ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຈະຄວບຄຸມ ການ​ຂາດ​ດຸນ ​ການ​ຄ້າ​ຕ່າງປະ​ເທດ​ ບໍ່​ໃຫ້ເກີນ 552 ລ້ານ​ໂດລ່າ


ລົດ Benz ຫຼາຍຄັນ ທີ່ລັດຖະບານລາວ ຊື້ ເພື່ອຮອງຮັບບຸກຄົນສໍາຄັນ ເວລາລາວເປັນເຈົ້າພາບ ຈັດກອງປະຊຸມ
ລົດ Benz ຫຼາຍຄັນ ທີ່ລັດຖະບານລາວ ຊື້ ເພື່ອຮອງຮັບບຸກຄົນສໍາຄັນ ເວລາລາວເປັນເຈົ້າພາບ ຈັດກອງປະຊຸມ
ລັດຖະບານ​ລາວ ຈະ​ຄວບ​ຄຸມ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​
ໃຫ້​ຢູ່​ໃນ​ມູນ​ຄ່າບໍ່​ເກີນ 552 ລ້ານ​ໂດ​ລ່າ ​ໃນ​ປີ 2014 ນີ້ ​ແຕ່​ກໍ​ຄົງ​
ຈະ​ເປັນ​ໄປໄດ້​ຍາກ ​ເພາະ​ການ​ນໍາ​ເຂົ້າສິນຄ້າ​ ຈາກ​ຕ່າງປະ​ເທດ​
ເພີ່ມ​ຂຶ້ນທຸກ​ປີ


ກະ​ຊວງ​ອຸດສາຫະກໍາ ​ແລະ​ການ​ຄ້າ ລາຍ​ງານ​ວ່າ​ລັດຖະບານ​
ລາວ​ໄດ້​ວາງ​ແຜນການສົ່ງ​ສິນຄ້າ​ອອກ​ ໄປ​ຕ່າ​ງປະ​ເທດ​ ໃຫ້​ໄດ້​
ມູນ​ຄ່າ​ລວມ ບໍ່​ໜ້ອຍ​ກວ່າ 2,178 ລ້ານ​ໂດ​ລ່າ ​ໃນ​ຕະຫຼອດ​ປີ 2014 ນີ້ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ຈະ​ຄວບ​ຄຸມ​ການ​ນໍາ​ສິນຄ້າ​ເຂົ້າຈາກ​ຕ່າງ ປະ​ເທດ​ໃຫ້​ຢູ່​ໃນ​ມູນ​ຄ່າ​ລວມບໍ່​ເກີນ 2,730 ລ້ານ​ໂດ​ລ່າ ຊຶ່ງ​ຈະ​ຄວບ​ຄຸມ​ການ​ຂາດ​ດຸນ ການ​ຄ້າ​ຕ່າງປະ​ເທດ​ໃຫ້​ມີ​ມູນ​ຄ່າ​ລວມ ບໍ່​ເກີນ 552 ​ລ້ານ​ໂດ​ລ່າ.

ຫາກ​ແຕ່​ວ່າ​ໃນ​ສະພາບ​ການ​ທີ່​ເປັນ​ຈິງ​ນັ້ນ ຄົງ​ຈະ​ເປັນ​ການ​ຍາກ​ທີ່​ລັດຖະບານ​ລາວ​ ຈະ​ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການດັ່ງກ່າວ ​ເນື່ອງ​ຈາກ​ວ່າ ​ໃນ​ປີ 2013 ທີ່​ຜ່ານ​ມາ ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຕ່າງປະເທດ ມີ​ມູນ​ຄ່າ​ລວມພຽງ 1,800 ລ້ານ​ໂດ​ລ່າ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ການ​ນໍາ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ​ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 2,800 ລ້ານ​ໂດ​ລ່າ ຊຶ່ງ​ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ກວ່າ 1,000 ລ້ານໂດ​ລ່າ.

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າໃນ​ຕະຫຼອດ​ປີ 2014 ນີ້ ລາວ​ຈະ​ນໍາ​ເຂົ້າສິນຄ້າ​ ຈາກ​ຕ່າງປະ​ເທດ ຄິດ​ເປັນ​ມູນ​ຄ່າ​ລວມ ບໍ່​ໜ້ອຍກວ່າ 3,720 ລ້ານໂດ​ລ່າ ​ເນື່ອງ​ຈາກ​ການ​ລົງທຶນ​ຂອງ​ຕ່າງ​ຊາດ​ ທີ່​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງນ້ັນ ​ເຮັດ​ໃຫ້​ລາວ​ຕ້ອງ​ມີ ການ​ນໍາ​ເຂົ້າ​ເຄື່ອງຈັກ ວັດຖຸ​ກໍ່ສ້າງ ​ແລະ​ນໍ້າມັນ​ເຊື້ອ​ໄຟ ​ເພີ່ມ​ຂຶ້ນນັບ​ມື້ ສ່ວນ​ການ​ສ່ົງ​ອອກ ຍັງ​ອິງ​ໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດ​ເປັນ​ດ້ານ​ຫຼັກ ຈຶ່ງ​ຄາດ ໝາຍ​ວ່າ​ລາວ​ຈະຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ຫຼາຍ​ກວ່າ 1550 ລ້ານ​ໂດ​ລ່າ ຫຼື​ຫຼາຍ​ກວ່າແຜນການ​ທີ່​ວາງ ​ເອົາ​ໄວ້ ຄິດ​ເປັນ​ສັດສ່ວນ​ເຖິງ 180% ​ໃນ​ປີ 2014 ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ທີ່​ເພີ່ມ​ຂຶ້ນດັ່ງກ່າວ​ນີ້ ກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ເຖິງທຶນ​ສໍາຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ອີກ​ດ້ວຍ ​ໂດຍ​ໃນ​ປັດ ຈຸບັນນີ້ ທຶນ​ສໍາຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ມີ​ມູນ​ຄ່າທີ່​ທຽບ​ເທົ່າ​ກັບ​ການ​ນໍາເຂົ້າສິນ​ຄ້າ​ ຈາກ​ຕ່າງປະ​ເທດ​ພຽງ 4 ​ເດືອນ​ເຄິ່ງ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ ມາດຕະ ຖານ​ສາກົນ ກໍາໜົດ​ໄວ້​ວ່າ ປະ​ເທດ​ດ້ອຍ​ພັດທະນາ​ນັ້ນ ຈະ​ຕ້ອງ​ສະ​ສົມ​ທຶນ​ສໍາຮອງ​ເງິນ​ຕາ​ຕ່າງປະ​ເທດ ​ໃຫ້​ໄດ້​ບໍ່​ຕໍ່າ​ກວ່າ 7 ​ເດືອນ​ຂອງ​ມູນ​ຄ່າ​ການ​ນໍາ​ເຂົ້າຕະຫຼອດ​ປີ.

ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ
ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ

ທາງ​ດ້ານ​ທ່ານ​ພູ​ເພັດ ຄໍາພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​
ການ​ເງິນ ກໍ​ຍອມຮັບ​ວ່າ​ ສາ​ເຫດ​ສໍາຄັນ​ ປະການ​ນຶ່ງ ທີ່​ເຮັດ​ໃຫ້​
ລາວ​ຕ້ອງ​ປະ​ເຊີນ​ກັບ​ ການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ ມາ​
ໂດຍ​ຕະຫຼອດ​ນັ້ນ ກໍ​ຄື​ການ​ນໍາ​ເຂົ້າສິນຄ້າ​ຟຸມ​ເຟືອຍ ທີ່​ເພີ່ມ​ຂຶ້ນ
ຢ່າງ​ຕໍ່​ເນື່ອງ ດັ່ງ​ທີ່​ທ່ານ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສັງຄົມ​ເຮົາ​ປັດ​ຈຸ​ບັນ​ນີ້ ​ເອີ້ນ​ວ່າ​ເປັນ​ສັງຄົມ​ທຸກ​ຍາກ ​ແຕ່​
ກໍ​ເຫັນ​ວ່າ​ຢູ່​ໃນ​ສັງຄົມ​ເຮົາ​ມີ​ການ​ນໍາໃຊ້ສິນຄ້າ​ແລະ​ການ​
ບໍລິການ​ຫຼູຫຼາທີ່​ຟຸມ​ເຟືອຍຫຼາຍ​ສົມຄວນຄືພວກ​ເຮົາ​ເຫັນ​
ນໍາ​ເຂົ້າປະ​ເທດ​ລົດຍົນ ມີ​ຂາຍ​ຢ່າງ​ຫຼວງ​ຫຼາຍ ​ເປັນລົດ​ທີ່​ມີ​ລາຄາ​ແພງ ຊຶ່ງ​ວ່າບັນ
ດາ​ປະ​ເທດ​ໃກ້​ຄຽງ ບໍ່​ທັນ​ມີ ບາງທີ​ຢູ່​ບ້ານ​ເຮົາ​ນີ້​ກະ​ມີ​ແລ້ວ ປະ​ເພດ​ເຫຼົ້າ​ບໍ່ ຢາສູບ​
ບໍ່ ກະແມ່ນ​ມີ​ຢ່າງ​ຫຼວງ​ຫຼາຍ.”


ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ມີ​ການ​ນໍາ​ເຂົ້າຍານພາຫະນະ ​ແລະ​ນໍ້າມັນ​ເຊື້ອໄຟ ​ໂດຍ​ບໍ່​ເສຍ​ພາສີ​ອາກອນ​ຢ່າງ​ຖືກຕ້ອງ​ດ້ວຍ​ການ​ໃຊ້​ສິດ​ຂອງບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ ທີ່​ໄດ້ ຮັບ​ການ​ຍົກ​ເວັ້ນພາສີ​ອາກອນ​ດັ່ງກ່າວ ຊຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນ​ການ​ຄ້າ ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງ​ເຮັດ​ໃຫ້ລັດຖະບານ​ລາວ ສູນ​ເສຍ​ລາຍ​ຮັບ​ໄປ​ຢ່າງ​ຫຼວງ ຫຼາຍ​ອີກ​ດ້ວຍ ​ໂດຍ​ໃນ​ປັດ​ຈຸ​ບັນ​ນີ້ ລັດຖະບານ​ລາວ ກໍ​ກໍາລັງ​ພິດ​ຈາລະ​ນາ​ທີ່​ຈະ​ຍົກ​ເລີກ​ສິດ​ດັ່ງກ່າວ ຂອງ​ບໍລິສັດ​ຕ່າງ​ຊາດ​ໃນ​ໝໍ່ໆ​ນີ້.

​ໂດຍ​ອິງ​ຕາມ​ສະຖິຕິ​ຂອງ​ກະຊວງ​ອຸດສາຫະກໍາ ​ແລະ​ການ​ຄ້າ ກໍ​ໄດ້​ລາຍ​ງານ​ວ່າ ລາວ​ນໍາ ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຫຼາຍ​ກວ່າ 900 ລ້ານ​ລິດ ​ໃນ​ປີ 2013 ທີ່​ຜ່ານ​ມາ ​ແລະ​ໃນ​ຂະນະ​ດຽວ ກັນ ກໍ​ໄດ້​ມີ​ການ​ນໍາ​ເຂົ້າຍານພາຫະນະ​ໃໝ່​ຂຶ້ນທະບຽນ​ຈໍານວນ 66,499 ຄັນ ຊຶ່ງ​ເຮັດ​ໃຫ້​ມີ ຍານ​ພາຫະນະ​ຫຼາຍ​ກວ່າ 1.5 ລ້ານ​ຄັນ ທີ່​ໄດ້​ຂຶ້ນທະບຽນ​ແລ້ວ​ໃນ​ທົ່ວ​ປະ​ເທດ​ລາວ ​ໃນປັດຈຸ​ບັນ​ນີ້.
XS
SM
MD
LG