ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວສ້າງຕັ້ງ ເຂດເສດຖະກິດພິເສດ ແລະເສດຖະກິດສະເພາະ ໄດ້ 10 ແຫ່ງແລ້ວ


ໂຮງກາສິໂນສະຫວັນເວກັສ ທີ່ຕັ້ງຢູ່ໃກ້ກັບເຂດເສດຖະກິດພິເສດ ສະຫວັນເຊໂນ
ໂຮງກາສິໂນສະຫວັນເວກັສ ທີ່ຕັ້ງຢູ່ໃກ້ກັບເຂດເສດຖະກິດພິເສດ ສະຫວັນເຊໂນ
ທາງການລັດຖະບານລາວສ້າງຕັ້ງເຂດເສດຖະກິດພິເສດແລະ
ເຂດເສດຖະກິດສະ ເພາະໄດ້ແລ້ວ 10 ແຫ່ງ ຈາກແຜນການ
ທີ່ຈະສ້າງຕັ້ງໃຫ້ໄດ້ບໍ່ໜ້ອຍກວ່າ 20 ແຫ່ງໃນທົ່ວປະເທດພາຍ
ໃນປີ 2015.

ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດແລະເຂດເສດ
ຖະກິດສະເພາະແຫ່ງຊາດລາວ ລາຍງານວ່າການດໍາເນີນງານ
ນັບແຕ່ປີ 2003 ເປັນຕົ້ນມາຈົນເຖິງປັດຈຸບັນ ໄດ້ມີຜົນຄືບໜ້າ
ພໍສົມຄວນ ໂດຍສາມາດສ້າງຕັ້ງເຂດເສດຖະກິດພິເສດ ແລະ
ເຂດເສດຖະກິດສະເພາະໄດ້ແລ້ວ 10 ແຫ່ງຈາກແຜນການທີ່
ວາງໄວ້ວ່າຈະ ສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະ
ກິດສະເພາະໃຫ້ໄດ້ທັງໝົດ 20 ແຫ່ງພາຍໃນປີ 2015.

ທັງນີ້ໂດຍເຂດເສດຖະກິດພິເສດແຫ່ງທໍາອິດໃນລາວນັ້ນກໍຄືເຂດເສດຖະກິດພິເສດສະ
ຫວັນ-ເຊໂນຢູ່ໃນແຂວງສະຫວັນນະເຂດທີ່ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2003 ຊຶ່ງ
ຕິດຕາມດ້ວຍເຂດເສດຖະກິດສະເພາະບໍ່ເຕັນແດນຄໍາຢູ່ໃນແຂວງຫຼວງນໍ້າທາ ທີ່ສ້າງຕັ້ງຂຶ້ນ
ຢ່າງເປັນທາງການໃນປີດຽວກັນ ຫາກແຕ່ທີ່ຖືວ່າໄດ້ພັດທະນາໄປຢ່າງວ່ອງໄວທີ່ສຸດນັ້ນ ກໍ
ແມ່ນເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ທີ່ເມືອງ ຕົ້ນເຜິ້ງໃນແຂວງບໍ່ແກ້ວ.

ສ່ວນນະຄອນວຽງຈັນນັ້ນ ກໍຖືເປັນເຂດທີ່ມີການສ້າງຕັ້ງເສດຖະກິດພິເສດ ແລະເຂດເສດ
ຖະກິດສະເພາະຫຼາຍທີ່ສຸດ ໂດຍມີຢູ່ເຖິງ 5 ເຂດດ້ວຍກັນ ແລະໃນຈໍານວນນີ້ກໍມີຢູ່ 4 ພື້ນ
ທີ່ດ້ວຍກັນທີ່ເປັນການຍົກລະດັບຈາກເຂດພັດທະນາທົ່ວ ໄປ ຊຶ່ງກໍຄືເຂດນິຄົມອຸດສາຫະ
ກໍາແລະການຄ້າວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະດົງໂພສີ ເຂດເສດຖະກິດ
ສະເພາະລ່ອງແທ່ງ-ວຽງຈັນ ແລະເຂດພັດ ທະນາກວມລວມໄຊເສດຖາສ່ວນ ເຂດທີ 5 ນັ້ນເປັນເຂດທີ່ສ້າງຕັ້ງຂຶ້ນໃໝ່ ກໍຄືເຂດເສດຖະກິດສະເພາະບຶງທາດຫຼວງ.

ທັງນີ້ໂດຍອໍານາດການປົກຄອງເຂດນະຄອນວຽງຈັນກໍໄດ້ວາງເປົ້າໝາຍທີ່ຈະພັດທະນາ
ເຂດເສດຖະກິດສະເພາະທັງ 5 ເຂດໃຫ້ເກີດຂຶ້ນຢ່າງເປັນຮູບປະທໍາດ້ວຍການສົ່ງເສີມ
ການລົງທຶນຈາກຕ່າງປະເທດໃຫ້ເຂົ້າມາໃນເຂດນະຄອນວຽງຈັນໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ແລະຖືເປັນພາກສ່ວນອັນສໍາຄັນທີ່ຈະພັດທະນາໃຫ້ນະຄອນວຽງຈັນເປັນເຂດອຸດສາຫະກໍາ ທີ່ທັນສະໄໝໃນອະນາຄົດ.

ແຕ່ຢ່າງໃດກໍຕາມ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກ
ງານທາງດ້ານເສດຖະກິດຂອງລັດຖະບານລາວ ທັງຍັງເປັນປະທານຄະນະກໍາມະການ
ຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງ ຊາດດ້ວຍນັ້ນ ກໍຖະ
ແຫຼງຍອມຮັບເມື່ອບໍ່ດົນມານີ້ວ່າການພັດທະນາເຂດເສດຖະກິດພິເສດ ແລະເຂດເສດຖະ
ກິດສະເພາະໃນລາວມີຄວາມຄືບໜ້າຢ່າງຊັກຊ້າໂດຍສະເພາະແມ່ນເຂດເສດຖະກິດພິ
ເສດສະຫວັນ-ເຊໂນທີ່ເປັນເຂດທໍາອິດໃນ ລາວທີ່ສ້າງຕັ້ງຂຶ້ນຕັ້ງແຕ່ປີ 2003 ເປັນຕົ້ນມາ
ນັ້ນ ກໍຍັງມີການພັດທະນາທີ່ຊັກຊ້າຫຼາຍ ເມື່ອທຽບກັບເຂດເສດຖະກິດພິເສດສາມຫຼ່ຽມ
ຄໍາທີ່ເມືອງຕົ້ນເຜີ້ງ.

ເສດຖະກິດພິເສດສາມຫຼ່ຽມຄໍາດັ່ງກ່າວນີ້ ເປັນການລົງທຶນທັງ 100% ເຕັມໂດຍກຸ່ມທຸ
ລະກິດຈາກຈີນ ຊຶ່ງທາງການລາວກໍຖືວ່າໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນການພັດ
ທະນາເສດຖະກິດແລະການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນ ລາວໄດ້ເປັນຢ່າງດີ ສ່ວນເຂດເສດຖະກິດພິເສດຢູ່ພື້ນທີ່ອື່ນໆນັ້ນ ກໍຍັງຄົງຖືວ່າມີ ການພັດທະນາໄປຢ່າງຊັກ
ຊ້າ ເນື່ອງຈາກວ່າບໍ່ສາມາດທີ່ຈະດຶງເອົາການລົງທຶນຈາກຕ່າງປະເທດໄດ້ຕາມແຜນການ
ທີ່ວາງໄວ້ ດັ່ງທີ່ທ່ານສົມສະຫວາດ ໄດ້ຖະແຫຼງຊີ້ແຈງວ່າ:
ເຂດພັດທະນາເສດຖະກິດບໍ່ແຕນ ທີ່ດໍາເນີນການໂດຍບໍລິສັດຈີນ
ເຂດພັດທະນາເສດຖະກິດບໍ່ແຕນ ທີ່ດໍາເນີນການໂດຍບໍລິສັດຈີນ

ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ມີຄວາມພັດ
ທະນາຢ່າງເດັ່ນຊັດ ອັນໄດ້ປະກອບສ່ວນເຂົ້າໃນການ
ພັດທະນາພື້ນຖານໂຄງລ່າງ ແລະການສ້າງວຽກເຮັດ ງານທໍາໃຫ້ປະຊາຊົນທ້ອງຖິ່ນ ເຖິງຢ່າງນັ້ນກໍຕາມຄວາມ ຄືບໜ້າຂອງວຽກງານດັ່ງ ກ່າວເວົ້າລວມຍັງຊັກຊ້າ ຍັງ ບໍ່ທັນສາມາດເສີມຂະຫຍາຍກໍາລັງແຮງຈາກບັນດາ ພາກສ່ວນເສດຖະກິດຕ່າງປະເທດໄດ້ເທົ່າທີ່ຄວນ.”


ໃນປັດຈຸບັນ ໃນລາວຍັງມີເຂດເສດຖະກິດພິເສດທີ່ກໍາລັງດໍາເນີນ
ການພັດທະນາເພື່ອ ໃຫ້ສາມາດຮອງຮັບການລົງທຶນຂອງເອກກະຊົນລາວ ແລະຕ່າງຊາດ
ໃຫ້ໄດ້ໃນໝໍ່ໆນີ້ອີກ 2 ແຫ່ງກໍຄືເຂດເສດຖະກິດສະເພາະທີ່ທ່າແຂກແລະທີ່ເຂດພູຂຽວ ໃນແຂວງຄໍາມ່ວນຊຶ່ງກໍກໍາລັງຢູ່ໃນຂັ້ນຕອນຂອງການກໍ່ສ້າງພື້ນຖານໂຄງລ່າງຢ່າງຕັ້ງໜ້າ.

ນອກຈາກນີ້ ລັດຖະບານລາວຍັງໄດ້ວາງເປົ້າໝາຍທີ່ຈະສ້າງຕັ້ງເຂດເສດຖະກິດພິເສດ
ແລະເຂດເສດຖະກິດສະເພາະໃນເຂດແຂວງຕ່າງໆໃຫ້ໄດ້ທັງໝົດເຖິງ 41 ແຫ່ງໃນທົ່ວ
ປະເທດອີກດ້ວຍ ຫາກແຕ່ວ່າກໍຍັງບໍ່ມີການກໍານົດຢ່າງຊັດເຈນວ່າຈະດໍາເນີນການໃຫ້
ບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງເມື່ອໃດແທ້.
XS
SM
MD
LG