ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ລາວ ເກັບລາຍຮັບໄດ້ 95.17 ເປີເຊັນ ຂອງເປົ້າໝາຍ ທີ່ວາງໄວ້


ສະມາຊິກສະພາແຫ່ງຊາດລາວ ປະກອບຄວາມຄິດເຫັນ ກ່ຽວກັບ ການເກັບລາຍໄດ້ລັດຖະບານ.
ສະມາຊິກສະພາແຫ່ງຊາດລາວ ປະກອບຄວາມຄິດເຫັນ ກ່ຽວກັບ ການເກັບລາຍໄດ້ລັດຖະບານ.

ລັດຖະບານ ລາວ ເກັບລາຍຮັບໄດ້ 95.17 ເປີເຊັນຂອງເປົ້າໝາຍທີ່ວາງໄວ້ໃນຕະຫຼອດ ແຜນການປີ 2015-2016 ໂດຍສະເພາະແມ່ນລາຍຮັບພາຍໃນນັ້ນຈັດເກັບໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງໄວ້ຫຼາຍກວ່າ 1,100 ຕື້ກີບ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ໄດ້ໄຂກອງປະຊຸມຢ່າງເປັນທາງການໃນວັນທີ 24 ຕຸລາ 2016 ວ່າລັດຖະບານ ລາວ ຈັດເກັບລາຍຮັບໄດ້ທັງໝົດ 22,555.59 ຕື້ກີບ ຊຶ່ງຄິດເປັນ 95.17 ເປີເຊັນຂອງແຜນການ ປະຈຳປີ 2015-2016 ທີ່ສິ້ນສຸດແຜນການເມື່ອທ້າຍເດືອນກັນຍາ 2016 ຜ່ານມາ ໂດຍ ເປັນການສ້າງລາຍຮັບພາຍໃນ 20,041.19 ຕື້ກີບທີ່ໄດ້ຈາກສ່ວຍອາກອນ 9,711 ຕື້ກີບ, ພາສີ 6,366 ຕື້ກີບ, ພັນທະຈາກລັດວິສາຫະກິດ 1,968 ຕື້ກີບ, ຊັບສິນຂອງລັດ 1,975 ຕື້ກີບ ແລະ ອື່ນໆອີກ 2,119 ຕື້ກີບ.

ທ່ານ ສົມດີ ຍອມຮັບວ່າການຈັດເກັບລາຍຮັບໄດ້ຕ່ຳກວ່າເປົ້າໝາຍດັ່ງກ່າວນີ້ມີສາເຫດ ທີ່ສຳຄັນມາ ຈາກລະດັບປະສິດທິພາບຕ່ຳໃນການຈັດເກັບລາຍຮັບໃນພາກສ່ວນ ໂດຍສະ ເພາະແມ່ນໃນພາກສ່ວນທີ່ມີຄວາມຮັບຜິດຊອບໃນການຈັດເກັບພາສີອາກອນການຄ້າ ແລະ ຊັບສິນຂອງລັດນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ພາຍໃນໄດ້ຕ່ຳກວ່າເປົ້າໝາຍທີ່ ວາງໄວ້ຫຼາຍກວ່າ 1,100 ຕື້ກີບ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນໃຫ້ການຢືນຢັນວ່າ ກົນໄກການເກັບລາຍ ຮັບຍັງມີການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສ ທັງຍັງມີການປະເມີນຄ່າຊັບສິນຂອງລັດຕ່ຳກວ່າ ຄວາມເປັນຈິງ ເຮັດໃຫ້ເກີດການຮົ່ວໄຫຼຂອງລາຍຮັບລັດຖະບານຢ່າງຫຼວງຫຼາຍ ດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງໄດ້ໃຫ້ການອະທິບາຍວ່າ.

"ການຂຸດຄົ້ນເກັບລາຍຮັບແມ່ນບໍ່ທັນໄດ້ຕາມຄວາມອາດສາມາດບົ່ມຊ້ອນຂອງພື້ນຖານ ທາງເສດຖະກິດ, ສະພາບການຕົກເຫ່ຍ, ການຮົ່ວໄຫຼ, ເກັບບໍ່ຄົບຖ້ວນ, ເກັບບໍ່ໝົດ, ຍັງມີ ຫຼາຍຢ່າງຫຼວງຫຼາຍໃນທຸກໆຂະແໜງລາຍຮັບ ຍ້ອນບາງສາເຫດດັ່ງນີ້ ດ້ານກົນ ໄກການເກັບລາຍຮັບຍັງມີຫຼາຍອັນບໍ່ທັນໄດ້ມີການປັບປຸງປ່ຽນແປງ, ການເກັບກຳຂໍ້ມູນ ຖານອາກອນຍັງບໍ່ທັນລະອຽດ, ບໍ່ທັນຊັດເຈນ ເຮັດໃຫ້ເກີດມີສະພາບມີຫຼາຍຫົວໜ່ວຍ ທຸລະກິດບໍ່ ໄດ້ມີການໄລ່ລຽງ ແລະ ປະຕິບັດພັນທະ ບໍ່ກຳໄດ້ການປ່ຽນແປງຖານອາ ກອນໃນແຕ່ລະໄລຍະ ເປັນຕົ້ນການສ້າງຕັ້ງໃໝ່, ການປ່ຽນແປງຮູບແບບຂອງວິສາຫະ ກິດ, ການໂຍກຍ້າຍສະຖານທີ່ ຫຼື ການປ່ຽນແປງສະຖານະພາບຂອງທີ່ດິນ."

ການຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການດັ່ງກ່າວຍັງເຮັດໃຫ້ລັດຖະບານ ລາວ ຕ້ອງປັບ ຫຼຸດເປົ້າໝາຍຂອງການຈັດເກັບລາຍຮັບຕະຫຼອດແຜນການປີລົງຈາກເດີມ 26,159 ຕື້ກີບ ເປັນ 23,700 ກວ່າຕື້ກີບ ທັງຍັງຕ້ອງປັບຫຼຸດລາຍຈ່າຍລົງຈາກ 31,946 ຕື້ກີບ ເປັນ 31,118 ຕື້ກີບ ໂດຍຫຼຸດລົງເຖິງ 828 ຕື້ກີບເມື່ອເຖິງຊ່ວງ 6 ເດືອນທຳອິດຂອງແຜນການ ປີ ທັງເຮັດໃຫ້ລັດຖະບານ ລາວ ຕ້ອງປະເຊີນບັນຫາຂາດດຸນງົບປະມານເພີ່ມຂຶ້ນຈາກ 5,787 ຕື້ກີບ ເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນຂອງ GDP ເຮັດໃຫ້ການລົງທຶນ ຂອງລັດຫຼຸດລົງເກີນກວ່າ 500 ຕື້ກີບ ຈຶ່ງກະທົບຕໍ່ການຈັດຕັ້ງປະຕິບັດແຜນການຢ່າງຫຼີກ ລ່ຽງບໍ່ໄດ້ເຊັ່ນກັນ.

ທັງນີ້ໂດຍແຜນການພັດທະນາເສດຖະກິດ ແລະ ສັງຄົມປະຈຳປີ 2015-2016 ທີ່ໄດ້ຜ່ານ ການຮັບຮອງຂອງສະພາແຫ່ງຊາດ ລາວ ໃນໂອກາດກອງປະຊຸມສະໄໝສາມັນຄັ້ງທີ 9 ເມື່ອເດືອນກໍລະກົດ 2015 ທີ່ຜ່ານມາໄດ້ວາງເປົ້າໝາຍການຂະຫຍາຍຕົວທາງດ້ານເສດ ຖະກິດໄວ້ໃນອັດຕາສະເລ່ຍບໍ່ໃຫ້ຫຼຸດ 7.5 ເປີເຊັນ ຊຶ່ງກໍຈະເຮັດໃຫ້ GDP ມີມູນຄ່າລວມ ເຖິງ 115,452 ຕື້ກີບ ຫຼື ປະມານ 14,080 ລ້ານໂດລາ ທີ່ຖົວສະເລ່ຍເປັນລາຍໄດ້ຂອງປະ ຊາຊົນ ລາວ ເຖິງ 16.74 ລ້ານກີບ ຫຼື ປະມານ 2,040 ຕໍ່ຄົນໃນປີ 2016 ຫາກແຕ່ການທີ່ ຈະບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ກໍຕ້ອງລະດົມການລົງທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນຂອງ GDP ຕະຫຼອດປີ.

ແຕ່ຢ່າງໃດກໍຕາມ ລັດຖະບານ ລາວ ຄາດວ່າຈະສາມາດປະກອບສ່ວນດ້ວຍການລົງທຶນ ໃນພາກລັດຖະບານໄດ້ໃນມູນຄ່າລວມພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີເຊັນເທົ່ານັ້ນ.

XS
SM
MD
LG