ລິ້ງ ສຳຫລັບເຂົ້າຫາ

ລາວ ມີກໍລະນີ ການໃຊ້ ຄວາມຮຸນແຮງ ກັບເດັກນ້ອຍຫຼາຍ


ບັນດາເຈົ້າໜ້າທີ່ຈາກ ລາວ ແລະ ອົງການສະຫະປະຊາຊາດ ເປີດການຝຶກອົບຮົມແຫ່ງຊາດ ກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ບັນດາເຈົ້າໜ້າທີ່ຈາກ ລາວ ແລະ ອົງການສະຫະປະຊາຊາດ ເປີດການຝຶກອົບຮົມແຫ່ງຊາດ ກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ການສຳຫຼວດລະດັບຊາດ ກ່ຽວກັບ ການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍໃນ ລາວ ພົບວ່າມີ ການກະທຳທີ່ຮຸນແຮງຕໍ່ເດັກນ້ອຍເພີ່ມຂຶ້ນ ໂດຍສະເພາະແຂວງພາກ ເໜືອຖືເປັນເຂດທີ່ມີ ບັນຫາຮຸນແຮງທີ່ສຸດ.

ທ່ານ ຍາວ່າງ ວາຊະວາມະ ຫົວໜ້າກົມສະຖິຕິສັງຄົມ ກະຊວງແຜນການ ແລະ ການລົງ ທຶນ ໄດ້ໃຫ້ການຢືນຢັນຕໍ່ກອງປະຊຸມຄະນະກຳມະທິການເພື່ອແມ່ ແລະ ເດັກແຫ່ງຊາດ ເມື່ອບໍ່ນານມານີ້ວ່າ ສະພາບການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໃນ ລາວ ທີ່ອາຍຸຕຳ່ກວ່າ 18 ປີໄດ້ເກີດຂຶ້ນໂດຍທົ່ວໄປ ທັງກໍມີທ່າອຽງເພີ່ມຂຶ້ນ ເລື້ອຍໆ ໂດຍສະເພາະແມ່ນໃນເຂດ ແຂວງພາກເໜືອນັ້ນຖືເປັນເຂດທີ່ມີການ ໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍເກີດຂຶ້ນຫຼາຍທີ່ ສຸດໃນ ລາວ.

ທັງນີ້ໂດຍຈາກການສຳຫຼວດນັບແຕ່ປີ 2014 ເປັນຕົ້ນມາພົບວ່າການໃຊ້ຄວາມ ຮຸນແຮງ ຕໍ່ເດັກນ້ອຍໃນເຂດແຂວງພາກເໜືອຂອງ ລາວ ຄິດເປັນອັດຕາສະ ເລ່ຍເຖິງ 16 ເປີເຊັນ ກໍຄືໃນຈຳນວນເດັກນ້ອຍ 6 ຄົນໃດຈະມີ 1 ຄົນຖືກກະ ທຳຮຸນແຮງຕໍ່ຮ່າງກາຍ ແລະ ຈິດໃຈ ໂດຍຜູ້ທີ່ກະທຳຮຸນແຮງນັ້ນກໍມີທັງພໍ່-ແມ່ ຜູ້ປົກຄອງທີ່ໃຫ້ການດູແລ ຫຼື ຍາດຕິພີ່ນ້ອງທີ່ເປັນຜູ້ໃຫຍ່ ແລະ ຄົນໃນໄວດຽວ ກັນຕາມລຳດັບ ນອກຈາກນີ້ກໍຍັງປະກົດມີການກະທຳ ຮຸນແຮງທາງເພດ ແລະ ການເອົາລັດເອົາປຽບຕໍ່ເຍົາວະຊົນເພດຍິງເພີ່ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານ ບຸນສະຫວັດ ບຸບຜາ ລັດຖະມົນຕີຊ່ວຍວ່າການກະຊວງຍຸດຕິທຳໄດ້ຖະແຫຼງຢືນ ຢັນວ່າ.

"ໂດຍສະເພາະແມ່ນຢູ່ເຂດຊົນນະບົດຍັງໜັກໄປທາງການປະຕິບັດຕາມຮີດຄອງ ປະເພນີຂອງບາງເຜົ່າ ແລະ ມີການເຊື່ອຖືງົມງວາຍ ບາງຄອບຄົວຍັງຈຳກັດເພດ ຍິງບໍ່ໃຫ້ ຮຽນສູງເພາະຢ້ານບໍ່ມີຜູ້ຢູ່ນຳພໍ່-ແມ່ ຍັງມີປະກົດການລະເມີດສິດທິ ຂອງແມ່ຍິງເປັນຕົ້ນ ມີການຂົ່ມຂືນກະທຳຊຳເລົາ, ການຄ້າໂສເພນີ, ການຄ້າມະ ນຸດໃນຮູບແບບຕ່າງໆ,​ ມີ ການໃຊ້ແຮງງານທີ່ໜັກໜ່ວງເກີນໄປໃນຄອບຄົວ ແລະ ອື່ນໆ."

ທ່ານ ບຸນສະຫວັດ ໃຫ້ການຢືນຢັນວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນ ລາວ ມີທ່າອຽງເພີ່ມຂຶ້ນເລື້ອຍໆ ໂດຍຈາກການສຳຫຼວດໃນປີ 2014-2015 ດ້ວຍການ ສຳພາດ ແມ່ນຍິງ ລາວ 3,000 ຄົນທີ່ມີອາຍຸລະຫວ່າງ 15-64 ປີ ພົບວ່າເກືອບ 50 ເປີເຊັນ ເຄີຍຖືກກະທຳຮຸນແຮງຈາກຜູ້ເປັນສາມີ ຫຼື ຄົນຮັກຂອງພວກເຂົາ ເຈົ້າເອງ ທັງຍັງໄດ້ຮັບການບາດເຈັບ ຢູ່ເປັນປະຈຳອີກດ້ວຍ.

ພ້ອມກັນນີ້ ການສຳຫຼວດຍັງພົບວ່າ 43.1 ເປີເຊັນຂອງແມ່ຍິງ ລາວ ຈຳນວນ ດັ່ງກ່າວໄດ້ຖືກກະທຳຮຸນແຮງທາງຮ່າງກາຍ ແລະ ທາງເພດ ຫຼື ຄວາມຮຸນແຮງ ໃດໜຶ່ງທີ່ໄດ້ຮັບຄວາມເຈັບປວດທີ່ມີຜົນສະທ້ອນໃນຕະຫຼອດຊີວິດຂອງພວກເຂົາ ເຈົ້າ ແລະ ທີ່ໜ້າເປັນຫ່ວງກໍຄື 43.2 ເປີເຊັນ ບໍ່ເຄີຍບອກກ່ຽວກັບຄວາມຮຸນ ແຮງໃຫ້ໃຜຮູ້ ແລະ ມີພຽງ 28.6 ເປີເຊັນເທົ່ານັ້ນທີ່ໄດ້ຂໍການຊ່ວຍເຫຼືອຈາກອຳ ນາດການປົກຄອງທ້ອງຖິ່ນເມື່ອຖືກກະທຳຮຸນແຮງດັ່ງ ກ່າວ.

ກ່ອນໜ້ານີ້ ສະຫະພັນແມ່ນຍິງລາວ ໄດ້ລາຍງານວ່າການຈັດຕັ້ງປະຕິບັດແຜນ ການພັດທະນາເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ທີ່ເລີ່ມດ້ວຍການ ສ້າງຕັ້ງຄະນະກຳມະການລະດັບຊາດເພື່ອການພັດທະນາຄວາມກ້າວໜ້າຂອງແມ່ ຍິງລາວ ນັບແຕ່ປີ 2003 ເປັນຕົ້ນມາ ຍັງຖືວ່າມີຄວາມຄືບໜ້າໃນລະດັບທີ່ຕໍ່າ ຫຼາຍເມື່ອທຽບກັບເປົ້າໝາຍ ທີ່ວາງໄວ້.

ທັງນີ້ໂດຍມີສາເຫດມາຈາກການປະຕິບັດງານໃນຊ່ວງກວ່າ 10 ປີມານີ້ສ່ວນ ໃຫຍ່ຈະເປັນ ການປະຕິບັດງານໃນດ້ານເອກະສານ ແລະ ພິທີການຕ່າງໆຫຼາຍ ກວ່າການຈັດຕັ້ງປະ ຕິບັດໃນພາກຕົວຈິງ ຊຶ່ງຈະເຫັນໄດ້ຈາກການດັດແກ້ ລັດ ຖະທຳມະນູນ ເພື່ອຢັ້ງຢືນເຖິງ ການເຄົາລົບຕໍ່ຫຼັກການສາກົນວ່າດ້ວຍຄວາມ ສະເໝີພາບ ລະຫວ່າງ ຍິງ-ຊາຍໃນປີ 2003 ຕາມດ້ວຍການບັງຄັບໃຊ້ກົດ ໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ໃນປີ 2004 ແລະ ການ ປະກາດເປົ້າໝາຍສະຫັດສະວັດທີ່ຈະເພີ່ມສັດສ່ວນຂອງແມ່ຍິງ ລາວ ໃຫ້ມີຖານະ ຕຳແໜ່ງໃນທາງການເມືອງໃຫ້ໄດ້ເຖິງ 30 ເປີເຊັນຂອງຕຳແໜ່ງທັງໝົດ ໃນປີ 2015 ເປັນຕົ້ນ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG