ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະປະຕິຮູບການສຶກສາ ໃຫ້ເທົ່າທຽມກັບປະເທດອື່ນໆ ໃນສະມາຄົມອາຊ່ຽນ


ໂຮງຮຽນອານຸບານຂັ້ນຕົ້ນ ແຫ່ງນຶ່ງຢູ່ລາວ
ໂຮງຮຽນອານຸບານຂັ້ນຕົ້ນ ແຫ່ງນຶ່ງຢູ່ລາວ

ລັດຖະມົນຕີ​ລາວ​ເນັ້ນ​ຢໍ້າວ່າ ​ເປົ້າໝາຍ​​ຂອງ​ ການ​ປະຕິ​ຮູບ​ການ​ສຶກສາ​ ໃນ​ລາວ ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ ກໍ​ແມ່ນເພື່ອ​ເຮັດ​ໃຫ້ມີ​ຄຸນ​ນະພາ​ບ ເທົ່າ​ທຽມກັນ​ກັບ​ ລະດັບ​ມາດຕະຖານ​ຂອງ​ອາ​ຊ່ຽນ.

ທ່ານ ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ການ​ກະຊວງ​ສຶກສາ​ທິການ
​ແລະ​ກິລາ​ ຖະ​ແຫຼ​ງຢືນຢັນ​ວ່າ ​ເປົ້າໝາຍ​ສໍາຄັນ​ຂອງ​ແຜນ​ຍຸດ​ທະ​
ສາດ​ການ​ປະຕິ​ຮູບ​ການ​ສຶກສາແຫ່ງ​ຊາດ ​ເຖິງ​ປີ 2015 ກໍ​ຄື​ການ​
ຂະຫຍາຍ​ໂອກາດ​ທາງ​ດ້ານ​ການ​ສຶກສາ​ເພື່ອ​ຄົນ​ລາວ​ທຸກ​ຄົນ ​
ໂດຍ​ສະ​ເພາະ​ແມ່ນ​ການ​ຂະຫຍາຍ​ໂອກາດ​ທາງ​ດ້ານ​ການ​ສຶກສາ​
ໄປສູ່​ເຂດ ຊົນນະບົດໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ ລວມທັງ​ຍັງ​ຈະ​ຕ້ອງ​ພັດ
ທະນາ​ການ​ສຶກສາ​ໃນ​ລາວ ​ໃຫ້​ມີ​ຄຸນ​ນະພາ​ບທີ່​ໄດ້​ມາດຕະຖານ​
ດຽວ​ກັນ​ກັບປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນດ້ວຍ​ກັນ​ໃຫ້​ໄດ້ ​ອີກ​ດ້ວຍ.

​ສໍາລັບ​ການຈັດ​ຕັ້ງ​ປະຕິບັດ​ໃນ​ພາກ​ຕົວ​ຈິງ​ທີ່​ຈະ​ເຮັດ​ໃຫ້​ທາງ​ການ​
ລາວ​ສາມາດ ບັນລຸ​ເປົ້າໝາຍ​ທີ່​ວາງ​ໄວ້​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ
ທ່ານ ພັນ​ຄໍາ ກໍ​ໄດ້​ຖະ​ແຫຼ​ງ​ເນັ້ນຍໍ້າ​ໃນຕອນ​ນຶ່ງ​ວ່າ.


“ຈະ​ສືບ​ຕໍ່​ດໍາ​ເນີນ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາລະ​
ຍະ​ທີ 2 ຢ່າງ​ເຖິງ​ຖອງ​ ຮັບປະກັນ 3 ລັກສະນະ​ການສຶກ
ສາ​ຂອງ​ພັກ​ຄື​ ລັກສະນະ​ຊາດ ລັກສະນະ​ວິດ​ທະຍາສາດ​
ທັນ​ສະ​ໄໝແລະ​ລັກສະນະ​ມະຫາ​ຊົນ ຮັບປະກັນ​ໃຫ້​ໄດ້​
ຕາມ 5 ຫຼັກ​ມູນ​ຂອງການ​ສຶກສາ​ຂອງ​ພັກ ຄື​ຄຸນສົມບັດ
​ສຶກສາ ປັນ​ຍາ​ສຶກສາ ສິນລະປະ​ສຶກສາ ພົນລະສຶກສາ ​
ແລະ​ແຮງ​ງານ​ສຶກສາ ປະຕິບັດ​ໃຫ້​ໄດ້​ວິ​ໄສ​ທັດ ​ທີ່​ສ້າງ​ຄູ​
ເພື່ອ​ສ້າງ​ຄົນ​ ແລະສ້າງ​ຄົນ​ເພື່ອ​ສ້າງ​ຊາດ.”


ສໍາລັບ​ເປົ້າໝາຍ​ສໍາຄັນ​ຂອງ​ການ​ພັດທະນາ​ການ​ສຶກສາ​ໃນ​ສົກຮຽນ​ປະ​ຈໍາປີ 2012-
2013 ຊຶ່ງ​ໄດ້​ເລີ່​ມຂຶ້ນ​ໃນ​ຕົ້ນ​ເດືອນ​ກັນຍາ​ນີ້ ກໍ​ແມ່ນ​ການ​ເພີ່ມ​ອັດຕາ​ການ​ເຂົ້າຮຽນ​ຊັ້ນ​
ປະຖົມ​ສຶກສາ​ໃຫ້​ເຖິງ 96.1%​ ຂອງຈໍານວນ​ເດັກ​ນ້ອຍ​ທີ່​ມີ​ອາຍຸ​ລະ​ຫວ່າງ 6-10 ປີ ​ໃນ​ທົ່ວ​
ປະ​ເທດ​ລາວ.

​ເພື່ອ​ເປັນ​ການ​ຮັບປະກັນ​ວ່າ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ ​ໄດ້​ຢ່າງ​ແທ້​ຈິງ ກໍ​ມີ​ຄວາມ​
ຈໍາ​ເປັນ​ຢ່າງ​ຍິ່ງ​ຕ້ອງ​ໃຊ້​ງົບປະມານ​ຫຼາຍ​ຂຶ້ນ​ ເຂົ້າ​ໃນ​ການ​ປັບປຸງ​ໂຮງຮຽນປະຖົມ​ສົມບູນ​
ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 75% ຂອງ​ຈໍານວນ​ໂຮງຮຽນ​ທັງ​ໝົດ 8,929 ​ແຫ່ງ ​ໃນ​ທົ່ວ​ປະ​ເທດ
ພ້ອມ​ກັນ​ນັ້ນ ກໍ​ຍັງ​ຈະ​ຕ້ອງ​ເສີມ​ສ້າງ​ຄວາມ​ສະ​ເໝີ​ພາກ ​ໃນດ້ານ​ການ​ສຶກສາລະ​ຫວ່າງ​ຍິງ
-ຊາຍ ​ໃຫ້​ເພີ່ມ​ຂຶ້ນ​ເປັນ 98 ຕໍ່ 100 ຄົນ ​ໃຫ້​ໄດ້ ກັບ​ທັງ​ຍັງ​ຈະ​ຕ້ອງ​ຫລຸດ​ອັດຕາ​ການ​ປະ ລະ​ການ​ຮຽນ​ໃຫ້ຫ​ລຸດ​ລົງ​ ເຫຼືອ​ບໍ່​ເກີນ 7% ອີກດ້ວຍ.

ທັງ​ນີ້ ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າ​ ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ນີ້​ໄດ້​ບໍ່ຍາກ ​ເນື່ອງ​
ຈາກ​ວ່າ​ໃນ​ສົກຮຽນ​ປີ 2011-2012 ທີ່​ຜ່ານ​ມາ​ນັ້ນ ອັດຕາ​ການ​ເຂົ້າຮຽນ​ລະດັບ​ປະຖົມ​ກໍ​ຢູ່​
ທີ່​ລະດັບ 95% ຊຶ່ງ​ເພີ່ມ​ຂຶ້ນຈາກ 94.1% ​ໃນ​ສົກຮຽນ​ປີ 2010-2011 ສ່ວນ​ຄວາມ​ສະ​ເໝີ​
ພາກ​ດ້ານ​ການ​ສຶກສາລະ​ຫວ່າງ​ຍິງ-ຊາຍ​ ກໍ​ຢູ່ທີ່ລະດັບ 95 ຕໍ່ 100 ຄົນ ​ໃນ​ຂະນະ​ທີ່​ການ​
ປະລະ​ການ​ຮຽນກໍ​ຢູ່​ລະດັບ 8% ​ເທົ່ານັ້ນ.


​ແຕ່​ຢ່າງ​ໃດ​ກໍ​ຕາມ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ​ຫຼາຍ​ກວ່າ​ການ​
ບັນລຸ​ເປົ້າໝາຍ​ດັ່ງກ່າວ​ກໍ ຄື​ຄຸນ​ນະພາ​ບ​ໃນ​ດ້ານ​ການ​ສຶກ
ສາ​ທີ່​ຕໍ່າລົງເລື້ອຍໆ ​ເນື່ອງ​ຈາກ​ວ່າ​ນັກຮຽນ-ນັກ ສຶກສາ​
ຂອງ​ລາວ​ໃນ​ປັດ​ຈຸ​ບັນ ​ສ່ວນ​ຫຼາຍ​ແລ້ວ​ ຕ່າງ​ກໍ​ລ້ວນ​ແຕ່​
ຂາດ​ຄວາມ​ຮັບຜິດຊອບ ໃນ​ການ​ປະຕິບັດ​ໜ້າ​ທີ່​ ແລະ​ບໍ່​ມີ​
ຄວາມ​ຫ້າວຫັນ​ໃນ​ການ​ຫາ​ຄວາມ​ຮູ້​ເພີ່ມ​ຕື່ມ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ
ຖະ​ແຫຼ​ງຍອມຮັບ​ວ່າ ບັນຫາ​ທີ່​ເປັນ​ອຸບປະສັກ​ຕໍ່​ການ​ພັດທະ
ນາ​ທາງ​ດ້ານ​ການ​ສຶກສາ​ຢູ່​ໃນ​ລາວ​ຫຼາຍ​ທີ່​ສຸດ ກໍ​ຄື​ບັນຫາ​
ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ທີ່​ເຖິງ​ແມ່ນ​ວ່າ​ສະພາ​ແຫ່ງ​ຊາດ​ຈະ​ໄດ້​ລົງ ມະຕິ​ຮັບຮອງ​ເອົາ​ແຜນການ​ຍຸດ​ທະ​ສາດ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ລາວ​ເຖິງ​ປີ 2015 ຢ່າງ​ເປັນ​ທາງ​ການ​ແລ້ວກໍ​ຕາມ ພາກ​ແຕ່​ວ່າ​ດ້ວຍ​ຂໍ້​ຈໍາກັດ ທາງ​ດ້ານ​ງົບປະມານ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ດັ່ງກ່າວ ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ​ແລະ​ຍັງເຮັດ​ໃຫ້ການ​ພັດທະນາ​ການ​ສຶກສາມີ​ຄວາມ​ແຕກ​ໂຕນ ກັນ​ຢ່າງ​ຫຼວງ​ຫຼາຍ ລະຫວ່າງ​ເຂດ​ເມືອງ​ກັບ​ເຂດ​ຊົນນະບົດ​ອີກ​ດ້ວຍ.
XS
SM
MD
LG