ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິສາ​ຫະກິດ​ຖື​ຮຸ້ນ​ ຂອງ​ລັດ ລົງທຶນ ໃນ​ການ​ກໍ່ສ້າງ​ເຂື່ອນ ​ຫຼາຍກວ່າ 536 ລ້ານ​ດອນ​ລາ


ທ່ານສົມບູນ ມະໂນລົມ ປະທານລັດວິສາຫະກິດ ຖືຮຸ້ນລາວ (Laos Holding StateEnterprise) ແລະ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະ
ຈະລາຈອນ ສະ​ເຫຼີມສະຫຼອງ ການ​ສ້າງຕັ້ງລັດ​ວິ​ສາ​ຫະກິດ​ ຖືຮຸ້ນ​ລາວ ຄົບຮອບ 10 ປີ.
ທ່ານສົມບູນ ມະໂນລົມ ປະທານລັດວິສາຫະກິດ ຖືຮຸ້ນລາວ (Laos Holding StateEnterprise) ແລະ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະ ຈະລາຈອນ ສະ​ເຫຼີມສະຫຼອງ ການ​ສ້າງຕັ້ງລັດ​ວິ​ສາ​ຫະກິດ​ ຖືຮຸ້ນ​ລາວ ຄົບຮອບ 10 ປີ.

ວິສາ​ຫະກິດ​ຖື​ຮຸ້ນ​ຂອງ​ລັດຖະບານ​ລາວ ລະດົມ​ເງິນ​ທຶນໄດ້
​ຫຼາຍກວ່າ 536 ລ້ານ​ດອນ​ລາ ​ເພື່ອ​ປະກອບສ່ວນ​ລົງທຶນ
​ໃນ​ການ​ກໍ່ສ້າງ​ເຂື່ອນຜະລິດ​ກະ​ແສ​ໄຟຟ້າ 4 ​ໂຄງການ​
ໃນ​ລະຍະ 10 ປີ​ທີ່​ຜ່ານ​ມາ.

ທ່ານ​ສົມບູນ ມະ​ໂນ​ລົມ ປະທານ​ລັດ​ວິ​ສາ​ຫະກິດ ຖື​ຮຸ້ນ​ລາວ
(Laos Holding State Enterprise) ​ໃຫ້ການ​ຢືນຢັນໃນ​ໂອກາດ​ການສະ​ເຫຼີມສະຫຼອງ
ການ​ສ້າງຕັ້ງລັດ​ວິ​ສາ​ຫະກິດ​ ຖືຮຸ້ນ​ລາວ ຄົບຮອບ 10 ປີ ​ໃນ​ຊ່ວງ​ເດືອນ​ມີນາ 2015 ວ່າ
​ໄດ້​ລະດົມ​ເງິນ​ທຶນ​ ​ເພື່ອ​ປະກອບສ່ວນ​ລົງທຶນ ​ໃນ​ການ​ກໍ່ສ້າງ​ເຂື່ອນ​ຜະລິດ​ກະ​ແສໄຟຟ້າ​
ໃນ 4 ​ໂຄງການ​ຄິດ​ເປັນ​ມູນ​ຄ່າ ກາ​ນຮ່ວມ​ລົງທຶນຫຼາຍກວ່າ 536 ລ້ານ​ດອນ​ລາ.

ໂດຍ​ການ​ຮ່ວມ​ລົງທຶນ ​ໃນ 4 ​ໂຄງການ​ດັ່ງກ່າວ ກໍ​ປະກອບ​ດ້ວຍ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2 ຊຶ່ງ​ລັດ​ວິ​ສາ​ຫະກິດ ຖື​ຮຸ້ນ​ລາວ ​ໄດ້​ຮ່ວມ​ລົງທຶນ​ໃນ​ມູນ​ຄ່າ 112 ລ້ານ​ດອນ​ລາ ​ໂຮງ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ ຈາກ​ຖ່ານຫິນ ຫຼື ​ໂຄງການ​ຫົງ​ສາລິກ​ໄນ​ຕ໌ ມູນ​ຄ່າ 220 ກວ່າ​ລ້ານ​ດອນ​ລາ ​ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ ມູນ​ຄ່າ 100 ກວ່າ​ລ້ານ​ດອນ​ລາ ​ແລະ ​ໂຄງການ​ເຂື່ອນ​ນ້ຳ​ງຽບ 1 ​ໃນ​ມູູນຄ່າຫຼາຍກວ່າ 103 ລ້ານ​ດອນ​ລາ ຕາມ​ລຳດັບ.

ໂດຍ​ສຳ​ຫລັບ​ໂຄງການ​ເຂື່ອນ​ນ້ຳ​ເທີນ 2 ​ໄດ້ກໍ່ສ້າງ​ແລ້ວ​ເສັດ ​ແລະ​ຜະລິດ​ກະ​ແສ​ໄຟຟ້າ​ໃນ​ປະລິມານ ລວມ 1,080 ​ເມ​ກາ​ວັດ​ ນັບ​ຕັງ​ແຕ່​ປີ 2010 ​ເປັນຕົ້ນມາ​ແລ້ວ ຊຶ່ງ​ກໍ​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ ຖື​ຮຸ້ນ​ລາວ ​ໄດ້​ຮັບ​ເງິນ​ປັນ​ຜົນ​ໃນ​ມູນ​ຄ່າຫຼາຍກວ່າ 98 ລ້ານ​ດອນ​ລາ ສ່ວນ​ລັດຖະບານ​ລາວ ​ໄດ້​ຮັບ​ຄ່າ​ພາກ​ຫລວງຫຼາຍກວ່າ 62 ລ້ານ​ ​ໃນ​ລະຍະ 5 ປີ ທີ່​ຜ່ານ​ມາ ​ແຕ່​ຖ້າ​ຫາກ​ຄິດ​ໄລ່​ຕະຫລອດ​ລະຍະ​ສຳ​ປະທານ 25 ປີ ລັດຖະບານ​ລາວ​ກໍ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ຮອດ 2,000 ລ້ານດອນ​ລາ ​ໃນ​ຂະນະ​ທີ່​ລັດ​ວິ​ສາ​ຫະກິດ​ ຖືຮຸ້ນ​ລາວ ກໍ​ຈະ​ໄດ້​ຮັບ​ເງິນ​ປັນຜົນ​ລວມຮອດ 723 ລ້ານ​ດອນ​ລາ.

ໂຄງການ​ເຂື່ອນ​ນ້ຳ​ເທີນ 2 ​ໄດ້ກໍ່ສ້າງ​ແລ້ວ​ເສັດ ​ແລະ​ຜະລິດ​ກະ​ແສ​ໄຟຟ້າ​ໃນ​ປະລິມານ ລວມ 1,080 ​ເມ​ກາ​ວັດ​ ນັບ​ຕັງ​ແຕ່​ປີ 2010 ​ເປັນຕົ້ນມາ​ແລ້ວ.
ໂຄງການ​ເຂື່ອນ​ນ້ຳ​ເທີນ 2 ​ໄດ້ກໍ່ສ້າງ​ແລ້ວ​ເສັດ ​ແລະ​ຜະລິດ​ກະ​ແສ​ໄຟຟ້າ​ໃນ​ປະລິມານ ລວມ 1,080 ​ເມ​ກາ​ວັດ​ ນັບ​ຕັງ​ແຕ່​ປີ 2010 ​ເປັນຕົ້ນມາ​ແລ້ວ.

ສ່ວນ​ອີກ ​3 ​ໂຄງການ​ທີ່​ເຫຼືອນັ້ນ ກໍ​ກຳລັງ​ດຳ​ເນີນ​ການກໍ່ສ້າງ​
ຢ່າງ​ຕັ້ງໜ້າ ​ໂດຍ​ໂຄງການ​ສົງ​ສາລິກ​ໄນ​ຕ໌ ​ໄດ້​ຄືບ​ໜ້າ​ໄປ​ແລ້ວ
​ເຖິງ 94 ​ເປີ​ເຊັນ ​ແລະ​ຄາດ​ວ່າ ຈະ​ແລ້ວ​ເສັດ​ຢ່າງ​ສົມບູນ ພາຍ
​ໃນ​ປີ 2016 ສ່ວນ​ໂຄງການ​ເຂື່ອນ​ເຊ​ປຽນ-​ເ​ຊນ້ຳນ້ອຍ ​ແລະ​
ໂຄງການ​ເຂື່ອນ້ຳ​ງຽບ 1 ກໍ​ເຊື່ອ​ວ່າ ຈະ​ກໍ່ສ້າງ​ແລ້ວ​ເສັດ​ຕາມ
​ແຜນການ ທີ່​ວາງ​ໄວ້​ພາຍ​ໃນ​ປີ 2019 ຊຶ່ງ​ກໍ​ຈະ​ເປັນ​ຜົນ​ເຮັດ​
ໃຫ້​ທັງ 4 ​ໂຄງການ​ມີ​ຄວາມ​ອາດ​ສາມາດ ​ໃນ​ການ​ຜະລິດ
​ກະ​ແສ​ໄຟຟ້າ ​ໄດ້​ລວມກັນ​ເຖິງ 21,215 ລ້ານ​ກິ​ໂລ​ວັດ/​ໂມງ​ຕໍ່​ປີ
​ໂດຍ​ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ຕາມ​ການ​
ຮ່ວມ​ລົງທຶນ​ໃນ​ແຕ່ລະ​ໂຄງການ​ຄື​ ຕັ້ງ​ແຕ່ 20 ​ເປີເຊັນ ​ເຖິງ 25
​ເປີ​ເຊັນ ນັ້ນ​ເອງ.

ລັດຖະບານ​ລາວ ​ໄດ້​ວາງ​ແຜນການ​ທີ່​ຈະ​ເພີ້​ມການ​ຜະລິດ​ກະ​ແສ​ໄຟຟ້າ ​ໃນ​ປະ​ເທດ​ໃຫ້​ໄດ້ ​ໃນ​ປະລິມານ​ລວມບໍ່​ນ້ອຍ​ກວ່າ 15,260.5 ລ້ານ​ກິ​ໂລ​ວັດ/​ໂມງ​ໃນ​ປີ 2015 ​ໃນ​ນີ້ ຈະ​ເປັນ​ກະ​ແສໄຟຟ້າ ສຳ​ຫລັບສົ່ງ​ອອກ​ໄປ​ຕ່າງ​ປະທ​ເ ​ໃນ​ປະລິມານ​ລວມ 11,793.68 ລ້ານ​ກິ​ໂລ​ວັດ/​ໂມງ ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ລາຍ​ຮັບ​ເຂົ້າປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ບໍ່​ນ້ອຍ​ກວ່າ 535 ລ້ານ 47 ​ແສນດອນ​ລາ​ຕໍ່​ປີ.

ກ່ອນ​ໜ້າ​ນີ້ ທ່ານ​ດາ​ວົງ ພອນ​ແກ້ວ ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ​ແຜນ​ພະລັງງານ​ແລະ​ບໍ່​ແຮ່ ລາຍ​ງານ​ວ່າ ​ໃນ​ປັດຈຸບັນ​ນີ້ ມີ​ເຂື່ອນ​ໄຟຟ້າ ທີ່​ກໍ່ສ້າງ​ແລ້ວ​ເສັດ ແລະ​ໄດ້​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວ ຈຳນວນ 24 ​ໂຄງການ ສ່ວນ​ທີ່​ກຳລັງ​ຢູ່​ໃນ​ລະຫວ່າງ​ດຳ​ເນີນ​ການ​ກໍ່ສ້າງ​ມີ​ຈຳນວນ 38 ​ໂຄງການ ​ແລະ​ອີກ 100 ​ໂຄງການ​ຢູ່​ໃນ​ຂັ້ນຂອງ​ການ​ສຶກສາ ສຳ​ຫລວດ ອອກ​ແບບ ຫຼື ສະ​ແຫວ​ງຫາ​ເງິນ​ທຶນ ທີ່​ຈະ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ​ຕໍ່​ໄປ.

ທັງ​ນີ້​ໂດຍ​ຈາກ​ການ​ສຶກສາ​ ໃນ​ລະຍະ​ທີ່​ຜ່ານ​ມາ ພົບ​ວ່າການ​ກໍ່ສ້າງ​ເຂື່ອນ​ໃນ​ລາວ​ຢ່າງ​ເຕັມ​ກຳລັງ​ນັ້ນ ຈະ​ເຮັດ​ໃຫ້​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ​ລະຫວ່າງ 28,000 ​ຮອດ 30,000 ​ເມ​ກາ​ວັດ ທັງ​ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ ຕໍ່​ການ​ພັດທະນາ​ເພື່ອ​ລົບ​ລ້າງ​ບັນ​ຫາ ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ ບັນ​ດາ​ເຜົ່າ ທີ່ຢູ່ເຂດ​ຊົນນະບົດ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ດາ​ວົງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເວລາ​ເຮົາ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ ມັນ​ຊ່ວຍ​ໃນ​ການ​ພັດທະນາ​ເຂດ​ຊົນນະ​ບົດ ​ເພາະວ່າ​ໂຄງການ​ໄຟຟ້າ​ນ້ຳຕົງ​ນີ້ ສິ​ໄປ​ຕັ້ງຢູ່​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ສະນັ້ນ ຄັນ​ມີ​ໂຄງການ​ຢູ່​ຈຸດ​ໃດ ຜົນ​ພອຍ​ໄດ້​ກໍ​ຕາມ​ມາ ​ເພາະວ່າ​ເຮົາ​ບໍ່​ໄດ້​ແຕ່​ໄຟຟ້າ ​ເຮົາ​ສິ​ໄດ້​ຖະໜົນ​ຫົນທາງ ຮັກສາ​ແຫ​ລ່ງນ້ຳ​ໄວ້​ໃຊ້ ​ໃນ​ລະ​ດູ​ແລ້ງ ສາມາດ​ລ້ຽງ​ປາ​ໄດ້ ​ເປັນ​ແຫ​ລ່ງອາຫານ ຫຼືວ່າ ​ເປັນ​ເຂດ​ທ່ອງ​ທ່ຽວ.”

ໂດຍ​ໂຄງການ​ທີ່​ຈະ​ກໍ່ສ້າງ​ແລ້ວ​ເສັດ​ພາ​ຍ​ໃນ​ປີ 2015-2016 ມີ​ຢູ່ 20 ​ໂຄງການ​ດ້ວຍ​ກັນ ຊຶ່ງ​ໃນ​ນີ້ ​ເປັນ​ການ​ກໍ່ສ້າງ​ເຂື່ອນ 19 ​ໂຄງການ ​ແລະ ​ໂຮງ​ໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ 1 ​ໂຄງການ ທີ່​ຈະ​ເຮັດ​ໃຫ້​ຄວາມ​ອາດ​ສາມາດ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ໃນ​ລາວ​ເພີ້​ມຂຶ້ນຈາກ 3,200 ເມ​ກາ​ວັດ ​ໃນ​ປັດຈຸບັນ​ນີ້​ເປັນຫຼາຍກວ່າ 7,000 ​ເມ​ກາ​ວັດ ພາຍ​ໃນ​ປີ 2016 ດັ່ງ​ກ່າວ.

XS
SM
MD
LG