ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລາວ​ວາງ​ແຜນການ ​ເພີ່ມ​ອັດຕາ​ການ​ເຂົ້າຮຽນ ​ຊັ້ນ​ປະຖົມ​ສຶກສາ ​ໃຫ້​ໄດ້​ເຖິງ 96.1%


ນັກຮຽນປະຖົມ ຢູ່ໃນໂຮງຮຽນແຫ່ງນຶ່ງ
ນັກຮຽນປະຖົມ ຢູ່ໃນໂຮງຮຽນແຫ່ງນຶ່ງ

ທ່ານ ລີ​ຕູ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ
​ທິການ​ແລະ​ກິລາຖະແຫຼ​ງ ຢືນຢັນ​ວ່າ ​ເປົ້າໝາຍ​ສໍາຄັນ​ຂອງ​ການ
​ພັດທະນາ​ທາງ​ດ້ານ​ການ​ສຶກສາ​ໃນ​ສົກຮຽນປີ 2012-2013
ຊຶ່ງ​ຈະເລີ່​ມຂຶ້ນ​ໃນເດືອນ​ກັນຍາ​ນີ້ ກໍ​ຄື​ການ​ເພີ່ມ​ອັດຕາ​ການ​ເຂົ້າ
ຮຽນຊັ້ນ​ປະ​ຖົມ​ສຶກສາ​ໃຫ້​ເຖິງ 96.1% ຂອງ​ຈໍ​ານວນ​ເດັກ​ນ້ອຍ
ທີ່​ມີ​ອາຍຸ​ລະ ຫວ່າງ 6-10 ປີ ​ໃນ​ທົ່ວ​ປະ​ເທດ​ລາວ.

ເພື່ອ​ເປັນ​ການ​ຮັບປະກັນ​ວ່າ​ຈະ​ສາ​ມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​
ໄດ້​ຢ່າງ​ແທ້​ຈິງ ກໍ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ໃຊ້​ງົບປະມານ
​ຫຼາຍ​ຂຶ້ນ​ເຂົ້າ​ໃນ​ການ​ປັບປຸງ​ໂຮງ ຮຽນ​ປະຖົມ​ສົມບູນ​ໃຫ້​ໄດ້​ບໍ່​
ໜ້ອຍກວ່າ 75% ຂອງ​ຈໍານວນ​ໂຮງຮຽນ​ທັງ​ໝົດ 8,929 ​ແຫ່ງ
​ໃນທົ່ວ​ປະ​ເທດ ພ້ອມ​ກັນ​ນັ້ນ ກໍ​ຍັງ​ຈະ​ຕ້ອງ​ເສີມ​ສ້າງ​ຄວາມ​ສະ​ເໝີ​
ພາກໃນ​ດ້ານ​ການ​ສຶກສາລະ​ຫວ່າງ​ຍິງ-ຊາຍ ​ໃຫ້​ເພີ່ມ​ຂຶ້ນ​ເປັນ 98 ຕໍ່ 100 ຄົນ ​ໃຫ້​ໄດ້ ກັບ​ທັງ​ຍັງ​ຈະ​ຕ້ອງ​ລົດ​ອັດຕາ​ການ​ປະລະ​ການ​ຮຽນ​ໃຫ້ຫ​ລຸດ​ລົງ​ເຫຼື​ອບໍ່​ເກີນ 7% ອີກ​ດ້ວຍ.

ທ່ານ ລີ​ຕູ ບົວ​ປາວ ​ເຊື່ອ​ໝັ້ນ​ວ່າ​ທາງ​ການລາວຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງ​ກ່າວ​ນີ້​ໄດ້​ບໍ່​ ຍາກ ​ເນື່ອງ​ຈາກ​ວ່າ​ໃນ​ສົກຮຽນ​ປີ 2011-2012 ທີ່​ຜ່ານ​ມາ​ນັ້ນ ອັດຕາ​ການ​ເຂົ້າຮຽນຊັ້ນ​ມັດທະຍົມ​ກໍ​ຢູ່​ທີ່​ລະດັບ 95.2% ​ໂດຍ​ເພີ່ມ​ຈາກ 94.1% ​ໃນ​ສົກຮຽນ​ປີ 2010-2011 ສ່ວນ​ຄວາມ​ສະ​ເໝີ​ພາກ​ດ້ານ​ການສຶກສາລະ​ຫວ່າງ​ຍິງ-ຊາຍ ກໍ​ຢູ່​ທີ່ລະດັບ 95 ຕໍ່ 100 ຄົນ ​ໃນ​ຂະນະ​ທີ່​ການ​ປະລະ​ການ​ຮຽນ​ກໍ​ຢູ່​ທີ່​ລະດັບ 8% ​ເທົ່າ​ນັ້ນ.


ແຕ່​ຢ່າງ​ໃດ ກໍ​ຕາມ ບັນຫາ​ທີ່​ໜ້າ​ ເປັນຫ່ວງ​ຫຼາຍ​ກວ່າ​ການ​ບັນລຸ
​ເປົ້າໝາຍ​ດັ່ງກ່າວ​ ກໍ​ຄື​ຄຸນ​ນະພາ​ບ​ໃນ​ດ້ານ​ການ​ສຶກສາ​ທີ່​ຕໍ່າລົງ
ໄປ​ເລື້ອຍໆ ​ໂດຍ​ນອກຈາກ​ຈະ​ເປັນເພາະບັນຫາ​ຂາດ​ແຄນ​ງົບ
ປະມານ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ຂາດ​ແຄນ​ຄວາມ​ຮູ້​ ຄວາມສາມາດ
​ແລ້ວ ກໍ​ຍັງ​ມີ​ສາ​ເຫດ​ທີ່​ສໍາຄັນ​ອີກ​ປະການ​ນຶ່ງ​ມາ​ຈາກ​ບັນດາ​ນັກ
ຮຽນ​ນັກ ສຶກສາ​ໃນ​ລາວອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ນັກຮຽນ-ນັກ​ສຶກສາ​ຂອງ​ລາວ​ໃນ​ປັດຈຸບັນ
​ນີ້ສ່ວນ​ຫຼາຍ​ແລ້ວ ຕ່າງ​ກໍ​ລ້ວນ​ແຕ່​ຂາດ​ຄວາ​ມຮັບຜິດຊອບ​ໃນ​
ການ​ປະຕິບັດ​ໜ້າ​ທີ່​ຂອງ​ພວກ​ຕົນ ​ແລະ​ບໍ່​ມີ​ຄວາມ​ຫ້າວຫັນ​ໃນ​ການ​ສຶກສາ​ຫາ​ຄວາມ​ຮູ້​ເພີ່ມ​ຕື່ມ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່ຂັ້ນສູງ​ໃນ​ກະຊວງ​ສຶກສາ ໄດ້​ໃຫ້ການ​ອະທິ​ບາຍ​ວ່າ:

“ຄວາມ​ກະຕືລື​ລົ້ນ​ຂອງ​ລູກ​ຫຼາຍ​ພວກ​ເຮົາ​ຕໍ່​ການ​ຮໍ່າຮຽນ​ໃນ​ປັດຈຸບັນ​ນີ້ ຕາມ​ອາ
ຈານ​ສັງ​ເກດ​ຕີ​ລາຄາ​ນັ້ນ ຄວາມ​ເປັນ​ເຈົ້າຫ້າວຫັນ​ນັ້ນ ມັນ​ບໍ່ໄດ້​ເທົ່າ​ທີ່​ຄວນ​ເນາະ
ຄວາມ​ຮັບຜິ​ດຊອບ​ໃນ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ​ນັ້ນ​ບໍ່​ໄດ້​ດີ​ປານ​ໃດ ສ່ວນ​ຫຼາຍ​ແລ້ວ​
ມັນໃຫ້​ແຕ່​ຄູ​ອາ​ຈານ​ເປັນ​ຜູ້​ບັງຄັບ​ ຫຼື​ວ່າ​ຊີ້​ນໍາ​ຫຼາຍ​ກວ່າ​ຄວາມ​ຕັດສິນ​ໃຈ​ຂອງ​ເຂົາ​
ເຈົ້ານັ້ນ ບໍ່​ສູງ​ຫັ້ນ​ໜະ ນັກ​ຮຽນ.”



ກ່ອນ​ໜ້າ​ນີ້ ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ຖະ
​ແຫຼ​ງຍອມ​ຮັບວ່າ ບັນຫາ​ທີ່​ເປັນ​ອຸບປະສັກ​ຄື​ການ​ພັດທະນາ
​ທາງ​ດ້ານ​ການ​ສຶກສາ​ຢູ່​ໃນ​ລາວ​ຫຼາຍ​ທີ່ສຸດ ກໍ​ຄື​ບັນຫາ​ຂາດ
​ແຄນ​ທາງ​ດ້ານ​ງົບປະມານ ທີ່​ເຖິງ​ແມ່ນ​ວ່າ​ສະພາ​ແຫ່ງ​ຊາດໄດ້
​ລົງມະຕິ​ຮັບຮອງເອົາ​ແຜນການ​ຍຸດ​ທະ​ສາດ​ວ່າ​ດ້ວຍ​ການ​ປະ
ຕິ​ຮູບ​ກາ​ນສຶກສາ​ແຫ່ງ​ຊາດ​ລາວ​ເຖິງ​ປີ 2015 ຢ່າງ​ເປັນ​ທາງ
​ການ​ແລ້ວ​ກໍ​ຕາມ ຫາກ​ແຕ່​ວ່າ​ດ້ວຍ​ຂໍ້ຈໍາກັດ​ທາງ​ດ້ານງົບປະ
ມານ ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ
ດັ່ງກ່າວ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້.

ທັງ​ນີ້ ​ໂດຍ​ພາຍ​ໃຕ້​ແຜນ​ຍຸດ​ທະ​ສາດ​ດັ່ງ​ກ່າງ ລັດຖະບານ​ລາວ ​ໄດ້​ວາງເປົ້າໝາຍ​ທີ່​ຈະ​ຂະ​
ຫຍາ​ຍ​ໂອກາດ​ທາງ​ດ້ານ​ການສຶກສາ ​ເພື່ອ​ຄົນ​ລາວ​ທຸກ​ຄົນ ​ໂດຍ​ສະ​ເພາະ ແມ່ນ​ການ​ຂະ
ຫຍາຍ​ໂອກາດ​ທາງ​ດ້ານ​ການ​ສຶກສາ​ໄປ​ສູ່​ຊົນນະ​ບົດ​ໃຫ້​ໄດ້​ຢ່າງ​ທົ່ວ ​ເຖິງ​ໃນ​ທົ່ວ​ປະ​ເທດ
ພ້ອມ​ທັງ​ຈະ​ດໍາ​ເນີນ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບ ​ໃນ​ດ້ານ​ການ​ສຶກສາ​ຂອງ​
ບັນດາ​ນັກຮຽນ ​ແລະ​ນັກ​ສຶກສາ​ໃນ​ທຸກ​ລະດັບ​ໃຫ້​ໄດ້​ມາດ ຕະຖານ​ໃນ​ລະດັບ​ດຽວ​ກັບ​ກັບ​
ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊຽນດ້ວຍ​ກັນ​ໃຫ້ ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທໍາ​ອີກ​ດ້ວຍ.

ຫາກ​ແຕ່​ວ່າ​ຄຸນ​ນະພາ​ບການ​ສຶກສາ​ຂອງ​ນັກຮຽນ​ແລະ​ນັກ​ສຶກສາ​ໃນ​ລາວ​ກັບ​ຍັງ​ຕໍ່າຫຼາຍ ​
ເມື່ອ​ທຽບ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ​ແລະ​ຍັງ​ເຮັດ​ ໃຫ້ການ​ພັດ ທະນາ​ການ​ສຶກສາ​ມີ​ຄວາມ​ແຕກ​ໂຕນ​ກັນ​ຢ່າງ​ຫຼວງ​ຫຼາຍ​ລະຫວ່າງ​ເຂດໃນ​ເມືອງ​ກັບ​ເຂດ​
ຊົນນະບົດ​ອີກ​ດ້ວຍ.
XS
SM
MD
LG