ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ລາວ ຈະໃຫ້ການຊົດເຊີຍ ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງ ທາງລົດໄຟ


ແຜນທີ່ເສັ້ນທາງລົດໄຟ ລາວ-ຈີນ.
ແຜນທີ່ເສັ້ນທາງລົດໄຟ ລາວ-ຈີນ.

ລັດຖະມົນຕີ ລາວ ຢືນຢັນວ່າຈະໃຫ້ການຊົດເຊີຍແກ່ປະຊາຊົນທຸກຄົນທີ່ໄດ້ຮັບຜົນກະ ທົບຈາກການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໂດຍຖືເປັນທຶນ ສ່ວນໜຶ່ງຂອງການລົງທຶນ.

ທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ
ຂົນສົ່ງ ຢືນຢັນວ່າ ການສຳຫຼວດເພື່ອເກັບກຳຂໍ້ມູນທີ່ກ່ຽວກັບ ປະຊາຊົນ ລາວ ທີ່ຈະຖືກກະ
ທົບຈາກການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໄດ້ດຳເນີນໄປ
ຢ່າງຕັ້ງໜ້າ ແລະ ຄາດວ່າຈະສຳເລັດສົມບູນໃນໝໍ່ໆນີ້ ຊຶ່ງກໍຈະເຮັດໃຫ້ຮູ້ວ່າມີປະຊາຊົນ
ລາວ ຈຳນວນເທົ່າໃດ ແລະ ມີເນື້ອທີ່ດິນ ແລະ ສິ່ງປູກສ້າງຈຳນວນເທົ່າໃດທີ່ຈະໄດ້ຮັບ
ການຊົດເຊີຍຕາມລະບຽບກົດໝາຍ ໂດຍຮັບປະກັນວ່າປະຊາຊົນ ລາວ ທີ່ຖືກກະທົບດັ່ງ
ກ່າວຈະໄດ້ຮັບການຊົດເຊີຍຢ່າງຍຸຕິທຳ ແລະ ຄົບຖ້ວນ ເພາະເງິນທຶນທີ່ຈະນຳໃຊ້ໃນ
ການຊົດເຊີຍນັ້ນ ຖືເປັນສ່ວນໜຶ່ງຂອງການລົງທຶນ ດັ່ງທີ່ທ່ານ ລັດຕະນະມະນີ ໃຫ້ການ
ຢືນຢັນວ່າ.

"ຜູ້ທີ່ຖືກກະທົບນີ້ໄປເບິ່ງວ່າດິນຂອງໃຜຖືກເທົ່າໃດ ກະມີການປຶກສາຫາລືກັນ ເອກະ
ພາບນຳກັນໃນຂອບເຂດນຳກັນວ່າ ດິນເທົ່າໃດ ແລ້ວກະມີການເຊັນບົດບັນທຶກນຳ ກັນເພື່ອເປັນ ບ່ອນອີງໃນການຊຳລະສະສາງໂຄງການທາງລົດໄຟ ມີເງິນເພື່ອຊຳລະ ສະສາງໃຫ້ປະຊາຊົນ ອັນນີ້ຂໍຢືນຢັນວ່າມີ ເພາະວ່າໃນໂຄງການອື່ນຫັ້ນແມ່ນເຮົາບໍ່
ໄດ້ເອົາເງິນໃນໂຄງການ ແມ່ນຢູ່ໃນໂຄງການໄຟຟ້ານີ້ ເນື່ອງຈາກວ່າໂຄງການມີປະ
ສິດທິຜົນ ເຂົາເຈົ້າຈະຂໍເລື່ອນເວລາສຳປະທານອອກໄປ ມັນກະໄດ້ເງິນມາຖົມຂຸມໂຕ
ນີ້ໄດ້ ແຕ່ວ່າໂຄງການລົດໄຟແມ່ນມີ ເງິນສະເພາະສຳລັບທົດແທນການເວນຄືນທີ່
ດິນແລ້ວເອົາເຂົ້າໃນມູນຄ່າການກໍ່ສ້າງ."

ທັງນີ້ໂດຍລັດຖະບານ ລາວ ກໍໄດ້ກູ້ຢືມເງິນຈາກທະນາຄານການຄ້າຂາອອກ ແລະ ຂາ
ເຂົ້າຂອງລັດຖະບານ ຈີນ ໃນມູນຄ່າລວມ 480 ໂດລາ ສຳລັບນຳໃຊ້ໃນການຮ່ວມລົງທຶນ
ກັບທາງການ ຈີນ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ເຖິງແມ່ນວ່າໂຄງການ
ດັ່ງກ່າວນີ້ຈະຕ້ອງນຳໃຊ້ເງິນທຶນລວມເຖິງ 6,000 ລ້ານໂດລາກໍຕາມ ແຕ່ດ້ວຍການຊ່ວຍ
ເຫຼືອຂອງລັດຖະບານ ຈີນ ໃນທຸກທ້ານຈຶ່ງເຮັດໃຫ້ລັດຖະບານ ລາວ ມີພາລະໜີສິນຕໍ່ລັດ
ຖະບານ ຈີນ ພຽງແຕ່ 480 ລ້ານໂດລາເທົ່ານັ້ນ.

ພິທີເປີດການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໄດ້ຈັດຂຶ້ນຢ່າງ
ເປັນທາງການໃນວັນທີ 25 ທັນວາ 2016 ຢູ່ແຂວງຫຼວງພະບາງ ໂດຍທ່ານ ທອງລຸນ ສີສຸ
ລິດ ນາຍົກລັດຖະມົນຕີໃຫ້ກຽດເປັນປະທານ ພ້ອມດ້ວຍເອກອັກຄະລັດຖະທູດ ຈີນ ປະ
ຈຳນະຄອນຫຼວງວຽງຈັນ ແລະ ບັນດາຜູ້ຕາງໜ້າຂອງທາງການທັງ 2 ຝ່າຍໄດ້ເຂົ້າຮ່ວມ
ເປັນສັກຂີພິຍານ ພາຍໃຕ້ເປົ້າໝາຍທີ່ຈະກໍ່ສ້າງໃຫ້ສຳເລັດໃນ 60 ເດືອນ ກໍຄືພາຍໃນ
ເດືອນທັນວາ 2021 ນັ້ນເອງ.

ອຸມົງທາງລົດໄຟ ລາວ-ຈີນ ຢູ່ເມືອງບໍ່ເຕັນ, ແຂວງຫຼວງນໍ້າທາ.
ອຸມົງທາງລົດໄຟ ລາວ-ຈີນ ຢູ່ເມືອງບໍ່ເຕັນ, ແຂວງຫຼວງນໍ້າທາ.

ທັງນີ້ໂດຍຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ
11 ບໍລິສັດ ຈີນ ໃຫ້ເປັນພາກສ່ວນຮັບຜິດຊອບການກໍ່ສ້າງທາງລົດໄຟຢ່າງເປັນທາງການ
ເມື່ອເດືອນຕຸລາ 2016 ທີ່ຜ່ານມາ ແບ່ງເປັນ 5 ບໍລິສັດຮັບເໝົາກໍ່ສ້າງກັບ 6 ບໍລິສັດທີ່ປຶກ
ສາ ພ້ອມກັນນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ສິດທິພິເສດແກ່ບໍລິສັດ ຈີນ ເຫຼົ່ານີ້ໃນ 6 ດ້ານດ້ວຍກັນ ຄືການນຳໃຊ້ ແລະ ສະແຫວງຫາຜົນປະໂຫຍດຈາກທີ່ດິນຕະຫຼອດແລວ
ທາງລົດໄຟໃນ ລາວ ໂດຍບໍ່ຕ້ອງເສຍພາສີອາກອນ ແລະ ຄ່າທຳນຽມສຳປະທານຍົກ
ເວັ້ນອາກອນທຸລະກິດ ແລະ ພາສີມູນຄ່າເພີ່ມ ຍົກເວັ້ນຄ່າທຳນຽມວັດສະດຸທີ່ນຳໃຊ້ໃນ
ການກໍ່ສ້າງ ແລະ ການຈັດເກັບຄ່າທຳນຽມການພັກເຊົາ ແລະ ການທຳງານຂອງຊາວ
ຕ່າງຊາດພຽງ 50 ເປີເຊັນເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເປັນການຮ່ວມລົງທຶນ ລາວ-ຈີນ ໃນສັດສ່ວນ 30
ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າການລົງທຶນລວມ 38,700 ລ້ານຢວນ ຫຼື ເກືອບ 6,000 ລ້ານໂດລາ ຊຶ່ງກູ້ຢືມຈາກສະຖາບັນການເງິນຂອງລັດຖະບານ ຈີນ ໂດຍທາງລົດໄຟຈະມີ
ໄລຍະທາງຍາວ 417 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ ໃນແຂວງຫຼວງນໍ້າທາ ຜ່ານແຂວງອຸດົມໄຊ-ຫຼວງພະບາງ-ຊຽງຂວາງ-ວັງວຽງ ໃນແຂວງວຽງຈັນ ຕໍ່ມານະຄອນ
ຫຼວງວຽງຈັນ ລາງລົດໄຟມີຂະໜາດກວ້າງ 1.435 ແມັດທີ່ແຍກກັນລະຫວ່າງຂະບວນ
ໂດຍສານກັບຂະບວນສົ່ງສິນຄ້າທີ່ແລ່ນດ້ວຍຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວ
ໂມງຕາມລຳດັບ.

XS
SM
MD
LG