ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ ກວດກາລັດຖະບານ ແລະ ອົງການ ກວດສອບ ແຫ່ງລັດ ຕົກລົງແບ່ງ ວຽກງານ ລະຫວ່າງກັນ


ເຈົ້າໜ້າທີ່ລັດຖະບານ ຖືກຈັບກຸ່ມຍ້ອນການສໍ້ລາດບັງຫຼວງ.
ເຈົ້າໜ້າທີ່ລັດຖະບານ ຖືກຈັບກຸ່ມຍ້ອນການສໍ້ລາດບັງຫຼວງ.

ອົງການກວດກາລັດຖະບານ ກັບ ອົງການກວດສອບແຫ່ງລັດ ໄດ້ຕົກລົງແບ່ງວຽກງານ ໃນ ຄວາມຮັບຜິດຊອບ ລະຫວ່າງກັນຢ່າງຊັດເຈນ ເພື່ອໃຫ້ການປະຕິບັດໜ້າທີ່ຂອງທັງ 2 ອົງ ການບໍ່ເກີດການຊ້ຳຊ້ອນກັນ.

ທ່ານ ຄຳສຸກ ບຸນຍາວົງ ຮອງປະທານອົງການກວດກາລັດຖະບານຢືນຢັນວ່າ ອົງການ ກວດກາລັດຖະບານ ກັບ ອົງການກວດສອບແຫ່ງລັດ ໄດ້ຕົກລົງແບ່ງວຽກງານໃນຄວາມ ຮັບຜິດຊອບ ລະຫວ່າງ ກັນຢ່າງຊັດເຈນເມື່ອບໍ່ດົນມານີ້ໂດຍມີເປົ້າໝາຍເພື່ອເຮັດໃຫ້ການ ປະຕິບັດໜ້າທີ່ຂອງທັງ 2 ອົງການບໍ່ເກີດການຊ້ຳຊ້ອນກັນ ອັນເປັນສາເຫດສຳຄັນ ທີ່ເຮັດ ໃຫ້ການປະຕິບັດວຽກງານບໍ່ມີປະສິດທິພາບ ແລະ ບໍ່ເທົ່າທັນກັບສະພາບບັນຫາສໍ້ລາດບັງ ຫຼວງທີ່ເກີດຂຶ້ນຢ່າງກວ້າງຂວາງໃນປະຈຸບັນນີ້.

ການແບ່ງວຽກງານຄັ້ງນີ້ຖືເປັນການປະຕິບັດຕາມກົດໝາຍວ່າດ້ວຍ ການກວດກາພັກ- ລັດ ຢ່າງເຂັ້ມງວດ ກໍຄືອົງການກວດສອບແຫ່ງລັດ ເປັນພາກສ່ວນທີ່ຮັບຜິດຊອບໃນການ ຄຸ້ມຄອງ ແລະ ສະເໜີໃຫ້ໜ່ວຍງານທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບດຳເນີນການກວດ ສອບເປັນແຕ່ລະກໍລະນີໄປ ແຕ່ເມື່ອໄດ້ກວດສອບພົບວ່າ ເປັນກໍລະນີທີ່ກ່ຽວພັນກັບຄະດີ ແຜ່ງ ແລະ ຄະດີອາຍາ ຈຶ່ງໃຫ້ເປັນຄວາມຮັບຜິດຊອບຂອງອົງການກວດກາລັດຖະບານ ດັ່ງທີ່ ທ່ານຄຳສຸກໄດ້ໃຫ້ການອະທິບາຍວ່າ.

"ພວກເຮົາຈະຄັດຈ້ອນ ຫຼືວ່າ ສະເໜີໃຫ້ອົງການກວດສອບນີ້ຕ້ອງສືບຕໍ່ຄັດຈ້ອນວ່າຂໍ້ ມູນຕົວໃດທີ່ຈະໃຫ້ອົງການກວດກາ ລັດຖະບານເປັນຜູ້ສືບຕໍ່ເຮັດ ໂດຍສະເພາະແມ່ນ ຂໍ້ມູນທີ່ບັນຫາບໍ່ຈະແຈ້ງ ບັນຫາທີ່ບໍ່ໂປ່ງໄສ ຖ້າວ່າບັນດາຂໍ້ມູນເຫຼົ່ານັ້ນຈະແຈ້ງແລ້ວ ຊັດເຈນແລ້ວກໍແມ່ນສະເໜີໃຫ້ອົງການກວດສອບດຳເນີນໄປໂລດ."

ກ່ອນໜ້ານີ້ ສະມາຄົມທະນາຍຄວາມ ສະຫະລັດ ອາເມຣິກາ ແລະ ສະຖານທູດ ສະຫະ ລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມ ກ່ຽວກັບ ການສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫຼວງໃຫ້ບັນດາພະນັກງານໃນສັງກັດຂອງຄະນະກວດກາສູນກາງພັກ-ລັດ ແລະ 37 ໜ່ວຍງານທີ່ກ່ຽວຂ້ອງຈາກທົ່ວປະເທດ ລາວ ຈຳນວນ 77 ຄົນເພື່ອເຮັດໃຫ້ອົງການ ກວດກາໃນ ລາວ ສາມາດນຳໃຊ້ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ສົນທິສັນຍາ ຕ່າງໆທີ່ກ່ຽວຂ້ອງໃຫ້ໄດ້ຢ່າງມີປະສິດທິພາບ ໂດຍສະເພາະແມ່ນ ການຕ້ານອາຊະຍາກຳ ທາງ ການເງິນ ແລະ ຮຽນຮູ້ ກ່ຽວກັບ ລະບົບ ແລະ ທັກສະຕ່າງໆໃນການກວດກາ, ການ ສືບສວນສອບສວນ ແລະ ການກູ້ເອົາຊັບສິນຂອງລັດ ກັບຄືນມາອີກດ້ວຍ.

ທາງດ້ານຄະນະກວດກາສູນກາງພັກ-ລັດ ລາຍງານວ່າໃນຕະຫຼອດປີ 2015 ໄດ້ດຳເນີນ ການກວດກາ 303 ໜ່ວຍງານໃນ 11 ກະຊວງ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບວ່າການສໍ້ລາດບັງຫຼວງຂອງພະນັກງານພັກ-ລັດ ທີ່ເຮັດໃຫ້ລັດຖະບານສູນເສຍລາຍ ຮັບ ແລະ ງົບປະມານໄປເປັນມູນຄ່າລວມເຖິງ 3,034.3 ຕື້ກີບໂດຍສາມາດຍຶດຄືນມາໄດ້ ພຽງ 467.59 ຕື້ກີບ ຫຼື 15 ເປີເຊັນເທົ່ານັ້ນ.

ພ້ອມກັນນັ້ນ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດຕໍ່ພະນັກ ງານລັດຈຳນວນ 95 ຄົນທີ່ທຸຈະລິດ ແລະ ໄດ້ຍັກຍອກເອົາງົບປະມານຂອງລັດໄປຫຼາຍ ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນເປັນພະນັກງານຂອງແຂວງອຸດົມໄຊ, 22 ຄົນເປັນພະ ນັກງານທະນາຄານແຫ່ງຊາດ ແລະ 11 ຄົນເປັນພະນັກງານໃນກະຊວງການເງິນຕາມລຳ ດັບ.

ທາງດ້ານທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດຖະແຫຼງວ່າ ໃນຮອບປີ 2015 ໄດ້ກວດພົບການສູນເສຍລາຍຮັບຂອງລັດຖະບານໄປຫຼາຍກວ່າ 2,000 ຕື້ກີບ ຫຼື 250 ລ້ານໂດລາຈາກການທີ່ກົມພາສີໄດ້ມີການຍົກເວັ້ນພາສີການນຳເຂົ້າ ນ້ຳມັນ ແລະ ຍານພາຫະນະໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ລວມເຖິງ ການຈັດເກັບອາກອນການສົ່ງໄມ້ໄປຕ່າງປະເທດໄດ້ຕຳ່ກວ່າແຜນການ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງລັດບໍ່ ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານປະຈຳປີ 2013-2014 ຂອງລັດຖະບານ ຄິດເປັນມູນ ຄ່າລວມເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ເປັນລາຍຮັບຈາກສ່ວຍອາກອນ ການຫັນຊັບ ສິນເປັນທຶນ ແລະ ອື່ນໆ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າໜ່ວຍສະ ເພາະກິດຂອງກະຊວງແຜນການ ໄດ້ກວດພົບການສູນເສຍລາຍຮັບຂອງລັດຖະບານ ຫຼາຍກວ່າ 6,000 ຕື້ກີບໃນແຜນການປີ 2013-2014 ທີ່ເກີດຈາກການຈັດຕັ້ງປະຕິບັດ ໂຄງການພັດທະນາທີ່ບໍ່ຖືກຕ້ອງຕາມກົດໝາຍ.

XS
SM
MD
LG