ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕະຫຼາດກາເຟ ຕົກຕ່ຳ ເຮັດໃຫ້ ລາຍຮັບ ຈາກການ ສົ່ງອອກ ກາເຟຂອງ ລາວ ຫຼຸດລົງ


ລາວ ຜະລິດກະເຟ ເພີ່ມຂຶ້ນ ເພື່ອສົ່ງອອກຕ່າງປະເທດ ແລະ ຈຳໜ່າຍພາຍໃນປະເທດ.
ລາວ ຜະລິດກະເຟ ເພີ່ມຂຶ້ນ ເພື່ອສົ່ງອອກຕ່າງປະເທດ ແລະ ຈຳໜ່າຍພາຍໃນປະເທດ.

ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ກາ​ເຟຂອງ ລາວ ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ືອງ​
ໂດ​ຍທີ່​ມີ​ສາ​ເຫດ​ມາ​ຈາກ​ກາ​ເຟ​ໃນ​ຕະຫຼາດ​ໂລກ​ຕົກ​ຕ່ຳ​ຫຼາຍ​ກວ່າ 45 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ຜົນ​ຜະລິດ​ກາ​ເຟຂອງ​ ລາວ ​ເພີ່ມ​ຂຶ້ນ​ເປັນ 98,000 ກວ່າ​ໂຕນ.

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ລາຍ​ງານ​ວ່າ ກະ​ເສດ​ຕະກອນ​ທີ່​ປູກ​ກາ​ເຟ​ໃນ ລາວ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ການ​ທີ່​ລາຄາ​ກາ​ເຟ​ໃນ​ຕະຫຼາດ​ໂລກ​ຕົກຕ່ຳລົງ​ຢ່າງ​ຕໍ່​ເນື່ອງ​ນັບ​ຈາກ​ປີ 2005 ​ເປັນ​ຕົ້ນ​ມາ ຊື່​ງປະກົດ​ວ່າ​ລາຄາ​ກາ​ເຟ​ໄດ້​ຕົກຕ່ຳລົງ​ຫຼາຍ​ກວ່າ 45 ​ເປີ​ເຊັນໃນ​ເວລາ​ນີ້ ກໍ​ຄື​ລາຄາ​ກາ​ເຟ Arabica ​ໄດ້ຕົກ​ຕ່ຳ​ລົງຈາກ 5,000 ​ໂດ​ລາ ມາ​ເປັນ​ລະຫວ່າງ 2,687 ຫາ 2,755 ​ໂດ​ລາ​ຕໍ່​ໂຕນ ສ່ວນ​ລາຄາ​ກາ​ເຟ Robusta ນັ້ນ​ກໍ​ຕົກຕ່ຳລົງ​ຈາກ 2,500 ​ໂດ​ລາ ມາ​ເປັນ​ລະຫວ່າງ 1,658 ຫາ 1641 ຕໍ່ໂຕນ​ໃນ​ປະຈຸ​ບັນ.

ທັງ​ນີ້​ໂດຍ​ໃນ​ປີ 2014 ທີ່​ຜ່ານ​ມາ​ກະ​ເສດ​ຕະກອນ​ ລາວ ​ໄດ້​ປູ​ກກາ​ເຟ​ໃນ​ເນື້ອ​ທີ່​ລວມ 130,000 ​ເຮັດ​ຕາ ຢູ່​ໃນ​ເຂດ​ເມືອງ​ປາກ​ຊ່ອງ ​ແລະ ​ເມືອງ​ບາ​ຈຽງ ​ໃນ​ແຂວງ​ຈຳປາ​ສັກ ເມືອງ​ເຫຼົ່າ​ງາມ​ໃນ​ແຂວງສາລະ​ວັນ ​ແລະ ​ເມືອງ​ທ່າ​ແຕງ​ໃນ​ແຂວ​ງ​ເຊ​ກອງ ​ໂດຍ​ມີ​ຜົນ​ຜະລິດ​ທີ່​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ລວ​ມກັນ 87,000 ​ໂຕນສ່ວນ​ປີ 2015 ກໍ​ວາງ​ເປົ້າໝາຍ​ຈະ​ສົ່ງ​ອອກ
​ກາ​ເຟ​ໃຫ້​ໄດ້ 98,000 ​ໂຕນ ​ແລະ ​ເພີ່ມ​ຂຶ້ນ​ເປັນ 120,000 ​ໂຕນ​ໃນ​ປີ 2020 ​ແລະ 280,000 ​ໂຕນ​ໃນ​ປີ 2025 ຕາມ​ລຳດັບ.

ບັນດາເຈົ້າໜ້າທີ່ປະຊຸມກັນ ໃນກອງປະຊຸມຖະແຫຼງຂ່າວກາເຟ ລາວ
ບັນດາເຈົ້າໜ້າທີ່ປະຊຸມກັນ ໃນກອງປະຊຸມຖະແຫຼງຂ່າວກາເຟ ລາວ

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ລາວ ​ເປີດ​ເຜີຍ​ວ່າ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ດຶງ​ເອົາ​ເງິ​ນລົງທຶນ​ເຂົ້າ​ໃນ​ພາກ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ໄດ້ 79,200 ຕື້​ກີບ ຫຼື 9,900 ລ້ານ​ໃນໄລ​ຍະ​ປີ 2016 ຫາ 2020 ຊຶ່ງ​ໃນ​ນີ້​ຈະ​ເປັນ​ການ​ລົງທຶນຂອງ​ເອກະ​ຊົນ​ ລາວ ​ແລະ ຕ່າງ​ຊາດ​ໃນ​ມູນ​ຄ່າ 65,000 ຕື້​ກີບ ຫຼື 82 ​ເປີ​ເຊັນ ຂອງ​ການ​ລົງທຶນ​ທັງ​ໝົດ ​ແລະ ​ເປັນ​ການ​ລົງທຶນ​ໂດຍ​ລັດຖະບານ ລາວ 1,200 ຕື້​ກີບສ່ວນ​ທີ່​ເຫຼືອ​ກໍ​ຈະ​ເປັນ​ການ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າ 13,000 ຕື້​ກີບ.

ພ້ອມ​ກັນ​ນີ້ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ຍັງ​ໄດ້​ວາງແຜນການ​ພັດທະນາ​ປັບປຸງ​ລະບົບ​ຄອງ​ຊົນລະປະທານ​ໃນ​ທົ່ວ​ປະ​ເທດ​ເພື່ອ​ເພີ່ມ​ລະດັບ​ປະສິດ​ທິພາ​ບ​ໃນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ກັບ​ທີ່​ນາ​ໃຫ້​ໄດ້ໃນ​ເນື້ອ​ທີ່​ລວມ 580,000 ​ເຮັກຕາ​ໃນ​ລະດູ​ການ​ປີ 2014 ຫາ 2015 ຊຶ່ງໃນ​ນີ້ແບ່ງ​ເປັນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ນາປີ 400,000 ​ເຮັກ​ຕາ ​ແລະ ນາ​ແຊງ 180,000 ​ເຮັກຕາຕາມ​ລຳດັບ.

​ໂດ​ຍຖ້າ​ຫາກ​ການ​ດຳ​ເນີນ​ງານ​ເປັນ​ໄປຕາມ​ແຜນການ​ທີ່​ວາງ​ໄວ້​ດັ່ງກ່າວ​ກໍ​ຈະ​ເປັນ​ສິ່ງ​ທີ່​ຮັບປະກັນ​ໄດ້​ວ່າ​ຜົນ​ຜະລິດ​ເຂົ້າ ​ໃນ​ທົ່ວ​ປະ​ເທດ​ ລາວ ຈະ​ມີ​ປະລິມານ​ລວມ​ເຖິງ 4.2 ລ້ານ​ໂຕນ​ໃນ​ປີ 2015 ຊຶ່ງ​ນອກຈາກ​ຈະ​ພຽງພໍ​ກັບ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ແລ້ວ ກໍ​ຍັງ​ຈະ​
ມີ​ຜົນ​ຜະລິດ​ເຂົ້າ ສຳລັບ​ສົ່ງ​ອອກ​ຕ່າງປະ​ເທດ​ໃນ​ປະລິມານ​ລວມບໍ່​ໜ້ອຍ​ກວ່າ 6 ​ແສ​ນ​ໂຕນ​ອີກ​ດ້ວຍ.

ຫາກ​ແຕ່ທ່ານ ວິ​ໄລ​ວັນ ພົມ​ເຂ ອະດີດ​ລັດຖະ​ມົນຕີ​ວ່າ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ກໍ​ໄດ້
ຍອ​ມຮັບ​ວ່າ​ ​ເປັນ​ການ​ຍາກ​ທີ່​ຊາວນາ​ ລາວ ຈະສາມາດ​ເພີ່ມ​ຜົນ​ຜະລິດເຂົ້າ​ ​ເພື່ອ​ໃຫ້​ກາຍ​ເປັນຜູ້​ສົ່ງ​ອອກ​ລາຍ​ໃຫຍ່​ຂອງ​ຕະຫຼາດ​ໂລກ​ໄດ້ ດ່ັງ​ທີ່​ທ່ານ​ໃຫ້ການ​ຢືນຢັນ​ວ່າ

“ສິຖື​ປັດ​ໃຈ​ເຂົ້າ​ນີ້​ເປັນ​ສິນຄ້າ​ລາຍ​ໃຫຍ່​ນີ້​ຄື​ສິ​ເປັນ​ໄປ​ໄດ້​ຍາກ ​ເນື່ອງ​ຈາກ​ວ່າ​ພວກ​ເຮົາ​ກໍ​ມີ​ຫຼາຍ​ອັນ​ຈຳກັດ ​ແລະ ພວກ​ເຮົານີ້ຖື​ສຳຄັນ​ຍຸດ​ທະ​ສາດ​ການ​ຜະລິດ​ເຂົ້າ​ນີ້​ໃຫ້​ເປັນ​ສະບຽງ​ເອີ້ນ​ວ່າ​ໃຫ້​ກຸ້ມ​ກິນ​ພາຍ​ໃນ​ແລ້ວ ກໍ​ມີ​ອັນ​ສ່ວນ​ແຮ​ໄວ້ ສ່ວນ​ເປັນ​ສິນຄ້າ​ນີ້​ພວກ​ເຮົາ​ຈະ​ລົງເລິກ​ເຖິງເຂົ້າ​ທີ່​ເປັນ​ເອກະ​ລັກ​ຂອງຄົນ​ລາວ ຍົກ​ຕົວຢ່າງ​ເຂົ້າ​ໄກ່​ນ້ອຍ​ໄດ້​ປຽບ​ທີ່​ສຸດ ຜະລິດ​ອອກ​ເທົ່າ​ໃດ​ກໍ​ແມ່ນ​ບັນດາ​ປະ​ເທດ​ເພື່ອ​ນບ້ານມາ​ຊື້​ເອົາ​ໝົດ.”

ທາງ​ດ້ານ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ​ລາຍ​ງານ​ວ່າ ພາກ​ທຸ​ລິ​ກິດ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ເຂົ້າ ລາວ ​ໄປ​ຕ່າງປະ​ເທດ​ຍັງ​ບໍ່​ສາມາດ​ແຂ່ງຂັນ​ໃນ​ຕະຫຼາ​ດ​ໂລກ​ໄດ້​ຢ່າງ​ແທ້​ຈິງ ​ເພາະ​ສ່ວນ​ໃຫຍ່​ກໍ​ຍັງ​ເປັນ​ຜົນ​ຜະລິດ​ທີ່ມີ​ລະດັບ​ຄຸນ​ນະພ​າບຕ່ຳກວ່າ​ຜະລິດ​ຕະພັນ​ເຂົ້າ ​ໄທ, ຫວຽດນາມ, ກຳ​ປູ​ເຈຍ ​ແລະ ພະມ້າ.

XS
SM
MD
LG