ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຢືນຢັນວ່າ ຈະພັດທະນາປັບປຸງ ລະບົບປະກັນສັງຄົມ ສຳລັບກຳລັງແຮງງານ ທຸກຄົນ


ກຳມະກອນຕ່າງດ້າວໃນ ລາວ ກຳລັງກໍ່ສ້າງກຳແພງເຮືອນ.
ກຳມະກອນຕ່າງດ້າວໃນ ລາວ ກຳລັງກໍ່ສ້າງກຳແພງເຮືອນ.

ລັດຖະມົນຕີ ລາວ ຢືນຢັນວ່າຈະພັດທະນາປັບປຸງລະບົບປະກັນສັງຄົມເພື່ອໃຫ້ການ ຄຸ້ມຄອງໃນດ້ານສະຫວັດດີການສຳລັບກຳລັງແຮງງານທຸກຄົນຢ່າງໄດ້ມາດຕະຖານ ທັງໃນ ລາວ ແລະ ຢູ່ໃນຕ່າງປະເທດ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີ ການສັງຄົມຢືນຢັນວ່າ ການພັດທະນາປັບປຸງລະບົບປະກັນສັງຄົມເພື່ອໃຫ້ການຄຸ້ມ ຄອງໃນດ້ານສະຫວັດ ດີການສຳລັບກຳລັງແຮງງານທຸກຄົນໃນ ລາວ ຢ່າງໄດ້ມາດ ຕະຖານສາກົນ ຖືເປັນພັນທະກິດ ສຳຄັນທີ່ຈະຕ້ອງຈັດຕ້ອງປະຕິບັດໃຫ້ໄດ້ຢ່າງເປັນ ຮູບປະທຳ ແລະ ໄດ້ມາດຕະຖານດຽວກັນ ທັງແຮງງານ ລາວ ແລະ ຊາວຕ່າງຊາດ ທີ່ທຳງານຢູ່ໃນ ລາວ ຢ່າງຖືກຕ້ອງຕາມລະບຽບ ກົດໝາຍ.

ພ້ອມກັນນີ້ ທາງການ ລາວ ກໍຍັງຈະຕ້ອງປະສານງານກັບທຸກພາກສ່ວນທັງໃນ ແລະ ຕ່າງປະ ເທດເພື່ອປົກປ້ອງສິດທິຜົນປະໂຫຍດຂອງແຮງງານ ລາວ ໃນຕ່າງປະເທດ ແລະ ໃຫ້ການຄຸ້ມ ຄອງສິດຜົນປະໂຫຍດຂອງຊາວຕ່າງຊາດທີ່ທຳງານໃນ ລາວ ຢ່າງຄົບ ຖ້ວນຕາມກົດໝາຍທັງຍັງຈະຕ້ອງໃຫ້ການອຸດໜູນແກ່ບັນດາຜູ້ທີ່ມີຜົນງານຕໍ່ປະ ເທດຊາດອີກດ້ວຍ ດັ່ງທີ່ທ່ານ ຄຳແພງ ຢືນຢັນວ່າ.

"ສົ່ງເສີມສາຍພົວພັນແຮງງານ ເພື່ອຮັບປະກັນເງື່ອນໄຂການອອກແຮງງານ ແລະ ແກ້ໄຂຂໍ້ ຂັດແຍ່ງແຮງງານ ເພື່ອປົກປ້ອງສິດທິຜົນປະໂຫຍດຂອງຜູ້ອອກແຮງງານ, ຄຸ້ມຄອງແຮງງານ ລາວ ທີ່ເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ ເຮັດວຽກຢູ່ໃນ ລາວ ຕາມລະບຽບກົດໝາຍ, ສືບຕໍ່ພັດທະນາລະບົບປະກັນສັງຄົມ ໃນມີຄວາມເຂັ້ມແຂງ, ຂະຫຍາຍຂອບເຂດປົກຄຸມຕາມກຸ່ມເປົ້າໝາຍຕ່າງໆ, ຮັບ ປະກັນການສະໜອງອຸດໜູນການປະກັນສັງຄົມ ປະເພດຕ່າງໆໃຫ້ແກ່ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ, ສືບຕໍ່ປະຕິບັດນະໂຍບາຍຕໍ່ຜູ້ ທີ່ມີຜົນງານໃນພາລະກິດ."

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ເລີ່ມການຈັດຕັ້ງປະຕິບັດຄຳສັ່ງນາ ຍົກລັດຖະມົນຕີເລກທີ 62/ນຍ ກ່ຽວກັບ ການຂຶ້ນທະບຽນແຮງງານຊາວຕ່າງຊາດໃນ ລາວ ຊຶ່ງເປັນການ ຈັດຕັ້ງປະຕິບັດຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໃນຊ່ວງ ເດືອນທັນວາ 2015 ເຖິງເດືອນ ກັນຍາ 2016 ໂດຍສາມາດຂຶ້ນທະບຽນແຮງງານ ຕ່າງຊາດໄດ້ທັງໝົດ 22,766 ຄົນ ໃນນີ້ແບ່ງ ເປັນແຮງງານ ຫວຽດນາມ 17,537 ຄົນ, ຈີນ 4,323 ຄົນ, ໄທ 612 ຄົນ ແລະ ອື່ນໆ 132 ຄົນ.

ແຕ່ຢ່າງໃດກໍຕາມ ການຂຶ້ນທະບຽນດັ່ງກ່າວກໍຍັງບໍ່ໄດ້ບັນລຸຕາມເປົ້າໝາຍ ເນື່ອງຈາກ ວ່າຍັງມີແຮງງານຊາວຕ່າງຊາດໃນ ລາວ ອີກຈຳນວນບໍ່ນ້ອຍ ທີ່ບໍ່ຍອມຂຶ້ນທະບຽນຕາມ ລະບຽບກົດ ໝາຍໃນ ລາວ ຊຶ່ງເຊື່ອວ່າມີຈຳນວນຫຼາຍກວ່າ 30,000 ຄົນທີ່ຍັງຄົງເດີນ ທາງໄປມາລະຫວ່າງ ລາວ ກັບປະເທດທີ່ເປັນພູມລຳເນົາຂອງແຮງງານເຫຼົ່ານີ້ ຊຶ່ງກໍໝາຍ ຄວາມວ່າແຮງງານ ຕ່າງຊາດດັ່ງກ່າວນີ້ຍັງຄົມລັກລອບທຳງານໂດຍຜິດກົດໝາຍຢູ່ໃນ ລາວ ຕໍ່ໄປນັ້ນເອງ.

ນອກຈາກນີ້ ການທີ່ ລາວ ຕ້ອງປະເຊີນໜ້າກັບບັນຫາຂາດແຄນແຮງງານມີຝີມື ແລະ ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການ ລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດຕ່າງຊາດ ຊ້າງແຮງງານມີຝີມືຈາກ ຕ່າງປະເທດໄດ້ຈຳນວນຫຼາຍໝື່ນຄົນ ແລະ ການທີ່ແຮງງານ ລາວ ສ່ວນຫຼາຍກໍໄດ້ພາກັນເດີນ ທາງໄປທຳງານຢູ່ໃນ ໄທ ທີ່ມີຄ່າຈ້າງສູງກວ່າຢູ່ໃນ ລາວ ນັ້ນ ຍັງເຮັດໃຫ້ເກີດບັນຫາຂາດແຄນ ແຮງງານຫຼາຍຂຶ້ນອີກດ້ວຍ.

ທັງນີ້ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ ລັດ ຖະບານ ລາວ ໃຫ້ຄວາມສຳຄັນເປັນພິເສດໃນການພັດທະນາຫຼັກສູດເພື່ອສ້າງແຮງ ງານທີ່ມີຝີມືໃຫ້ໄດ້ ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ບັນດາ ບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມື ແຮງງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ, ດຳເນີນ ການທົດສອບ ແລະ ອອກໃບຢັ້ງຢືນ ມາດຕະຖານຝີມືແຮງງານ 27ສາຂາອາຊີບໃຫ້ກັບແຮງງານ ລາວ 12,500 ຄົນເພື່ອ ໃຫ້ສາມາດໄປທຳງານໄດ້ໃນທຸກປະເທດສະມາຊິກໃນກຸ່ມ ອາຊຽນ ດ້ວຍກັນ.

XS
SM
MD
LG