ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປປ ລາວ ມີສາຍພົວພັນ ທາງການທູດກັບ 139 ປະເທດທົ່ວໂລກ


ອະດີດນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ເຊັນສັນຍາການຮ່ວມມືລະຫວ່າງກັນ.
ອະດີດນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ເຊັນສັນຍາການຮ່ວມມືລະຫວ່າງກັນ.

ສປປ ລາວ ມີການພົວພັນທາງການທູດກັບ 139 ປະເທດທົ່ວໂລກ ທັງຍັງໄດ້ເສີມຂະ ຫຍາຍການຄ້າກັບ 50 ກວ່າປະເທດ ເຮັດໃຫ້ມີມູນຄ່າການຄ້າ ແລະ ການລົງທຶນໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າປະເທດ ໃຫ້ການຢືນຢັນວ່າ ສປປ ລາວ ມີການພົວພັນທາງການທູດກັບ 139 ປະເທດທົວໂລກໃນປະຈຸບັນນີ້ ໂດຍມີການ ສ້າງຕັ້ງສຳນັກງານຕາງໜ້າການທູດທັງໝົດ 39 ແຫ່ງ ຊຶ່ງແບ່ງເປັນສະຖານທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົງສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ.

ສ່ວນໃນດ້ານເສດຖະກິດນັ້ນກໍມີການພົວພັນທາງການຄ້າກັບ 50 ກວ່າປະເທດ ຊຶ່ງນອກ ຈາກຈະເຮັດໃຫ້ການຄ້າຕ່າງປະເທດຂອງ ລາວ ມີມູນຄ່າເພີ່ມຂຶ້ນທຸກປີແລ້ວກໍຍັງເຮັດໃຫ້ ຕ່າງປະເທດເຂົ້າມາລົງທຶນໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງຈະເຫັນໄດ້ຈາກ ການຄ້າຕ່າງປະເທດທີ່ເພີ່ມຂຶ້ນເປັນຫຼາຍກວ່າ 8,000 ລ້ານໂດລາ ແລະ ການລົງທຶນຂອງ ຕ່າງປະເທດໃນ ລາວ ທີ່ມີມູນຄ່າລວມເກີນກວ່າ 28,000 ລ້ານໂດລາໃນປີ 2016 ໂດຍ ຈີນ ເປັນຜູ້ລົງທຶນອັນດັບ 1 ມີມູນຄ່າການລົງທຶນລວມເກີນກວ່າ 7,000 ລ້ານໂດລາ.

ທ່ານ ສະເຫຼີມໄຊ ຢືນຢັນດ້ວຍວ່າ ການຈັດຕັ້ງປະຕິບັດແຜນການ ແລະ ນະໂຍບາຍການ ຕ່າງປະເທດຂອງລັດຖະບານ ລາວ ໃນຊ່ວງປີ 2017-2019 ຈະເນັ້ນໜັກໃນດ້ານການ ທູດປ້ອງກັນປະເທດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍຍົກສູງຄວາມສາມາດລັກສະນະທີ່ນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກ ງານໃນດ້ານການຕ່າງປະເທດພາຍໃຕ້ຫຼັກການຂອງພັກວ່າ ດ້ວຍການຕ່າງປເທດທີ່ຄ່ອງ ແຄ່ວ, ນຸ້ມນວນ, ມີຈຸດສຸມ ກໍຄືການເສີມສ້າງສາຍພົວພັນຢ່າງເໝາະສົມກັບແຕ່ລະປະ ເທດ ດັ່ງທີ່ທ່ານ ສະເຫຼີມໄຊ ໄດ້ໃຫ້ການເນັ້ນຢໍ້າວ່າ.

"ໄດ້ຕັ້ງໜ້າເພີ່ມທະວີຄວາມສາມັກຄີພິເສດໃນການຮ່ວມມືຮອບດ້ານກັບ ສສ. ຫວຽດ ນາມ ແລະ ໄດ້ຕັ້ງໜ້າເພີ່ມທະວີຄວາມສາມັກຄີອັນເປັນມູນເຊື້ອກັບ ສປ. ຈີນ ເພື່ອໃຫ້ ການພົວພັນສອງຝ່າຍໝັ້ນຄົງຍາວນານ ພ້ອມດຽວກັນນີ້ ພວກເຮົາກະໄດ້ເປີດກວ້າງ ການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ, ບັນດາປະເທດອາຊຽນ ແລະ ອື່ນໆ ໃຫ້ມີບາດກ້າວໃໝ່ເປັນຕົ້ນກໍແມ່ນການພົວພັນກັບ ສະຫະລັດ ອາເມຣິກາ ຊຶ່ງສອງ ຝ່າຍກໍໄດ້ຍົກລະດັບການຮ່ວມມືສອງຝ່າຍມາເປັນການຮ່ວມມືແບບກວມລວມ ຂະນະ ດຽວກັນນັ້ນພວກເຮົາກໍໄດ້ເສີມຂະຫຍາຍການພົວພັນທີ່ດີ ກັບບັນດາປະເທດທີ່ໃຫ້ ການຊ່ວຍເຫຼືອ ເພື່ອການພັດທະນາປະເທດຊາດ ແນໃສ່ສ້າງປະເທດປະຊາຄົມ ອາຊຽນ ໃຫ້ປາກົດຜົນເປັນຈິງ."

ໂດຍໃນຊ່ວງປີ 2000-2015 ທີ່ຜ່ານມາປາກົດວ່າ ລັດຖະບານ ລາວ ໄດ້ຮັບການຊ່ວຍ ເຫຼືອລ້າຈາກຕ່າງປະເທດຄິດເປັນມູນຄ່າເຖິງ 28,894.9 ລ້ານໂດລາ ສ່ວນໃຫຍ່ເປັນການ ຊ່ວຍເຫຼືອທີ່ແນໃສ່ການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະ ຊາຊົນ ລາວ ໃຫ້ໄດ້ດີຂຶ້ນ.

ແຕ່ຢ່າງໃດກໍຕາມ ບັນດາປະເທດ ແລະ ອົງການສາກົນທີ່ໃຫ້ການຊ່ວຍເຫຼືອແກ່ລັດຖະ ບານ ລາວ ດັ່ງກ່າວ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດໃນ 4 ດ້ານທີ່ກ່ຽວຂ້ອງກັບ ແຜນການພັດທະນາທາງເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດຈາກປີ 2016-2020 ຊຶ່ງປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາ ພາກ ແລະ ການເຕີບໂຕທີ່ສົມສ່ວນ ແລະ ຍືນຍົງ ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ ແລະ ອະນຸລັກສິ່ງແວດ ລ້ອມທຳມະຊາດຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະ ນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ຕໍ່ໄປ.

ທາງດ້ານທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ກອງປະຊຸມໂຕະມົນ ລະຫວ່າງ ລັດຖະບານ ລາວ ກັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ລາວ ແລະ ອົງ ການສະຫະປະຊາຊາດເພື່ອການພັດທະນາ (UNDP) ນັບຕັ້ງແຕ່ປີ 1983 ເປັນຕົ້ນມາ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາໃນທຸກໆດ້ານ ທີ່ມີເປົ້າໝາຍເພື່ອລົບ ລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໂດຍເຫັນໄດ້ຈາກອັດຕາຄວາມຍາກຈົນໄດ້ຫຼຸດ ລົງຈາກ 48 ເປີເຊັນ ຂອງຈຳນວນປະຊາກອນ ລາວ ທັງໝົດໃນປີ 1992 ເປັນ 27.6 ເປີ ເຊັນໃນປີ 2008, 17 ເປີເຊັນໃນປີ 2015 ແລະ ບໍ່ເຖິງ 10 ເປີເຊັນໃນປີ 2016 ທີ່ຜ່ານມາ.

XS
SM
MD
LG