້ເສຍເວລາ
ມາຟັງເພງທໍາອິດກັນເລີຍ ເພງສະຫວັນແດນຮັກ ຈັດຕັ້ງໃຫ້ຕາມ
ຄໍາຂໍຂອງຫລານສີນຸກ ທິລະວົງ ທີ່ກໍາລັງກຶກສາຢູ່ ສປ ຈີນ ທີ່ຂຽນ
ມາຂໍຟັງບົດເພງນີ້ຂອງອະນຸໂລມອະນຸລັກ ປ້າຂໍຈັດເວີເຊີນຂອງ
ຕ້ອມເຣນໂບໃຫ້ກໍແລ້ວກັນ ເພາະຂອງອະນຸໂລມມັນເກົ່າຫລາຍ
ຊອກຫາບໍ່ເຫັນ. ຫວັງວ່າຄົງຖືກໃນຫລານສີນຸກຄືກັນເນາະ ແລະ
ປ້າຂໍອວຍພອນ ຫລານຈົ່ງປະສົບຄວາມສໍາເລັດໃນການສຶກສາ.
ພ້ອມນີ້ ຂໍມອບໃຫ້ທ່ານອິນທະສອນທີ່ ຂຽນມາຂໍຟັງເພງຂອງ
ຕ້ອມຫລາຍເພງ ລໍຖ້າໃຫ້ວັນນະສອນຈັດໃຫ້ຟັງກໍແລ້ວກັນເນາະ.
ເອົ້າ ເຊີນພົບກັບຕ້ອມ ເຣນໂບ ໄດ້ໃນເພງສະຫວັນແດນຮັກ

ເພງຕໍ່ໄປຈັດໃຫ້ຕາມຄໍາຂໍຂອງທ່ານສີວິໄລ ບຸດຕາວົງ ທີ່ອີເມລເຂົ້າມາຂໍຟັງເພງສາວໄຊທານີ
ກັບສາວດົງໂດກ. ເອົາສາວໄຊທານີກ່ອນໍແລ້ວກັນເນາະ ວ່າແຕ່ວ່າຄືມາຫລາຍໃຈແທ້ນໍ ມັກ
ທັງສາວໄຊທານີ ທັງສາວດົງໂດກ. ເອົາ ມາຟັງກັນເບິ່ງວ່າສວາວໄຊທານີຈະງາມປານໃດ
ຈາກການຂັບຮ້ອງຂອງອຸດຕະພົົງ ຄົນວຽງ ນັກຮ້ອງທີ່ ສປປ ລາວ.

ເພງສຸດທ້າຍນີ້ ຂໍມອບໃຫ້ທ່ານ ສ. ບຸນທອນ ທີ່ຍີ່ປຸ່ນ ທີ່ຂຽນເຂົ້າມາຂໍຟັງທາງເວັບໄຊ້
ບໍ່ໄດ້ບອກວ່າເພງໃດ ແ່ຂໍມອບໃຫ້ລູກຊາຍທີ່ບໍລິຄໍາໄຊວ່າຊັ້ນ ຄົງຈະຄິດຮອດລູກຊາຍ
ຫລາຍເນາະ ຂ້າພະເຈົ້າຂໍມອບເພງນີ້ໃຫ້ກໍແລ້ວກັນ ຈະໄດ້ສົມກັບຄິດຣອດແດ່ ເພງຄິດ
ເຖີງສະເໝີ ຂອງໂສລິດາ ພົງສາ ນັກຮ້ອງສາວສຽງໜ້າຮັກທີ່ ສປປ ລາວຄືກັນ ຫວັງວ່າ
ຄົງຖືກໃຈທ່ານ ສ. ບຸນທອນແລະລູກຊາຍ. ທ່ານສາມາດຕິດຕາມຟັງເພງເຫລົ່ານີ້ໄດ້ອີກ
ທາງເວບໄຊ້ຂອງເຮົາ voanews.com/lao ແລະຖ້າທ່ານມັກຜົນງານຂອງໂສລິດາ ກໍ
ຂຽນເຂົ້າມາຂໍຟັງໄດ້ສະເໝີ ແລະຂໍຂອບໃຈບັນດາທ່ານທີ່ອັບໂລດເພງມ່ວນໆໃຫ້ພວກ
ເຮົາໄດ້ຟັງ ສໍາລັບຄືນນີ້ ໄດ້ຟັງເພງມ່ວນໆແລ້ວ ກໍຫວັງວ່າທຸກທ່ານຈົງນອນຫລັບແລະ
ຝັນດີ. ລາຕີສະຫວັດ.

XS
SM
MD
LG