ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ໄດ້ກຳນົດ 10 ມາດຕະການ ເພື່ອຈັດຕັ້ງປະຕິບັດ ແຜນການພັດທະນາ ໃຫ້ບັນລຸ ເປົ້າໝາຍ


ກອງປະຊຸມ ຄະນະລັດຖະບານ ປະກອບດ້ວຍ ບັນດາເຈົ້າຄອງ ຈາກແຂວງຕ່າງທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມ ຄະນະລັດຖະບານ ປະກອບດ້ວຍ ບັນດາເຈົ້າຄອງ ຈາກແຂວງຕ່າງທົ່ວປະເທດ ເຂົ້າຮ່ວມ.

ລັດຖະບານລາວ ໄດ້ກຳນົດ 10 ມາດຕະການ ໃນການຈັດຕັ້ງປະຕິບັດເພື່ອໃຫ້ບັນລຸ ເປົ້າໝາຍຂອງແຜນການ ພັດທະນາເສດຖະກິດ-ສັງຄົມ ໃນຕະຫຼອດສົກປີ 2016-
2017 ແລະຮອງຮັບເປົ້າໝາຍຂອງວິໄສທັດ 2030.

ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ຄະນະລັດຖະບານລາວ ໂດຍ
ການນຳຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກຳນົດ 10 ມາດຕະການ ຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດບັນລຸເປົ້າໝາຍ ຂອງແຜນການພັດທະນາເສດຖະກິດ ສັງຄົມ ໃນຕະຫຼອດສົກປີ 2016-2017 ທັງຍັງເພື່ອເປັນການຮອງຮັບເປົ້າໝາຍ ການພັດທະນາຢ່າງຍືນຍົງພາຍໃຕ້ວິໄສທັດ ປີ 2030 ຂອງພັກ-ລັດ ໃຫ້ໄດ້ຢ່າງເປັນ ຮູບປະທຳ ອີກດ້ວຍ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ ແມ່ນພັນທະສາກົນ ຂອງຕົນ"
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ ແມ່ນພັນທະສາກົນ ຂອງຕົນ"

ໂດຍ 10 ມາດຕະການດັ່ງກ່າວ ປະກອບດ້ວຍການຄຸ້ມຄອງເສດຖະກິດ ມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນການຂະຫຍາຍຕົວທາງເສດ
ຖະກິດ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງ ລະບົບການເງິນ ແລະ ງົບ
ປະມານ ຢ່າງແຂງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບ ໃຫ້ເຂົ້າສູ່ລະບົບ ທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ ໂດຍສືບຕໍ່ການປະ
ຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາບແວດລ້ອມ ໃນການ ດຳເນີນທຸລະກິດ ເພື່ອສົ່ງເສີມການລົງທຶນທັງພາຍໃນ ແລະຈາກຕ່າງປະເທດໃຫ້ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດ ແລະການບໍລິການ ໂດຍສຸມໃສ່ການ ຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກຍາກ ຄົ້ນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ ໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີ ປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ທີ່ແນໃສ່ ການຕ້ານການສໍ້ລາດບັງຫຼວງ ໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະ
ສະພາທ້ອງຖິ່ນໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄ່ອງກັບສະພາບການ ຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

ຊຶ່ງຕໍ່ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນການດັ່ງກ່າວນີ້ ທ່ານທອງລຸນ ກໍໄດ້ໃຫ້ ການເນັ້ນຢ້ຳວ່າ:

“ລັດຖະບານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ ແມ່ນພັນທະສາກົນ ຂອງຕົນ ສະນັ້ນ ເພື່ອຈຸດປະສົງດັ່ງກ່າວ ລັດຖະບານພວກຂ້າພະເຈົ້າ ຈະຕ້ອງສຸມໃສ່ການບັນລຸເປົ້າໝາຍຕ່າງໆ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແຜນຍຸດ
ທະສາດ ພັດທະນາ 2025 ແລະວິໄສທັດ 2030 ການພັດທະນາຕາມທິດ
ສີຂຽວ ແລະຍືນຍົງ ຮັກສາການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫລຸດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ ຢ່າງຕໍ່ເນື່ອງ ຫລຸດ
ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ແລະອື່ນໆ.”

ທັງນີ້ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງເປັນຮູບປະທຳນັ້ນ ລັດຖະບານລາວ ໄດ້ວາງແຜນປະຕິບັດງານ ໃນຕະຫຼອດປີ 2017 ໄວ້ ໃນ 9 ທິດທາງດ້ວຍກັນ ຄື ສຸມໃສ່ສືບຕໍ່ຮັບປະກັນຄວາມສະຫງົບ ໝັ້ນຄົງ ທາງການເມືອງ ແລະຄວາມປອດໄພທາງສັງຄົມຢ່າງໜັກແໜ້ນ ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາມ ເຂັ້ມແຂງ ແລະເຄື່ອນໄຫວຕາມກົນໄກຕະຫຼາດ ແລະຫັນເປັນ ອຸດສາຫະກຳທີ່ທັນສະໄໝ ສືບຕໍ່ແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຊີວິດການ
ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ພັດທະນາພື້ນຖານໂຄງລ່າງ ທີ່ຈຳເປັນ ເພື່ອເປັນ ເງື່ອນໄຂອັນດີໃນການສົ່ງເສີມການລົງທຶນ ພັດທະນາຊັບພະຍາກອນມະນຸດ ແລະ ຍົກສະມັດຖະພາບການຜະລິດສິນຄ້າໃຫ້ສູງຂຶ້ນ.

ນອກຈາກນັ້ນ ກໍຍັງຈະພັດທະນາ ເພື່ອສົ່ງເສີມການຜະລິດ ຂອງວິສາຫະກິດຂະ
ໜາດນ້ອຍ ແລະຂະໜາດກາງ ໃຫ້ໄດ້ມາດຕະຖານສາກົນ ແກ້ໄຂສະພາບຂ້ອງຄາ
ທາງການເງິນ ດ້ວຍການເຮັດໃຫ້ໜີ້ສິນສາທາລະນະຫລຸດລົງ ແລະຄວບຄຸມໜີ້ສິນ ສາທາລະນະໃຫ້ຢູ່ໃນລະດັບ ທີ່ກຳນົດ ເພື່ອບໍ່ສ້າງຄວາມເຄັ່ງຕຶງ ໃຫ້ແກ່ງົບປະມານ
ຂອງລັດ ສືບຕໍ່ປັບປຸງ ຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດ
ທິຜົນ ແລະເອົາໃຈໃສ່ສົ່ງເສີມພັດທະນາ ການທ່ອງທ່ຽວເພື່ອກະຈາຍລາຍໄດ້ລົງສູ່ ທ້ອງຖິ່ນຮາກຖານ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດ ຄາດໝາຍການຂະຫຍາຍຕົວທາງ
ເສດຖະກິດພາຍໃນ ລົງຈາກອັດຕາສະເລ່ຍ 7.5 ເປີເຊັນ ເປັນ 7 ເປີເຊັນ ຫາ 7.3 ເປີເຊັນ ໃນແຜນການປີ 2016-2017 ນີ້ ໂດຍມີສາເຫດມາຈາກສະພາວະຕົກຕ່ຳ ຂອງເສດຖະ ກິດໂລກ ໂດຍສະເພາະແມ່ນການຕົກຕ່ຳລົງຂອງເສດຖະກິດ ໃນປະເທດຈີນນັ້ນ ຖືເປັນ ປັດໄຈ ທີ່ສົ່ງຜົນກະທົບຕໍ່ລາວຫຼາຍທີ່ສຸດ ເພາະຈີນເປັນຄູ່ຄ້າ ແລະຜູ້ລົງທຶນໃນລາວ ຫຼາຍທີ່ສຸດນັ້ນເອງ.

XS
SM
MD
LG