ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຸດໃຈ ພູເຮືອງຫົງ: ຊໍາເໜືອບ້ານເຮົາ


ນັກຮ້ອງຈາກ ສປປ ລາວ, ສຸດໃຈ ພູເຮືອງຫົງ, ປະກອບສ່ວນໃຫ້ ຄວາມມ່ວນຊື່ນໃນງານສະຫລອງປີໃໝ່ລາວ ທີ່ສະຖານທູດລາວ
ປະຈໍານະຄອນຫລວງແຄນເບີຣາ ປະເທດອອສເຕຣເລຍ, ວັນທີ
16 ເມສາ 2011.
ນັກຮ້ອງຈາກ ສປປ ລາວ, ສຸດໃຈ ພູເຮືອງຫົງ, ປະກອບສ່ວນໃຫ້ ຄວາມມ່ວນຊື່ນໃນງານສະຫລອງປີໃໝ່ລາວ ທີ່ສະຖານທູດລາວ ປະຈໍານະຄອນຫລວງແຄນເບີຣາ ປະເທດອອສເຕຣເລຍ, ວັນທີ 16 ເມສາ 2011.

ສະບາ​ຍດີ ​ທຸກໆ​ທ່ານ ອາທິດ​ນີ້​ກໍແມ່​ນອາ​ທິດ​ສຸດ​ທ້າຍ​ແລ້ວ ທີ່​ຂ້າພະ​ເຈົ້າ​ຈະໄດ້​ມາຈັດ​ເພງ​ມ່ວນໆ​ໃຫ້​ທ່ານ​ຟັງ ​ເພາະວ່າ​ອາທິດ​ໜ້າ​ນີ້ ວັນນະ​ສອນ​ເຈົ້າ​ຂອງ​ລາຍ​ການ ຄົນ​ງາມ ​ສຽງ​ໄທ​ເມືອງ​ຫວານໆ ກໍ​ຈະ​ກັບ​ຄືນ​ມາ​ແລ້ວ ​ເພາະສະ​ນັ້ນ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​ມາ​ຟັງ​ເພງ​ທໍາ​ອິດ​ກັນ​ເລີຍ ຊໍາ​ເໜືອ​ບ້ານ​ເຮົາ ຂອງ​ສຸດ​ໃຈ ພູ​ເຮືອງ​ຫົງ. ຂໍ​ມອບ​ໃຫ້​ຫລານ​ເອີນ ຫລື​ເວີນ​ສອນ ທີ່​ກໍາລັງ​ຮຽນ​ໜັງສື​ຢູ່​ທີ່​ຟີ​ລິບ​ປິນ ​ແທນ​ເພງ​ຄິດ​ຮອດ​ຊໍາ​ເໜືອ ຊຶ່ງ​ເຮົາ​ບໍ່​ມີ ຫລື​ອາດ​ຈະ​ເປັນ​ເພງ​ດຽວ​ກັນ​ກໍ​ບໍ່​ຮູ້. ຫລານ​ເອີນຂໍ​ຟັງ​ຮ່ວມ​ກັບ​ຄົນ​ລາວ​ທຸກໆ​ຄົນທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ພິ​ເສດ​ ​ແລະ​ມອບ​ໃຫ້ຜູ້​ຈັດ​ລາຍການ​ສຽງ​ນໍ້າ​ເຜີ້ງ​ເດືອນ​ຫ້າ​ວ່າ​ຊັ້ນ ຂອບ​ໃຈ​ຫລາຍໆ ​ເຊີນ​ຮັບ​ຟັງ​ໄດ້​ເລີຍ ຊໍາ​ເໜືອ​ບ້ານ​ເຮົາ.

// ເພງ //

ສາມນັກຮ້ອງສາວ ຈາກ ສປປ ລາວ: ຕຸ໊ກຕາ, ສຸດໃຈ ພູເຮືອງຫົງ ແລະປູນາ ຮ່ວມກັນຮ້ອງເພງໃຫ້ຄວາມມ່ວນຊື່ນແກ່ບັນດາແຂກ ໃນງານສະຫລອງປີໃໝ່ ທີ່ສະຖານທູດລາວ ປະຈໍາແຄນເບີຣາ, ອອສເຕຣເລຍ, ວັນທີ 16 ເມສາ 2011.
ສາມນັກຮ້ອງສາວ ຈາກ ສປປ ລາວ: ຕຸ໊ກຕາ, ສຸດໃຈ ພູເຮືອງຫົງ ແລະປູນາ ຮ່ວມກັນຮ້ອງເພງໃຫ້ຄວາມມ່ວນຊື່ນແກ່ບັນດາແຂກ ໃນງານສະຫລອງປີໃໝ່ ທີ່ສະຖານທູດລາວ ປະຈໍາແຄນເບີຣາ, ອອສເຕຣເລຍ, ວັນທີ 16 ເມສາ 2011.

ຫວັງ​ວ່າ​ຫລານເອີນ​ແລະ​ທ່ານ​ຜູ້​ຟັງ​ຄົງ​ມັກ ​ເພງ​ຊໍາ​ເໜືອ​ບ້ານ​ເຮົາ ທີ່​ຈົບ​ລົງ​ໄປ​ນັ້ນ ຂ້າພະ​ເຈົ້າ​ເອງ​ໄດ້​ຍິນ​ເທື່ອ​ໃດ​ກໍ​ຕື້ນ​ຕັນ​ໃຈ ​ພູມ​ໃຈ​ນໍາ​ບ້ານ​ເກີດ​ເມືອງ​ນອນ ທີ່​ຍັງ​ມີ​ທໍາ​ມະ​ຊາດ​ອັນ​ສວຍ​ງາມ ຟັງ​ແລ້ວ​ພາ​ໃຫ້​ຢາກ​ໄປ​ເຫັນ. ​ເພງ​ຕໍ່​ໄປ​ຂໍ​ມອບ​ໃຫ້ຫລານ​ສາຍ​ຝົນ ທີ່​ກໍາລັງ​ຮຽນ​ຢູ່​ຫວຽດນາມ. ຂຽນ​ມາ​ວ່າ​ ປ້າ​ດາ​ຣາຄົນ​ງາມ ຂໍ​ຟັງ​ເພງ​ຄິດ​ເຖິງ​ຂອງ​ບຸນ​ທ່ຽງ ມະນີ​ວົງ ​ໄດ້​ຢູ່​ຕິ​ເນາະ ກະ​ແຮ່ງ​ໄດ້​ລະ​ບໍ ປ້າ​ດາຣາ​ແຮ່ງ​ບ້າ​ຍ້ອງ​ ​ແຕ່​ເກີດ​ມາ​ກໍ​ບໍ່​ເຄີຍ​ຄິດ​ວ່າ​ໂຕເອງງາມ ດອກ ​ເພາະວ່າ​ຂີ້ຮ້າຍ​ຫລາຍ​ຈົນ​ຢ້ານ​ບໍ່ໄດ້​ຜົວ​ ຈຶ່ງ​ເອົາ​ແຕ່​ຮຽນ​ຈົນ​ໄດ້​ທຶນ​ມາ​ຮຽນ​ໄຮ​ສະ​ກູລ​ແລະ​ມະຫາ​ໄລ​ຢູ່​ອາ​ເມຣິກາ ​ແລະ​ໄດ້​ມາ​ເຮັດ​ວຽກ​ຢູ່​ວີ​ໂອ​ເອຈົນ​ໄດ້​ຂຶ້ນ​ເປັນ​ຫົວໜ້າ​ນີ້​ແຫລ​ະ. ກະ​ຂໍ​ໃຫ້​ຫລານ​ສາຍ​ຝົນກັບ​ຫລານເອີນ​ຕັ້ງ​ໃຈ​ຮຽນ​ຈົນ​ປະສົບ​ຄວາມ​ສໍາ​ເລັດ​ຄື​ປ້າ​ເດີ້. ແຕ່​ຂໍ​ໂທດ​ທີ່​ເພງ​ທີ່​ຈັດ​ໃຫ້​ນີ້ ບໍ່​ແມ່ນ​ຂອງ​ບຸນ​ທ່ຽງ ​ແຕ່​ເປັນ​ຜົນງານ​ຂອງ​ວັນ​ເພງ ຫລວງ​ພະ​ໄຊ ທີ່​ໄດ້​ຈາກ​ໂລກ​ນີ້​ໄປ​ແລ້ວ ​ແຕ່​ກໍ​ໄດ້​ປະ​ເພງ​ມ່ວນໆ​ໄວ້​ໃຫ້​ຟັງ​ຢູ່ ຫວັງ​ວ່າຫລານ​ສາຍ​ຝົນຄົງ​ມັກ ຄື​ກັນ​ກັບ​ປ້າ.

// ເພງ //

ຜ່ານ​ໄປ​ນັ້ນ​ແມ່ນ​ເພງ​ຄິດ​ເຖິງ​ຂອງມື້​ລາງ​ນັກ​ຮ້ອງ​ສາວ ວັນ​ເພງ ຫລວງ​ພະ​ໄຊ ຈັດ​ໃຫ້ຫລານ​ສາຍ​ຝົນ​ທີ່​ຂຽນ​ມາ​ວ່າ ຂໍ​ໃຫ້​ຈັດ​ໃຫ້​ແທ້ໆ​ເດີ້​ເພາະວ່າ​ຄິດ​ຮອດ​ບ້ານ​ຫລາຍ​ວ່າ​ຊັ້ນ. ຖ້າ​ຄິດ​ຮອດ​ຫລາຍ​ ປ້າ​ດາຣາຂໍ​ມອບໃຫ້ອີກ​ເພງ​ນຶ່ງ​ ເປັນ​ຜົນງານຂອງ​ອຸ​ແກ້ວ ​ໄຊ​ຍະ​ວົງ​ທີ່​ຮ້ອງ​ເປັນ​ພາ ສາ​ອັງກິດ​ແບບ​ລາວໆ​ຫັ້ນ​ແຫລະ ​ແຕ່​ກໍ​ມ່ວນ​ຢູ່ ​ໃນ​ເພງ​ທີ່​ຊື່ວ່າ ​Vientiane City​ ​ແຕ່ເປັນ ​ເພງຄໍ່າ​ຄວນ​ຄິດ​ເຖິງ​ວຽງ​ຈັນ. ​ແລະຂໍ​ມອບ​ເພງ​ນີ້​ໃຫ້ນ້ອງ​ສົມ​ລິດ ສູ​ລີ​ຄໍາ ທີ່​ຕິດຕາມ ​ຟັງ​ວີ​ໂອ​ເອມາ​ຕະຫລອດ​ຄື​ກັນ ສ່ວນ​ເພງ​ກຸຫລາບ​ປາກ​ຊັນ​ທີ່​ຂໍ​ມາ​ນັ້ນ ລໍຖ້າ​ຟັງ​ຈາກ​ເອື້ອຍ​ວັນນະ​ສອນ​ຊະ ​ແລະ​ຂໍ​ມອບ​ເປັນ​ພິ​ເສດ​ໃຫ້​ທ່ານແຟນ​ແທ້​ດັ້ງ​ເດີມ​ຂອງ​ວີ​ໂອ​ເອທ່ານ​ນື່ງ ທີ່​ຂຽນ​ເຂົ້າ​ມາ​ດົນ​ແລ້ວ ບອກ​ວ່າ​ຖ້າ​ບໍ່​ໄດ້​ຟັງ​ວີ​ໂອ​ເອຄືນ​ໃດ​ແມ່ນ​ນອນ​ບໍ່​ຫລັບ ​ແລະ​ວີ​ໂອ​ເອຄື​ດວງ​ໃຈ​ຂອງ​ເພິ່ນ​ວ່າ​ຊັ້ນ ຢາກ​ພໍ້​ເດ້ນໍ ຄືມີດ​ວງ​ໃຈ​ດຽວ​ກັນ​ແທ້. ຖ້າ​ຕິດ​ຕໍ່​ມາ​ຫາ​ອີກ ຮັບຮອງ​ວ່າ​ຈະ​ມີ​ຂອງຂວັນ​ໄປ​ຝາກ ຖ້າ​ໄປ​ວຽງ​ຈັນ​ເທື່ອ​ໜ້າ. ​ເຊີນ​ບັນດາ​ທ່ານ​ຕິດຕາມ​ຮັບຟັງ​ໄດ້​ເລີຍ ວຽງ​ຈັນ ຊີ​ຕີ້ ຂອງ​ອູ່​ແກ້ວ ​ໄຊ​ຍະ​ວົງ. ພ້ອມ​ນີ້ ຂ້າພະ​ເຈົ້າ​ຂໍ​ອໍາ​ລາທ່ານ​ໄປ​ກ່ອນ ວັນ​ອາທິດ​ໜ້າ​ພົບ​ກັບ​ວັນນະ​ສອນ​ເຈົ້າ​ຂອງ​ລາຍການ​ໄດ້ ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງ​ນອນ​ຫລັບ​ຝັນ​ດີ​ແລະ​ມີ​ແຕ່​ຄວາມ ສຸກ​ຄວາມ​ຈະ​ເລີ​ນ ອາຍຸ ວັນນະ​ ສຸຂະ ​ພາລະ ຂອບ​ໃຈ​ທີ່​ຕິດຕາມ​ຟັງ​ວີ​ໂອ​ເອ.

// ເພງ //

XS
SM
MD
LG