ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ກຳນົດ 9 ທິດທາງໃນການ ປະຕິບັດແຜນການ ພັດທະນາເສດຖະກິດ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄຳປາໄສ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄຳປາໄສ.

ລັດຖະບານລາວ ໄດ້ກຳນົດ 9 ທິດທາງໃນການຈັດຕັ້ງປະຕິບັດແຜນການພັດທະນາເສດ ຖະກິດ ແລະສັງຄົມໃນຕະຫຼອດປີ 2017 ເພື່ອຮອງຮັບການບັນລຸເປົ້າໝາຍການພັດທະ ນາຢ່າງຍືນຍົງ ພາຍໃຕ້ວິໄສທັດ 2030.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນທີ່ສຸດໃນ ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດລາວ ຄືການ ບັນລຸເປົ້າໝາຍການພັດທະນາຢ່າງຍືນຍົງ ພາຍໃຕ້ວິໄສທັດ 2030 ທີ່ພັກປະຊາຊົນປະ ຕິວັດລາວ ໄດ້ວາງໄວ້ໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານທອງລຸນ ໄດ້ໃຫ້ການເນັ້ນຢ້ຳວ່າ:

“ລັດຖະລານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນ ຍົງ ແມ່ນພັນຖະສາກົນຂອງຕົນ ສະນັ້ນ ເພື່ອຈຸດປະສົງດັ່ງກ່າວ ລັດຖະບານພວກຂ້າ ພະເຈົ້າຈະຕ້ອງສຸມໃສ່ ການບັນລຸເປົ້າໝາຍຕ່າງໆ ຂອງແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ແຜນຍຸດທະສາດພັດທະນາ 2025 ແລະ ວິໄສທັດ 2030 ການພັດທະນາຕາມທິດສີຂຽວ ແລະຍືນຍົງ ຮັກສາການຂະຍາຍຕົວທາງດ້ານເສດຖະ ກິດ ແລະຫລຸດຜ່ອນອັດຕາຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ຢ່າງຕໍ່ເນື່ອງ ຫລຸດ ພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະອື່ນໆ.”

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳນັ້ນ ລັດຖະບານ ລາວໄດ້ວາງແຜນປະຕິບັດງານ ໃນຕະຫຼອດປີ 2017 ໄວ້ໃນ 9 ທິດທາງດ້ວຍກັນຄືສຸມໃສ່ ສືບຕໍ່ຮັບປະກັນຄວາມສະຫງົບໝັ້ນຄົງທາງການເມືອງ ແລະຄວາມປອດໄພທາງສັງຄົມ ຢ່າງໜັກແໜ້ນ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ເຂັ້ມແຂງ ແລະ ເຄື່ອນໄຫວຕາມກົນໄກຕະຫຼາດ ແລະສັນເປັນອຸດສາຫະກຳທີ່ທັນສະໄໝ ສືບຕໍ່ແກ້ໄຂ ຄວາມທຸກຍາກ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ພັດທະນາພື້ນ ຖານໂຄງຮ່າງ ທີ່ຈຳເປັນເພື່ອເປັນເງື່ອນໄຂອັນດີ ໃນການສົ່ງເສີມການລົງທຶນ ພັດທະນາ ຊັບພະຍາກອນມະນຸດ ແລະຍົກສະມັດຖະພາບການຜະລິດສິນຄ້າໃຫ້ສູງຂຶ້ນ.

ນອກຈາກນັ້ນ ກໍຍັງຈະພັດທະນາເພື່ອສົ່ງເສີມການຜະລິດ ຂອງວິສາຫະກິດຂະໜາດ ນ້ອຍ ແລະ ຂະໜາດກາງໃຫ້ໄດ້ມາດຕະຖານສາກົນ ແກ້ໄຂສະພາບຄ່ອງທາງການເງິນ ດ້ວຍ ການເຮັດໃຫ້ໜີ້ສິນສາທາລະນະຫລຸດລົງ ແລະຄວບຄຸມໜີ້ສິນສາທາລະນະໃຫ້ຢູ່ ໃນລະດັບທີ່ກຳນົດເພື່ອບໍ່ສ້າງຄວາມເຄັ່ງຕຶງໃຫ້ແກ່ງົບປະມານຂອງລັດ ສືບຕໍ່ປັບປຸງຄຸ້ມ ຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ ແລະເອົາໃຈໃສ່ສົ່ງເສີມ ພັດທະນາການທ່ອງທ່ຽວ ເພື່ອກະຈາຍລາຍໄດ້ລົງສູ່ທ້ອງຖິ່ນຮາກຖານ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ປັບລົດຄາດໝາຍ ການຂະຫຍາຍຕົວທາງເສດ ຖະກິດພາຍໃນ ລົງຈາກອັດຕາສະເລ່ຍ 7.5 ເປີເຊັນ ເປັນ 7 ຫາ 7.3 ເປີເຊັນ ໃນແຜນ ການປີ 2016-2017 ນີ້ ໂດຍມີສາເຫດມາຈາກສະພາວະຕົກຕ່ຳຂອງເສດຖະກິດໂລກທີ່ ຈະເຮັດໃຫ້ລາຍຮັບຈາກການຄ້າ ແລະການລົງທຶນໃນລາວລົດລົງດ້ວຍນັ້ນເອງ.

ທັງນີ້ ໂດຍສະເພາະແມ່ນການຕົກຕ່ຳລົງຂອງເສດຖະກິດ ໃນປະເທດ ຈີນ ນັ້ນຖືເປັນປັດ ໄຈສຳຄັນທີ່ສຸຸດ ທີ່ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວ ທັງໃນດ້ານລາຍຮັບຈາກການສົ່ງ ສິນຄ້າອອກໄປຈີນ ແລະການລົງທຶນຂອງຈີນໃນລາວ ເພາະຈີນນັບເປັນປະເທດຄູ່ຄ້າທີ່ ສຳຄັນຂອງ ລາວ ທັງຍັງເປັນຜູ້ລົງທຶນອັນດັບທີ 1 ທີ່ມີການລົງທຶນຫຼາຍທີ່ສຸດໃນ ລາວ ອີກ ດ້ວຍ.

ແຕ່ຢ່າງໃດກໍຕາມທາງການ ລາວ ກໍຄາດຫວັງວ່າ ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ຈະເຮັດໃຫ້ເສດຖະກິດຂອງ ລາວ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄລຍະ ຍາວ ສ່ວນແຜນການສົກປີ 2015-2016 ທີ່ສິ້ນສຸດລົງໃນທ້າຍເດືອນກັນຍາ 2016 ນີ້ ເສດຖະກິດ ລາວ ກໍຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍພຽງ 6.9 ເປີເຊັນ ທຽບໃສ່ ແຜນການປີ 2014-2015 ຊຶ່ງເປັນຜົນກະທົບຈາກການສົ່ງສິນຄ້າອອກ ທີ່ລົດລົງ ແລະ ການລົງທຶນຂອງຕ່າງປະເທດໃນລາວ ກໍຕ່ຳກວ່າ ລະດັບຄາດໝາຍອີກດ້ວຍ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະ ຊວງການເງິນໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ໄດ້ວາງຄາດໝາຍການພັດທະນາ ເສດຖະກິດໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັນຕໍ່ປີ ຕະ ຫຼອດການຈັດຕັ້ງປະຕິລັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 24.8 ລ້ານກີບ ຫຼືປະມານ 3,100 ຕໍ່ຄົນໃນປີ 2020.

ຫາກແຕ່ວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ກໍບໍ່ແມ່ນເລື່ອງງ່າຍ ເພາະ ວ່າລັດຖະບານລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນ ສ່ວນພາກອຸດສາຫະກຳ ແລະພາກບໍລິການນັ້ນ ກໍຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນ ຕາລຳດັບ ຊຶ່ງເຮັດໃຫ້ຈະຕ້ອງລະດົມເງິນທຶນ ທີ່ຈະນຳໃຊ້ ໃນໂຄງການພັດທະນາຕ່າງໆ ຂອງລັດຖະບານລາວໃຫ້ໄດ້ເຖິງ 27,000 ລ້ານໃນຊ່ວງ 5 ປີຕໍ່ໄປນີ້ ຊຶ່ງແບ່ງເປັນການລົງທຶນພາກລັດ 24 ຫາ 28 ເປີເຊັນ ພາກເອກກະຊົນ 54 ຫາ 58 ເປີເຊັນ ແລະ ສິນເຊື່ອຢູ່ໃນລະບົບທະນາຄານ 19 ຫາ 21 ເປີເຊັນ ຂອງມູນຄ່າການ ລົງທຶນທັງໝົດດັ່ງກ່າວ.

XS
SM
MD
LG