ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວ​ໂຈະ​ ການ​ສໍາ​ປະທານ ​ທີ່​ດິນ​ສໍາລັບ ​ປູກ​ຢາງພາ​ລາ


ການປະຊຸມ ເລື້ອງຮ່າງກົດໝາຍ ກ່ຽວກັບການຈັດສັນທີ່ດິນ
ການປະຊຸມ ເລື້ອງຮ່າງກົດໝາຍ ກ່ຽວກັບການຈັດສັນທີ່ດິນ
ລັດຖະບານ​ລາວ​ໂຈະ​ການ​ສໍາ​ປະທານ​ທີ່​ດິນ​ສໍາລັບ​ປູກ​ຢາງ
ພາ​ລາ​ໃນ​ທົ່ວ​ປະ​ເທດ​ເພື່ອ​ດໍາ​ເນີນ​ການກວດ​ສອບ​ການ​ປະຕິ
ບັດ​ຕົວ​ຈິງ​ໃນ​ທີ່​ດິນ​ທັງ​ໝົດ​ທີ່​ໄດ້​ຮັບ​ອະນຸຍາດ​ສໍາ​ປະທານໄປ​
ແລ້ວ​ນັ້ນ

ທ່ານ​ວິ​ໄລ​ວັນ ພົມ​ເຂ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກໍາ-ປ່າ​
ໄມ້ ​ໄດ້​ຖະ​ແຫຼງຢືນຢັນ​ວ່າການ​ດໍາ​ເນີນ​ມາດ​ຕະການ​ໃນ​ພາກ​ຕົວ​ຈິງ​ກ່ຽວ​ກັບ​ການ​ໂຈະ​ການ
​ໃຫ້​ສໍາ​ປະທານ​ທີ່​ດິນ​ສໍາລັບ​ປູກ​ຢາງພາລາ ​ແລະ​ພືດ​ເສດ​ຖະກິດ​ອື່ນໆ​ໃນ​ທົ່ວ​ປະເທດຕາມ​
ຄໍາ​ສັ່ງ​ເລກ​ທີ 13 ຂອງ​ນາຍົກ​ລັດຖະມົນຕີ​ໄດ້​ດໍາ​ເນ​ການ​ປະຕິບັດ​ຕົວ​ຈິງ​ນັບຕັ້ງ​ແຕ່​ເດືອນ​
ຕຸລາ​ປີ 2012 ​ເປັນ​ຕົ້ນ​ມາ​ແລ້ວ.

ທັງ​ນີ້​ໂດຍ​ການກວດ​ສອບ​ດັ່ງກ່າວ​ກໍ​ພົບ​ວ່າ​ທາງ​ການ​ລາວ​ທັງ​ໃນ​ລະດັບ​ສູນ​ກາງ ​ແລະ​ທ້ອງ​
ຖິ່ນ​ໄດ້​ອະນຸຍາດ​ສໍາ​ປະທານ​ທີ່​ດິນ​ໃຫ້​ແກ່​ເອກ​ກະ​ຊົນ​ລາວ​ແລະຕ່າງ​ຊາດ​ສໍາລັບ​ນໍາ​ໃຊ້ໃນ
ການປູກ​ຢາງພາຣາ​ໄປ​ແລ້ວ​ຄິດ​ເປັນ​ເນື້ອ​ທີ່​ລວມກັນ​ກວ້າງ​ກວ້າງ 3 ​ແສນ​ເຮັກ​ຕ້າ ​ໂດຍ​
ພື້ນ​ທີ່​ສໍາ​ປະທານ​ສ່ວນ​ໃຫຍ່ ທີ່ ຢູ່​ໃນ​ເຂດ​ແຂວງ​ພາກ​ເໜືອ​ນັ້ນ​ກໍ​ເປັນ​ການ​ລົງທຶນ​ຂອງ​ຈີນ ສ່ວນ​ຢູ່​ພາກ​ກາງ ​ແລະ​ພາກ​ໃຕ້​ນ້ ກໍ​ເປັນ​ການ​ລົງທຶນ​ຂອງ​ໄທ ​ແລະ​ຫວຽດນາມ​ຕາມ​ລໍາດັບ.

ນອກ​ຈາກ​ພື້ນ​ທີ່​ສໍາ​ປະທານ​ປູກ​ຢາງ​ພາຣາດັ່ງກ່າວ​ແລ້ວ ທ່ານ​ວິ​ໄລ​ວັນ ກໍ​ຍອມ​ຮັບ​ດ້ວຍວ່າ
ຍັງ​ມີ​ພື້ນ​ທີ່​ສໍາ​ປະທານ​ປູກ​ໄມ້​ວິກອີກ​ກວ້າງ​ກວ່າ 1 ​ແສນ ​ເຮັກ​ຕ້າ ທີ່​ທາງ​ການ​ລາວ​ໄດ້ອະ​ນຸ
ຍາດ​ໃຫ້​ແກ່​ບໍລິ​ສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ຈີນ ​ແລະ ອິນ​ເດຍ ຊຶ່ງ​ຈາກ​ການກວດ​ສອບ​ເບື້ອງຕົ້ນ
​ພົບ​ວ່າ​ບໍ່​ໄດ້​ສ້າງ​ຜົນ​ປະໂຫຍ​ດ​ໃຫ້​ກັບ​ປະຊາຊົນ​ລາວ​ຢ່ງຄຸ້ມ​ຄ່າ​ເລີຍ ຫາກ​ແຕ່​ກັບ​ໄດ້ເຮັດ​
ໃຫ້​ຄຸນ​ນະພາບ​ຂອງ​ດິນໃນ​ລາວ​ລົດ​ຕໍ່າລົງ​ ຈົນ​ປູກ​ພືດ​ຊະນິດ​ອື່ນໆ​ບໍ່​ໄດ້​ແລ້ວ.

ພິທີວາງສີລາເລີກປຸໂຮງງານກັ່ນຢາງພາລາແຫ່ງນຶ່ງໃນລາວ
ພິທີວາງສີລາເລີກປຸໂຮງງານກັ່ນຢາງພາລາແຫ່ງນຶ່ງໃນລາວ
ນອກຈາກ​ນີ້ ການກວດ​ສອບ​ດັ່ງກ່າວ ຍັງ​ພົບ​ດ້ວຍ​ວ່າການອະ
ນຸຍາດ​ສໍາປະ ທານ​ທີ່ດິນ​ລະ​ຍະ​ຍາວ​ທີ່​ເປັນ​ພື້ນ​ທີ່​ຂະໜາດ
​ໃຫຍ່​ຕັ້ງ​ແຕ່ 3 ໝື່ນ​ຫາ 5 ໝື່ນ​ເຮັກ​ຕ້າ​ນັ້ ຍັງ​ສົ່ງ​ຜົນ​ກະທົບ​ຕໍ່
​ປະຊາຊົນ​ລາວ​ຢ່າງ​ກວ້າງຂວາງ​ອີກ​ດ້ວຍ ​ເພາະການ​ອະນຸ
ຍາດ​ສໍາ​ປະທານ​ທີ່​ດິນຂະໜາດ​ໃຫຍ່​ໄດ້​ໄປ​ກວມ​ເອົາ​ທີ່​ດິນ​
ຂອງ​ປະຊາຊົນ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ຜົນ​ການກວດ​ສອບ​ສະພາບ​ບັນຫາ​ແລະ
ກາ​ນຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ລະຫວ່າງ​ໜ່ວຍ​ງານ​ຂອງ​ລັດຖະ
ບານ​ແລະ​ບໍ​ລິ​ສັດ​ເອກ​ກະ​ຊົນ​ທີ່​ ​ໄດ້​ຮັບ​ສໍາ​ປະທານ​ທີ່​ດິນ​ຈາກ
​ລັດຖະບານ​ກັບ​ປະຊາຊົນລາວ​ໃນ​ປັດຈຸບັນ​ພົບ​ວ່າ ບັນຫາ​ຂັດ​ແຍ້​ງ​ໄດ້​ເກີດ​ຂຶ້ນຈາກ 4 ສາ​
ເຫດ​ສໍາຄັນ​ດ້ວຍ​ກັນ​ກໍ​ຄື​ການ​ອະນຸມັດ ສໍາ​ປະທານ​ທີ່​ດິນ​ໂດຍ​ບໍ່​ມີ​ການ​ສໍາຫຼວດວັດ​ແທກ​
ໃນ​ພື້ນ​ທີ່​ສໍ​າປະທານ​ທີ່​ເປັນ​ຈິງ ການ​ຫັນ​ເອົາ​ທີ່​ດິນ​ໄປ​ເປັນ​ທຶນ ​ດ້ວຍ​ການ​ດໍາ​ເນີນໂຄງ
ການ​ພັດທະນາ​ຕ່າງໆ ການ​ຍົກຍ້າຍ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ໂຄງການ​ພັດທະນາ​ໄປ​ຢູ່​
ເຂດ​ຈັດ​ສັນ​ໃໝ່​ທີ່​ມີ​ກາ​ນຊົດ​ເຊີຍ​ຢ່າງ​ບໍ່ເໝາະ​ສົມ ​ແລະ​ການ​ໃຊ້​ອໍານາດ​ຢ່າງ​ບໍ່​ຖືກຕ້ອງ​
ຂອງ​ພະນັກງານ​ລັດ ທີ່​ຕ້ອງການ​ບີບ​ບັງຄັບ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ເພື່ອ​ນໍາ​ໄປ​ມອບໃຫ້​
ກັບ​ບັນດາ​ນາຍ​ທຸນ ​ໂດຍ​ເຈົ້າໜ້າ​ທີ່​ເຫຼົ່ານີ້​ໄດ້​ຮັບຜົນ​ຕອບ​ແທນ​ເປັນ​ການ​ສ່ວນ​ຕົວ.

ໂດຍ​ສະ​ເພາະ​ແມ່ນ​ການ​ໃຊ້​ອໍານາດ​ຢ່າງ​ບໍ່​ຖືກຕ້ອງ​ຂອງ​ພະນັກງານ​ລັດນັ້ນ ນັບເປັນ
​ບັນຫາ​ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ​ທີ່​ສຸດ ​ເພາະ​ການກວດ​ສອບ​ພົບວ່າການ​ໃຊ້​ອໍານາດ​
ຢ່າງ​ບໍ່​ຖືກຕ້ອງຂອງ​ພະນັກງານ​ລັດ​ນັ້ນ ກໍ​ມີ​ທັງ​ການ​ຂົ່ມຂູ່​ແລະ​ການ​ນໍາ​ໃຊ້​ກົດໝາຍເປັນ
ເຄື່ອງມື​ໃນ​ການບີບ​ບັງຄັບ​ໃຫ້​ປະຊາຊົນ ຕ້ອງ​ພາກັນ​ຍົກຍ້າຍ​ອອກ​ໄປ​ຈາກ​ທີ່​ດິນ​ຂອງ​
ພວກເຂົາ​ເ​ຈົ້າ ສ່ວນ​ປະຊາຊົນ​ທີ່ຮູ້​ເທົ່າ​ທັນກັບ​ຄວາມ​ບໍ່​ຖືກຕ້ອງ​ດັ່ງກ່າວ​ນັ້ນ ກໍ​ໄດ້ພາກັນ
​ຟ້ອງ​ຮ້ອງ​ຕໍ່​ສານ​ຢ່າງກວ້າງຂວາງ​ໃນ​ເວລາ​ນີ້ ດັ່ງ​ທີ່​ເຈົ້າໜ້າ​ທີ່​ລາວ​ທ່ານ​ນຶ່ງ​ໄດ້​ໃຫ້ການ​
ຢືນຢັນ​ວ່າ:

“ດຽວ​ນີ້​ໝາຍ​ຄວາມ​ວ່າ ມັນ​ກະ​ມີ​ລາຄາ ກະ​ພາກັນ​ຍາດ​ຊິ້ງ​ເຂົາ ຫຼະ​ໄປ​ດຽວ​ນີ້
ຟ້ອງ​ຮ້ອງ​ກັນ​ກະ​ແມ່ນ​ພະນັກງານ​ລັດ​ນີ້ ມັນ​ໄປ​ຊື້​ດິນຫຼາຍຕ່ອນມາ​ອັນ​ນັ້ນ​ອັນ​ນີ້
ມັນ​ກະເງິນ​ລັດ​ນີ້​ແລ້ວ ມັນ​ສໍ້​ລາດ​ບັງຫຼວງ​ເອົາໜະ ​ແລ້​ວມັນ​ກະ​ໄປ​ຊື້​ດິນ​ຍາຍ​ໄວ້​
ນໍາ​ປະຊາຊົນ ຫຼືວ່າ​ກອງທັບ ຫຼືວ່າ​ພະນັກງານ​ອາວຸ​ໂສ ກໍ​ມີ​ໄປ​ຟ້ອງ​ໄປ​ຮ້ອງ​ກັນ
​ອຶ​ກກະ​ທຶກ ​ເຮັດ​ໃຫ້​ສັງຄົມ​ສົບ​ສົນ​ວຸ້ນ​ວາຍ.”


ນອກ​ຈາກ​ນີ້ ກໍລະນີ​ທີ່​ໜ້າ​ເປັນ​ຫ່ວງ​ອີກ​ຢ່າງ​ນຶ່ງ ກໍ​ແມ່ນ​ການ​ອະນຸມັດ​ສໍາປະ ທານ​ທີ່​ດິນ​ທີ່​
ໄປ​ກວມ​ເອົາ​ປ່າ​ສະຫງວນ​ແຫ່​ງຊາດ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ຈາກ​ການ​ກວດກາ​ເບື້ອງ​ຕົ້ນ​ກໍ​ພົບ​ວ່າ
​ບັນດາ​ບໍລິສັດ​ທີ່​ໄດ້​ຮັບ​ສໍາ​ປະທານ​ທີ່​ດິນ​ຈາກລັດຖະ ບານ​ລາວ​ໄປ​ແລ້ວ​ນັ້ນ​ກໍ​ຍັງ​ໄດ້ສວຍ
​ໂອກາດ​ລຸກ​ລໍ້າ​ເຂົ້າ​ໄປ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ຢ່າງກວ້າງຂວາງ ຊຶ່ງ​ບັນຫາ​ຕິດຕາມ
​ມາ​ກໍ​ຄື​ການ​ລັກລອບ ຕັດ​ໄມ້​ທໍາລາຍ​ປ່າ ​ແລະ​ການ​ລັກລອບ​ຂົນ​ໄມ້​ອອກ​ໄປ​ຍັງ​ປະ​ເທດ​
ເພື່ອນ​ບ້ານຫຼາຍຂຶ້ນນັບ​ມື້​ເນື່ອງ​ຈາກ​ວ່າ​ທາງ​ການ​ລາວ​ບໍ່​ສາມາດ​ທີ່ຈະກວດກາໄດ້​ຢ່າງ​ທົ່ວ​
ເຖິງ​ນັ້ນ​ເອງ.
XS
SM
MD
LG