ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈັດຕັ້ງປະຕິບັດ ໄດ້ພຽງ 48 ເປີເຊັນ ຂອງເປົ້າໝາຍ ໃນແຜນການປູກຕົ້ນໄມ້ ຟື້ນຟູປ່າ


ລັດຖະບານລາວໄດ້ວາງແຜນການຊຸກຍູ້ ແລະສົ່ງເສີມໃຫ້ທຸກພາກສ່ວນ ທັງພາກລັດຖະບານ ແລະພາກເອກກະຊົນ ໃນທົ່ວປະເທດ ເພື່ອໃຫ້ປະກອບສ່ວນເຂົ້າໃນ ການປູກຕົ້ນໄມ້ໃຫ້ໄດ້ ໃນເນື້ອທີ່ບໍ່ນ້ອຍກວ່າ 5 ແສນເຮັກຕາ.
ລັດຖະບານລາວໄດ້ວາງແຜນການຊຸກຍູ້ ແລະສົ່ງເສີມໃຫ້ທຸກພາກສ່ວນ ທັງພາກລັດຖະບານ ແລະພາກເອກກະຊົນ ໃນທົ່ວປະເທດ ເພື່ອໃຫ້ປະກອບສ່ວນເຂົ້າໃນ ການປູກຕົ້ນໄມ້ໃຫ້ໄດ້ ໃນເນື້ອທີ່ບໍ່ນ້ອຍກວ່າ 5 ແສນເຮັກຕາ.

ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ພຽງ 48 ເປີເຊັນ ຂອງເປົ້າໝາຍໃນແຜນ ການປູກຕົ້ນໄມ້ ແລະບັນລຸໄດ້ 80 ເປີເຊັນ ຂອງເປົ້າໝາຍໃນແຜນການຟື້ນຟູສະພາບ ປ່າໄມ້ທຳມະຊາດ ໃນທົ່ວປະເທດ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ໃຫ້ການຍອມຮັບວ່າ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ທັງໃນແຜນການປູກຕົ້ນໄມ້ ແລະແຜນການຟື້ນຟູ ສະພາບປ່າໄມ້ທຳມະຊາດໃນຊ່ວງປີ 2011-2015 ທີ່ຜ່ານມາ ກໍຄືໃນຂະນະທີ່ແຜນການ ປູກຕົ້ນໄມ້ ໄດ້ວາງເປົ້າໝາຍທີ່ຈະຕ້ອງປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ 150,000 ເຮັກຕາ ຫາກແຕ່ກໍສາມາດປະຕິບັດໄດ້ຈິງ ໃນພື້ນທີ່ 74,081 ເຮັກຕາ ຊຶ່ງຄິດເປັນ 48 ເປີເຊັນ ຂອງແຜນການເທົ່ານັ້ນ.

ສ່ວນການຟື້ນຟູສະພາບປ່າໄມ້ທຳມະຊາດ ທີ່ວາງເປົ້າໝາຍໄວ້ ໃນພື້ນທີ່ 3 ລ້ານ 9 ແສນເຮັກຕາ ຫາກແຕ່ກໍສາມາດປະຕິບັດໄດ້ຈິງໃນພື້ນທີ່ 3 ລ້ານ 1 ແສນ ເຮັກຕາ ຄິດ ເປັນ 80 ເປີເຊັນ ຂອງແຜນການ ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ຍ່ອມສົ່ງຜົນກະທົບຕໍ່ ແຜນການເພີ່ມຄວາມໜາແໜ້ນຂອງສະພາບປ່າໄມ້ ຂອງລັດຖະບານລາວ ຢ່າງຫລີກລ່ຽງ ບໍ່ໄດ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ຢືນຢັນວ່າ:

“ປ່າໄມ້ໄດ້ຫລຸດລົງໃນແຕ່ລະປີນີ້ ກໍມີຫຼາຍສາເຫດ ແຕ່ຂ້າພະເຈົ້າຢາກຂໍໃຫ້ລັດ ຖະບານ ເນັ້ນໃນການຟື້ນຟູ ແລະບຳບັດຮັກສາໄມ້ທີ່ສູນເສຍໄປແລ້ວຄືນ ຜ່ານ ມານີ້ພວກເຮົາໄດ້ເວົ້າແຕ່ເລື່ອງການຄຸ້ມຄອງ ໂດຍສະເພາະ ແມ່ນໃນເຂດທີ່ມີ ທ່າແຮງຟື້ນຟູເປັນປ່າຄືນໄດ້ນີ້ ຄືວ່າ ມີເນື້ອທີ່ ທີ່ສູນເສຍໄປ ແຕ່ຕ້ອງໄດ້ຟື້ນຟູ ຄືນນີ້ ຄືປ່າປ້ອງກັນນີ້ຕາມສະຖິຕິເນື້ອທີ່ລວມ ມີຢູ່ 7 ລ້ານ 9 ແສນເຮັກຕາ ແລະໄດ້ຟື້ນຟູເປັນປ່າຄືນໃໝ່ 3,192,298 ເຮັກຕາ.”

ລະດັບຄວາມໜາແໜ້ນຂອງປ່າໄມ້ລາວ ກໍຍັງລົດລົງຢ່າງຕໍ່ເນື່ອງ ໂດຍການສຳຫຼວດ ພົບວ່າ ຄວາມໜາແໜ້ນ ຂອງປ່າໄມ້ໃນລາວໄດ້ລົດລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນກວ່າ ຂອງເນື້ອທີ່ທັງໝົດໃນປີ 1960 ເປັນ 9 ລ້ານ 4 ແສນ ເຮັກຕາ ຫຼືຕຳກວ່າ 40 ເປີເຊັນ.
ລະດັບຄວາມໜາແໜ້ນຂອງປ່າໄມ້ລາວ ກໍຍັງລົດລົງຢ່າງຕໍ່ເນື່ອງ ໂດຍການສຳຫຼວດ ພົບວ່າ ຄວາມໜາແໜ້ນ ຂອງປ່າໄມ້ໃນລາວໄດ້ລົດລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນກວ່າ ຂອງເນື້ອທີ່ທັງໝົດໃນປີ 1960 ເປັນ 9 ລ້ານ 4 ແສນ ເຮັກຕາ ຫຼືຕຳກວ່າ 40 ເປີເຊັນ.

ທັງນີ້ໂດຍລັດຖະບານລາວໄດ້ວາງແຜນການຊຸກຍູ້ ແລະສົ່ງເສີມໃຫ້ທຸກພາກສ່ວນ ທັງ ພາກລັດຖະບານແລະພາກເອກກະຊົນໃນທົ່ວປະເທດ ເພື່ອໃຫ້ປະກອບສ່ວນເຂົ້າໃນ ການປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ບໍ່ນ້ອຍກວ່າ 5 ແສນເຮັກຕາ ຊຶ່ງຖືເປັນສ່ວນໜຶ່ງໃນແຜນ ການເພີ່ມຄວາມໜາແໜ້ນ ຂອງສະພາບປ່າໄມ້ໃຫ້ເຖິງ 70 ເປີເຊັນ ຂອງເນື້ອທີ່ທັງໝົດ ຂອງລາວໃນປີ 2020 ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນຢ່າງແທ້ຈິງດ້ວຍເຊັ່ນກັນ.

ແຕ່ຢ່າງໃດກໍຕາມ ລະດັບຄວາມໜາແໜ້ນຂອງປ່າໄມ້ລາວ ກໍຍັງລົດລົງຢ່າງຕໍ່ເນື່ອງ ໂດຍການສຳຫຼວດ ພົບວ່າ ຄວາມໜາແໜ້ນ ຂອງປ່າໄມ້ໃນລາວໄດ້ລົດລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນກວ່າ ຂອງເນື້ອທີ່ທັງໝົດໃນປີ 1960 ເປັນ 9 ລ້ານ 4 ແສນ ເຮັກຕາ ຫຼືຕຳກວ່າ 40 ເປີເຊັນ ຂອງເນື້ອທີ່ທັງໝົດໃນປີ 2015 ໂດຍມີສາເຫດສຳຄັນ ມາຈາກ ການລັກລອບຕັດໄມ້ເກີນໂຄວຕ້າ ທີ່ໄດ້ຮັບສຳປະທານຈາກທາງການລາວ ທັງໃນສ່ວນກາງ ແລະທ້ອງຖິ່ນ.

ປ່າໄມ້ໃນເຂດປ່າສະຫງວນແຫ່ງຊາດລາວ ໄດ້ລົດຄວາມໜາແໜ້ນລົງ ຢ່າງຫລວງຫລາຍ ໂດຍເປັນຜົນຈາກການລັກລອບຕັດໄມ້ຜິດກົດໝາຍ.
ປ່າໄມ້ໃນເຂດປ່າສະຫງວນແຫ່ງຊາດລາວ ໄດ້ລົດຄວາມໜາແໜ້ນລົງ ຢ່າງຫລວງຫລາຍ ໂດຍເປັນຜົນຈາກການລັກລອບຕັດໄມ້ຜິດກົດໝາຍ.

ໂດຍເຖິງແມ່ນວ່າ ລັດຖະບານລາວ ຈະໄດ້ຈັດສັນປ່າໄມ້ໃນ 51 ເຂດ ໃຫ້ເປັນເຂດປ່າ ຜະລິດ ຊຶ່ງຄິດເປັນພື້ນທີ່ ກວ້າງເຖິງ 3 ລ້ານ 1 ແສນເຮັກຕາ ທົ່ວປະເທດ ແລະໄດ້ມອບ ໝາຍໃຫ້ປະຊາຊົນໃນ 442 ພື້ນທີ່ເປັນພາກສ່ວນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ເກັບເອົາຜົນປະໂຫຍດຮ່ວມກັນ ອັນຖືເປັນພາກສ່ວນໜຶ່ງ ໃນແຜນການເພີ່ມອັດຕາ ຄວາມໜາແໜ້ນຂອງສະພາບປ່າໄມ້ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງ ພື້ນທີ່ທັງໝົດ ໃນປີ 2015 ແລະປີ 2020 ຕາມລຳດັບ ກໍຕາມ.

ແຕ່ກໍເປັນການຍາກຢ່າງຍິ່ງ ທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ ເນື່ອງ ຈາກວ່າ ປ່າໄມ້ໃນເຂດປ່າສະຫງວນແຫ່ງຊາດລາວ ໄດ້ລົດຄວາມໜາແໜ້ນລົງ ຢ່າງ ຫລວງຫລາຍ ໂດຍເປັນຜົນຈາກການລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດ ຢ່າງກວ້າງຂວາງ ຊຶ່ງເຮັດໃຫ້ປ່າໄມ້ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຊັບພະ ຍາກອນ ແລະສິ່ງແວດລ້ອມທຳມະຊາດ ຍັງເຫຼືຢູ່ພຽງ 4 ລ້ານເຮັກຕາ ຫຼື 16 ເປີເຊັນ ຂອງເນື້ອທີ່ທັງໝົດ ສ່ວນສາເຫດທີ່ເຮັດໃຫ້ການລັກລອບຕັດໄມ້ ສາມາດດຳເນີນ ການໄດ້ນັ້ນ ກໍເພາະວ່າ ມີຜູ້ບໍລິຫານຂັ້ນສູງໃນລັດຖະບານ ໄດ້ເຂົ້າໄປມີຜົນປະໂຫຍດ ຮ່ວມດ້ວຍນັ້ນເອງ.

XS
SM
MD
LG