ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຈະຕ້ອງ ຊຳລະໜີ້ເງິນກູ້ ພ້ອມດອກເບ້ຍ ໃຫ້ກັບຈີນ ເຖິງ 341 ລ້ານໂດລາ ພາຍໃນປີ 2033


ດາວທຽມດວງທຳອິດຂອງລາວ (Lao Sat-1) ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນຕອນເຊົ້າມືດ
ຂອງວັນທີ 21 ພະຈິກ 2015 ທີ່ຜ່ານມາ ຢູ່ທີ່ແຂວງເສສວນຂອງຈີນ ໂດຍວິຊາການ ແລະບໍລິສັດຂອງຈີນ.
ດາວທຽມດວງທຳອິດຂອງລາວ (Lao Sat-1) ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນຕອນເຊົ້າມືດ ຂອງວັນທີ 21 ພະຈິກ 2015 ທີ່ຜ່ານມາ ຢູ່ທີ່ແຂວງເສສວນຂອງຈີນ ໂດຍວິຊາການ ແລະບໍລິສັດຂອງຈີນ.

ລັດຖະບານລາວຈະຕ້ອງຊຳລະໜີ້ເງິນກູ້ ພ້ອມດອກເບ້ຍຄືນ
ໃຫ້ກັບລັດຖະບານຈີນ ຄິດເປັນມູນຄ່າລວມເຖິງ 341 ລ້ານ
ໂດລາພາຍໃນປີ 2033 ໂດຍເປັນມູນໜີ້ທີ່ເກີດຈາກ ການສ້າງ
ດາວທຽມດວງທຳອິດ ຂອງລາວ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນວ່າ
ລັດຖະບານລາວມີພັນທະ ທີ່ຈະຕ້ອງຊຳລະໜີ້ເງິນກູ້ ພ້ອມດອກເບ້ຍຄືນໃຫ້ກັບ ລັດ
ຖະບານຈີນຄິດເປັນມູນຄ່າລວມເຖິງ 341 ລ້ານໂດລາ ຊຶ່ງໃນນີ້ແບ່ງເປັນເງິນກູ້ 258
ລ້ານໂດລາ ແລະດອກເບ້ຍ 83 ລ້ານໂດລາ ໂດຍເປັນມູນໜີ້ທີ່ເກີດຈາກການສ້າງ ແລະ
ສົ່ງດາວທຽມດວງທຳອິດຂອງລາວ (Lao Sat-1) ຂຶ້ນສູ່ວົງໂຄຈອນ ໃນຕອນເຊົ້າມືດ
ຂອງວັນທີ 21 ພະຈິກ 2015 ທີ່ຜ່ານມາ ຢູ່ທີ່ແຂວງເສສວນຂອງຈີນ.

ທັງນີ້ ໂດຍລັດຖະບານລາວຈະຕ້ອງຊຳລະໜີ້ເງິນກູ້ ແລະດອກເບ້ຍດັ່ງກ່າວ ຄືນໃຫ້ກັບ
ລັດຖະບານຈີນ ຢ່າງຄົບຖ້ວນພາຍໃນປີ 2033 ໂດຍຈະເປັນການຫັກຈາກຜົນກຳໄລ ທີ່
ເກີດຈາກການດຳເນີນທຸລະກິດດາວທຽມໃນອັດຕາ 80 ເປີເຊັນ ຂອງຜົນກຳໄລທັງໝົດ
ໃນແຕ່ລະປີ.

ອາຄານ ສະຖານີ ດາວທຽມຂອງລາວ ໄດ້ຮັບການຊ້ອມແປງຄືນ ໂດຍບໍລິສັດຂອງຈີນ.
ອາຄານ ສະຖານີ ດາວທຽມຂອງລາວ ໄດ້ຮັບການຊ້ອມແປງຄືນ ໂດຍບໍລິສັດຂອງຈີນ.

ດາວທຽມ Lao Sat-1 ປະກອບມີ 22 ຊ່ອງສັນຍານ ໂດຍ
ແບ່ງເປັນລະບົບ C-Band ຈຳນວນ 14 ຊ່ອງສັນຍານ ແລະ
Ku-Band 8 ຊ່ອງສັນຍານ ເພື່ອໃຫ້ສອດຄ້ອງກັບສະພາບ
ພູມິປະເທດໃນລາວ ທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະ
ແຫລ່ງນ້ຳທຳມະຊາດ ຈຶ່ງຕ້ອງນຳໃຊ້ດາວທຽມ ທີ່ມີເທັກ
ນິກພິເສດ ທີ່ລະບົບການຕິດຕໍ່-ສື່ສານສາມາດເຂົ້າໄປເຖິງ
ໃນທຸກພື້ນທີ່ໄດ້ ຢ່າງມີປະສິດທິຜົນ ໂດຍມີອາຍຸການໃຊ້
ງານເປັນເວລາ 15 ປີ ແລະມີສັນຍານຄອບຄຸມເຖິງ 15
ປະເທດໃນພາກພື້ນເອເຊຍ.

ທາງດ້ານທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການ ກະຊວງໄປສະນີ ແລະໂທລະຄົມ
ມະນາຄົມລາວ ໄດ້ໃຫ້ການຢືນຢັນວ່າ ລັດຖະບານລາວ ຈະນຳໃຊ້ 2 ຊ່ອງສັນຍານ ຂອງ
ດາວທຽມ Lao Sat-1 ສຳລັບໃຫ້ບໍລິການດ້ານການສື່ສານພາຍໃນປະເທດ ເພື່ອໃຫ້
ເກີດ ປະໂຫຍດຕໍ່ການພັດທະນາ ໃນດ້ານການສຶກສາ ການປິ່ນປົວທາງການແພດທາງ
ໄກ ໂທລະຄົມມະນາຄົມ ການເຊື່ອມຕໍ່ລະບົບ Internet ແລະການນຳໃຊ້ເຂົ້າໃນວຽກ
ງານຕ້ານໄພພິບັດຕ່າງໆ ເປັນສຳຄັນ.

ພິທີ ລົງນາມ ສັນຍາ ກໍ່ສ້າງສະຖານີ ດາວທຽມ ລະບົບໂທລະຄົມມະນາຄົມ ລະຫວ່າງລັດຖະບານລາວ ກັບບໍລິສັດຈີນ.
ພິທີ ລົງນາມ ສັນຍາ ກໍ່ສ້າງສະຖານີ ດາວທຽມ ລະບົບໂທລະຄົມມະນາຄົມ ລະຫວ່າງລັດຖະບານລາວ ກັບບໍລິສັດຈີນ.

ສ່ວນທີ່ເຫຼືອອີກ 20 ຊ່ອງສັນຍານນັ້ນ ລັດຖະບານລາວ ແລະ
ກຸ່ມບໍລິສັດຈາກຈີນ ກໍໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນ Lao
Sat-1 ຂຶ້ນມາຮັບຜິດຊອບ ໃນການຄຸ້ມຄອງ ແລະບໍລິຫານຢ່າງ
ເປັນທາງການແລ້ວ ໂດຍກະຊວງໄປສະນີ ແລະໂທລະຄົມມະ
ນາຄົມລາວ ຖືຮຸ້ນ 45 ເປີເຊັນ ສ່ວນທີ່ເຫຼືອເປັນການລົງທຶນຂອງ
ບໍລິສັດ China Asia Pacific Mobile Telecom Satellite
ຂອງຈີນ ໃນສັດສ່ວນ 35 ເປີເຊັນ, ບໍລິສັດອາວະກາດຈີນ15
ເປີເຊັນ ແລະບໍລິສັດ Asia Pacific Satellite Technology
ຈາກຮົງກົງ 5 ເປີເຊັນ ໂດຍມີມູນຄ່າ ການລົງທຶນທັງໝົດ 258
ລ້ານໂດລາ ທີ່ກູ້ຢືມຈາກທະນາຄານເພື່ອການສົ່ງອອກ ແລະນຳເຂົ້າຂອງລັດຖະບານຈີນ.

ການສ້າງແລະສົ່ງດາວທຽມ Lao Sat-1 ຂຶ້ນສູ່ວົງໂຄຈອນດັ່ງກ່າວນີ້ ເປັນພາກສ່ວນໜຶ່ງ
ຂອງການຮ່ວມມືໃນການພັດທະນາເທັກໂນໂລຈີ້ດ້ານຂໍ້ມູນຂ່າວສານ ລະຫວ່າງລັດຖະ
ບານລາວກັບຈີນ ທີ່ໄດ້ລົງນາມຮ່ວມກັນໃນປີ 2011 ໂດຍນຳໃຊ້ເທັກໂນໂລຈີ້ດາວທຽມ
ຂອງຈີນທັງໝົດ ດັ່ງທີ່ ທ່ານຫຽມ ຢືນຢັນວ່າ:

“ລັດຖະບານລາວຂໍສະແດງຄວາມຂອບໃຈ ອັນສູງມາຍັງລັດຖະບານຈີນ ທີ່ໄດ້ໃຫ້
ການ ຮ່ວມມືທາງດ້ານເງິນກູ້ໃນໂຄງການນີ້ ຂໍຂອບໃຈຢ່າງຈິງໃຈ ມາຍັງທຸກພາກ
ສ່ວນຂອງຈີນ ທີ່ໄດ້ປະກອບສ່ວນເຮັດໃຫ້ໂຄງການດາວທຽມລາວນີ້ ສຳເລັດຂຶ້ນ
ພິເສດຂໍຂອບໃຈມາຍັງຄະນະນຳ ແລະວິຊາການຂອງອົງການວິທະຍາສາດ ແລະ
ເທັກໂນໂລຈີ້ ໃນເມື່ອກ່ອນ ທີ່ເປັນຜູ້ລິເລີ້ມໂຄງການນີ້.”

ນອກຈາກນັ້ນ ລັດຖະບານລາວຍັງມີແຜນການທີ່ຈະສ້າງດາວທຽມດວງທີ 2 ອີກດ້ວຍ
ໂດຍຈະເປັນການຮ່ວມທຶນທີ່ມີມູນຄ່າລວມເຖິງ 960 ລ້ານໂດລາ ເນື່ອງຈາກເປັນດາວ
ທຽມທີ່ມີເຖິງ 36 ຊ່ອງສັນຍານ ຈຶ່ງຕ້ອງໃຊ້ເງິນລົງທຶນສູງກວ່າ ດາວທຽມດວງທຳອິດ
ໂດຍເງິນລົງທຶນໃນມູນຄ່າດັ່ງກ່າວນີ້ ກໍຈະຕ້ອງກູ້ຢືມຈາກສະຖາບັນການເງິນຂອງຈີນ
ແລະນຳໃຊ້ເທັກໂນໂລຈີ້ດາວທຽມຂອງຈີນທັງໝົດ ເຊັ່ນດຽວກັນ.

XS
SM
MD
LG