ເຊີນຊົມວີດີໂອ ລົດທີ່ໃຊ້ພະລັງງານ ແສງອາທິດ ໃນເຂດກາຊາ
ການສົ່ງນ້ຳມັນກາຊ້ວນ ແລະແອັດຊັ້ງ ໄປຍັງ ເຂດກາຊາ ເກືອບວ່າ ໄດ້ຢຸດສະງັກລົງໃນປີກາຍນີ້. ແລະສິ່ງທີ່ຮ້າຍແຮງໄປກວ່ານັ້ນ ກໍແມ່ນວ່າ ທັງໝົດຂອງຂົງເຂດດັ່ງກ່າວ ໄດ້ປະສົບກັບຄວາມຫຍຸ້ງຍາກ ຂາດແຄນໄຟຟ້າມາປີກວ່າແລ້ວ. ບັນຫາທັງຫຼາຍທັງປວງນີ້ ໄດ້ນຳພາພວກນັກສຶກສາວິສະວະກຳສອງຄົນໃນຂົງເຂດດັ່ງກ່າວໄປສູ່ການສ້າງລົດທີ່ແລ່ນ ດ້ວຍພະລັງພະອາທິດຂຶ້ນມາ ຊຶ່ງເຮັດໃຫ້ນ້ຳມັນເຊື້ອໄຟ ໄຮ້ຄວາມຈຳເປັນ ຊຶ່ງພຸດທະສອນ ຈະນຳເອົາລາຍລະອຽດ ຈາກລາຍງານ ຂອງ Kevin Enochs ນັກຂ່າວຂອງ VOA ມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ມີນາ ໒໘, ໒໐໒໔
ການຕໍ່ສູ້ກັນລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ
-
ມີນາ ໒໗, ໒໐໒໔
ເກີດເຫດການໄຟໄໝ້ປ່າຢ່າງຮຸນແຮງໃນ ເມັກຊິໂກ
-
ມີນາ ໒໗, ໒໐໒໔
ຂົວໃຫຍ່ໃນນະຄອນບາລຕິມໍ ລັດແມຣີແລນ ໄດ້ຫັກພັງລົງມາ