ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໜ່ວຍ​ສະ​ເພາະ​ກິດ ຂອງລາວ ​ກວດ​ພົບເຫັນ 38 ໂຄງການ ທີ່ຜິດກົດໝາຍ


ໂຄງການພັດທະນາ ພື້ນຖານໂຄງລ່າງ ເສັ້ນທາງໃນຊົນນະບົດ ແມ່ນໂຄງການນຶ່ງທີ່ສຳຄັນ ສຳຫລັບລັດຖະບານລາວ.
ໂຄງການພັດທະນາ ພື້ນຖານໂຄງລ່າງ ເສັ້ນທາງໃນຊົນນະບົດ ແມ່ນໂຄງການນຶ່ງທີ່ສຳຄັນ ສຳຫລັບລັດຖະບານລາວ.

ອົງການ​ກວດກາ​ແຫ່ງ​ລັດ ພົບ​ວ່າ​ລັດຖະບານ​ລາວ​ສູນ​ເສຍ​ງົບ
ປະມານ​ໄປ​ ​ກວ່າ 6,000 ຕື້​ກີບ ​ໃນ​ແຜນການ​ປີ 2013-
2014 ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທຸ​ຈະລິດ ​ໃນ 56 ​ໂຄງການ
​ທີ່​ບໍ່​ຖືກ​ກົດໝາຍ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ​ເປີດ​ເຜີຍ​ວ່າ ການ​ດຳ​ເນີນ​ມາດ​
ຕະການ​ກວດ​ສອບ​ໂດຍ​ໜ່ວຍ​ສະ​ເພາະ​ກິດ ຂອງ​ກະຊວງ​ແຜນການ ​ໄດ້​ພົບ​ຂໍ້​ມູນ​ໃໝ່​ ທີ່​
ເຮັດ​ໃຫ້​ລັດຖະບານ​ລາວ ຕ້ອງ​ສູນ​ເສຍ​ງົບປະມານ​ໄປ​ ໃນ​ມູນ​ຄ່າ​ລວມ​ເຖິງ 6,092 ຕື້ກີບ
ຫຼື ​ເກີນ​ກວ່າ 750 ລ້ານ​ດອນ​ລາ ​ໃນ​ແຜນການ​ປະຈຳ​ສົກ​ປີ 2013-2014 ທີ່​ຜ່ານມາ.

​ໂດຍ​ການ​ສູນ​ເສຍ​ດັ່ງກ່າວ​ນີ້ ​ເກີດ​ຂຶ້ນຈາກ​ການຈັດຕັ້ງປະຕິບັດ​ໂຄງການ​ພັດທະນາ ທີ່​ບໍ່
​ຖືກຕ້ອງ​ຕາມ​ກົດໝາຍ ກໍ​ຄື​ເປັນ​ໂຄງການ ທີ່​ບໍ່​ຜ່ານ​ການ​ເຫັນ​ຊອບ ​ຂອງ​ກະຊວງ​ການ​ເງິນ ​ແລະ​ກະຊວງ​ແຜນການ ​ແລະ​ການລົງທຶນ ຈຳນວນ 56 ​ໂຄງການ ​ຊຶ່ງ​ແບ່ງ​ເປັນ 18 ​ໂຄງການ ​ຂະ​ໜາດ​ໃຫຍ່ ​ແລະ 38 ​ໂຄງການ ​ທີ່​ໄດ້​ມີ​ການ​ດັດ​ແກ້​ມູນ​ຄ່າ ຂອງ​ໂຄງການ​ໂດຍ​ຜິ​ດ
ກົດໝາຍ ດັ່ງ​ທີ່​ທ່ານ​ກິ​ແກ້ວ ຈັນທະ​ບູລີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ບັນດາ​ຂະແໜງການ​ໄດ້ເຊັນ​ສັນຍາ​ໂຄງການ ​ເກີນ​ມູນ​ຄ່າ​ສະພາ​ແຫ່ງ​ຊາດ​
ອະນຸມັດ ​ມີ 18 ​ໂຄງການ​ ໄດ້​ດຳ​ເນີນ​ການ​ດັດແກ້​ໂຄງການ​ ຈຳນວນ 38 ​ໂຄງການ​ ມູນ​ຄ່າ 6,092 ຕື້​ກີບ ​ໂດຍ​ບໍ່​ໄດ້​ນຳ​ສະ​ເໜີຕໍ່​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ກັບ​ກະຊວງ​ການ​ເ​ງິນ ຈຶ່ງ​ຕີ​ລາຄາ​ວ່າ ບໍ່​ເຄົາລົບ​ກົດໝາຍ​ຢ່າງ​ເຂັ້ມງວດ.”

ການ​ສູນ​ເສຍງົບປະມານ ເກີດ​ຂຶ້ນຈາກ​ການຈັດຕັ້ງປະຕິບັດ​ ໂຄງການ​ພັດທະນາ ທີ່​ບໍ່ຖືກຕ້ອງ​ຕາມ​ກົດໝາຍ ກໍ​ຄື​ໂຄງການ ທີ່​ບໍ່​ຜ່ານ​ການ​ເຫັນ​ຊອບ ​ຂອງ​ກະຊວງ​ການ​ເງິນ ​ແລະ​ກະຊວງ​ແຜນການ ​ແລະ​ການລົງທຶນ.
ການ​ສູນ​ເສຍງົບປະມານ ເກີດ​ຂຶ້ນຈາກ​ການຈັດຕັ້ງປະຕິບັດ​ ໂຄງການ​ພັດທະນາ ທີ່​ບໍ່ຖືກຕ້ອງ​ຕາມ​ກົດໝາຍ ກໍ​ຄື​ໂຄງການ ທີ່​ບໍ່​ຜ່ານ​ການ​ເຫັນ​ຊອບ ​ຂອງ​ກະຊວງ​ການ​ເງິນ ​ແລະ​ກະຊວງ​ແຜນການ ​ແລະ​ການລົງທຶນ.

ກ່ອນ​ໜ້າ​ນີ້ ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ
ກວດ​ສອບ​ແຫ່ງ​ລັດ ​ໄດ້ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​
ຄັ້ງທີ 8 ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ເມື່ອ​ເດືອນ​ທັນວາ​ປີ 2014
ວ່າ ​ໄດ້​ກວດ​ພົບ​ການ​ທຸ​ຈະລິດຫຼາຍກວ່າ 324 ຕື້​ກີບ​ໃນ 25 ​
ໂຄງການ​ພັດທະນາ ທີ່​ບໍ່​ມີ​ຕົວ​ຕົນ​ໃນ​ແຂວງ​ອຸດົມ​ໄຊ ​ແລະ​ກວດ
​ພົບ​ການ​ໃຊ້​ຈ່າຍ​ງົບປະມານ ທີ່​ເກີນ​ຈິງຫຼາຍກວ່າ 87 ຕື້​ກີບ ​ໃນ
77 ໂຄງການ​ ທັງ​ຍັງ​ກວດ​ພົບ​ວ່າ ມີ​ຢູ່​ເຖິງ 254 ​ໂຄງການ​ທີ່​ດຳ​
ເນີນງານ​ບໍ່​ສຳ​ເລັດ​ຕາມ​ແຜນການ ​ທັງໆທີ່​ວ່າ ​ໄດ້ໃຊ້ງົບປະມານ
ຫຼາຍກວ່າ 4,322 ຕື້​ກີບ ​ໄປ​ທັງ​ໝົດ​ແລ້ວນັ້ນ.

ທາງ​ດ້ານ​ອົງການ​ເພື່ອ​ຄວາມໂປ່​ງ​ໃສ​ສາກົນ (Transparency
Internation) ທີ່​ໄດ້​ດຳ​ເນີນ​ການ​ສຳ​ຫລວດ ຄວາມ​ຄິດ​ເຫັນ​ຂອງ​ນັກ​ທຸລະ​ກິດ ກ່ຽວ​ກັບ​ສະພາບ​ການ​ສໍ້​ລາດ​ບັງ​ຫລວງ ຢູ່​ໃນ 175 ປະ​ເທດ​ທົ່ວ​ໂລກ​ນັ້ນ ​ໄດ້​ຈັດ​ໃຫ້​ລາວ​ຢູ່​ອັນ​ດັບ​ທີ 145 ​ໃນ​ປີ 2014 ນີ້ ​ໂດຍ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນດາ​ນັກ​ທຸລະ​ກິດ​ຊາວຕ່າງ​ຊາດ ທີ່​ລົງທຶນ​ໃນ​ລາວ​ທີ່​ລະດັບ 25 ຄະ​ແນນ​ຈາກ 100 ຄະ​ແນນ​ເຕັມ.

​ໂດຍ​ຈາກ​ຄະ​ແນນ​ດັ່ງກ່າວ​ນີ້ ​ເຖິງ​ແມ່ນ​ວ່າ​ຈະ​ຖືເປັນ​ລະດັບ​ຄວາມ​ໄວ້​ວາງ​ໃຈ ທີ່​ດີກ​ວ່າ​
ປີ 2012 ທີ່​ລາວ​ຖືກ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບ​ທີ 160 ຊຶ່ງ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນດາ​
ນັກທຸຸລະ​ກິດ​ຊາວ​ຕ່າງປະ​ເທດ​ທີ່​ລົງທຶນ​ໃນ​ລາວ​ພຽງ​ແຕ່ 21 ຄະ​ແນ​ນ​ເທົ່າ​ນັ້ນກໍ​ຕາມ
ຫາກ​ແຕ່​ກໍ​ເປັນ​ສະຖານະ ທີ່​ຕ່ຳລົງ​ເຖິງ 5 ອັນ​ດັບ​ເມື່ອ​ທຽບ​ກັບ​ປີ 2013 ຊຶ່ງ​ລາວ​ຢູ່​ອັນ​ດັບ
​ທີ 140 ​ແລະ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ທີ່​ລະດັບ 26 ຄະ​ແນນ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ການ​ສໍ້​
ລາດ​ບັງ​ຫລວງ ​ໃນ​ລາວ​ມີ​ທ່າ​ອຽງ​ເພີ້​ມຂຶ້ນ​ໃນ​ສາຍຕາ​ຊາວ​ຕ່າງ​ຊາດ​ນັ້ນ​ເອງ.

​ໂດຍສາ​ເຫດ​ສຳຄັນ​ປະການ​ໜຶ່ງ ​ທີ່​ເຮັດ​ໃຫ້ລາວ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ໃນ​ລະດັບ​ຕ່ຳ
ລົງ​ນັ້ນ ກໍ​ຍ້ອນ​ວ່າ ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ລາວ ຍັງ​ມີ​ປະສິດທິພາບ​ຕ່ຳ
​ໂດຍ​ໄດ້​ມີ​ການກວດ​ພົບ​ວ່າ ການ​ປະຕິບັດ​ໜ້າ​ທີ່ ​ໂດຍ​ບໍ່​ສຸດຈະລິດ​ຂອງ​ບັນດາ​ພະນັກ
ງານ​ລັດ ​ໄດ້​ກໍ່​ໃຫ້​ເກີດ​ການ​ເສຍຫາຍ​ດ້ານ​ລາຍ​ຮັບ​ງົບປະມານ​ ຂອງ​ລັດຖະບານລາວ​
ຫຼາຍຂຶ້ນຢ່າງ​ຕໍ່​ເນື່ອງ.

ສ່ວນ​ທ່ານ​ກິ​ແກ້ວ ​ໄຂ​ຄຳ​ພິທູນ ສະມາຊິກ​ສະພາ​ແຫ່ງ​ຊາດ ຈາກເຂດ​ນະຄອນ​ຫລວງ
​ວຽງ​ຈັນ ​ໄດ້​ຕັ້ງຂໍ້​ສົງ​ໄສ​ວ່າ ສາ​ເຫດ​ທີ່​ກໍ່​ໃຫ້​ເກີດ​ການ​ເສຍ​ຫາຍ​ໄປ ​ຢ່າງ​ຫລວງຫຼາຍ ຈາກ
ການ​ສໍ້​ລາດ​ບັງ​ຫລວງ​ດັ່ງກ່າວ​ນີ້ ຍ່ອມ​ຈະ​ຕ້ອງ​ມີ​ບຸກຄົນ​ທີ່​ມີ​ອຳນາດ​ຢູ່​ເບື້ອງ​ຫລັງ ຂະ​ບວນ
ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ແນ່ນອນ.

XS
SM
MD
LG