ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຈະເກັບອາກອນ ມູນຄ່າເພີ່ມ ໃນອັດຕາ 10 ເປີເຊັນ ຈາກຄົນລາວ ແລະ ຊາວຕ່າງຊາດ


ດ່ານກວດຄົນເຂົ້າເມືອງ ລະຫວ່າງລາວ ແລະ ໄທ
ດ່ານກວດຄົນເຂົ້າເມືອງ ລະຫວ່າງລາວ ແລະ ໄທ

ລັດຖະບານລາວ ຈະຈັດເກັບອາກອນມູນຄ່າເພີ່ມ ໃນອັດຕາ 10 ເປີເຊັນ ຈາກບັນດາ ຄົນລາວ ແລະ ຊາວຕ່າງຊາດ ທີ່ຊື້ເຄື່ອງຕິດຕົວຈາກຕ່າງປະເທດເຂົ້າມານຳໃຊ້ໃນລາວ ທີ່ມີມູນຄ່າເກີນກວ່າ 4 ແສນກີບ ຫຼື 50 ໂດລາ.

ທ່ານບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ຖະແຫລງ ຢືນຢັນວ່າ ການຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10 ເປີເຊັນ ຈາກບັນດາຄົນລາວ ແລະ ຊາວຕ່າງຊາດ ທີ່ຊື້ເຄື່ອງຕິດຕົວຈາກຕ່າງປະເທດເຂົ້າມານຳໃຊ້ໃນລາວ ທີ່ມີລາຄາ ເກີນກວ່າ 4 ແສນກີບ ຫຼື 50 ໂດລາ ຕາມຂໍ້ກຳນົດຂອງລັດຖະມົນຕີວ່າການ ກະຊວງ ການເງິນ ຈະເລີ່ມການຈັດຕັ້ງປະຕິບັດນັບຈາກເດືອນພະຈິກ ເປັນຕົ້ນໄປ ໂດຍຈະເລີ່ມ ຈັດຕັ້ງປະຕິບັດຢູ່ສະເພາະດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ຈະຈັດເກັບ ອາກອນມູນຄ່າເພີ່ມ ຈາກຄົນລາວ ແລະ ຊາວຕ່າງຊາດທີ່ເດີນທາງເຂົ້າ-ອອກລາວ ດ້ວຍລົດສ່ວນຕົວເທົ່ານັ້ນ.

ກະຊວງການຄ້າຂອງໄທ ລາຍງານວ່າ ການຄ້າລະຫວ່າງໄທ-ລາວ ໃນປີ 2015 ຜ່ານມາ ມີມູນຄ່າລວມ 5,520 ກວ່າລ້ານໂດລາ ໂດຍລາວໄດ້ສົ່ງສິນຄ້າອອກໄປ ໄທ ໃນມູນຄ່າ 1,436 ກວ່າລ້ານໂດລາ.
ກະຊວງການຄ້າຂອງໄທ ລາຍງານວ່າ ການຄ້າລະຫວ່າງໄທ-ລາວ ໃນປີ 2015 ຜ່ານມາ ມີມູນຄ່າລວມ 5,520 ກວ່າລ້ານໂດລາ ໂດຍລາວໄດ້ສົ່ງສິນຄ້າອອກໄປ ໄທ ໃນມູນຄ່າ 1,436 ກວ່າລ້ານໂດລາ.

ທ່ານບຸນປະເສີດ ຢືນຢັນວ່າ ຈະບໍ່ມີການຈັດເກັບອາກອນມູນຄ່າເພີ່ມ ຈາກຜູ້ໂດຍສານ ທີ່ເດີນທາງມາລາວ ດ້ວຍລົດເມ ແລະມີເຄື່ອງຕິດຕົວພຽງເລັກນ້ອຍ ຊຶ່ງຮວມເຖິງຊາວ ຕ່າງຊາດທີ່ເດີນທາງມາທ່ອງທ່ຽວໃນລາວ ເວັ້ນແຕ່ໄດ້ມີການນຳເຂົ້າສິນຄ້າສິ່ງຂອງ ເປັນຈຳນວນຫຼາຍ ແລະມີລັກສະນະເປັນການຄ້າ ຕ້ອງໄດ້ເສຍພາສີອາກອນຕາມ ກົດໝາຍ ແລະ ລະບຽບການຢ່າງຄົບຖ້ວນ.

ໂດຍການບັງຄັບໃຊ້ຂໍ້ກຳນົດດັ່ງກ່າວນີ້ ນອກຈາກຈະມີເປົ້າໝາຍເພື່ອເສີມສ້າງລາຍຮັບ ຈາກການຈັດເກັບພາສີອາກອນການຄ້າ ໃຫ້ໄດ້ຫຼາຍຂຶ້ນແລ້ວ ລັດຖະບານລາວຍັງໄດ້ ແນໃສ່ການຫລຸດຜ່ອນບັນຫາການຂາດດຸນການຄ້າຕ່າງປະເທດທີ່ລາວກຳລັງປະເຊີນ ຢູ່ໃນເວລານີ້ ອີກດ້ວຍ.

ສ່ວນສາເຫດສຳຄັນທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດ ມາໂດຍຕະຫຼອດນັ້ນ ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງ ພັກປະຊາຊົນປະຕິວັດລາວ ແລະ ປະທານສູນກາງແນວລາວສ້າງຊາດ ກໍໄດ້ໃຫ້ທັດສະ ນະກ່ຽວກັບເສດຖະກິດຂອງລາວ ວ່າ:

“ຄວາມຫຍຸ້ງຍາກ ສິ່ງທ້າທາຍຕ່າງໆເປັນຕົ້ນ ແມ່ນພື້ນຖານເສດຖະກິດ ຍັງອ່ອນ ດ້ອຍ ການສະໜອງ ກັບຄວາມຕ້ອງການ ບໍ່ສາມາດດຸ່ນດ່ຽງກັນໄດ້ ແລ້ວກະເສດຖະກິດ ເຮົາກະຍັງບໍ່ທັນມີຄວາມເຂັ້ມແຂງ ບັນຫາໜີ້ ສິນກະຍັງຫລວງຫລາຍ ຄຽງຄູ່ກັນນັ້ນ ພວກເຮົາກໍຍັງຂາດເຂີນຊັບພະຍາກອນມະນຸດທີ່ມີຄຸນນະພາບ ນັບທັງຂາດເຂີນ ກຳມະກອນ ນາຍຊ່າງທີ່ມີຝີມືແຮງງານດີ ຂາດເຂີນໃນດ້ານທີ່ມີຄວາມຈຳເປັນ ທີ່ຈະມາພັດທະນາປະເທດຊາດ ແລະບັນຫາອື່ນໆ.”

ທັງນີ້ ລັດຖະບານລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດໄວ້ ໃນມູນຄ່າລວມ
9,000 ລ້ານໂດລາ ໃນແຜນການປີ 2015-2016 ຊຶ່ງໃນນີ້ ແບ່ງເປັນການສົ່ງສິນຄ້າ
ອອກ 3,500 ກວ່າລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ 5,500 ກວ່າລ້ານ ໂດລາ ເພື່ອເຮັດໃຫ້ລາວຂາດດຸນການຄ້າໃນມູນຄ່າລວມບໍ່ເກີນ 2,000 ລ້ານໂດລາ ໂດຍລາວຂາດດຸນການຄ້າຕໍ່ໄທຫຼາຍທີ່ສຸດ ຊຶ່ງຈາກລາຍງານຂອງກະຊວງການຄ້າ ຂອງໄທ ລະບຸວ່າໄທຈະໄດ້ປຽບດຸນການຄ້າຕໍ່ລາວເກີນກວ່າ 3,000 ລ້ານໂດລາ ໃນຕະຫຼອດປີ 2016 ນີ້.

ຍິ່ງໄປກວ່ານັ້ນ ທາງການໄທ ຍັງຄາດວ່າ ຈະໄດ້ປຽບດຸນການຄ້າເພີ່ມຂຶ້ນເປັນ 5,000 ລ້ານໂດລາ ໃນປີ 2017 ທີ່ຄາດໝາຍວ່າການຄ້າລະຫວ່າງ ລາວ-ໄທ ຈະມີມູນຄ່າລວມ 8,000 ກວ່າລ້ານໂດລາ ໂດຍໃນນີ້ເປັນການສົ່ງສິນຄ້າໄທມາລາວ 6,500 ລ້ານໂດລາ ແລະ ໄທນຳເຂົ້າສິນຄ້າລາວ 1,500 ລ້ານໂດລາ ຕາມລຳດັບ.

ທາງການລາວ-ໄທ ໄດ້ຕົກລົງທີ່ຈະເພີ່ມການຄ້າລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາ ໃນປີ 2017 ໃນກອງປະຊຸມຮ່ວມ ລະຫວ່າງກະຊວງອຸດສາຫະກຳ ແລະການຄ້າ ຂອງ ລາວ ກັບກະຊວງການຄ້າຂອງໄທ ຄັ້ງທີ 6 ທີ່ບາງກອກ ເມື່ອບໍ່ນານມານີ້ ໂດຍຖືເປັນ ມູນຄ່າການຄ້າ ທີ່ເພີ່ມຂຶ້ນເຖິງ 150 ເປີເຊັນ ຈາກປີ 2014 ທີ່ລາວ-ໄທ ມີມູນຄ່າການຄ້າ ລະຫວ່າງກັນ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າໄທໂດຍລາວ ໃນມູນ ຄ່າ 4,032 ກວ່າລ້ານໂດລາ ແລະ ລາວສົ່ງສິນຄ້າໄປໄທ ໃນມູນຄ່າ 1,410.56 ລ້ານ ໂດລາ ຊຶ່ງເຮັດໃຫ້ລາວເປັນຝ່າຍເສຍປຽບ ດຸນການຄ້າຕໍ່ໄທ ໃນມູນຄ່າລວມເຖິງ 2,621.99 ລ້ານໂດລາ.

ກ່ອນໜ້ານີ້ ກະຊວງການຄ້າຂອງໄທ ລາຍງານວ່າ ການຄ້າລະຫວ່າງໄທ-ລາວ ໃນປີ 2015 ຜ່ານມາ ມີມູນຄ່າລວມ 5,520 ກວ່າລ້ານໂດລາ ໂດຍລາວໄດ້ສົ່ງສິນຄ້າອອກໄປ ໄທ ໃນມູນຄ່າ 1,436 ກວ່າລ້ານໂດລາ ແລະ ລາວນຳເຂົ້າສິນຄ້າຈາກໄທ ໃນມູນຄ່າ 4,083 ກວ່າລ້ານໂດລາ ຊຶ່ງເຮັດໃຫ້ລາວຂາດດຸນການຄ້າຕໍ່ໄທ ໃນມູນຄ່າລວມເຖິງ 2,647 ກວ່າລ້ານໂດລາ ໃນຕະຫຼອດປີ 2015 ດັ່ງກ່າວ.

XS
SM
MD
LG