ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວ ຈະນຳສະເໜີ ປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກ


ເຂດປ່າ ສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ
ເຂດປ່າ ສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ

ທາງການລາວຈັດທຳແຜນການ ນຳສະເໜີຕໍ່ UNESCO ເພື່ອໃຫ້ຮັບຮອງເອົາປ່າ ສະຫງວນແຫ່ງຊາດພູຫີນໜາມໜໍ່ ໃນແຂວງຄຳມ່ວນ ໃຫ້ຢູ່ໃນບັນຊີມໍລະດົກໂລກ ດ້ານທຳມະຊາດພາຍໃນເດືອນກຸມພາ 2017.

ທ່ານບົວເງິນ ຊາພູວົງ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ ການກະກຽມວຽກງານໃນດ້ານຕ່າງໆ ທີ່ກ່ຽວກັບ ການນຳສະເໜີຕໍ່ອົງການ UNESCO ເພື່ອໃຫ້ພິຈາລະນາ ແລະຮັບຮອງເຂດປ່າ ສະຫງວນແຫ່ງຊາດພູຫີນໜາມໜໍ່ ຢູ່ໃນແຂວງຄຳມ່ວນຂອງລາວ ໃຫ້ເປັນມໍລະດົກ
ໂລກ ດ້ານທຳມະຊາດນັ້ນ ໄດ້ສຳເລັດແລ້ວ ໂດຍຈະນຳສະເໜີແຜນການທັງໝົດຕໍ່ ລັດຖະບານລາວ ພາກໃນທ້າຍປີ 2016 ນີ້ ເພື່ອສະເໜີຕໍ່ UNESCO ພາຍໃນ ເດືອນກຸມພາ 2017 ດັ່ງທີ່ທ່ານຢືນຢັນວ່າ:

“ຮອດເດືອນສິບສອງ ພວກເຮົາຈະນຳສະເໜີເອກກະສານນີ້ ເຖິງລັດຖະບານ ເພື່ອເພິ່ນຈະໄດ້ຮັບຮອງ ແລະກະຊີ້ນຳ ຫລັງຈາກນັ້ນ ພວກເຮົາຈະມາປັບປຸງ ເອກກະສານຕ່າງໆ ໂດຍການປະກອບຄວາມຄິດຄວາມເຫັນ ຂອງບັນດາຊ່ຽວ
ຊານຈາກຕ່າງປະເທດ ແລ້ວພວກເຮົາຄາດວ່າ ເດືອນ 2 ປີ 2017 ພວກເຮົາຈະ ສະເໜີເອກກະສານທັງໝົດນີ້ ໄປຫາອົງການ UNESCO ຄືເຮັດແນວໃດໃຫ້ ພູຫີນໜາມໜໍ່ຂອງປະເທດລາວ ໄດ້ເຂົ້າເປັນມໍລະດົກໂລກ.”

ທົ່ງໄຫຫີນ ໃນແຂວງຊຽງຂວາງ ໄດ້ຖືກນຳສະເໜີໃຫ້ UNESCO ພິຈາລະນາຮັບຮອງເອົາ ເປັນມໍລະດົກໂລກ ເຊັ່ນກັນ.
ທົ່ງໄຫຫີນ ໃນແຂວງຊຽງຂວາງ ໄດ້ຖືກນຳສະເໜີໃຫ້ UNESCO ພິຈາລະນາຮັບຮອງເອົາ ເປັນມໍລະດົກໂລກ ເຊັ່ນກັນ.

ທ່ານບົວເງິນ ເຊື່ອໝັ້ນວ່າ ມີໂອກາດສູງທີ່ UNESCO ຈະຮັບຮອງເຂດປ່າສະຫງວນ ແຫ່ງຊາດພູຫີນໜາມໜໍ່ຂອງລາວ ໃຫ້ເປັນມໍລະດົກໂລກດ້ານທຳມະຊາດ ເນື່ອງຈາກ
ເປັນເຂດທີ່ຍັງມີທຳມະຊາດສວຍງາມ ແລະປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນ ໃນພື້ນທີ່ ກວ້າງກວ່າ 3,000 ເຮັກຕາ ທັງກໍຍັງເປັນແຫລ່ງທີ່ຢູ່ອາໄສ ຂອງຊ້າງປ່າ ຈຳນວນຫຼາຍ ຮ້ອຍໂຕ ແລະສັດປ່າຫາຍາກຫຼາຍຊະນິດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຍັງບໍ່ສາມາດກຳນົດເວລາທີ່ຊັດເຈນໄດ້ວ່າ UNESCO ຈະໄດ້ມີການພິຈາລະນາຕາມການສະເໜີດັ່ງກ່າວໄດ້ເມື່ອໃດແທ້ຈິງ ຊຶ່ງກໍເຊັ່ນດຽວກັນກັບການທີ່ຈະນຳສະເໜີໃຫ້ UNESCO ພິຈາລະນາຮັບຮອງເອົາ ທົ່ງໄຫຫີນ ໃນແຂວງຊຽງຂວາງ ໃຫ້ເປັນມໍລະດົກໂລກນັ້ນ ກໍໄດ້ເລື່ອນມາແລ້ວຫຼາຍຄັ້ງ ເພາະວ່າ ທາງການລາວຍັງຈະຕ້ອງທຳການສຶກສາ ໃນລາຍລະອຽດເພື່ອກຳນົດແຜນ ການອະນຸລັກເຂດທົ່ງໄຫຫີນໃຫ້ໄດ້ ຕາມເງື່ອນໄຂທີ່ UNESCO ກຳນົດໄວ້ ໃນທຸກດ້ານ ເສຍກ່ອນ.

ຍິ່ງໄປກວ່ານັ້ນ ທາງການລາວກໍບໍ່ສາມາດ ທີ່ຈະໃຫ້ການຄາດໝາຍໄດ້ວ່າ ການສຶກສາ ດັ່ງກ່າວ ຈະຕ້ອງໃຊ້ເວລາໃນການດຳເນີນການຈົນເຖິງເມື່ອໃດແທ້ ເນື່ອງຈາກວ່າໄຫຫີນ ທີ່ມີຢູ່ຫຼາຍກວ່າ 2,000 ໜ່ວຍນັ້ນ ບໍ່ໄດ້ຕັ້ງຢູ່ໃນບໍລິເວນດຽວກັນ ຈຶ່ງເຮັດໃຫ້ຕ້ອງໃຊ້
ເວລາໃນການເກັບກຳຂໍ້ມູນ ແລະຂຶ້ນທະບຽນໄຫຫີນທຸກໜ່ວຍ ຢ່າງລະອຽດ ແລະການທີ່ ໄຫຫີນຕັ້ງຢູ່ຢ່າງກະແຈກກະຈາຍກັນ ກໍຍັງເຮັດໃຫ້ຍາກຕໍ່ການອະນຸລັກ ໄດ້ຢ່າງທົ່ວເຖິງ ອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ທາງການລາວມີງົບປະມານຢ່າງຈຳກັດ ກໍຍັງຖືເປັນອີກບັນຫາໜຶ່ງ ທີ່ສົ່ງຜົນກະທົບ ເຮັດໃຫ້ການດຳເນີນງານສາມາດຈັດຕັ້ງປະຕິບັດໄດ້ຢ່າງຊັກຊ້າ ເພາະ ສະນັ້ນ ຖ້າຫາກບັນຫາດັ່ງກ່າວນີ້ ໄດ້ຮັບການແກ້ໄຂ ກໍຄືທາງການແຂວງຊຽງຂວງ ມີງົບ ປະມານຢ່າງພຽງພໍ ທັງສຳລັບການສຶກສາດັ່ງກ່າວ ແລະການພັດທະນາພື້ນຖານໂຄງລ່າງ ຕ່າງໆ ດ້ວຍນັນ ກໍເຊື່ອວ່າ ພາກບໍລິການ ແລະການທ່ອງທ່ຽວໃນແຂວງຊຽງຂວາງ ຈະຂະ ຫຍາຍຕົວເພີ່ມຂຶ້ນນັບມື້ຢ່າງແນ່ນອນ.

ທາງດ້ານທ່ານຄຳເພັດ ພົມມະດວງໄກສອນ ຫົວໜ້າພະແນກຖະແຫລງຂ່າວ- ວັດທະນະທຳ ແລະທ່ອງທ່ຽວ ແຂວງຊຽງຂວາງ ໄດ້ຢືນຢັນວ່າ ການກະກຽມແຜນການ ທີ່ຈະສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງເຂດທົ່ງໄຫຫີນ ເປັນມໍລະດົກ ໂລກນັ້ນ ໄດ້ຄືບໜ້າໄປຫຼາຍແລ້ວ ໂດຍໄດ້ມີການຄຸ້ມຄອງ ແລະຂຶ້ນທະບຽນໄຫຫີນ ໄດ້ແລ້ວ ຫຼາຍກວ່າ 2,000 ໜ່ວຍໃນ 70 ກວ່າພື້ນທີ່.

ແຕ່ຢ່າງໃດກໍຕາມ ທາງການແຂວງຊຽງຂວາງ ກໍຍັງບໍ່ມີກຳນົດທີ່ຊັດເຈນວ່າ ຈະສາມາດ ຍື່ນຂໍ້ສະເໜີດັ່ງກ່າວ ຕໍ່ອົງການ UNESCO ໄດ້ເມື່ອໃດ ເນື່ອງຈາກຍັງຈະຕ້ອງດຳເນີນ ການສຳຫຼວດ ເພື່ອລົງທະບຽນໄຫຫີນທີ່ເຫຼືອໃນອີກ 50 ກວ່າພື້ນທີ່ໃຫ້ແລ້ວເສັດເສຍກ່ອນ ແລະພ້ອມກັນນີ້ ກໍຍັງຈະຕ້ອງສຶກສາອົບຮົມປະຊາຊົນລາວ ເພື່ອໃຫ້ການຮ່ວມມືເຂົ້າໃນ ການຄຸ້ມຄອງໄຫຫີນດ້ວຍ.

ໂດຍອິງຕາມແຜນການພັດທະນາການທ່ອງທ່ຽວ ໃນຊ່ວງປີ 2016-2017 ລັດຖະບານ ລາວໄດ້ວາງເປົ້າໝາຍທີ່ຈະສະເໜີຕໍ່ UNESCO ເພື່ອຂໍໃຫ້ຮັບຮອງສະຖານະ ຂອງ ການເປັນມໍລະດົກໂລກ ຢູ່ໃນລາວເພີ່ມຂຶ້ນອີກ 2 ແຫ່ງ ກໍຄືເຂດທົ່ງໄຫຫີນ ແລະພູຫີນ ໜາມໜໍ່ດັ່ງກ່າວ ຊຶ່ງຖ້າຫາກເປັນໄປຕາມແຜນການທີ່ວາງໄວ້ ກໍຈະເຮັດໃຫ້ພູຫີນ
ໜາມໜໍ່ ເປັນມໍລະດົກໂລກດ້ານທຳມະຊາດ ແຫ່ງທຳອິດໃນລາວ ສ່ວນມໍລະດົກໂລກ ທີ່ຢູ່ໃນລາວ 2 ແຫ່ງ ໃນປັດຈຸບັນນີ້ ກໍຄືເມືອງຫລວງພະບາງ ແລະວັດພູ ໃນແຂວງ ຈຳປາສັກນັ້ນ ກໍໄດ້ມີສ່ວນຢ່າງສຳຄັນ ໃນການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ເດີນທາງເຂົ້າມາໃນລາວຫຼາຍຂຶ້ນນັບມື້.

XS
SM
MD
LG