ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ໄດ້ຮັບຫຼາຍກວ່າ 535 ລ້ານໂດລາ ຈາກການ ສົ່ງອອກ ໄຟຟ້າ ໃນປີ 2015


ບັນດາເຈົ້າໜ້າທີ່ ລາວ ແລະ ຕ່າງປະເທດເຂົ້າຮ່ວມໃນ
ພິທີເຊັນສັນຍາສຳປະທານໂຄງການກໍ່ສ້າງເຂື່ອນໄຟຟ້າ 7 ໂຄງການໃນ ລາວ.
ບັນດາເຈົ້າໜ້າທີ່ ລາວ ແລະ ຕ່າງປະເທດເຂົ້າຮ່ວມໃນ ພິທີເຊັນສັນຍາສຳປະທານໂຄງການກໍ່ສ້າງເຂື່ອນໄຟຟ້າ 7 ໂຄງການໃນ ລາວ.

ລັດຖະບານ ລາວ ໄດ້ຮັບຜົນຕອບແທນຫຼາຍກວ່າ 535 ລ້ານໂດລາ ຈາກການສົ່ງອອກກະແສໄຟຟ້າໃນປີ 2015 ທ່ານຜ່ານມາສ່ວນລັດ ວິສາຫະກິດຖືຫຸ້ນກໍໄດ້ຮ່ວມລົງທຶນໃນການກໍ່ສ້າງເຂື່ອນຜະລິດໄຟ ຟ້າ 4 ໂຄງການ.

ລັດຖະບານ ລາວ ໄດ້ວາງແຜນການເພີ່ມການຜະລິດກະແສໄຟຟ້າພາຍໃນປະເທດໃຫ້ໄດ້ໃນ ປະລິມານ ລວມບໍ່ນ້ອຍກວ່າ 15,260.5 ລ້ານກິໂລວັດ/ໂມງ ໃນປີ 2015 ໃນນີ້ກໍເປັນກະແສ ໄຟຟ້າສຳລັບການສົ່ງອອກໄປຕ່າງປະເທດໃນປະລິມານລວມ 11,793.68 ລ້ານກິໂລວັດ/ ໂມງ ຊຶ່ງກໍເຮັດໃຫ້ມີລາຍຮັບເຂົ້າປະເທດຄິດເປັນມູນຄ່າບໍ່ນ້ອຍກວ່າ 535.4 ລ້ານໂດລາ.

ກ່ອນໜ້ານີ້ ທ່ານ ສົມບູນ ມະໂນລົມ ປະທານລັດວິສາຫະກິດຖືຫຸ້ນ ລາວ ຫຼື Laos Hold State Enterprise ໄດ້ໃຫ້ການຢືນຢັນໃນໂອກາດສະເຫຼີມສະຫຼອງການສ້າງຕັ້ງລັດວິສາຫະ ກິດຖືຫຸ້ນ ລາວ ຄົບຮອບ 10 ປີໃນຊ່ວງເດືອນມີ 2015 ວ່າໄດ້ລະດົມເງິນທຶນເພື່ອປະກອບ ສ່ວນລົງທຶນໃນການກໍ່ສ້າງເຂື່ອນຜະລິກກະແສ ໄຟຟ້າໃນ 4 ໂຄງການຄິດເປັນມູນຄ່າການ ຮ່ວມລົງທຶນຫຼາຍກວ່າ 536 ລ້ານໂດລາ.

ໂດຍການຮ່ວມລົງທຶນໃນ 4 ໂຄງການດັ່ງກ່າວກໍປະກອບດ້ວຍໂຄງການເຂື່ອນໄຟຟ້ານ້ຳເທີນ 2 ຊຶ່ງລັດວິສາຫະກິດຖືຫຸ້ນ ລາວ ໄດ້ຮ່ວມລົງທຶນໃນມູນຄ່າ 112 ລ້ານໂດລາ ໂຮງງານພະລັງ ງານຄວາມຮ້ອນຈາກຖ່ານຫີນ ຫຼື ໂຄງການຫົງສາລິກໄນຕ໌ມູນຄ່າ 220 ກວ່າລ້ານໂຄງການ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ມູນຄ່າ 100 ກວ່າລ້ານໂດລາ ແລະ ໂຄງການເຂື່ອນນ້ຳງຽບ 1 ໃນມູນຄ່າເກີນກວ່າ 103 ລ້ານໂດລາຕາມລຳດັບ.

ໂດຍສຳລັບໂຄງການເຂື່ອນນ້ຳເທີນ 2 ໄດ້ກໍ່ສ້າງແລ້ວສຳເລັດ ແລະ ຜະລິດກະແສໄຟຟ້າໃນ ປະລິມານລວມ 1,080 ເມກກະວັດນັບຕັ້ງແຕ່ປີ 2010 ເປັນຕົ້ນມາແລ້ວ ຊຶ່ງກໍເຮັດໃຫ້ລັດວິ ສາຫະກິດຖືຫຸ້ນ ລາວ ໄດ້ຮັບງິນປັນຜົນໃນມູນຄ່າເກີນກວ່າ 98 ລ້ານໂດລາ ສ່ວນລັດຖະບານ ລາວ ໄດ້ຮັບຄ່າພາກຫຼວງເກີນກວ່າ 62 ລ້ານໂດລາ ໃນໄລຍະ 5 ປີທີ່ຜ່ານມາ ແຕ່ຖ້າຫາກຄິດ ໄລ່ຕະຫຼອດມາໄລຍະສຳປະທານ 25 ປີ ລັດຖະບານ ລາວ ກໍຈະໄດ້ຮັບສ່ວນແບ່ງເຖິງ 2,000 ລ້ານໂດລາ ໃນຂະນະທີ່ລັດວິສາຫະກິດຖືຫຸ້ນ ລາວ ກໍຈະໄດ້ຮັບເງິນປັນຜົນລວມເຖິງ 723 ລ້ານໂດລາ.

ເສົາສາຍສົ່ງກະແສໄຟຟ້າ
ເສົາສາຍສົ່ງກະແສໄຟຟ້າ

ສ່ວນອີກ 3 ໂຄງການທີ່ເຫຼືອນັ້ນກໍກຳລັງດຳເນີນການກໍ່ສ້າງຢ່າງ ຕັ້ງໜ້າຕັ້ງຕາ ໂດຍໂຄງການຫົງສາລິກໄນຕ໌ໄດ້ແລ້ວສຳເລັດຢ່າງ ສົມບູນ ສ່ວນໂຄງການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແລະ ໂຄງການ ເຂື່ອນນ້ຳງຽບ 1​ ກໍຖືວ່າຈະກໍ່ສ້າງສຳເລັດ ຕາມແຜນການທີ່ວາງ ໄວ້ພາຍໃນປີ 2019 ຊຶ່ງກໍຈະເປັນຜົນເຮັດໃຫ້ທັງ 4 ໂຄງການມີ ຄວາມອາດສາມາດໃນການຜະລິດກະແສໄຟຟ້າໄດ້ ລວມກັນເຖິງ 21,215 ລ້ານກິໂລວັດ/ໂມງຕໍ່ປີ ໂດຍລັດວິສາຫະກິດຖືຫຸ້ນ ລາວ ຈະໄດ້ຮັບສ່ວນແບ່ງຕາມການຮ່ວມລົງທຶນໃນແຕ່ລະໂຄງການກໍ ຄືຕັ້ງແຕ່ 20 ເປີເຊັນ ເຖິງ 25 ເປີເຊັນນັ້ນເອງ.

ກ່ອນໜ້ານີ້ ທ່ານ ດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານວ່າໃນ ປະຈຸບັນນີ້ມີເຂື່ອນໄຟຟ້າທີ່ກໍ່ສ້າງແລ້ວສຳເລັດ ແລະ ໄດ້ຜະລິດ ກະແສໄຟຟ້າແລ້ວຈຳນວນ 24 ໂຄງການ ສ່ວນທີ່ກຳລັງຢູ່ໃນລະ ຫວ່າງດຳເນີນການກໍ່ສ້າງມີຈຳນວນ 38 ໂຄງການ ແລະ ອີກ 100 ໂຄງການຢູ່ໃນຂັ້ນຂອງການສຶກສາ, ສຳຫຼວດ, ອອກແບບ ຫຼື ສະ ແຫວງຫາເງິນທຶນທີ່ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ທັງນີ້ໂດຍຈາກການສຶກສາໃນໄລຍະທີ່ຜານມາ ພົບວ່າການກໍ່ສ້າງ ເຂື່ອນໃນ ລາວ ຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະ ລັງງານໄຟຟ້າໄດ້ລວມກັນລະຫວ່າງ 28,000 ເຖິງ 30,000 ເມກະ ວັດ ທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາເພື່ອລົບລ້າງບັນຫາຄວາມຍາກຈົນຂອງປະ ຊາຊົນ ລາວ ບັນດາເຜົ່າທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທີ່ທ່ານ ດາວົງ ໄດ້ໃຫ້ການຊີ້ແຈງວ່າ.

"ເວລາເຮົາພັດທະນາເຂື່ອນໄຟຟ້ານຳ້ຕົກ ມັນຊ່ວຍໃນການພັດທະນາເຂດຊົນນະບົດ ເພາະວ່າໂຄງການໄຟຟ້ານຳ້ຕົກນີ້ສິໄປຕັ້ງຢູ່ຊົນນະບົດຫ່າງໄກຊອກຫຼີກ ສະນັ້ນຄັນມີ ໂຄງການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າເຮົາບໍ່ໄດ້ແຕ່ໄຟຟ້າ ເຮົາສິໄດ້ຖະ ໜົນຫົນທາງ ຮັກສາແຫຼ່ງນ້ຳໄວ້ໃຊ້ໃນລະດູແລ້ງ, ສາມາດລ້ຽງປາໄດ້ເປັນແຫຼ່ງອາຫານ ຫຼືວ່າ ເປັນເຂດທ່ອງທ່ຽວ."

ໂດຍໂຄງການທີ່ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2015 ຫາ 2016 ມີຢູ່ 20​ ໂຄງການດ້ວຍ ກັນຊຶ່ງໃນນີ້ເປັນການກໍ່ສ້າງເຂື່ອນ 19 ໂຄງການ ແລະ ໂຮງໄຟຟ້າຫົງສາລິກໄນຕ໌ 1 ໂຄງການ ທີ່ຈະເຮັດໃຫ້ຄວາມອາດສາມາດໃນການຜະລິດພະລັງງານໄຟຟ້າໃນ ລາວ ເພີ່ມຂຶ້ນຈາກ 3,200 ເມກະວັດໃນປະຈຸບັນນີ້ເປັນຫຼາຍກວ່າ 7,000 ເມກະວັດ ພາຍໃນປີ 2016 ດັ່ງກ່າວ.

XS
SM
MD
LG