ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະເທດລາວ ມີໂຮງແຮມ ແລະ ບ້ານພັກຫຼາຍກວ່າ 2,426 ແຫ່ງ ແລະ ບ້ານພັກຫຼາຍກວ່າ 44,600 ຫ້ອງ


ໂຮງແຮມ ດອນຈັນ ພາເລສ໌
ໂຮງແຮມ ດອນຈັນ ພາເລສ໌

ພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ມີໂຮງແຮມ ແລະ ບ້ານພັກ 2,426 ແຫ່ງ ໂດຍມີຈຳນວນຫ້ອງພັກລວມກັນ 44,600 ກວ່າຫ້ອງ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 50,000 ຫ້ອງພັກພາຍ ໃນປີ 2016 ນີ້

ເຈົ້າໜ້າທີ່ຂັ້ນສູງໃນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢືນຢັນວ່າ ພາກທຸ ລະກິດບໍລິການ ແລະ ການທ່ອງທ່ຽວໃນ ລາວ ມີໂຮງແຮມ ແລະ ບ້ານພັກທັງໝົດ 1,926 ແຫ່ງ ໂດຍມີຈຳນວນຫ້ອງພັກລວມ 32,960 ຫ້ອງໃນປີ 2011 ແລະ ເພີ່ມຂຶ້ນເປັນ 2,426 ແຫ່ງ ມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງໃນປີ 2015 ຈຶ່ງເຮັດໃຫ້ຄາດໝາຍວ່າ ຈຳນວນຫ້ອງພັກ ຈະເພີ່ມຂຶ້ນເປັນ 50,000 ຫ້ອງພາຍໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ຍັງເຮັດໃຫ້ພາກທຸລະກິດບໍລິການ ແລະ ການ ທ່ອງທ່ຽວໃນ ລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ເພີ່ມຂຶ້ນທຸກປີ ອີກດ້ວຍ ກໍຄືຈາກ 2.7 ລ້ານກວ່າຄົນໃນປີ 2011 ເປັນ 4.1 ລ້ານກວ່າຄົນໃນປີ 2014 ແລະ ຫຼາຍກວ່າ 4.3 ລ້ານຄົນໃນປີ 2015 ທັງຍັງເຮັດໃຫ້ພາກທຸລະກິດບໍລິການຂອງ ລວ ມີລາຍ ຮັບເພີ່ມຂຶ້ນ ຈາກ 400 ລ້ານໂດລາໃນປີ 2011 ແລະ 560 ລ້ານໂດລາໃນປີ 2014 ເປັນຫຼາຍ ກວ່າ 670 ລ້ານໂດລາໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຕ່າງຊາດ ແລະ ລາຍຮັບດັ່ງກ່າວຍັງຖືເປັນສະພາວະ ທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມລຳດັບ ຊຶ່ງເປັນຜົນຈາກການພັດທະນາໃນຫຼາຍດ້ານ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງ ທ່ຽວເຊັ່ນ ຮ້ານອາຫານ ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ ຈາກການທີ່ ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ລາຍໃນປະຈຸບັນນີ້.

ການກໍ່ສ້າງບ້ານພັກໃນ ລາວ ແມ່ນໄດ້ຂະຫຍາຍຕົວຢ່າງວ່ອງໄວ ເພື່ອຮອບຮັບນັກທ່ອງທ່ຽວຈຳນວນຫຼາຍ ທີ່ເດີນທາງມາຈາກຕ່າງປະເທດ
ການກໍ່ສ້າງບ້ານພັກໃນ ລາວ ແມ່ນໄດ້ຂະຫຍາຍຕົວຢ່າງວ່ອງໄວ ເພື່ອຮອບຮັບນັກທ່ອງທ່ຽວຈຳນວນຫຼາຍ ທີ່ເດີນທາງມາຈາກຕ່າງປະເທດ

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິ ເສດໃນການເສີມສ້າງຄວາມ ຮ່ວມມືດ້ານການທ່ອງທ່ຽວກັບປະ ເທດເພື່ອນບ້ານ ໂດຍຫຼ້າສຸດ ລັດຖະມົນຕີດ້ານການທ່ອງ ທ່ຽວ ຂອງ ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກ ລົງກັນຢູ່ທີ່ນະຄອນຫຼວງ ເນປີ ດໍ ຂອງ ມຽນມາ ເພື່ອເສີມຂະ ຫຍາຍການຮ່ວມມື ໃນດ້ານການທ່ອງທ່ຽວຢ່າງຮອບດ້ານດ້ວຍ ການພັດທະນາ 5 ປະເທດໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງ ຮັບນັກທ່ອງທ່ຽວທັງໃນເອເຊຍ ແລະ ຈາກພາກພື້ນອື່ນໆໃນທົ່ວ ໂລກໃຫ້ໄດ້ໄວທີ່ສຸດ.

ແຕ່ຢ່າງໃດກໍຕາມ ທ່ານນາງ ກອບການ ວັດທະນະວະຣັງກຸນ ລັດຖະມົນຕີ ວ່າການທ່ອງທ່ຽວ ແລະ ກິລາຂອງ ໄທ ກໍຍອມຮັບວ່າແຜນການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ປະເທດ ໃນລຸ່ມແມ່ນ້ຳຂອງດັ່ງກ່າວນນີ້ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງ ໂດຍສະເພາະ ແມ່ນການນຳໃຊ້ລະບົບການກວດ ແລະ ລົງກາ Visa ຄັ້ງດຽວ (Single Visa) ນັ້ນຖືເປັນ ບັນຫາທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ ໂດຍມີສາເຫດມາຈາກຄວາມບໍ່ພ້ອມໃນ ປະ ເທດສະມາຊິກສ່ວນໃຫຍ່ ທັງໃນດ້ານບຸກຄະລາກອນ ແລະ ເທັກນິກ ແຕ່ທີ່ນັບວ່າເປັນ ບັນ ຫາສຳຄັນທີ່ສຸດກໍຄືການທີ່ລັດຖະບານຂອງປະເທດສະມາຊິກ ເຊັ່ນ ລາວ ນັ້ນ ຍັງໄດ້ໃຫ້ ຄວາມສຳຄັນກັບດ້ານຄວາມໝັ້ນຄົງສູງກວ່າໃນດ້ານການທ່ອງທ່ຽວ ດັ່ງທີ່ທ່ານນາງ ກອບ ການ ໄດ້ຢືນຢັນວ່າ

“ການເຊື່ອມໂຍງຂອງການທ່ອງທ່ຽວ ລະຫວ່າງກັນເນ່ຍທີ່ຍັງມີບັນຫາຢູ່ ກໍຄືເລື່ອງ ຂອງ Single Visa ໃນແງ່ຂອງຄວາມຕັ້ງໃຈທຸກປະເທດນີ້ ກໍບອກວ່າໜ້າຈະທຳ ໄດ້ແຕ່ໃນຄວາມເປັນຈິ່ງນີ້ ໃນແງ່ຂອງການທຳງານຈິງ ກໍຍັງຕິດຂັດບັນຫາເລື່ອງ ກ່ຽວກັບເລື່ອງຄວາມໝັ້ນຄົງ ດັ່ງນັ້ນເນ້ຍຈຸດນີ້ເປັນຈຸດທີ່ທາງກະຊວງເອງ ເນ້ຍກຳ ລັງຈະເລັ່ງພູດຄຸຍວ່າຈະທຳຢ່າງໄຣໃຫ້ເກິດ Single Visa ໄດ້ຢ່າງແທ້ຈິງ.”

ທ່ານນາງ ກອບການ ຢືນຢັນວ່າ ໄທ ໄດ້ທຳການຮ່າງແຜນການຮ່ວມມືທາງດ້ານການ ທ່ອງ ທ່ຽວກັບປະເທດເພື່ອນບ້ານໃນລຸ່ມແມ່ນ້ຳຂອງດ້ວຍກັນສຳເລັດສົມບູນແລ້ວ ແລະ ກໍໄດ້ນຳ ສະເໜີຕໍ່ລັດຖະບານຂອງປະເທດເພື່ອນບ້ານໃນໂອກາດການປະຊຸມລະດັບລັດຖະມົນຕີ ທ່ອງທ່ຽວຂອງ ອາຊຽນ ທີ່ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນມັງກອນ 2015 ຢູ່ນະ ຄອນ ຫຼວງ ເນປີດໍ ຂອງ ສະຫະພາບ ມຽນມາ ດັ່ງກ່າວ.

ທາງດ້ານກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ລາວ ລາຍງານວ່າ ພາກ ທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ຂະຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີ ນັບແຕ່ປີ 2011 ເປັນຕົ້ນມາ ແລະ ຖ້າຫາກຍັງຄົງສາມາດຮັກສາລະດັບການເຕີບໂຕ ດັ່ງກ່າວ ນີ້ໄດ້ຕໍ່ໄປ ກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າຈະມີນັກທ່ອງທ່ຽວ ຊາວຕ່າງຊາດເດີນທາງ ເຂົ້າມາໃນ ລາວ ເພີ່ມຂຶ້ນເປັນ 10 ລ້ານຄົນໃນປີ 2020 ຊຶ່ງກໍເຮັດໃຫ້ພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ມີລາຍຮັບເພີ່ມຂຶ້ນເປັນຫຼາຍກວ່າ 1,600 ລ້ານໂດລາໃນປີ 2020 ດັ່ງກ່າວອີກດ້ວຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG